ເຊີນລາ ເອົາໃຈໃສ່ການພົວພັນຮ່ວມມືມິດຕະພາບແບບພິເສດກັບບັນດາທ້ອງຖິ່ນຂອງລາວ

18:00 | 08/02/2025

ປີ 2025, ໜ້າທີ່ວຽກງານການພົວພັນຕ່າງປະເທດຂອງແຂວງເຊີນລາ ແມ່ນສືບຕໍ່ຍູ້ແຮງໃຫ້ຂຶ້ນສູ່ລະດັບສູງໃໝ່. ຜັນຂະຫຍາຍວຽກງານການພົວພັນຕ່າງປະເທດຂອງພັກ ສົມທົບກັບການທູດລັດ ແລະການທູດປະຊາຊົນ, ພິເສດແມ່ນເອົາໃຈໃສ່ເປັນພິເສດເຖິງສາຍພົວພັນຮ່ວມມືມິດຕະພາບແບບພິເສດກັບ 9 ແຂວງຂອງ ສປປ ລາວ, ອົງການຈັດຕັ້ງສາກົນ ແລະບັນດາອົງການຜູ້ຕາງໜ້າການທູດຕ່າງປະເທດ ປະຈໍາ ຫວຽດນາມ, ເປັນຂົວຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ການສຶກສາ, ການແພດ, ວິທະຍາສາດ ແລະໜູນຊ່ວຍປະຊາຊົນໃນແຂວງຜ່ານບັນດາລາຍການ, ໂຄງການ, ປະກອບສ່ວນຢ່າງແທດຈິງເຂົ້າໃນພາລະກິດພັດທະນາຂອງແຂວງ.

6 ທິດຄົ້ນຄວ້າຈຸດສຸມພັດທະນາສິລະປະຍຸດການທະຫານຫວຽດນາມ ໃນສະພາບການໃໝ່ 6 ທິດຄົ້ນຄວ້າຈຸດສຸມພັດທະນາສິລະປະຍຸດການທະຫານຫວຽດນາມ ໃນສະພາບການໃໝ່
ສັນຍາເຈນີວາ ແມ່ນປຶ້ມຄູ່ມືອັນລ້ຳຄ່າກ່ຽວກັບໂຮງຮຽນການຕ່າງປະເທດ ແລະ ການທູດຫວຽດນາມ

ຫັນຄໍາສັ່ງເລກທີ 12-CT/TW ລົງວັນທີ 5 ມັງກອນ 2022 ຂອງຄະນະເລຂາທິການວ່າດ້ວຍການເພີ່ມທະວີການນຳພາຂອງພັກ, ຍົກສູງປະສິດທິຜົນການທູດປະຊາຊົນໃນສະພາບການໃໝ່ໃຫ້ເປັນລະອຽດ, ຄະນະປະຈຳຄະນະພັກແຂວງ ໄດ້ຊີ້ນຳບັນດາຄະນະພະນັກງານພັກ, ຄະນະພັກເມືອງ, ຄະນະພັກນະຄອນ, ຄະນະພັກ ຂຶ້ນກັບຄະນະພັກແຂວງ ປະຕິບັດການເຄື່ອນໄຫວວຽກງານການທູດປະຊາຊົນໃຫ້ມີປະສິດທິຜົນ, ຍົກສູງຄວາມຮັບຮູ້ກ່ຽວກັບວຽກງານການທູດປະຊາຊົນໃນສະພາບການໃໝ່.

