ສົ່ງເສີມ, ໂຄສະນາການທ່ອງທ່ຽວສາກົນເປີດກວ້າງຢູ່ເມືອງຊາປາ ກັບບັນດາທ້ອງຖິ່ນຂອງ ຈີນ,ລາວ

12:46 | 30/04/2024

ຍສໝ - ຕອນ​ບ່າຍ​ວັນ​ທີ 27 ​ເມສາ​ນີ້, ຢູ່​ທີ່ ​ຣີສອດ Lady Hill Sapa, ຄະນະ​ກຳມະການ​ປະຊາຊົນ​ເທດສະບານເມືອງ​ຊາ​ປາ​ ໄດ້​ສົມທົບ​ກັບ​ ສະມາຄົມມິດຕະພາບນະຄອນ​ທ່ອງທ່ຽວ​ສາກົນ ​ຄຸນ​ໝິງ ​ຈັດ​ຕັ້ງ​ກອງ​ປະຊຸມ​ໂຄສະນາ​ການທ່ອງທ່ຽວ​ສາກົນເປີດກວ້າງ.

ຫວຽດນາມ - ລາວ - ຈີນ ກວດກາຫຼັກໝາຍຊາຍແດນຮ່ວມ ຫວຽດນາມ - ລາວ - ຈີນ ກວດກາຫຼັກໝາຍຊາຍແດນຮ່ວມ
ຄວາມສວຍງາມຂອງທົ່ງນາຂັ້ນໄດຢູ່ຊາປາ, ລາວກາຍ ຄວາມສວຍງາມຂອງທົ່ງນາຂັ້ນໄດຢູ່ຊາປາ, ລາວກາຍ

ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ມີ​ຜູ້​ແທນ​ພະ​ແນກ​ທ່ອງ​ທ່ຽວ ແລະ ພະ​ແນກ​ການ​ຕ່າງ​ປະ​ເທດ​ແຂວງ ລາວ​ກາຍ; ສະມາຄົມການທ່ອງທ່ຽວແຂວງ ລາວກາຍ; ຄະນະ​ປະຕິບັດງານ​ເມືອງ​ບິ່ງ​ບຽນ, ​ເມືອງ​ເຮີ​ໂກວ, ​ເມືອງ​ຮົ່ງ​ຮ່າ, ນະຄອນ​ຄຸນ​ໝິງ (​ແຂວງ​ຢຸນນານ - ຈີນ); ຄະນະປະຕິບັດງານຂອງນະຄອນຫຼວງວຽງຈັນ (ລາວ); ການນຳຄະນະພັກເມືອງ-ຫ້ອງການເມືອງ ສາລະວັນ.

​ໃນ​ປີ 2023, ​ເມືອງ​ຊາ​ປາ​ ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ກວ່າ 3,6 ລ້ານ​ເທື່ອ​ຄົນ, ​ໃນ​ນັ້ນ ​ມີ​ນັກ​ທ່ອງ​ທ່ຽວ​ສັນຊາດ​ຈີນ​ເກືອບ 330.000 ​ເທື່ອ​ຄົນ​ເຂົ້າມາຜ່ານຍັງ​ດ່ານ​ຊາຍ​ແດນ​ສາກົນ​ລາວ​ກາຍ (ກວມ 54% ຂອງ​ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ທີ່​ເຂົ້າມາ​ລາວ​ກາຍ, ໃນນັ້ນ ປະມານ 80% ນັກທ່ອງທ່ຽວເຂົ້າມາເມືອງຊາປາ); ຈຳນວນ​ນັກ​ທ່ອງ​ທ່ຽວ​ຫວຽດນາມ ​ມາ​ລາວ​ ໃນ​ປີ 2023 ມີການເຕີບ​ໂຕ​ຢ່າງ​ແຮງ (133%), ຢືນ​ອັນ​ດັບ​ທີ 2 ຂອງ​ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ທີ່​ມາ​ລາວ ​ທັງ​ໝົດ. ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2024, ນັກ​ທ່ອງ​ທ່ຽວ​ຫວຽດນາມ ​ໄປ​ຈີນ ​ບັນລຸ​ປະມານ 800.000 ເທື່ອ​ຄົນ, ນັກ​ທ່ອງ​ທ່ຽວ​ຈີນ ​ທີ່​ເຂົ້າ​ຫວຽດນາມ ​ຜ່ານ​ລາວ​ກາຍ​ ບັນລຸ​ປະມານ 120.000 ​ເທື່ອ​ຄົນ.

ສົ່ງເສີມ, ໂຄສະນາການທ່ອງທ່ຽວສາກົນເປີດກວ້າງຢູ່ເມືອງຊາປາ ກັບບັນດາທ້ອງຖິ່ນຂອງ ຈີນ,ລາວ

ທ່ານ ສີສຸວົງ ວຽງຄຳ, ຮອງຫົວໜ້າພະແນກຖະແຫຼງຂ່າວ ແລະ ວັດທະນະທຳ ນະຄອນຫຼວງວຽງຈັນ (ລາວ) ກ່າວທີ່ກອງປະຊຸມ.

