![]() | ຊຸກຍູ້ການພົບປະແລກປ່ຽນລຸ້ນໜຸ່ມ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງຫວຽດນາມ ແລະ ກຳປູເຈຍ |
![]() | ກວາງຫງາຍ, ໄທງວຽນ ໄດ້ຕ້ອນຮັບນັກສຶກສາລາວ ເຂົ້າຮຽນ |
Buổi gặp gỡ có sự tham dự của ông Nguyễn Hoàng Anh, Ủy viên Ban Chấp hành Trung ương Đảng Cộng sản Việt Nam, Chủ tịch Ủy ban Quản lý vốn Nhà nước, Chủ tịch Hội hữu nghị Việt Nam – Trung Quốc; ông Phan Anh Sơn, Chủ tịch Liên hiệp các tổ chức hữu nghị Việt Nam; cùng đại diện các nhân sĩ, cựu học sinh và lưu học sinh từng học tập tại Quảng Tây, Trung Quốc.
ໂດຍເຂົ້າຮ່ວມກອງປະຊຸມພົບປະມີທ່ານ ຫງວຽນຮວ່າງແອງ, ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານຄະນະກຳມະການຄຸ້ມຄອງທຶນແຫ່ງລັດ, ປະທານສະມາຄົມມິດຕະພາບ ຫວຽດນາມ - ຈີນ; ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ; ພ້ອມກັນກັບຜູ້ຕາງໜ້າບັນດາຜູ້ຊົງຄຸນວຸດທິ, ອະດີດນັກຮຽນ ແລະ ນັກສຶກສາທີ່ເຄີຍຮຽນຢູ່ກວາງຊີ, ປະເທດຈີນ.
![]() |
ພາບທີ່ກອງປະຊຸມ. ພາບ: Dinh Hoa |
ຝ່າຍຈີນ ມີການເຂົ້າຮ່ວມຂອງຄະນະຜູ້ແທນ ກວາງຊີ, ຈີນ ໂດຍທ່ານ Chen Gang, ເລຂາຄະນະພັກເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີ, ພ້ອມກັບທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ຮ່າເຫວີຍ ແລະ ຄະນະຜູ້ແທນຈຳນວນໜຶ່ງ.
ກ່າວຄຳປາໄສທີ່ການພົບປະ, ທ່ານ ຫງວຽນຮວ່າງແອງ ເນັ້ນໜັກວ່າ “ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ການສ້າງສາປະເທດຊາດ, ພັກ ແລະ ປະຊາຊົນ ຫວຽດນາມ - ຈີນ ຍາມໃດກໍ່ໃຫ້ການສະໜັບສະໜູນ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນອັນຍິ່ງໃຫຍ່. ໃນຊຸມປີ 50 ແລະ 60 ຂອງສະຕະວັດທີ 20, ໂດຍປະຕິບັດຄຳໝັ້ນສັນຍາຂອງປະທານ ເໝົາເຈີຕຸງ ແລະ ປະທານ ໂຮ່ຈິມິນ, ແຂວງກວາງຊີ ແມ່ນພື້ນຫລັງຂອງຫວຽດນາມ. ມີໂຮງຮຽນຫວຽດນາມ ຫຼາຍແຫ່ງໄດ້ຕັ້ງຢູ່ທີ່ນີ້, ບຳລຸງສ້າງຄວາມສາມາດໃຫ້ແກ່ຫວຽດນາມ ແລະ ໄດ້ຮັບການຊ່ວຍເຫຼືອຢ່າງຈິງໃຈຈາກລັດຖະບານ ແລະ ປະຊາຊົນ ຈີນ”.
ທ່ານຢືນຢັນວ່າ ສະມາຄົມມິດຕະພາບ ຫວຽດນາມ - ຈີນ ຈະສືບຕໍ່ມານະພະຍາຍາມຊຸກຍູ້ການແລກປ່ຽນ, ການຮ່ວມມືລະຫວ່າງ 2 ປະເທດ, ພິເສດແມ່ນບັນດາທ້ອງຖິ່ນຊາຍແດນ. ການເພີ່ມທະວີການພົວພັນກັບ ກວາງຊີ ບໍ່ພຽງແຕ່ປະກອບສ່ວນຍົກສູງຄວາມເຂົ້າໃຈເຊິ່ງກັນ ແລະ ກັນເທົ່ານັ້ນ, ຫາກຍັງເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາແບບຍືນຍົງອີກດ້ວຍ.
ທ່ານ Chen Gang ໄດ້ແບ່ງປັນວ່າ ທ່ານໄດ້ຮັບຟັງຫຼາຍເລື່ອງລາວກ່ຽວກັບປະທານ ໂຮ່ຈິມິນ ແລະ ການພົວພັນລະຫວ່າງ ຈີນ-ຫວຽດນາມ. ປະທານ ໂຮ່ຈີມິນ ແມ່ນຜູ້ນຳທີ່ຍິ່ງໃຫຍ່, ເປັນວິລະຊົນຂອງຊາດໃນດວງໃຈຂອງປະຊາຊົນສອງປະເທດ.
