ChildCare Vietnam: ບ່ອນອີງໃຫ້ສຳລັບເດັກພິການ | |
ກອງທັບເຮືອຫວຽດນາມ ເປັນບ່ອນອີງໃຫ້ຊາວປະມົງອອກສູ່ທະເລ |
ແມ່ທັບນ້ອຍ 15 ໄດ້ຕັ້ງທັບ ແລະປະຕິບັດໜ້າທີ່ຕົ້ນຕໍຢູ່ບໍລິເວນຊາຍແດນສອງແຂວງຢາລາຍ, ແຂວງກອນຕູມທີ່ມີຊາຍແດນຕິດຈອດກັບລາວ ແລະກໍາປູເຈຍ ຍາວ 251 ກິໂລແມັດ.
ໃນຊຸມປີຜ່ານມາ, ນອກຈາກປະຕິບັດໜ້າທີ່ການຜະລິດ, ດຳເນີນທຸລະກິດເປັນຢ່າງດີແລ້ວ, ຄະນະພັກ, ກອງບັນຊາການແມ່ທັບນ້ອຍ 15 ໄດ້ຊີ້ນຳ, ນຳພາ, ຜັນຂະຫຍາຍປະຕິບັດໜ້າທີ່ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະມີປະສິດທິຜົນ, ເປັນ “ບ່ອນອີງ” ອັນໝັ້ນແກ່ນໃຫ້ແກ່ຄະນະພັກ, ອຳນາດການປົກຄອງ, ປະຊາຊົນທີ່ຢູ່ເຂດຊາຍແດນ.
ອ້າຍ ແກວກກົງກວ໋ານ, ກຳມະກອນໜ່ວຍຜະລິດເລກ 6, ສາຂາ 716 (ແມ່ທັບນ້ອຍ 15), ຢູ່ບ້ານ 6, ຕາແສງຊາຍແດນ Ia Đal, ເມືອງ Ia H’Drai, ແຂວງກອນຕູມ, ແມ່ນສະມາຊິກກອງຄວບຄຸມຫຼັກໝາຍຊາຍແດນ 16 ຕິດກັບຫຼັກໝາຍຊາຍແດນ 16.1 ມີຄວາມຍາວກວ່າ 1,5 ກິໂລແມັດ. ໃນແຕ່ລະມື້, ນອກຈາກວຽກງານການຜະລິດແລ້ວ, ອ້າຍ ກວ໋ານ ຍັງຮັບຜິດຊອບຕິດຕາມສະພາບການຢູ່ເຂດຊາຍແດນ, ຫຼັກໝາຍຊາຍແດນ, ຄົ້ນພົບຢ່າງທັນການ, ລາຍງານໃຫ້ຄ້າຍທະຫານຊາຍແດນໂຮ່ແລ (ກອງບັນຊາການທະຫານຊາຍແດນແຂວງກອນຕູມ) ແລະກຳລັງທີ່ກ່ຽວຂ້ອງຮັບຊາບບັນດາບັນຫາທີ່ເກີດຂຶ້ນ; ພ້ອມທັງເຂົ້າຮ່ວມການລາດຕະເວນປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນເມື່ອມີແຜນການຂອງຄ້າຍທະຫານຊາຍແດນໂຮ່ແລ.
![]() |
ເຂດຫຼັກໝາຍຊາຍແດນຫວຽດນາມ-ລາວ-ກໍາປູເຈຍ. ພາບ: ຮ້າເວິນ |
ອ້າຍ ກວ໋ານ ໃຫ້ຮູ້ວ່າ, ຄອບຄົວອ້າຍ ແລະຫຼາຍຄອບຄົວອື່ນໄດ້ເຮັດສັນຍາເຮັດສວນໄມ້ຂອງສາຂາ 716 ຢູ່ເຂດຊາຍແດນ. ຍ້ອນລັກສະນະສະເພາະວຽກງານ, ກຳມະກອນຢາງພາລາ ມີໜ້າຢູ່ສວນໄມ້ຕັ້ງແຕ່ເວລາ 00 ໂມງ ເພື່ອຂຸດຄົ້ນຢາງ. ເຂົາເຈົ້າກາຍເປັນ "ຫຼັກໝາຍຊາຍແດນທີ່ມີຊີວິດ", ນັກຮົບປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ເຂດຊາຍແດນ.
