ວາງສະແດງສະ​ແດງ​ປຶ້ມ​ກວ່າ 40 ຊື່​ກ່ຽວ​ກັບ​ຫວຽດ​ນາມ ຢູ່ ອາກ​ຊັງ​ຕິນ

00:00 | 10/09/2024

ຍສໝ - ເມື່ອບໍ່ດົນມານີ້, ສະຖານທູດຫວຽດນາມ ປະຈໍາ ອາກຊັງຕິນ ສົມທົບກັບສຳນັກພິມຈຳໜ່າຍ Acercando Ediciones ແລະ ສະມາຄົມປຶ້ມ ອາກຊັງຕິນ ໄດ້ຈັດຕັ້ງງານວາງສະແດງພື້ນທີ່ ຫວຽດນາມ ຢູ່ງານຕະຫຼາດນັດປຶ້ມ Buenos Aires.

ນັກ​ຮຽນ​ຮູ້ ອາກ​ຊັງ​ຕິນ ຍ້ອງ​ຍໍ​ຊົມ​ເຊີຍ​ໄຊ​ນະ​ນະ​ວັນ​ທີ 30 ເມ​ສາ ຂອງ ຫວຽດ​ນາມ ນັກ​ຮຽນ​ຮູ້ ອາກ​ຊັງ​ຕິນ ຍ້ອງ​ຍໍ​ຊົມ​ເຊີຍ​ໄຊ​ນະ​ນະ​ວັນ​ທີ 30 ເມ​ສາ ຂອງ ຫວຽດ​ນາມ
ຫວຽດນາມ ຊົມ​ເຊີຍ​ມະຕິເລກທີ 2728 ກ່ຽວ​ກັບ​ການ​ຢຸດ​ຍິງ​ຢູ່​ເຂດ Gaza ຫວຽດນາມ ຊົມ​ເຊີຍ​ມະຕິເລກທີ 2728 ກ່ຽວ​ກັບ​ການ​ຢຸດ​ຍິງ​ຢູ່​ເຂດ Gaza

ການເຄື່ອນໄຫວສະເຫຼີມສະຫຼອງ 49 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ, 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແລະ 134 ປີແຫ່ງວັນເກີດປະທານ ໂຮ່ຈີມິນ.

ພື້ນທີ່ ຫວຽດ​ນາມ ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ເພື່ອນມິດ ອາກຊັງຕິນ ແລະ ນັກ​ທ່ອງ​ທ່ຽວ​ສາ​ກົນທີ່​ເຂົ້າ​ຮ່ວມງານຕະຫຼາດນັດປຶ້ມ Buenos Aires ໄດ້​ຊອກ​ຮູ້​ກ່ຽວ​ກັບ​ປະ​ເທດຊາດ, ປະ​ຫວັດ​ສາດ, ປະ​ຊາ​ຊົນ, ວັດ​ທະ​ນະ​ທຳ, ພາລະກິດແຫ່ງການ​ສ້າງສາ, ການ​ພັດ​ທະ​ນາ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ປະ​ເທດ​ ຫວຽດນາມ.

ວາງສະແດງສະ​ແດງ​ປຶ້ມ​ກວ່າ 40 ຊື່​ກ່ຽວ​ກັບ​ຫວຽດ​ນາມ ຢູ່ ອາກ​ຊັງ​ຕິນ

ພື້ນທີ່ ຫວຽດນາມ ຢູ່ງານຕະຫຼາດນັດປຶ້ມ Buenos Aires ຄັ້ງ​ທີ 48.

ວາງສະແດງສະ​ແດງ​ປຶ້ມ​ກວ່າ 40 ຊື່​ກ່ຽວ​ກັບ​ຫວຽດ​ນາມ ຢູ່ ອາກ​ຊັງ​ຕິນ

ພື້ນທີ່ ຫວຽດນາມ ຢູ່ງານຕະຫຼາດນັດປຶ້ມ Buenos Aires ຄັ້ງ​ທີ 48.

ບັນດາປຶ້ມ, ໜັງ​ສື​ພິມ ແລະ ວາ​ລະ​ສານ ​ໄດ້​ວາງ​ສະ​ແດງ​ເປັນ​ພາ​ສາ ແອັດສະປາຍ ກ່ຽວກັບຫຼາຍຫົວ​ເລື່ອງ​ເຊັ່ນ: ປະ​ທານ​ໂຮ່​ຈີ​ມິນ, ພົນ​ເອກ ຫວໍ​ງວຽນ​ຢາ​ບ, ການຕໍ່ສູ້​ຕ້ານສັດຕູຜູ້ຮຸກຮານພາຍນອກເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ແລະ ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ. ໃນນັ້ນ ພົ້ນ​ເດັ່ນແມ່ນ​ປຶ້ມ “ບາງ​ບັນຫາທິດສະດີ ​ແລະ ຕົວຈິງກ່ຽວ​ກັບ​ສັງຄົມ​ນິຍົມ ​ແລະ ​ເສັ້ນທາງ​ກ້າວ​ໄປ​ສູ່ສັງຄົມນິຍົມ​ຢູ່ ຫວຽດນາມ” ​ແລະ ປຶ້ມ “ບາດກ້າວທີ່​ໝັ້ນຄົງ​ບົນ​ເສັ້ນທາງ​ແຫ່ງ​ການ​ປ່ຽນແປງໃໝ່” ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ.

