ຫວຽດນາມ ພ້ອມກັບລາວ ຮັກສາ ແລະເພີ່ມພູນຄູນສ້າງໃຫ້ແກ່ການພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຕະຫຼອດໄປ

ຫວຽດນາມ ພ້ອມກັບລາວ ຮັກສາ ແລະເພີ່ມພູນຄູນສ້າງໃຫ້ແກ່ການພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຕະຫຼອດໄປ

ຍສໝ - ນີ້ແມ່ນການຢັ້ງຢືນຂອງທ່ານເລຂາທິການໃຫຍ່ ໂຕເລິມ ທີ່ການຕ້ອນຮັບທ່ານລັດຖະມົນຕີ ການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານ ໃນຕອນບ່າຍວັນທີ 13 ກຸມພາ, ຢູ່ຮ່າໂນ້ຍ. ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ພວມມີການຢ້ຽມຢາມ ຫວຽດນາມຢ່າງເປັນທາງການໃນລະຫວ່າງວັນທີ 12 – 14 ກຸມພາ 2025.

ເອກອັກຄະລັດຖະທູດ ຫງວຽນມິງເຕິມ: ນໍາການພົວພັນມິດຕະພາບຫວຽດນາມ-ລາວ ສືບຕໍ່ກາຍເປັນການພົວພັນແບບຢ່າງທີ່ຫາຍາກໃນໂລກ

ເອກອັກຄະລັດຖະທູດ ຫງວຽນມິງເຕິມ: ນໍາການພົວພັນມິດຕະພາບຫວຽດນາມ-ລາວ ສືບຕໍ່ກາຍເປັນການພົວພັນແບບຢ່າງທີ່ຫາຍາກໃນໂລກ

ຍສໝ - ໂດຍໄດ້ຮັບຄໍາເຊີນຂອງທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 12-14 ກຸມພາ.

ຫວຽດ​ນາມ ຢັ້ງ​ຢືນ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ໃນ​ການ​ໝູນ​ໃຊ້ AI

ຫວຽດ​ນາມ ຢັ້ງ​ຢືນ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ໃນ​ການ​ໝູນ​ໃຊ້ AI

ຍສໝ - ແຕ່ວັນທີ 10 ຫາວັນທີ 12 ກຸມພາ, ທ່ານ ບຸ່ຍຮວ່າງເຟືອງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດການກະທໍາກ່ຽວກັບປັນຍາປະດິດ (AI) ຢູ່ນະຄອນຫຼວງປາຣີ, ປະເທດຝຣັ່ງ.

ເອກອັກຄະລັດຖະທູດຫວຽດນາມ ຫງວຽນມີງຫວູ ເຂົ້າຢ້ຽມຂໍ່ານັບທ່ານ Samdech Techo Hun Sen ປະທານສະພາສູງ, ປະທານພັກປະຊາຊົນກຳປູເຈຍ

ເອກອັກຄະລັດຖະທູດຫວຽດນາມ ຫງວຽນມີງຫວູ ເຂົ້າຢ້ຽມຂໍ່ານັບທ່ານ Samdech Techo Hun Sen ປະທານສະພາສູງ, ປະທານພັກປະຊາຊົນກຳປູເຈຍ

ຍສໝ - ວັນທີ 12 ກຸມພາ, ຢູ່ນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນມີງຫວູ ເຂົ້າຢ້ຽມຂໍ່ານັບເນື່ອງໃນໂອກາດຮັບໜ້າທີ່ການທູດຢູ່ກຳປູເຈຍ, ທ່ານ Samdech Techo Hun Sen ປະທານສະພາສູງ, ປະທານພັກປະຊາຊົນກຳປູເຈຍ ໄດ້ຍ້ອງຍໍຊົມເຊີຍພາລະກິດສັບຊ້ອນກົງຈັກການຈັດຕັ້ງບັນດາອົງການພັກ ແລະລັດ ໃຫ້ກະທັດຮັດຂອງຫວຽດນາມ.