ທ່ານ Chen Gang ກໍ່ເນັ້ນໜັກວ່າ “ປະຫວັດສາດການພັດທະນາຂອງໂຮງຮຽນ ຢຸກຕ່າຍ ເກວ໋ເລີມ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາສະແດງໃຫ້ເຫັນນ້ຳໃຈມິດຕະພາບລະຫວ່າງ ຈີນ-ຫວຽດນາມ. ການພົບປະກັບບັນດາອະດີດນັກສຶກສາຂອງໂຮງຮຽນແມ່ນປະສົບການທີ່ມີຄ່າ ແລະ ເຕັມໄປດ້ວຍຄວາມໝາຍ”.
ທ່ານ Chen Gang ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການເພີ່ມພູນຄູນສ້າງການພົວພັນລະຫວ່າງສອງປະເທດ. ທຸກຄົນກໍ່ມີເລື່ອງລາວທີ່ຖືເປັນສຳຄັນ. ທ່ານຫວັງວ່າ ພວກເຂົາຈະສືບຕໍ່ແບ່ງປັນເພື່ອເຜີຍແຜ່ບັນດາຄຸນຄ່າອັນດີງາມ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ຈີນ-ຫວຽດນາມ.
ໂດຍຕາງໜ້າໃຫ້ອະດີດນັກຮຽນ, ທ່ານ ເຈີ່ນຊວນຮວ່າຍ, ອະດີດຜູ້ອຳນວຍການສະຖາບັນຟິຊິກສາດປະຕິບັດ, ສະຖາບັນວິທະຍາສາດຫວຽດນາມ, ເຄີຍເປັນນັກຮຽນຊັ້ນ ປ5 ຂອງໂຮງຮຽນເດັກຫວຽດນາມ ຢູ່ ເກວ໋ເລີມ, ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ຈີນ. ທ່ານກ່າວວ່າ "ພວກຂ້າພະເຈົ້າບໍ່ສາມາດລືມຊຸມປີທີ່ປະຊາຊົນ ຈີນ ໄດ້ເອົາໃຈໃສ່ຢ່າງສຸດຈິດສຸດໃຈ, 'ປັນເຂົ້າແບ່ງເສື້ອ' ເພື່ອໃຫ້ພວກຂາ້ພະເຈົ້າເຕີບໂຕຂຶ້ນໃນຄວາມຮັກແພງ. ເດັກນ້ອຍເຫຼົ່ານັ້ນຕໍ່ມາໄດ້ເຕີບໃຫຍ່ຂຶ້ນ, ກາຍເປັນຄົນທີ່ມີຄວາມສາມາດ. ໃນນັ້ນ, ມີນາຍທະຫານນັບຮ້ອຍຄົນ, ເຊິ່ງຫຼາຍຄົນໄດ້ກາຍເປັນການນຳສຳຄັນ, ນັກວິທະຍາສາດ, ນັກສິລະປິນ... ພວກເຂົາລ້ວນແຕ່ແມ່ນປັດໄຈ ເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ, ປັບປຸງການພົວພັນມິດຕະພາບ ຫວຽດນາມ - ຈີນ.
ທີ່ການພົບປະ, ບັນດາຜູ້ແທນ, ແຂກຮັບເຊີນໄດ້ຮັບຟັງບົດເລື່ອງລາວກ່ຽວກັບນ້ຳໃຈມິດຕະພາບ, ຄວາມຊົງຈຳໃນຂະບວນການຮ່ຳຮຽນຢູ່ ຈີນ ຂອງບັນດານັກຮຽນ ນັກສຶກສາ. ພວກເຮົາກໍ່ປາດຖະໜາຢາກໃຫ້ສາຍພົວພັນ ຫວຽດນາມ - ຈີນ ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ
![]() | ຍສໝ - ຕອນຄ່ຳວັນທີ 7 ທັນວາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ມີການພົບປະກັບເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ ກ່ອນທີ່ເດີນທາງໄປປະຕິບັດໜ້າທີ່. |
![]() | OneSky ໜູນຊ່ວຍການເບິ່ງແຍງ, ການສຶກສາເດັກຂັ້ນອະນຸບານຢູ່ບັນດາເຂດ-ກຸ່ມອຸດສາຫະກຳຢູ່ ກວາງນາມ. ຍສໝ - ຄະນະກຳມະການປະຊາຊົນແຂວງ ກວາງນາມ ຫາກໍອອກມະຕິສະບັບເລກທີ 1517/QD-UBND ລົງໃນວັນທີ 24 ມິຖຸນາ 2024 ອະນຸມັດບ້ວງເງິນໜູນຊ່ວຍກວ່າ 4,3 ຕື້ດົ່ງ ຈາກໂຄງການໜູນຊ່ວຍການເບິ່ງແຍງ, ການສຶກສາເດັກຂັ້ນອະນຸບານຢູ່ບັນດາເຂດອຸດສາຫະກຳ, ກຸ່ມອຸດສາຫະກຳໃນແຂວງ ກວາງນາມ ໂດຍອົງການ OneSky ອຸປະຖຳ. |
ມີງດຶກ