ຄະນະກຳມະການປະຊາຊົນແຂວງເຊີນລາ ໄດ້ຊີ້ນຳບັນດາອົງການ, ຫົວໜ່ວຍ, ທ້ອງຖິ່ນຍົກສູງປະສິດທິຜົນວຽກງານຄຸ້ມຄອງລັດ ສໍາລັບການເຄື່ອນໄຫວການທູດປະຊາຊົນ. ໃນໄລຍະ 2 ປີຜ່ານມາ, ວຽກງານໂຄສະນາສື່ສານກ່ຽວກັບການທູດປະຊາຊົນ, ເປັນຕົ້ນແມ່ນຢູ່ເຂດຊາຍແດນໄດ້ຮັບຄວາມເອົາໃຈໃສ່ຍູ້ແຮງ, ຍົກສູງຄຸນນະພາບ, ເໝາະສົມກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່. ບັນດາອົງການສື່ມວນຊົນ, ອົງການຈັດຕັ້ງ, ອົງການຈັດຕັ້ງມະຫາຊົນຂັ້ນໄດ້ປ່ຽນໃໝ່ການເຄື່ອນໄຫວໂຄສະນາກ່ຽວກັບການເຄື່ອນໄຫວສັນຕິພາບ, ມິດຕະພາບ ແລະວຽກງານການທູດປະຊາຊົນຂອງແຂວງ; ເພີ່ມທະວີການໂຄສະນາສື່ສານການຕ່າງປະເທດ, ຂໍ້ມູນຂ່າວສານກ່ຽວກັບສະພາບການສາກົນ, ການພົວພັນຕ່າງປະເທດຂອງຫວຽດນາມ, ຂອງແຂວງເຊີນລາ... ຊ່ວຍຖັນແຖວພະນັກງານ, ລັດຖະກອນ ແລະປະຊາຊົນຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບກ່ຽວກັບທີ່ຕັ້ງ, ບົດບາດ ແລະຄວາມສຳຄັນຂອງວຽກງານການທູດປະຊາຊົນໃນສະພາບການໃໝ່, ປະກອບສ່ວນປັບປຸງ ແລະກໍ່ສ້າງພື້ນຖານການທູດຮອບດ້ານ, ທັນສະໄໝດ້ວຍ 3 ເສົາຄ້ຳແມ່ນການທູດພັກ, ການທູດລັດ ແລະການທູດປະຊາຊົນ.

ເຊີນລາ ເອົາໃຈໃສ່ການພົວພັນຮ່ວມມືມິດຕະພາບແບບພິເສດກັບບັນດາທ້ອງຖິ່ນຂອງລາວ
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນຈ່ຽງອນ ໂຄສະນາໃຫ້ປະຊາຊົນປະຕິບັດກົດລະບຽບການປະພຶດໃນເວລາທີ່ເຂົ້າຮ່ວມໃນເຄືອຂ່າຍສັງຄົມຢ່າງເຂັ້ມງວດ. ພາບ: ຫງວຽນຮວ່ຽນດຶກ

ປະຈຸບັນ, ແຂວງເຊີນລາ ໄດ້ລົງນາມໃນເອກະສານຮ່ວມມືຮອບດ້ານກັບ 9 ແຂວງຂອງ ສປປ ລາວ ລວມມີ: ຫົວພັນ, ຫຼວງພະບາງ, ອຸດົມໄຊ, ໄຊສົມບູນ, ຊຽງຂວາງ, ຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ໄຊຍະບູລີ. ຮັກສາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງແຂວງເຊີນລາ ແລະຄະນະຜູ້ແທນຂັ້ນສູງບັນດາແຂວງຂອງ ສປປ ລາວ ທີ່ມາຢ້ຽມຢາມ, ເຮັດວຽກ ແລະລົງນາມໃນບົດບັນທຶກການຮ່ວມມື.

ແຕ່ປີ 2022 ມາຮອດປະຈຸບັນ, ແຂວງເຊີນລາ ໄດ້ຈັດຕັ້ງການຕ້ອນຮັບ ແລະເຮັດວຽກກັບ 99 ຄະນະ, 1.672 ເທື່ອຄົນຈາກບັນດາແຂວງຂອງ ສປປ ລາວ ມາຢ້ຽມຢາມ, ເຮັດວຽກ, ຜ່ານແດນ ແລະກວດ, ປິ່ນປົວພະຍາດຢູ່ແຂວງເຊີນລາ; ສົ່ງ 90 ຄະນະ, 1.052 ເທື່ອຄົນໄປປະຕິບັດງານຢູ່ ສປປ ລາວ ເພື່ອຢ້ຽມຢາມ, ເຮັດວຽກ ແລະແລກປ່ຽນບົດຮຽນໃນຂົງເຂດຕ່າງໆ; ຈັດຕັ້ງການລົງນາມໃນຂໍ້ຕົກລົງສາກົນ 23 ສະບັບກັບຂະແໜງການ ແລະທ້ອງຖິ່ນຂອງ ສປປ ລາວ.