ອົງການ ReSurge International ແລະ VUFO ເພີ່ມທະວີການຮ່ວມມືເພື່ອໜູນຊ່ວຍເດັກນ້ອຍທີ່ພິການມາແຕ່ກຳເນີດ

ອົງການ ReSurge International ແລະ VUFO ເພີ່ມທະວີການຮ່ວມມືເພື່ອໜູນຊ່ວຍເດັກນ້ອຍທີ່ພິການມາແຕ່ກຳເນີດ

ຍສໝ - ວັນທີ 11 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຫງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ຕ້ອນຮັບ ແລະ ເຮັດວຽກກັບທ່ານນາງ Claire Lachance, ປະທານ ແລະ ຜູ້ອຳນວຍການຝ່າຍບໍລິຫານອົງການ ReSurge International (ອາເມລິກາ).

ບັນດາລົດໂອໂຕ Skoda (ສ.ເຊັກໂກ) ທໍາອິດ ຈະຜະລິດຢູ່ຫວຽດນາມ

ບັນດາລົດໂອໂຕ Skoda (ສ.ເຊັກໂກ) ທໍາອິດ ຈະຜະລິດຢູ່ຫວຽດນາມ

ຍສໝ - ວັນທີ 9 ກຸມພາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ສ.ເຊັກໂກ ໄດ້ຈັດຕັ້ງການພົບປະມິດຕະພາບ ເນື່ອງໃນໂອກາດປີໃໝ່ປະຈຳຊາດ ປີມະເສັງ 2025 ແລະ ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສ.ເຊັກໂກ ແລະ ສ.ສະໂລວາກີ.

ຜັນຂະຫຍາຍການຮ່ວມມື​ລະຫວ່າງ​ກະຊວງ​ພາຍ​ໃນ​ ຫວຽດນາມ ​ແລະ ລາວ ​ໄລຍະ 2023-2026 ຢ່າງ​ມີ​ປະສິດທິ​ຜົນ

ຜັນຂະຫຍາຍການຮ່ວມມື​ລະຫວ່າງ​ກະຊວງ​ພາຍ​ໃນ​ ຫວຽດນາມ ​ແລະ ລາວ ​ໄລຍະ 2023-2026 ຢ່າງ​ມີ​ປະສິດທິ​ຜົນ

ຍສໝ - ວັນ​ທີ 10 ກຸມພາ 2025, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນ​ມິ​ງເຕີມ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ​ເຮັດ​ວຽກ​ກັບ ທ່ານ ວິໄລວົງ ບຸດດາຄຳ, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ພາຍ​ໃນ​ລາວ.

ນະຄອນ ໂຮ່ຈິມິນ: ພົບປະກັບອະດີດນັກຊ່ຽວຊານ ຫວຽດນາມ ເພື່ອຊ່ວຍເຫຼືອເພື່ອນມິດ ກຳປູເຈຍ

ນະຄອນ ໂຮ່ຈິມິນ: ພົບປະກັບອະດີດນັກຊ່ຽວຊານ ຫວຽດນາມ ເພື່ອຊ່ວຍເຫຼືອເພື່ອນມິດ ກຳປູເຈຍ

ຍສໝ - ວັນທີ 8 ກຸມພາ, ຄະນະຕິດຕໍ່ພົວພັນອະດີດ​ນັກຊ່ຽວຊານ ຫວຽດນາມ ຊ່ວຍເຫຼືອເພື່ອນມິດ ກຳປູເຈຍ ຢູ່ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງການພົບປະສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ແລະ ຄົບຮອບ 46 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາຊາຍແດນຕາເວັນຕົກສ່ຽງໃຕ້ຂອງປະເທດຊາດ ແລະ ພ້ອມກັບກອງທັບປະຊາຊົນ ກໍາປູເຈຍ ເອົາຊະນະລະບອບດັບສູນເຊື້ອຊາດ.