ອ້າຍ ຟຸຍ ເດ້, ຢູ່ບ້ານມິດແຢ໊ບ, ຕາແສງຊາຍແດນ Ia O, ເມືອງ Ia Grai, ແຂວງຢາລາຍ, ນັບແຕ່ມື້ບໍລິສັດ 715 (ແມ່ທັບນ້ອຍ 15) ໄດ້ຮັບສະໝັກເຂົ້າເປັນກໍາມະກອນ ແລະກາຍເປັນນັກຮົບປ້ອງກັນຕົວຂຶ້ນກັບໝວດປ້ອງກັນຕົວຂອງບໍລິສັດ, ໄດ້ຮັບການເຄົາລົບນັບຖືຈາກປະຊາຊົນໃນໝູ່ບ້ານ, ວຽກງານຂອງບ້ານຫຼາຍແຫ່ງຖືກປະຊາຊົນມອບໃຫ້ອ້າຍຮັບຜິດຊອບ.
ຕາມອ້າຍ ຟຸຍ ເດ້ ແລ້ວ, ນັກຮົບປ້ອງກັນຕົວໄດ້ຮັບການສຶກສາ, ຝຶກແອບຢ່າງມີແບບມີແຜນ, ວິທະຍາສາດທັງດ້ານການເມືອງ, ກົດໝາຍ, ລະດັບເຕັກນິກ, ຍຸດທະວິທີຈາກບໍລິສັດ ແລະແມ່ທັບນ້ອຍ 15; ເປັນກຳລັງຫຼັກແຫຼ່ງເພື່ອແກ້ໄຂສະພາບການດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ບ້ານ, ບໍລິສັດ, ໜ່ວຍຜະລິດ; ຊ່ວຍປະຊາຊົນປ້ອງກັນ, ຕ້ານໄພທຳມະຊາດ, ກູ້ໄພກູ້ຊີບ, ກໍ່ສ້າງຊົນນະບົດໃໝ່, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ... ຍ້ອນແນວນັ້ນ, ປະຊາຊົນຈຶ່ງຖືນັກຮົບປ້ອງກັນຕົວຂອງບໍລິສັດ 715 ແລະກົມກອງຂອງແມ່ທັບນ້ອຍ 15 ປຽບເໝືອນດັ່ງ “ບ່ອນອີງ” ໃນການຮັກສາຄວາມສະຫງົບສຸກຢູ່ໃນບ້ານ, ພັດທະນາເສດຖະກິດ, ລົບລ້າງຮີດຄອງປະເພນີຫຼ້າຫຼັງ.
ແລກປ່ຽນກັບທ່ານພັນເອກພິເສດ ເຈິ່ນຫງອກຫາຍ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການແມ່ທັບນ້ອຍ 15, ພວກຂ້າພະເຈົ້າ ຮູ້ໄດ້ມາວ່າ ໃນໄລຍະ 40 ປີແຫ່ງການເດີນທາງເປີດດິນເປີດດອນ, ບຸກເບີກເຂດດິນໃໝ່, ເຂດດິນຮົກເຮື້ອເປົ່າວ່າງ, ເຂດດິນແດນທີ່ເກີດສົງຄາມຢູ່ເຂດໄຕງວຽນ, ທາງທິດຕາເວັນຕົກສ່ຽງໃຕ້ຂອງແຂວງກວາງບິ່ງ, ຄະນະພັກ, ກອງບັນຊາການແມ່ທັບນ້ອຍ 15 ໄດ້ປະຕິບັດແຜນນະໂຍບາຍ “ພັດທະນາ, ເປີດກວ້າງການຜະລິດຢູ່ບ່ອນໃດກໍຕາມ, ລ້ວນແຕ່ໄດ້ດຶງດູດແຮງງານ ແລະກໍ່ສ້າງເຂດຊຸມຊົນທີ່ຢູ່ອາໄສຢູ່ທີ່ນັ້ນ” ທິດນຳ “ແມ່ທັບນ້ອຍຕິດພັນກັບແຂວງ, ເມືອງ; ບໍລິສັດ, ຄະນະເສດຖະກິດ-ປ້ອງກັນຊາດຕິດພັນກັບເມືອງ, ຕາແສງ; ໜ່ວຍຜະລິດຕິດພັນກັບບ້ານ; ຄອບຄົວຕິດພັນກັບຄອບຄົວຊົນເຜົ່າສ່ວນໜ້ອຍ”; ໄດ້ພາເກືອບ 15.000 ຄົວເຮືອນ, ດ້ວຍປະຊາກອນກວ່າ 50.000 ຄົນ, ກໍ່ສ້າງ 266 ກຸ່ມບ້ານ, ຈຸດຊຸມຊົນທີ່ຢູ່ລຽບຕາມຊາຍແດນ 251 ກິໂລແມັດ, ປະກອບສ່ວນລົບລ້າງສະພາບປະຊາກອນ “ສີຂາວ” ຢູ່ເຂດຊາຍແດນ, ສ້າງພື້ນຖານເພື່ອໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນສ້າງຕັ້ງ 3 ເມືອງໃໝ່, 13 ຕາແສງ, 24 ບ້ານຢູ່ເສັ້ນຊາຍແດນ. ພ້ອມກັບນັ້ນ, ຜັນຂະຫຍາຍບັນດາມາດຕະການສ້າງກຳລັງບົ່ມຊ້ອນ, ທ່າຮົບໃນເຂດປ້ອງກັນທ້ອງຖິ່ນ, ເປັນຕົ້ນແມ່ນກຳລັງບົ່ມຊ້ອນການເມືອງຈິດໃຈ ແລະສ້າງ “ທ່າຮົບດ້ານຈິດໃຈປະຊາຊົນ”, ທ່າຮົບບ້ານ, ຕາແສງສູ້ຮົບຢ່າງຄົບຊຸດ, ເດັດຂາດ ແລະມີປະສິດທິຜົນ. ສົມທົບກັບຄະນະພັກ, ອຳນາດການປົກຄອງ ຈັດຕັ້ງໜ່ວຍຜະລິດຢູ່ 271 ບ້ານ, ເໝາະສົມກັບເຂດຜະລິດລວມຂອງບໍລິສັດ, ກົມກອງ, ຕິດພັນກັບວິທີສູ້ຮົບປ້ອງກັນ.