ນອກຈາກນັ້ນ, ແຂວງເຊີນລາ ພວມຮັກສາສາຍພົວພັນຮ່ວມມືກັບ 20 ອົງການຜູ້ຕາງໜ້າການທູດຕ່າງປະເທດຢູ່ຫວຽດນາມ, ລວມມີ: ອົດສະຕາລີ, ຍີ່ປຸ່ນ, ສ. ບຸນກາຣີ, ລາຊະອານາຈັກໂຮນລັງ, ລາຊະອານາຈັກນອກແວ, ລາຊະອານາຈັກແດນມາກ, ຊູແອັດ, ລາຊະອານາຈັກອັງກິດ ແລະໄອແລນເໜືອ, ສາທາລະນະລັດຝຣັ່ງ, ສາທາລະນະລັດສິງກະໂປ, ສາທາລະນະລັດອິນເດຍ, ສາທາລະນະລັດອິນໂດເນເຊຍ, ສາທາລະນະລັດ ປະຊາຊົນຈີນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ... ແລະປະມານ 30 ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ.

ທ່ານ ຫງວຽນວັນໄມ, ຮອງຫົວໜ້າພະແນກພົວພັນຕ່າງປະເທດແຂວງເຊີນລາ ໃຫ້ຮູ້ວ່າ ແຕ່ປີ 2022 ມາຮອດປະຈຸບັນ, ໄດ້ມີຄະນະຜູ້ແທນນັບຮ້ອຍຄົນມາເຮັດວຽກ, ສໍາຫຼວດ, ຄົ້ນຄວ້າ, ລົງທຶນ, ຜັນຂະຫຍາຍປະຕິບັດບັນດາລາຍການ, ໂຄງການຢູ່ແຂວງ. ຜ່ານບັນດາການເຮັດວຽກ, ໄດ້ແນະນໍາກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງ ແລະແລກປ່ຽນກ່ຽວກັບກາລະໂອກາດຮ່ວມມືລົງທຶນ, ເຊື່ອມຕໍ່ການສະໜອງ ແລະຄວາມຕ້ອງການກັບຄູ່ຮ່ວມມືຕ່າງປະເທດ. ປະຈຸບັນ, ເມືອງ Cheongdo ຂອງແຂວງ Gyeongsangbuk (ສ.ເກົາຫຼີ) ແລະບັນດາອົງການທີ່ກ່ຽວຂ້ອງຂອງແຂວງເຊີນລາ ພວມແລກປ່ຽນ, ເຫັນດີເປັນເອກະພາບກ່ຽວກັບຂໍ້ຕົກລົງຮ່ວມມືດ້ານແຮງງານຕາມລະດູການລະຫວ່າງແຂວງເຊີນລາ ແລະເມືອງ Cheongdo. ກົງຈັກການຈັດຕັ້ງຂອງສະຫະພັນມິດຕະພາບ (ສະມາຄົມຕິດຕໍ່ກັບຊາວຫວຽດນາມ ອາໄສຢູ່ ຕ່າງປະເທດ ແລະສະມາຄົມມິດຕະພາບ ຫວຽດນາມ-ລາວ) ໄດ້ຮັບການປັບປຸງ ແລະພັດທະນາ, ມາຮອດປະຈຸບັນມີຈຳນວນສະມາຊິກປະມານກວ່າ 6.000 ຄົນ.