ໜູນຊ່ວຍຟຣີຫຼັກສູດບຳລຸງສ້າງ IT, ຫ້ອງຮຽນພາສາເກົາຫຼີ ສຳລັບໄວໜຸ່ມທີ່ຫຍຸ້ງຍາກຢູ່ ຫວຽດນາມ

ໜູນຊ່ວຍຟຣີຫຼັກສູດບຳລຸງສ້າງ IT, ຫ້ອງຮຽນພາສາເກົາຫຼີ ສຳລັບໄວໜຸ່ມທີ່ຫຍຸ້ງຍາກຢູ່ ຫວຽດນາມ

ຍສໝ - ກຸ່ມບໍລິສັດ Vatech Networks, ແມ່ນໜຶ່ງໃນບັນດາວິສາຫະກິດແຖວໜ້າຂອງໂລກໃນຂົງເຂດອຸປະກອນການແພດຂະແໜງທັນຕະແພດ, ໄດ້ດຳເນີນບັນດາໂຄງການສຶກສາຢູ່ ຫວຽດນາມ ຢ່າງເປັນທາງການ ເພື່ອແນໃສ່ບຳລຸງສ້າງຊາວໜຸ່ມໃຫ້ກາຍເປັນຜູ້ຊ່ຽວຊານໃນຂົງເຂດດ້ານເຕັກໂນໂລຊີຂໍ້ມູນຂ່າວສານ (IT) ແລະ ພາສາເກົາຫຼີ. ນີ້​ແມ່ນ​ໂອກາດ​ເພື່ອ​ຊ່ວຍ​ໃຫ້​ເຂົາເຈົ້າສາມາດບືນຕົວຂຶ້ນ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​, ພິເສດ​ແມ່ນສຳລັບເປົ້າໝາຍເຂົ້າເຖິງການສຶກສາທີ່ມີຄຸນນະພາບໄດ້ຍາກ.

ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ ຢ້ຽມຢາມ​ຫວຽດນາມ ​ຢ່າງ​ເປັນ​ທາງ​ການ

ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ ຢ້ຽມຢາມ​ຫວຽດນາມ ​ຢ່າງ​ເປັນ​ທາງ​ການ

ຍສໝ -​ ວັນ​ທີ 12 ກຸມພາ, ກະຊວງ​ການ​ຕ່າງປະ​ເທດ ໃຫ້ຮູ້ວ່າ ​ໂດຍຕອບ​ຮັບ​ຄຳ​ເຊີນ​ຂອງ​ ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍ​ແທງ​ເຊີນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ ທອງ​ສະຫວັນ ພົມວິຫານ ​ມາ​ຢ້ຽມຢາມ​ຫວຽດນາມ ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 12 – 14 ກຸມພາ.

ກອງປະຊຸມຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 14

ກອງປະຊຸມຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 14

ຍສໝ - ວັນທີ 11 ກຸມພາ, ກອງປະຊຸມຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 14 ໄດ້ດໍາເນີນຢູ່ນະຄອນ Fukuoka (ຍີ່ປຸ່ນ) ພາຍໃຕ້ການເປັນປະທານຂອງທ່ານ Kano Koji ຮອງລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ. ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນຳໜ້າເຂົ້າຮ່ວມກອງປະຊຸມ.

ຝຶກອົບຮົມການປະຕິບັດງານຕົວຈິງ ແລະບໍາລຸງພາສາຫວຽດໃຫ້ແກ່ນັກສຶກສາ 3 ແຂວງພາກເໜືອຂອງລາວ

ຝຶກອົບຮົມການປະຕິບັດງານຕົວຈິງ ແລະບໍາລຸງພາສາຫວຽດໃຫ້ແກ່ນັກສຶກສາ 3 ແຂວງພາກເໜືອຂອງລາວ

ຍສໝ - ຕາມແຜນການ, ໃນລະຫວ່າງວັນທີ 10 ກຸມພາ ຫາວັນທີ 21 ມີນາ, ນັກສຶກສາ 28 ຄົນ ທີ່ມາຈາກ 3 ແຂວງພາກເໜືອຂອງລາວ ຈະໄດ້ບຳລຸງຫົວເລື່ອງສະເພາະກ່ຽວກັບການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການສິດສອນ ແລະການນຳໃຊ້ອຸປະກອນສອນວິຊາຟີຊິກສາດ, ເຄມີສາດ ແລະຊີວະສາດ; ໄປຢ້ຽມຢາມສະຖານທີ່ປະຫວັດສາດ, ວັດທະນະທໍາໃນບໍລິເວນ; ໄປທັດສະນະສຶກສາຢູ່ບັນດາຮາກຖານການສຶກສາ ຂອງແຂວງດ້ຽນບຽນ.

