ເພີ່ມ​ທະ​ວີ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ​ໃນ​ເຄືອ​ຂ່າຍ​ຕົວ​ເມືອງ​ອັດ​ສະ​ລິ​ຍະ ອາ​ຊຽນ

10:03 | 01/09/2021

ຍ​ສ​ໝ - ຫວຽດ​ນາມ ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ພາຍ​ໃນ ແລະ ນອກ​ເຄືອ​ຂ່າຍ ASCN. ກະ​ຊວງ​ກໍ່​ສ້າງ​ຈະ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ແລະ ອຳ​ນາດ​ການ​ປົກ​ຄອງບັນ​ດາ​ທ້ອງ​ຖິ່ນ ເພື່ອ​ພ້ອມ​ກັນ​ເພີ່ມ​ທະ​ວີ​ບັນ​ດາ​ກາ​ລະ​ໂອ​ກາດ​ໃນ​ການ​ພັດ​ທະ​ນາ.

WeWork ໜູນ​ຊ່ວຍ​ການ​ເພີ່ມ​ຄວາມ​ໄວ​ໃນ​ການ Startup ຢູ່ ຫວຽດ​ນາມ WeWork ໜູນ​ຊ່ວຍ​ການ​ເພີ່ມ​ຄວາມ​ໄວ​ໃນ​ການ Startup ຢູ່ ຫວຽດ​ນາມ
ພິ​ທີ​ເຄົາ​ລົບ​ທຸງ ແລະ ວັນ​ຄອບ​ຄົວ ອາ​ຊຽນ ແລະ ວັນ​ສ້າງ​ຕັ້ງ ອາ​ຊຽນ ພິ​ທີ​ເຄົາ​ລົບ​ທຸງ ແລະ ວັນ​ຄອບ​ຄົວ ອາ​ຊຽນ ແລະ ວັນ​ສ້າງ​ຕັ້ງ ອາ​ຊຽນ
ເພີ່ມ​ທະ​ວີ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ​ໃນ​ເຄືອ​ຂ່າຍ​ຕົວ​ເມືອງ​ອັດ​ສະ​ລິ​ຍະ ອາ​ຊຽນ
ກະ​ຊ​ວງ​ກໍ່​ສ້າງ​ຫວຽດ​ນາມໃຫ້​ຮູ້​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ ຫວຽດ​ນາມ ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມືພາຍ​ໃນ ແລະ ພາຍນອກ ອາຊຽນ (ພາບ: BNEWS)

ວັນ​ທີ 30 ສິງ​ຫາ, ກອງ​ປະ​ຊຸມ​ປະ​ຈຳ​ປີ ເຄືອ​ຂ່າຍ​ຕົວ​ເມືອງ​ອັດ​ສະ​ລິ​ຍະ (ASCN) ອາຊຽນ ​ຄັ້ງ​ທີ 4 ໄດ້​ຈັດ​ຕັ້ງ​ຕາມ​ຮູບ​ການ​ທາງໄກ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ ບັນ​ດາ​ຜູ້​ຕາງ​ໜ້າ​ຂອງ 26 ຕົວ​ເມືອງ​ສະ​ມາ​ຊິກ, ຄະ​ນະ​ເລ​ຂາ​ທິ​ການ ອາ​ຊຽນ ພ້ອມ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຢູ່ນອກ​ເຄືອ​ຂ່າຍ. ກະ​ຊວງ​ກໍ່​ສ້າງ ໄດ້​ຕາງ​ໜ້າ ຫວຽດ​ນາມ ພ້ອມ​ກັບ​ຜູ້​ຕາງ​ໜ້າ​ຕົວ​ເມືອງ​ລວມ​ມີ ຮ່າ​ໂນ້ຍ, ດ່າ​ນັ້ງ, ນະ​ຄອນ​ໂຮ່​ຈີ​ມິນ ແລະ ບາງ​ກະ​ຊວງ, ຄະ​ນະ, ຂະ​ແໜງ​ການທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມເຫດ​ການ.

ກອງ​ປະ​ຊຸມ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ກະ​ກຽມ​ໃຫ້​ແກ່​ເຫດ​ການກອງ​ປະ​ຊຸມ​ປະ​ຈຳ​ປີ ASCN ຄັ້ງ​ທີ 5 ໃນ​ເດືອນ ພະ​ຈິກ ປີ 2021 ແລະ ບັນ​ດ​າ​ການ​ເຄື່ອນ​ໄຫວ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ສິງ​ກະ​ໂປ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ເທດ​ແນະ​ນຳ​ໃຫ້​ແກ່ ASCN ໃນ 2 ປີ​ຈະ​ມາ​ເຖິງ, ພ້ອມ​ທັງ​ແນະ​ນຳ ກຳ​ປູ​ເຈຍ ຮັ​ກ​ສາ​ບົດ​ບາດ​ເປັນ​ປະ​ທານ ASCN ສຳລັບ​ປີ 2022.

ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້ ກະ​ຊວງ​ກໍ່​ສ້າງ ໄດ້​ສະ​ເໜີ​ການ​ເຄື່ອນ​ໄຫວ​ພົ້ນ​ເດັ່ນຂອງ ASCN ໃນ​ປີ 2020 ໂດຍສັງເຂບ. ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ພວມ​ກໍ່​ຜົນ​ກະ​ທົບ​ທາງ​ລົບ​ຢູ່ ຫຼາຍ​ປະ​ເທດ​ໃນ​ໂລກ, ດ້ວຍ​ບົດ​ບາດ​ເປັນ​ບະ​ທານ​ເຄືອ​ຂ່າຍ ASCN, ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ເຄືອ​ຂ່າຍ ASCN ທາງ​ໄກ​ປະ​ຈຳ​ປີ​ຄັ້ງ​ທີ 3, ເວ​ທີ​ປາ​ໄສ​ຂັ້ນ​ສູງ​ກ່ຽວ​ກັບ​ຕົວ​ເມືອງ ອັດ​ສະ​ລິ​ຍະ 2020, ກອງ​ປະ​ຊຸມ​ຂັ້ນ​ສູງ​ເຄືອ​ຂ່າຍ​ຕົວ​ເມືອງ ອັດ​ສະ​ລິ​ຍະ ອາ​ຊຽນ - ຍີ່​ປຸ່ນ ​ຄັ້ງ​ທີ 2...

