ຫວຽດນາມ ສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍ ສປປ.ລາວ ດຳລົງຕຳແໜ່ງປະທານ ອາຊຽນ ຢ່າງສຳເລັດຜົນ

12:47 | 30/04/2024

ຍສໝ - ທ່ານ​ລັດຖະມົນຕີ ບຸ່ຍ​ແທງ​ເຊີນ ຢືນຢັນ​ວ່າ ຫວຽດນາມ ຈະ​ສືບ​ຕໍ່​ໜູນ​ຊ່ວຍ ​ແລະ ຊ່ວຍ​ເຫຼືອ​ລາວ ​ເພື່ອ​ຮັບດຳລົງ​ຕຳ​ແໜ່​ງປະທານ ອາ​ຊຽນ ​ໃນ​ປີ 2024 ຢ່າງ​ສຳ​ເລັດ​ຜົນ; ຮຽກຮ້ອງ​ໃຫ້​ລາວ ​ສົມທົບ​ກັນ​ຊຸກຍູ້​ການ​ພົວພັນ OECD - ອາ​ຊຽນ ​ແລະ ​ໂຄງການ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (SEARP) ຂອງ OECD.

ຫວຽດ​ນາ​ມ​ພ້ອມ​ແລ້ວ​ທີ່​ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 37 ຫວຽດ​ນາ​ມ​ພ້ອມ​ແລ້ວ​ທີ່​ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 37
ນິວຊີແລນ ຕີລາຄາສູງກຳລັງຄວາມສາມາດນຳພາຂອງ ຫວຽດນາມ ດ້ວຍບົດບາດເປັນປະທານ ອາຊຽນ 2020 ນິວຊີແລນ ຕີລາຄາສູງກຳລັງຄວາມສາມາດນຳພາຂອງ ຫວຽດນາມ ດ້ວຍບົດບາດເປັນປະທານ ອາຊຽນ 2020

ໃນວັນ​ທີ 2 ພຶດສະພາ​ນີ້, ຢູ່​ນະຄອນຫຼວງ​ປາຣີ, ປະ​ເທດ​ຝຣັ່ງ, ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະພາ​ລັດຖະມົນຕີ​ປີ 2024 ຂອງ​ອົງການ​ຮ່ວມ​ມື ​ແລະ ພັດທະນາເສດຖະກິດ (OECD), ທ່ານ​ລັດຖະມົນຕີ​ ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍ​ແທງ​ເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ ລາວ ສະ​ເຫຼີມໄຊ ກົມມະສິດ.

ທ່ານລັດຖະມົນຕີ ບຸ່ຍ​ແທງ​ເຊີນ ຂອບອົກຂອບໃຈລັດຖະບານລາວ ທີ່ໄດ້ສົ່ງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (7 ພຶດສະພາ 2024); ຢືນຢັນ​ວ່າ ຫວຽດນາມ ຈະສືບ​ຕໍ່​ໜູນ​ຊ່ວຍ ​ແລະ ຊ່ວຍ​ເຫຼືອ​ລາວ ​ເພື່ອ​ດຳລົງຕຳ​ແໜ່​ງປະທານ ອາ​ຊຽນ ​ໃນ​ປີ 2024 ຢ່າງ​ສຳ​ເລັດ​ຜົນ; ຮຽກຮ້ອງ​ໃຫ້​ລາວ​ສົມທົບ​ກັນ​ຊຸກຍູ້​ການ​ພົວພັນ OECD - ອາ​ຊຽນ ​ແລະ ​ໂຄງການ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (SEARP) ຂອງ OECD.

ໂດຍເຫັນດີກັບຂໍ້ສະເໜີຂອງທ່ານລັດຖະມົນຕີ ບຸ່ຍແທງເຊີນ, ຮອງນາຍົກລັດຖະມົນຕີ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ສະເໜີໃຫ້ ຫວຽດນາມ ເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ (AMM) ຢູ່ ລາວ ທີ່ຈະມາເຖິງ.

2 ຝ່າຍ​ເພີ່ມ​ທະວີ​ການ​ປະສານ​ສົມທົບ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ, ພາກ​ພື້ນ ​ແລະ ອະນຸ​ພາກ​ພື້ນ, ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ຮັກສາ​ຄວາມ​ສາມັກຄີ, ຜ່ານ​ຜ່າ​ບັນດາ​ສິ່ງ​ທ້າ​ທາຍ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​ຂອງ ອາ​ຊຽນ.

ຫວຽດນາມ ສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍ ສປປ.ລາວ ດຳລົງຕຳແໜ່ງປະທານ ອາຊຽນ ຢ່າງສຳເລັດຜົນ

ທ່ານ​ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ບຸຍ​ແທງ​ເຊີນ ​​ພົບ​ປະ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ລາວ ສະ​ເຫຼີມ​ໄຊ ກົມ​ມະ​ສິດ.

ທ່ານລັດຖະມົນຕີ 2 ທ່ານ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາໝາກຜົນການຮ່ວມມືສຳຄັນທີ່ບັນລຸໄດ້ໃນການພົວພັນສາມັກຄີ, ມິດຕະພາບ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ; ເຫັນດີຈັດຕັ້ງປະຕິບັດໝາກຜົນການພົບປະລະຫວ່າງນາຍົກລັດຖະມົນຕີ 2 ປະເທດ ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ທີ່ຮ່າໂນ້ຍ (22-23 ເມສາ 2024).

ສອງຝ່າຍໄດ້ຕີລາຄາສູງການພົວພັນຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ມີປະສິດທິຜົນ ແລະ ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງກະຊວງການຕ່າງປະເທດສອງປະເທດ, ສະແດງໃຫ້ເຫັນໂດຍຜ່ານການແລກປ່ຽນຄະນະຜູ້ແທນຂັ້ນສູງ, ການຕິດຕໍ່ພົວພັນຂັ້ນສູງ ແລະ ບັນດາກົນໄກຮ່ວມມືທີ່ສຳຄັນຂອງສອງຝ່າຍ; ເຫັນດີສືບຕໍ່ຊຸກຍູ້ການປະຕິບັດສັນຍາຮ່ວມມືລະຫວ່າງກະຊວງການຕ່າງປະເທດ 2 ປະເທດ ໄລຍະ 2021-2025 ຢ່າງມີປະສິດທິຜົນ; ສົມທົບ​ກັນ​ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ຢ່າງ​ມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ສາມ​ຝ່າຍ, ​ໃນ​ນັ້ນ​ ມີ​ເຂດ​ສາມຫຼ່ຽມ​ພັດທະນາ ລາວ-ກຳປູ​ເຈຍ-ຫວຽດນາມ, ລາວ-ຫວຽດນາມ-ອົດ​ສະ​ຕາ​ລີ, ລາວ-ຫວຽດນາມ-​ໄທ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.