ຫວຽດ​ນາມ-ລາວ ຊຸກ​ຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ

ຫວຽດ​ນາມ-ລາວ ຊຸກ​ຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ

ຍສໝ - ສອງຝ່າຍເຫັນດີເປັນເອກະສັນສືບຕໍ່ຊີ້ນຳບັນດາກະຊວງ, ຂະແໜງການຜັນ ຂະຫຍາຍຂໍ້ຕົກລົງສະບັບຕ່າງໆທີ່ບັນລຸໄດ້ໃນການພົບປະລະຫວ່າງສອງກົມການເມືອງ ແລະໝາກຜົນກອງປະຊຸມຄັ້ງທີ 47 ຄະນະກຳມະການ ຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ຜ່ານມາ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດການເມືອງ - ການພົວພັນ ຕ່າງປະເທດ - ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການລົງທຶນ - ການຄ້າ, ການເຊື່ອມຕໍ່ຄົມມະນາຄົມ.

ເປີດກວ້າງ​ການ​ພົວ​ພັນ​ ຫວຽດ​ນາມ - ຍີ່​ປຸ່ນ

ເປີດກວ້າງ​ການ​ພົວ​ພັນ​ ຫວຽດ​ນາມ - ຍີ່​ປຸ່ນ

ຍສໝ - ​ໃນ​ປະຫວັດສາດ, ຍີ່ປຸ່ນ ​ແມ່ນ​ປະ​ເທດ​ມີ​ການ​ພົວພັນ​ພິ​ເສດ​ກັບ ຫວຽດນາມ, ກວາງ​ນາມ. ພິ​ເສດ, ຊາວ ​ຍີ່​ປຸ່ນ ​ໄດ້ຮ່ວມເດີນທາງກັບ ໂຮ້ຍອານ​ ​ໃນ​ການ​ປົກ​ປັກ​ຮັກ​ສາ​, ເສີມຂະຫຍາຍຄຸນ​ຄ່າ​ມໍ​ລະ​ດົກ.

ຂໍ້ລິເລີ່ມຫຼາຍຢ່າງເພື່ອເຊື່ອມຕໍ່ການຮ່ວມມືລະຫວ່າງ ດ່າຫນັງ ແລະ ຟີລິບປິນ

ຂໍ້ລິເລີ່ມຫຼາຍຢ່າງເພື່ອເຊື່ອມຕໍ່ການຮ່ວມມືລະຫວ່າງ ດ່າຫນັງ ແລະ ຟີລິບປິນ

ຍສໝ - ທ່ານນາງ ຫງວຽນທິກິມຕວຽນ, ຮອງປະທານສະຫະພັນບັນດາອົງການມິດຕະພາບນະຄອນ ດ່າໜັງ, ຫວ່າງມໍ່ໆມານີ້ ໄດ້ມີການຕ້ອນຮັບ ທ່ານ ສາດສະດາຈານ Roland G. Simbulan, ສັງກັດມະຫາວິທະຍາໄລ ຟີລິບປິນ, ປະທານສູນກາງມອບສິດໃຫ້ປະຊາຊົນໃນປົກຄອງບໍລິຫານ (CenPeg) ແລະ ພັນລະຍາ ເນື່ອງໃນການຢ້ຽມຢາມນະຄອນ ດ່າໜັງ. 2 ຝ່າຍ​ໄດ້​ປຶກສາ​ຫາລື​ບັນດາ​ຂໍ້​ລິ​ເລີ່ມ​ເຊື່ອມ​ຕໍ່​ລະຫວ່າງ​ນະຄອນ ດ່າ​ໜັງ ​ແລະ ຟີ​ລິບ​ປິນ, ​ມຸ່ງໄປເຖິງ​ເພີ່ມ​ທະວີ​ການ​ແລກປ່ຽນ​​ວັດທະນະທຳ, ການ​ສຶກສາ ​ແລະ ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ.

