ອີຢູປະຈຸບັນກາຍເປັນຕະຫລາດສົ່ງອອກສິນໃນນ້ຳໃຫຍ່ອັນດັບ 4 ຂອງຫວຽດນາມ

15:14 | 01/09/2021

ດ້ວຍພື້ນຖານທີ່ດີຊື່ງປະຊາຄົມວິສາຫະກິດສົ່ງອອກສິນໃນນ້ຳຫວຽດນາມໄດ້ສ້າງຂຶ້ນແລະມີເງື່ອນໄຂສະດວກຍ້ອນມີສັນຍາ EVFTA, ກາລະໂອກາດໃຫ້ແກ່ການສົ່ງອອກສິນໃນນ້ຳຂອງ ຫວຽດນາມໄປຍັງຕະຫລາດອີຢູຍັງມີຄວາມສາມາດບົ່ມຊ້ອນໃຫຍ່ຫລວງ.

ກອງພົນ 968 ທະຫານເຂດ 4  ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021 ກອງພົນ 968 ທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021
ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 4 ປີ 2020 ແມ່ນ 4% ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 4 ປີ 2020 ແມ່ນ 4%
ພາບປະກອບ
ພາບປະກອບ

ວັນທີ 1 ສິງຫາຜ່ານມາແມ່ນຄົບຮອບ 1 ປີ ສັນຍາການຄ້າເສລີລະຫວ່າງຫວຽດນາມແລະອີຢູ (EVFTA) ມີຜົນສັກສິດຢ່າງເປັນທາງການ. ໃນຫນຶ່ງປີຜ່ານມາຫລາຍຂະແຫນງສິນຄ້າ, ຂົງເຂດຂອງພື້ນຖານເສດຖະກິດໄດ້ໝູນໃຊ້ສັນຍາເປັນຢ່າງດີ, ໃນນັ້ນມີການສົ່ງອອກສິນໃນນ້ຳ.

ຕາມສະຫະສະມາຄົມປຸງແຕ່ງແລະສົ່ງອອກສິນໃນນ້ຳຫວຽດນາມ (VASEP) ແລ້ວ,ໃນ 6 ເດືອນຕົ້ນປີ 2021, ການສົ່ງອອກສິນໃນນ້ຳໄປຍັງຕະຫລາດອີຢູບັນລຸກວ່າ 486 ລ້ານUSD, ເພີ່ມຂຶ້ນ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນການສົ່ງອອກບັນດາຜະລິດຕະພັນສິນໃນນ້ຳເພີ່ມຂຶ້ນ 24% ບັນລຸໄດ້ 154 ລ້ານUSD, ສິນໃນນ້ຳປູກລ້ຽງເອງແມ່ນເພີ່ມຂຶ້ນ 18% ບັນລຸ 333 ລ້ານUSD. ຍ້ອນເຫດນັ້ນອີຢູປະຈຸບັນກາຍເປັນຕະຫລາດສົ່ງອອກສິນໃນນ້ຳໃຫຍ່ອັນດັບ 4 ຂອງຫວຽດນາມ, ຖັດຈາກອາເມລິກາ, ຍີ່ປຸ່ນ, ຈີນ, ກວມເອົາອັດຕາສ່ວນປະລິມານ 11%.

EVFTA ແມ່ນສັນຍາການຄ້າເສລີລຸ້ນໃຫມ່, ມີມາດຕະຖານສູງ ແລະເປັນຄັ້ງທຳອິດທີ່ ອີຢູ (ລວມມີ 27 ປະເທດສະມາຊິກ) ໄດ້ລົງນາມກັບປະເທດຫນຶ່ງທີ່ພວມພັດທະນາຢູ່ ພາກພື້ນ ອາຊີ - ປາຊິຟິກ ດ້ວຍຄຳໝັ້ນສັນຍາສູງທີ່ສຸດຊຶ່ງຄູ່ຮ່ວມມືພັດທະນາສະຫງວນໃຫ້ຫວຽດນາມ.

