ຮັບ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຈາກ​ແຂວງ ຢູນ​ໜານ

16:51 | 02/09/2021

ຍ​ສ​ໝ - ຈຳ​ນວນ​ວັດ​ຖຸ​ອຸ​ປະ​ກອນ​ໂດຍ​ພະ​ແນກ​ພົວ​ພັນ​ຕ່າງ​ປະ​ເທດ​ແຂວງ ຢູນ​ໜານ ແລະ ກຸ່ມ​ບໍ​ລິ​ສັດ Sunwah ຮົ່ງ​ກົງ ​ມອບ​ໃຫ້​ຫ​ວຽດ​ນາມ ລວມ​ມີ: ເຄື່ອງ​ຜະລິດ​ອົກ​ຊີ​ 160 ເຄື່ອງ, ຊຸດ​ຫາ​ເຊື້ອ​ໄວຣັດ 30.000 ຊຸດ, ຊຸດເຄື່ອງນຸ່ງ​ກັນ​ໂຄວິດ - 19 1.200 ຊຸດ, ຜ້າ​ອັດ​ປາກ​ດັງ 400.000 ອັນ, ໃນ​ນັ້ນ​ມີ​ເຄື່ອງ​ຜະລິດ​ອົກ​ຊີ​ 160 ເຄື່ອງ​ທີ່ມອບ​ໃຫ້ 8 ແຂວງ, ນະ​ຄອນ​ທາງ​ທິດ​ເໜືອ...

ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລ​ກ​ປ່ຽນ, ໂອ້​ລົມ​ສົນ​ທະ​ນາ​ສອງ​ຝ່າຍ ລະ​ຫວ່າງ​ສອງ​ພັກ, ສອງລັດ ຫວຽດ​ນາມ - ຈີນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລ​ກ​ປ່ຽນ, ໂອ້​ລົມ​ສົນ​ທະ​ນາ​ສອງ​ຝ່າຍ ລະ​ຫວ່າງ​ສອງ​ພັກ, ສອງລັດ ຫວຽດ​ນາມ - ຈີນ
ຫວຽດນາມ: ປະ​ຊາ​ຊົນ​​ກ່າ​ເມົາ ​ຄັ​ດ​ຄ້ານ ຈີນ​ສ້າງ​ຕັ້ງອັນທີ່ໄດ້ເອີ້ນວ່າ  “ເມືອງຊີ​ຊາ” ແລະ “ເມືອງ ໜານ​ຊາ” ຫວຽດນາມ: ປະ​ຊາ​ຊົນ​​ກ່າ​ເມົາ ​ຄັ​ດ​ຄ້ານ ຈີນ​ສ້າງ​ຕັ້ງອັນທີ່ໄດ້ເອີ້ນວ່າ “ເມືອງຊີ​ຊາ” ແລະ “ເມືອງ ໜານ​ຊາ”
ຮັບ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຈາກ​ແຂວງ ຢູນ​ໜານ
ພິ​ທີ​ມອບ​ຮັບ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ລະ​ຫວ່າງ​ສອງ​ຝ່າຍ (ພ​າບ: baoquocte.vn)

ໃນ​ລະ​ຫວ່າງວັນ​ທີ 29 – 31 ສິງ​ຫາ, ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ຢູນ​ໜານ, ຈີນ ໄດ້​ສົມ​ທົບ​ກັບ​ພະ​ແນກ​ການ​ພົວພ​ັນ​ຕ່າງ​ປະ​ເທດ ແຂວງ ຢູນ​ໜານ, ອົງ​ການ​ພາ​ສີ​ອາ​ກອນ ໂກນມິນ​ ແຂວງ​ລາວ​ກາຍ ( ຫວຽດ​ນາມ) ແລະ ກຸ່ມ​ບໍ​ລິ​ສັດ Sunwah ຮົ່ງ​ກົງ ນຳ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ນັບ​ຮ​້ອຍ​ຫໍ່ຈາກ​ຢູນ​ໜາມ ​ຜ່ານ​ດ່ານ​ຊາຍ​ແດນ​ສາ​ກົນ ລາວ​ກາຍ - ຮ່າ​ເຄົາ ໄປ​ຍັງ ຫວຽດ​ນາມ ຢ່າງ​ຖືກ​ຕ້ອງ​ຕາມ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການກວດ​ກາ​ສິນ​ຄ້າ ແລະ ມາດ​ຕະ​ຖານ​ໃນ​ການ​ສົ່ງ​ອອກ​ຂອງ​ຈີນ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ຕ້ອນ​ຮັບ, ທ່ານ ຫງວຽນ​ຈຸງ​ຮຽວ ຫົວ​ໜ້າ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ​ໂກນມີນ ເນັ້ນ​ໜັກ​ວ່າ ນັ​ບ​ແຕ່​ເວ​ລາ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ມາ​ຮອດ​ປັດ​ຈຸ​ບັນ ແຂວງ ຢູນ​ໜານ ແລະ ບັນ​ດາ​ແຂວງ, ນະ​ຄອນ​ທາງ​ພາກ​ເໜືອ ຫວຽດ​ນາມ ໄດ້​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ, ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ.

ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ທັງ​ສອງ​ຝ່າຍ, ເປັນ​ຕົ້ນ​ແມ່ນ​ຂະ​ແໜງ​ການ​ພົວ​ພັນ​ຕ່າງ​ປະ​ເທດ, ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ຕຳຫຼວດ ແລະ ການ​ປ້ອງ​ກັນ​ຊາດ, ການ​ຮ່ວ​ມມື​ລະ​ຫວ່າງ​ສອງ​ຝ່າຍ ບັນ​ລຸ​ໄດ້​ໝາກ​ຜົນ​ທີ່​ພົ້ນ​ເດັ່ນຫຼາຍ​ຢ່າງ. ສອງ​ຝ່າຍ​ຮັບ​ປະ​ກັນ​ວ່າ ຈະ​ບໍ່​ມີ​ຜູ້​ຕິດ​ເຊື້ອ​ຜ່ານ​ດ່າຍ​ຊາຍ​ແດນ​ລະ​ຫວ່າງ ສອງ​ປະ​ເທດ, ຮັບ​ປະ​ກັນ​ຍອດ​ວົງ​ເງິນ​ສົ່ງ​ອອກ​ໃນ 6 ເດືອນ​ຕົ້ນ​ປີ 2021 ບັນ​ລຸ​ໄດ້ 2,64 ຕື້ USD, ເພີ່ມ​ຂຶ້ນ 30,4% ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽ​ວ​ກັນ​ຂອງ​ປີ 2020.

ໂດຍ​ຕາງ​ໜ້າ​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ບັນ​ດາ​ແຂວງ/ນະ​ຄອນ​ ຫວຽດ​ນາມ, ທ່ານ ຫງວຽນ​ຈຸງ​ຮຽວ ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ໄດ້​ສະ​ແດງຄວາມຂອບໃຈຕໍ່​ການ​ສະ​ໜັບ​ສະ​ໜູນ​ຂອງ​ອົງ​ຄະ​ນະ​ພັກ​ແຂວງ, ອຳ​ນາດ​ການ​ປົກ​ຄອງ, ປະ​ຊາ​ຊົນ, ພະ​ແນກ​ການ​ພົວ​ພັນ​ຕ່າງ​ປະ​ເທດ ແລະ ປະ​ຊາ​ຊົນ​ແຂວງ ຢູນ​ໜານ.

ແຂວງ ຢູນ​ໜານ ໄດ້​ຮັກ​ສາ 2 ກົນ​ໄກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ກັບ​ບັນ​ດາ​ແຂວງ/ນະ​ຄອນ​ຂ​ອງ ຫວຽດ​ນາມ ລວມ​ມີ: ກອງ​ປະ​ຊຸມ​ການ​ຮ່ວມ​ມື​ແລວທາງ​ເສດ​ຖະ​ກິດ 6 ແຂວງ, ນະ​ຄອນ​ຂອງ​ຈີນ - ຫວຽດ​ນາມ ແລ​ະ ກົນ​ໄກ​ກອງ​ປະ​ຊຸມ​ກຸ່ມ​ປະ​ຕິ​ບັດ​ງານ​ປະ​ສົມ ລະ​ຫວ່າງ ແຂວງ ຢຸນ​ໜານ ກັບ 4 ແຂວງ​ທາງ​ພາກ​ເໜືອ ຫວຽດ​ນາມ.

ນັບ​ແຕ່​ເວ​ລາ​ໂລກ​ລະ​ບາດ​ໂຄວິດ - 19 ເກີດ​ຂຶ້ນ​ເມື່ອ​ຕົ້ນ​ປີ 2020 ມາ​ຮອດ​ປັດ​ຈຸ​ບັນ ສອງ​ຝ່າຍ​ຍາມ​ໃດ​ກໍ່​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ​ໃນ​ການ​ປ້ອງ​ກັນ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19. ປັດ​ຈຸ​ບັນ, ວຽກງານ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ພວມກ້າວ​ເຂົ້າ​ສູ່​ໄລ​ຍະ​ສຳ​ຄັນ​. ແຂວງ​ຢູນ​ໜານ ສະ​ແດງ​ຄວາມ​ເຫັນ​ໃຈ​ຢ່າງ​ເລິກ​ເຊິ່ງ, ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ. ພະ​ແນກ​ພົວ​ພັນ​ຕ່າງ​ປະ​ເທດ ແຂວງ ຢູນ​ໜ​ານ ໄດ້​ຕັ້ງ​ໜ້າ​ລະ​ດົມບັນ​ດາ​ແຫຼ່ງ​ກຳ​ລັງ ແລະ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຂອງຫຼາຍ​ໜ່ວຍ​ງານ, ໃນ​ນັ້ນ​ມີ​ກຸ່ມ​ບໍ​ລິ​ສັດ​ການ​ຢາ ໂກນມີນ. ທ່ານຫວັງ​ວ່າ ຈະເປັນການປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ ແລະ ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ລັດ​ຖະ​ບານ, ຄວາມ​ຢຶ​ດ​ໝັ້ນ ແລະ ອົງ​ອາດ​ກ້າຫານຂອງ​ປະ​ຊາ​ຊົນ​ຫວຽດ​ນາມນັ້ນ, ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຈະ​ໄດ້​ຮັບ​ການ​ຄວບ​ຄຸມ​ໂດຍ​ໄວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.