ສັນຍານໃໝ່ຈາກຮູບແບບຕະຫຼາດນັດຊາຍແດນ ລາວບາວ

ສັນຍານໃໝ່ຈາກຮູບແບບຕະຫຼາດນັດຊາຍແດນ ລາວບາວ

ຍສໝ -​ ​ໃນ​ຊຸມ​ອາທິດ​ມໍ່ໆ​ມາ​ນີ້, ​ເຂດ​ພູດ​ອຍ​ ລາວ​ບາວ (​ເມືອງ ເຮື໋ອງຮວ໋າ, ​ແຂວງ​ກວາງ​ຈິ) ​ໄດ້​ມີ​ການ​ເຄື່ອນ​ໄຫວ​ນັບ​ມື້​ນັບ​ຄຶກຄື້ນ​ດ້ວຍ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ໄດ້​ຮັບ​ການ​ສ້າງ​ຂຶ້ນໃໝ່​ຄື: ຕະຫຼາດນັດຊາຍ​ແດນ​ທີ່ເຕັມໄປດ້ວຍ​ວັດທະນະທຳ​ ຫວຽດນາມ - ລາວ. ພາຍຫຼັງການທົດ​ລອງ 5 ຄັ້ງ, ຕະຫຼາດນັດຊາຍ​ແດນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ​ແຕ່​ເພື່ອ​ໃຫ້​ຕະຫຼາດ​ກາຍ​ເປັນ​ທີ່​ຢູ່ທີ່ເປັນມູນເຊື້ອ ​ມີ​ອິດ​ທິພົນ​ທົ່ວ​ໄປ​ໃນ​ແລວ​ເສດຖະກິດ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ ແມ່ນຕ້ອງ​ມີ​ກົນ​ໄກ​ກົດໝາຍ​ສະ​ເພາະ​ເພື່ອ​ຮັກສາ.

ຫວຽດນາມ-ລາວ ລາດຕະເວນປ້ອງກັນຊາຍແດນໃນຕົ້ນລະດູບານໃໝ່

ຫວຽດນາມ-ລາວ ລາດຕະເວນປ້ອງກັນຊາຍແດນໃນຕົ້ນລະດູບານໃໝ່

ຍສໝ - ໃນຕອນເຊົ້າລະດູບານໃໝ່, ພະນັກງານ, ນັກຮົບຂອງຄ້າຍທະຫານຊາຍແດນມີລີ ໄດ້ເດີນທາງປະຕິບັດໜ້າທີ່ລາດຕະເວັນຊາຍແດນ, ຕາມແຜນການແລ້ວ ຄະນະບັນຊາການຄ້າຍທະຫານຊາຍແດນມີລີ ແລະກອງຮ້ອຍຊາຍແດນ 217 ເຫັນດີເປັນເອກະພາບກ່ອນນັ້ນ, ກຸ່ມປະຕິບັດງານສອງກົມກອງໄດ້ໂຮມເຂົ້າກັນ, ລາດຕະເວນຮ່ວມຕອນຊາຍແດນ.

ການນໍາສິງກະໂປ ຕີລາຄາສູງການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ

ການນໍາສິງກະໂປ ຕີລາຄາສູງການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ

ຍສໝ - ແຕ່ວັນທີ 6 – 8 ກຸມພາ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ນຳໜ້າຄະນະຜູ້ແທນຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄປເຮັດວຽກຢູ່ສິງກະໂປ.

ນັກຮຽນ, ນັກສຶກສາ ດົງທ໋າບ ພົບປະແລກປ່ຽນກັບນັກສຶກສາລາວ ແລະ ກຳປູເຈຍ

ນັກຮຽນ, ນັກສຶກສາ ດົງທ໋າບ ພົບປະແລກປ່ຽນກັບນັກສຶກສາລາວ ແລະ ກຳປູເຈຍ

ຍສໝ - ວັນທີ 7 ກຸມພາ, ຄະນະປະຈໍາຄະນະຊາວໜຸ່ມແຂວງ, ສະມາຄົມສະຫະພັນຊາວ​ໜຸ່ມ ຫວຽດນາມ ​ແຂວງ ດົງທ໋າບ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງໂຄງການພົບ​ປະ, ແລກປ່ຽນລະຫວ່າງ​ນັກ​ສຶກສາ ລາວ, ກຳປູ​ເຈຍ ກັບ​ສະຫະພັນ​ກຳມະບານ, ຄະນະຕິດຕໍ່​ພົວພັນນັກສຶກສາ ແລະ ນັກຮຽນ, ນັກສຶກສາ ແຂວງ ດົງທ໋າບ ເນື່ອງ​ໃນ​ໂອກາດ​ລະດູບານ​ໃໝ່ປີມະເສັງ 2025.