ດ້ວຍ​ຈິດ​ໃຈ​ຮ່ວມ​ມື ​ແລະ ຮ່ວມສຳພັນພ້ອມກັນພັດທະນາ, ສະມາຄົມ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສົ່ງ​ເສີມ, ໂຄສະນາ​ການ​ທ່ອງ​ທ່ຽວ​ສາກົນ​ເພື່ອ​ເຊື່ອມ​ໂຍງ, ​ແລກປ່ຽນ​ປະສົບ​ການ, ສະ​ເໜີ​ວິທີ​ແກ້​ໄຂ​ການ​ຮ່ວມ​ມື​ພັດທະນາ, ສ້າງບັນດາກຸ່ມ​ທ່ອງ​ທ່ຽວ, ​ເຊື່ອມ​ຈອດ​ການ​ທ່ອງ​ທ່ຽວ​ລະຫວ່າງ​ແຂວງ ລາວ​ກາຍ ​ເວົ້າລວມ ​ແລະ ເທດສະບານເມືອງ​ຊາປາ ເວົ້າ​ສະ​ເພາະ​ ກັບ​ທ້ອງ​ຖິ່ນ​ຂອງ​ພາກ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ຈີນ ​ແລະ ​ຕົວ​ເມືອງ​ທ່ອງ​ທ່ຽວ​ຂອງ​ບັນດາປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​.

ທີ່​ກອງ​ປະຊຸມ, ບັນດາ​ທ້ອງ​ຖິ່ນ​ ແລະ​ ວີສາຫະກິດ​ທ່ອງ​ທ່ຽວ​ຈີນ ​ແລະ​ ລາວ ​ໄດ້​ແບ່ງປັນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ແລະ​ ທ່າແຮງ​ເພື່ອ​ພັດທະນາ​ການທ່ອງທ່ຽວ, ປາດ​ຖະໜາ​ຢາກ​ຮ່ວມ​ມື​ ແລະ​ ເຊື່ອມ​ໂຍງ​ການທ່ອງທ່ຽວ​ກັບ​ຊາ​ປາ ​ແລະ ​ລາວກາຍ. ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື, ​ແບ່ງປັນ​ປະສົບ​ການ, ສ້າງ​​ການ​ພົວພັນ​ຮ່ວມ​ມື, ສະ​ເໜີ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ເຊື່ອມ​ຈອດ, ຊຸກຍູ້​ການ​ພັດທະນາ​ການທ່ອງທ່ຽວ, ຜ່ານ​ນັ້ນ​ ກໍສ້າງ​ຕ່ອງ​ໂສ້​ມູນຄ່າ​ຂອງ​ຂະ​ແໜງ​ການທ່ອງທ່ຽວ.

ສົ່ງເສີມ, ໂຄສະນາການທ່ອງທ່ຽວສາກົນເປີດກວ້າງຢູ່ເມືອງຊາປາ ກັບບັນດາທ້ອງຖິ່ນຂອງ ຈີນ,ລາວ

ປະຈຸບັນ, ນະຄອນຫຼວງວຽງຈັນ ພວມມີການຮ່ວມມືພັດທະນາການທ່ອງທ່ຽວກັບຫຼາຍປະເທດອາຊຽນ; ມີ​ໂຄງການ​ສົ່ງ​ເສີມ​ການ​ຄ້າ​ກັບ​ຮ່າ​ໂນ້ຍ (ຫວຽດນາມ) ​ແລະ ນະຄອນ​ຄຸນ​ໝິງ (ຈີນ). ນະຄອນຫຼວງວຽງຈັນ ກຳນົດ​ວ່າ​ ໃນ​ໄລຍະ​ຈະ​ມາ​ເຖິງ, ຈະ​ສືບ​ຕໍ່​ມີ​ການ​ຮ່ວມ​ມື​​ສາກົນ​ໃນ​ການ​ພັດທະນາ​ການທ່ອງທ່ຽວ​ໃຫ້​ດີ​ຂຶ້ນ. ຜ່ານ​ກອງ​ປະຊຸມ, ນະຄອນ​ວຽງ​ຈັນ ກໍປາດ​ຖະໜາ​ຢາກ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ພັດທະນາ​ການ​ທ່ອງ​ທ່ຽວ​ກັບ​ຫວຽດນາມ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະແມ່ນ ຊາ​ປາ ​ແລະ ​ຄຸນ​ໝິງ (ຈີນ).

ຄຳຮຸ່ງ

Tags: ຊາປາ
ເຫດການ
302 Found

Found

The document has moved here.