ອີຢູ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 2 ຂອງຫວຽດນາມ ກ່ຽວກັບຂົງເຂດສົ່ງອອກ ແລະ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 4 ຂອງຫວຽດນາມ ກ່ຽວກັບດ້ານການຄ້າສອງສົ້ນ. ເມື່ອນຳເອົາສັນຍາ EVFTA ເຂົ້າປະຕິບັດແມ່ນໄດ້ຮັບຄວາມຫວັງວ່າ ຈະສ້າງບັນດາກຳລັງຫນູນອັນໃຫຍ່ຫລວງເພື່ອນຳການພົວພັນດ້ານການຄ້າ - ການລົງທຶນສອງຝ່າຍລະຫວ່າງ ຫວຽດນາມ ແລະ ອີຢູ ຂຶ້ນສູ່ລະດັບສູງໃຫມ່.

ຄົບຮອບຫນຶ່ງປີທີ່ ສັນຍາ EVFTA ມີຜົນສັກສິດຢ່າງເປັນທາງການ ແຕ່ກໍ່ແມ່ນຊ່ວງເວລາ ໂລກລະບາດໂຄວິດ 19 ຜັນແປສັບສົນໃນທົ່ວໂລກ, ສົ່ງຜົນກະທົບບໍ່ແມ່ນຫນ້ອຍເຖິງ ຫວຽດນາມ ແລະ ອີຢູ ແຕ່ການຄ້າສົ່ງອອກຂອງຫວຽດນາມ ໄປຍັງ ອີຢູ ແລະ ກົງກັນຂ້າມ ການສົ່ງອອກຈາກ ອີຢູ ເຂົ້າ ຫວຽດນາມ ກໍ່ລ້ວນແຕ່ບັນລຸການເຕີບໂຕກວ່າ 18% ເມື່ອທຽບໃສ່ໄລຍະກ່ອນນີ້ ທີ່ສັນຍາຍັງບໍ່ທັນມີຜົນສັກສິດ. ໃນໄລຍະນີ້ ຫວຽດນາມ ສົ່ງອອກເກີນດຸນໄປຍັງ ອີຢູ ແມ່ນກວ່າ 11 ຕື້ USD. ບັນດາປະເພດສິນຄ້າສົ່ງອອກຕົ້ນຕໍຂອງຫວຽດນາມ ໄປຍັງອີຢູ ແມ່ນ: ໂທລະສັບປະເພດຕ່າງໆ ແລະ ເຄື່ອງອາໄຫລ່, ຄອມພິວເຕີ, ຜະລິດຕະພັນເອເລັກໂຕນິກ, ເກີບຫນັງ, ເຄື່ອງຕ່ຳແຜ່ນຕັດຫຍິບ, ສິນໃນນ້ຳ, ເຂົ້າສານ, ກາເຟ…

ດ້ວຍພື້ນຖານທີ່ດີຊື່ງປະຊາຄົມວິສາຫະກິດສົ່ງອອກສິນໃນນ້ຳຫວຽດນາມໄດ້ສ້າງຂຶ້ນແລະມີເງື່ອນໄຂສະດວກຍ້ອນມີສັນຍາ EVFTA, ກາລະໂອກາດໃຫ້ແກ່ການສົ່ງອອກສິນໃນນ້ຳຂອງ ຫວຽດນາມໄປຍັງຕະຫລາດອີຢູຍັງມີຄວາມສາມາດບົ່ມຊ້ອນໃຫຍ່ຫລວງ. ສິ່ງນີ້ທັງຊ່ວຍເພີ່ມມູນຄ່າດ້ານເສດຖະກິດໂດຍກົງທັງມີຄຸນປະໂຫຍດຢັ້ງຢືນອິດທິພົນຊື່ສຽງທີ່ຕັ້ງຂອງປະເພດສິນຄ້າສິນໃນນ້ຳຂອງຫວຽດນາມເພື່ອໃຫ້ປະເພດສິນຄ້ານີ້ ນັບມື້ນັບສົ່ງອອກໄປໄກ ແລະ ເປີດກວ້າງເຖິງຫລາຍປະເທດໃນໂລກໃນອະນາຄົດ.

ໄຊພອນ

ເຫດການ
302 Found

Found

The document has moved here.