ລະດູບານໃໝ່ຢູ່ດິນແດນປະເທດເພື່ອນລາວ

ລະດູບານໃໝ່ຢູ່ດິນແດນປະເທດເພື່ອນລາວ

ຄຽງຂ້າງກັບການສ້າງວຽກເຮັດງານທໍາເພື່ອລ້ຽງຊີບ ແລະເບິ່ງແຍງດູແລສຸຂະພາບໃຫ້ປະຊາຊົນປະເທດເພື່ອນລາວ. ການມີໜ້າຂອງບໍລິສັດໃຫຍ່ຮ່ວມມືເສດຖະກິດ ແລະກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ສັງກັດກອງບັນຊາການທະຫານ 6 ແຂວງຂອງທະຫານເຂດ 4 ຢູ່ດິນແດນລາວ ຍັງຈົດຈໍາກ່ຽວກັບນ້ຳໃຈຕິດພັນຢ່າງໝັ້ນແກ່ນ.

ຮັກສາຄວາມສະຫງົບຢູ່ເຂດຊາຍແດນຫວຽດນາມ-ລາວ

ຮັກສາຄວາມສະຫງົບຢູ່ເຂດຊາຍແດນຫວຽດນາມ-ລາວ

ຍສໝ - ຢູ່ສາຍພູຜາຫຼວງໃຫຍ່ໂຕມະໂຫຖານທີ່ປົກຄຸມດ້ວຍນ້ຳໝອກນັ້ນ, ບັນດາທະຫານຊາຍແດນຍາມໃດກໍ່ຮັກສາເຈດຈຳນົງ, ຮັດແໜ້ນນ້ຳໃຈສາມັກຄີລະຫວ່າງທະຫານ ແລະປະຊາຊົນ, ຕັດສິນໃຈປົກປັກຮັກສາຊາຍແດນຂອງປະເທດໄວ້ຢ່າງໝັ້ນຄົງ.

ເຊີນລາ-ຫົວພັນ: ບົດເພງໄຊທີ່ລືຊາຜາກົດ

ເຊີນລາ-ຫົວພັນ: ບົດເພງໄຊທີ່ລືຊາຜາກົດ

ຍສໝ - ການເຄື່ອນໄຫວຮ່ວມມື ແລະການພົບປະແລກປ່ຽນວັດທະນະທຳລະຫວ່າງແຂວງເຊີນລາ ກັບແຂວງຫົວພັນ ເວົ້າສະເພາະ, ກັບບັນດາແຂວງພາກເໜືອຂອງລາວ ໃນໄລຍະຜ່ານມາມີຄວາມໝາຍສຳຄັນທີ່ສຸດ, ເປັນການສືບທອດມໍລະດົກອັນດີງາມທັງດ້ານວັດຖຸ ແລະຈິດໃຈທີ່ສອງປະເທດໄດ້ປະຕິບັດໃນຕະຫຼອດໄລຍະປະຫວັດສາດ.