ທ່ານພັນເອກພິເສດ ເຈິ່ນຫງອກຫາຍ ຢັ້ງຢືນວ່າ: “ປະຈຸບັນ, ບັນດາກຸ່ມບ້ານຂອງແມ່ທັບນ້ອຍ 15 ໄດ້ກໍ່ສ້າງຂຶ້ນປຽບເໝືອນເປັນປ້ອມປືນປ້ອງກັນ, ແນວປ້ອງກັນ, ພ້ອມກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ແລະບັນດາກຳລັງປະກອບອາວຸດສ້າງທ່າຮົບປ້ອງກັນຢູ່ເສັ້ນຊາຍແດນຂອງປະເທດຊາດ”.
![]() | ຮ່າໂນ້ຍ - ບ່ອນເຕົ້າໂຮມ ແລະ ແຜ່ກະຈາຍສີສັນວັດທະນະທຳ ອາຊຽນ ຍສໝ - ຮ່າໂນ້ຍ - ນະຄອນຫຼວງແຫ່ງອະລິຍາທຳນັບພັນປີ ຍາມໃດກໍແມ່ນບ່ອນນຳໜ້າໃນການແນະນຳ, ໂຄສະນາຈຸດຄວາມງາມຂອງປະເທດຊາດ, ປະຊາຊົນ, ວັດທະນະທຳ ຫວຽດນາມ ອອກສູ່ໂລກ, ກໍຄືນຳໂລກ ຫຍັບມໍ່ເຂົ້າກັບປະຊາຊົນ ຫວຽດນາມ, ພິເສດແມ່ນໃນພາກພື້ນ ອາຊຽນ. ຕົ້ນເດືອນ ກັນຍາ ຜ່ານມາ, ເຫດການວັນບຸນ ວັດທະນະທຳມິດຕະພາບ “ສີສັນ ອາຊຽນ” ຖືກຈັດຂຶ້ນຢູ່ພະລາດຊະວັງທັງລອງ, ຮ່າໂນ້ຍ, ... |
![]() | ກໍ່ສ້າງກ໋ວາງບິ່ງກາຍເປັນສະຖານທີ່ທ່ອງທ່ຽວທຳມະຊາດ, ເປັນບ່ອນເລືອກເຟັ້ນແຖວໜ້າຂອງແຂກທ່ອງທ່ຽວ ຍສໝ - ເພື່ອໃຫ້ການທ່ອງທ່ຽວ ກ໋ວາງບິ່ງ ຟື້ນຟູໃນປີ 2022, ທາງແຂວງກໍ່ຍູ້ແຮງວຽກງານໂຄສະນາເຜີຍແຜ່ການທ່ອງທ່ຽວແຂວງ ກ໋ວາງບິ່ງ ໄປຍັງບັນດາຕະຫຼາດພາຍໃນປະເທດ ແລະ ສາກົນ ດ້ວຍຫຼາຍຮູບແບບ, ມີເນື້ອໃນອຸດົມສົມບູນ, ເປັນສະເພາະຕາມແຕ່ລະລຳດັບຂອງການຕະຫຼາດ ດ້ວຍຫົວຂໍ້ “ກ໋ວາງບິ່ງ - ສະຖານທີ່ທ່ອງທ່ຽວທຳມະຊາດ, ປອດໄພ ແລະ ມີຄວາມແຕກຕ່າງ”. |