ຕາມ​ນັກປະພັນທ່ານ Fernando Darío Roperto (ອາກຊັງຕິນ) ແລ້ວ, ໃນ​ບັນ​ດາ​ປື້ມ​ທີ່​ວາງ​ສະ​ແດງ​ຢູ່ພື້ນທີ່ ​ຫວຽດ​ນາມ ມີ​ຫລາຍ​ຫົວ​ໄດ້ພິມ ແລະ ຈຳໜ່າຍຢູ່ ອາກຊັງ​ຕິນ. ໃນນັ້ນ ມີ “ບັນດາບົດນິພົນທີ່ໄດ້ຄັດເລືອກຂອງປະທານ ໂຮ່ຈີມິນ” ແລະ “ຫວຽດນາມ, 3 ບັ້ນຮົບທີ່ຕັດສິນ” ຂອງນັກຂ່າວ ກູບາ Luis Manuel Arce ໂດຍສຳນັກພິມຈຳໜ່າຍທ່ານ Acercando Ediciones ຈຳໜ່າຍ; ປຶ້ມ 3 ຫົວ​ຂອງ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ​ໄດ້ຂຽນກ່ຽວກັບຫົວຂໍ້ສົງຄາມປະຊາຊົນໂດຍສຳນັກພິມຈຳໜ່າຍ Cien Flores ຈຳໜ່າຍ.

ວາງສະແດງສະ​ແດງ​ປຶ້ມ​ກວ່າ 40 ຊື່​ກ່ຽວ​ກັບ​ຫວຽດ​ນາມ ຢູ່ ອາກ​ຊັງ​ຕິນ
Không gian Việt Nam tại Hội chợ sách Buenos Aires 2024 được đặt cạnh Không gian Cuba và Venezuela.

"ບັນດາບົດນິພົນ ແລະ ເອກະສານທີ່ມີຄ່າເຫຼົ່ານີ້ ໄດ້ຖືກຕີພິມໃຫມ່ຫຼາຍຄັ້ງ ໂດຍສຳນັກພິມຈຳໜ່າຍ Acercando Ediciones ແລະ Cien Flores". ນັກປະພັນ Fernando Darío Roperto ກ່າວ.

ງານຕະຫຼາດນັດປຶ້ມ Buenos Aires ແມ່ນໜຶ່ງໃນບັນດາເຫດການວັດທະນະທຳທີ່ມີຊື່ສຽງໃນໂລກ ແລະ ໄດ້ຈັດຕັ້ງເປັນປະຈຳປີ ຕັ້ງແຕ່ປີ 1975. ປີນີ້, ເຫດການດັ່ງກ່າວມີການເຂົ້າຮ່ວມຂອງ 430 ຮ້ານ, ສຳນັກພິມຈຳໜ່າຍ, ຕົວແທນຈຳໜ່າຍປຶ້ມຫຼາຍກວ່າ 1,500 ຄົນທີ່ມາຈາກ 40 ປະເທດເຂົ້າຮ່ວມ.

​ໃນ​ຂອບ​ເຂດ​ຂອງ​ລາຍການ, ​ຫຼາຍກອງ​ປະຊຸມ, ລາຍງານກ່ຽວກັບ​ປຶ້ມ, ຫຼັກສູດຮຽນ, ການໂອ້ລົມເຈລະຈາ, ການ​ພົບ​ປະ ​ແລະ ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ບັນດາ​ນັກ​ປະພັນ, ນັກ​ຂ່າວ, ນັກ​ກະວີ ​ແລະ ບັນດາຜູ້ເຮັດວຽກວັດທະນະທຳ, ສິລະ​ປະທີ່ມີຊື່ສຽງ... ກໍໄດ້ຈັດຕັ້ງ.

ວາງສະແດງສະ​ແດງ​ປຶ້ມ​ກວ່າ 40 ຊື່​ກ່ຽວ​ກັບ​ຫວຽດ​ນາມ ຢູ່ ອາກ​ຊັງ​ຕິນ
ບັນດາ​ສິ່ງ​ພິມ​ຮູບ​ພາບ ຫວຽດນາມ ​ເປັນ​ພາສາ​ແອ​ສປາ​ໂຍນ ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຜູ້​ອ່ານ ​ແລະ ນັກ​ທ່ອງ​ທ່ຽວ​ທີ່​ມາ​ຊົມ​ງານ​ຕະຫຼາດນັດ.

ໃນຕະຫຼອດເວລາດຳເນີນງານຕະຫຼາດນັດປຶ້ມ Buenos Aires ກໍໄດ້ດຳເນີນ​ຫຼາຍກອງ​ປະຊຸມ, ລາຍງານກ່ຽວກັບ​ປຶ້ມ, ຫຼັກສູດຮຽນ, ການໂອ້ລົມເຈລະຈາ, ການ​ພົບ​ປະ ​ແລະ ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ບັນດາ​ນັກ​ປະພັນ, ນັກ​ຂ່າວ, ນັກ​ກະວີ ​ແລະ ບັນດາຜູ້ເຮັດວຽກວັດທະນະທຳ, ສິລະ​ປະທີ່ມີຊື່ສຽງ. ງານຕະຫຼາດນັດ ຈະປິດລົງໃນວັນທີ 25 ພຶດສະພາ.

ມິງດຶກ

ເຫດການ