ເຊີນລາ ເອົາໃຈໃສ່ການພົວພັນຮ່ວມມືມິດຕະພາບແບບພິເສດກັບບັນດາທ້ອງຖິ່ນຂອງລາວ

ເຊີນລາ ເອົາໃຈໃສ່ການພົວພັນຮ່ວມມືມິດຕະພາບແບບພິເສດກັບບັນດາທ້ອງຖິ່ນຂອງລາວ

ປີ 2025, ໜ້າທີ່ວຽກງານການພົວພັນຕ່າງປະເທດຂອງແຂວງເຊີນລາ ແມ່ນສືບຕໍ່ຍູ້ແຮງໃຫ້ຂຶ້ນສູ່ລະດັບສູງໃໝ່. ຜັນຂະຫຍາຍວຽກງານການພົວພັນຕ່າງປະເທດຂອງພັກ ສົມທົບກັບການທູດລັດ ແລະການທູດປະຊາຊົນ, ພິເສດແມ່ນເອົາໃຈໃສ່ເປັນພິເສດເຖິງສາຍພົວພັນຮ່ວມມືມິດຕະພາບແບບພິເສດກັບ 9 ແຂວງຂອງ ສປປ ລາວ, ອົງການຈັດຕັ້ງສາກົນ ແລະບັນດາອົງການຜູ້ຕາງໜ້າການທູດຕ່າງປະເທດ ປະຈໍາ ຫວຽດນາມ, ເປັນຂົວຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ການສຶກສາ, ການແພດ, ວິທະຍາສາດ ແລະໜູນຊ່ວຍປະຊາຊົນໃນແຂວງຜ່ານບັນດາລາຍການ, ໂຄງການ, ປະກອບສ່ວນຢ່າງແທດຈິງເຂົ້າໃນພາລະກິດພັດທະນາຂອງແຂວງ.

ນັກສຶກສາກຳປູເຈຍ 40 ຄົນເຂົ້າຮຽນຢູ່ ໄທຫງວຽນ

ນັກສຶກສາກຳປູເຈຍ 40 ຄົນເຂົ້າຮຽນຢູ່ ໄທຫງວຽນ

ຍສໝ - ວິທະຍາໄລ ໄທຫງວຽນ ຫາກໍ່ຈັດພິທີຕ້ອນຮັບ ນັກສຶກສາ ກຳປູເຈຍ 40 ຄົນ ສົກຮຽນ 2024 - 2025 ຈາກກົມໃຫຍ່ການສຶກສາ ແລະ ບຳລຸງສ້າງອາຊີວະເຕັກນິກ, ລາຊະອານາຈັກ ກຳປູເຈຍ.

ນັກສຶກສາລາວຢູ່ ຫວຽດນາມ ເພື່ອຕ້ອນຮັບປີໃໝ່ ຫວຽດນາມ

ນັກສຶກສາລາວຢູ່ ຫວຽດນາມ ເພື່ອຕ້ອນຮັບປີໃໝ່ ຫວຽດນາມ

ຍສໝ - ເນື່ອງໃນໂອກາດປີ​ໃໝ່​ປະຈຳ​ຊາດ, ນັກສຶກສາລາວ ຈຳນວນໜຶ່ງທີ່ຮຽນຢູ່ວິທະຍາໄລການແພດແຂວງ ໄດ້ປະແຜນການກັບບ້ານ ເພື່ອມີໂອກາດລົງຕົວຈິງ, ຊອກຮູ້ຕື່ມກ່ຽວກັບປີ​ໃໝ່​ປະຈຳ​ຊາດຂອງປະເທດເຈົ້າພາບ. ໄລຍະເວລາທີ່​ພິ​ເສດ​ນີ້​ ໄດ້ເຮັດໃຫ້​ເຂົາ​ເຈົ້າ​ຮັກ​​ດິນແດນ ແລະ ປະ​ຊາ​ຊົນ ກວາງ​ຈິ ຫຼາຍ​ຂຶ້ນ.