ພາຍຫຼັງ​ກອງ​ປະ​ຊຸມ​ປະ​ຈຳ​ປີ ASCN 2020, ບັນ​ດາ​ສະ​ມາ​ຊິກ​ໄດ້​ຮັບ​ຮອງ​ເອົາ ເອ​ກະ​ສານ​ສຳ​ຄັນ 3 ສະ​ບັບ ສືບ​ຕໍ່​ກຳ​ນົດ​ທິດ​ບັນ​ດາ​ການ​ເຄື່ອນ​ໄຫວ​ພັດ​ທະ​ນາ​ຕົວ​ເມືອ​ງ​ອັດ​ສະ​ລິ​ຍະໃນທັງໝົດ​ເຄືອ​ຂ່າຍ, ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ ແລະ ວັດ​ທະ​ນາ​ຖາ​ວອນ​ລວມ.

ຫວຽດ​ນາມ ຈ​ະສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ພາຍ​ໃນ ແລະ ນອກ​ເຄືອ​ຂາຍ ASCN. ກະ​ຊວງ​ກໍ່​ສ້າງ​ຈະ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ແລະ ອຳ​ນາດ​ການ​ປົກ​ຄອງບັນ​ດາ​ທ້ອງ​ຖິ່ນ ເພື່ອ​ພ້ອມ​ກັນ​ເພີ່ມ​ທະ​ວີ​ບັນ​ດາ​ກາ​ລະ​ໂອ​ກາດ​ໃນ​ການ​ພັດ​ທະ​ນາ, ໃນ​ນັ້ນ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຂົງ​ເຂດ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍຫຼັກ​ແຫຼ່ງ​ຂອງ​ການ​ພັດ​ທະ​ນາ​ຕົວ​ເມືອງອັດ​ສະ​ລິ​ຍະ ເພື່ອ​ຄຸນ​ນະ​ພາບ​ໃນ​ການ​ດຳ​ລົງ​ຊີ​ວິດ, ການ​ພັດ​ທະ​ນາ, ຄວາມ​ກ້າວ​ໜ້າ​ຂອງມະ​ນຸດ ແລະ ການ​ພັດ​ທະ​ນາ​ແຫ່ງ​ຊາດ​ແບບ​ຍືນ​ຍົງ.

ບັນ​ດາ​ສະ​ມາ​ຊິກ ASCN ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ເພື່ອ​ຮັບ​ຮ​ອງ​ເອົາ​ບັນ​ດາ​ເອ​ກະ​ສານ​ສຳ​ຄັນ​ຂອງ​ເຄືອ​ຂ່າຍ​ລວມ​ມີ: ແນວ​ຄິດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ປະ​ຕູ​ຖານ​ທາງ​ໄກ ASCN, ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເຄື່ອງ​ມືລົງ​ທຶນ ຕົວ​ເມືອງອັດ​ສະ​ລິຍະ ແລະ ຍືນ​ຍົງ ອາ​ຊຽນ. ບັນ​ດາ​ເອ​ກະ​ສານນີ້​ແມ່ນ​ບາດ​ກ້າວ​ສຳ​ຄັນ​ໃໝ່, ສືບ​ຕໍ່​ປັບ​ປຸງ​ການ​ເຄື່ອນ​ໄຫວ​ຂອງ​ເຄືອ​ຂ່າຍ ແລະ ສ້າງ​ພື້ນ​ຖານ​ຢ່າງໝັ້ນ​ແກ່ນ​ໃຫ້​ແກ່​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື.

ບັນ​ດາ​ສະ​ມາ​ຊິກ​ໄດ້​ແຈ້ງ​ໃຫ້​ຊາບ, ແລກ​ປ່ຽນ​ສະ​ພາບ​ການ​ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ ແລະ ແບ່ງ​ປັນ​ປະ​ສົບ​ການ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ​ແຕ່​ລະ​ປະ​ເທດ, ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ວິ​ວັດ​ການ, ສິ່ງ​ທ້າ​ທາຍ ແລະ ທິດ​ນຳ​ໃນ​ການ​ຮ່ວມ​ມື​ຕາມ​ໂຄງ​ການ​ກະ​ທຳ​ຕົວ​ເມືອງອັດ​ສະ​ລິ​ຍະ ASCN, ແລກ​ປ່ຽນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ກ່ຽວ​ກັບ​ຄວາມ​ສາ​ມາດ​ໃນ​ການ​ປະ​ກອບສ່ວນ​ບັນ​ດ​າ​ຂໍ້​ລິ​ເລີ່ມ​ໃນ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ລວມ ເພື່ອ​ຊຸກ​ຍູ້​ການ​ຫັນ​ຕົວ​ເມືອ​ງ​ອັດ​ສະ​ລິ​ຍະ​ໃຫ້ປະ​ກົດ​ຜົນ​ເປັນ​ຈິງ...

ບຸນ​ຄົງ

ເຫດການ
302 Found

Found

The document has moved here.