ປີ 2025, ໜ້າທີ່ວຽກງານການພົວພັນຕ່າງປະເທດຂອງແຂວງເຊີນລາ ແມ່ນສືບຕໍ່ຍູ້ແຮງໃຫ້ຂຶ້ນສູ່ລະດັບສູງໃໝ່. ຜັນຂະຫຍາຍວຽກງານການພົວພັນຕ່າງປະເທດຂອງພັກ ສົມທົບກັບການທູດລັດ ແລະການທູດປະຊາຊົນ, ພິເສດແມ່ນເອົາໃຈໃສ່ເປັນພິເສດເຖິງສາຍພົວພັນຮ່ວມມືມິດຕະພາບແບບພິເສດກັບ 9 ແຂວງຂອງ ສປປ ລາວ, ອົງການຈັດຕັ້ງສາກົນ ແລະບັນດາອົງການຜູ້ຕາງໜ້າການທູດຕ່າງປະເທດ ປະຈໍາ ຫວຽດນາມ, ເປັນຂົວຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ການສຶກສາ, ການແພດ, ວິທະຍາສາດ ແລະໜູນຊ່ວຍປະຊາຊົນໃນແຂວງຜ່ານບັນດາລາຍການ, ໂຄງການ, ປະກອບສ່ວນຢ່າງແທດຈິງເຂົ້າໃນພາລະກິດພັດທະນາຂອງແຂວງ.

ຟື້ນຟູ, ພັດທະນາຂະແໜງທ່ອງທ່ຽວ ຫວຽດນາມ ໃນສະພາບການໃໝ່ ຟື້ນຟູ, ພັດທະນາຂະແໜງທ່ອງທ່ຽວ ຫວຽດນາມ ໃນສະພາບການໃໝ່

ເພື່ອກະຕຸ້ນ, ຟື້ນຟູການເຄື່ອນໄຫວດ້ານການທ່ອງທ່ຽວ, ທາງກະຊວງຈະສ້າງການວາງແຜນລະບົບທ່ອງທ່ຽວແຫ່ງຊາດ ແລະ ລາຍການພັດທະນາການທ່ອງທ່ຽວ ຫວຽດນາມ ໄລຍະ 2021 – 2026 ເພື່ອຍື່ນສະເໜີຕໍ່ນາຍົກລັດຖະມົນຕີ

ເສີມຂະຫຍາຍທ່າແຮງຂອງວຽກງານພົວພັນຕ່າງປະເທດປະຊາຊົນ ໃນສະພາບການໃໝ່ ເສີມຂະຫຍາຍທ່າແຮງຂອງວຽກງານພົວພັນຕ່າງປະເທດປະຊາຊົນ ໃນສະພາບການໃໝ່

ດ້ວຍບົດບາດເປັນຫົວເງື່ອນຂອງການເຄື່ອນໄຫວພົວພັນຕ່າງປະເທດ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ເປັນເຈົ້າການຮັບມືກັບສະພາບການໃໝ່, ປະດິດຄິດສ້າງໃນວຽກງານພົວພັນຕ່າງປະເທດ, ປະກອບສ່ວນຕັ້ງໜ້າພ້ອມກັບທ່ົວປະເທດປະຕິບັດສໍາເລັດໜ້າທີ່ “ຄວບຄູ່” ແມ່ນທັງຄວບຄຸມໂລກພະຍາດ ທັງພັດທະນາເສດຖະກິດ-ສັງຄົມ, ພ້ອມທັງໂຄສະນາພາບພົດຫວຽດນາມ ອອກທົ່ວໂລກ, ເພີ່ມພູນຄູນສ້າງ, ປັບປຸງນໍ້າໃຈມິດຕະພາບ ແລະການຮ່ວມມືສາກົນ. ນີ້ແມ່ນຄໍາຢັ້ງຢືນຂອງທ່ານນາງ ຫງວຽນເຟືອງງາ, ປະທານ VUFO ໃນການຕອບສໍາພາດຕໍ່ສື່ມວນຊົນຫວ່າງແລ້ວນີ້.

ເຫດການ