Global Times (ຈີນ): ຊຸກຍູ້​ການ​ຮ່ວມ​ມື​ຢ່າງເເທດຈິງກັບ​ຫວຽດນາມ ຈາກ 5 ດ້ານ

Global Times (ຈີນ): ຊຸກຍູ້​ການ​ຮ່ວມ​ມື​ຢ່າງເເທດຈິງກັບ​ຫວຽດນາມ ຈາກ 5 ດ້ານ

ຍສໝ - ປີ 2025 ​ສະເຫຼີມສະຫຼອງ75 ປີ​ແຫ່ງ​ການ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ ​ຈີນ-ຫວຽດນາມ, ພ້ອມກັນນັ້ນ ​ແມ່ນ​ປີພົບປະ​ແລກປ່ຽນ​ມະນຸດສະທຳ ຈີນ-ຫວຽດນາມ. ​ໃນໂທລະເລກອວຍພອນ, ການ​ນຳ​ຂອງ​ສອງ​ປະ​ເທດ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ຊຸກຍູ້​ບັນດາ​ຜົນງານ​ໃໝ່​ໃນ​ການ​ສ້າງ​ປະຊາ​ຄົມແບ່ງປັນອານາຄົດ ຈີນ-ຫວຽດນາມ ທີ່​ມີ​ຄວາມ​ໝາຍ​ຍຸດທະສາດ, ຊຸກຍູ້​ຄວາມ​ຮັບ​ຮູ້​ລວມຂັ້ນ​ສູງ​ກ່ຽວກັບ "6 ກ່ວາ" ​ໃນ​ການ​ພົວພັນ​ສອງ​ປະ​ເທດໃຫ້ເຂົ້າສູ່ຕົວຈິງ.

ນັກສຶກສາລາວ ຕື່ມອີກ 79 ຄົນມີ​ຄອບຄົວຊ່ວຍ​ອຸປະຖຳຢູ່ ຫວຽດນາມ

ນັກສຶກສາລາວ ຕື່ມອີກ 79 ຄົນມີ​ຄອບຄົວຊ່ວຍ​ອຸປະຖຳຢູ່ ຫວຽດນາມ

ຍສໝ - ວັນທີ 5 ກຸມພາ, ໂຮງຮຽນມິດຕະພາບ 80 (ຕາແສງ ເຊີນໄຕ, ຮ່າໂນ້ຍ) ໄດ້ສົມທົບກັບສາຂາສະມາຄົມ ຫວຽດນາມ - ລາວ ຕາແສງ ເຊີນໄຕ ຈັດຕັ້ງພິທີຮັບຄອບຄົວອຸປະຖໍານັກສຶກສາລາວ. ນີ້​ເປັນ​ປີ​ທີ 9 ທີ່​ໂຄງການ​ໄດ້​ຮັບ​ການຜັນຂະຫຍາຍດ້ວຍການ​ເຂົ້າ​ຮ່ວມ​ຂອງ 15 ຄອບຄົວ​ທີ່​ມີຄວາມເຊື່ອຖື​ໃນ​ທ້ອງ​ຖິ່ນ ​ແລະ ນັກຮຽນ​ລາວ 79 ຄົນ.

ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນ ຫວຽດນາມ - ສປປ. ເກົາຫຼີ ໃຫ້ຫຼາຍກວ່າອີີກ

ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນ ຫວຽດນາມ - ສປປ. ເກົາຫຼີ ໃຫ້ຫຼາຍກວ່າອີີກ

ຍສໝ - ວັນທີ 6 ກຸມພາ, ຢູ່ຮ່າໂນ້ຍ, ສະຖານທູດ ສປປ. ເກົາຫຼີ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງພິທີງານລ້ຽງສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ສສ ຫວຽດນາມ ແລະ ສປປ. ເກົາຫຼີ (31 ມັງກອນ 1950 – 31 ມັງກອນ 2025).

ເພີ່ມທະວີປະສິດທິຜົນການຮ່ວມມືກັບຄະນະທູຕານຸທູດ ຢູ່ຮົງກາລີ

ເພີ່ມທະວີປະສິດທິຜົນການຮ່ວມມືກັບຄະນະທູຕານຸທູດ ຢູ່ຮົງກາລີ

ວັນທີ 4 ກຸມພາ 2025, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮົງກາລີ ບຸ່ຍເລຖາຍ ໄດ້ແລກປ່ຽນກັບນັກການທູດສຳນັກວາຕີກັງ, ທ່ານ Michael W BANACH - ຫົວໜ້າຄະນະການທູດ ປະຈຳ ຮົງກາລີ ກ່ຽວກັບການພົວພັນ ຫວຽດນາມ - ຮົງກາລີ, ຫວຽດນາມ - ວາຕີກັງ ແລະ ສົມທົບກັນເຄື່ອນໄຫວໃນຂອບເຂດຂອງ​ຄະ​ນະ​ການທູດ ປະຈຳ ຮົງກາລີ.

|< < 1 2 3 4 5 > >|