![]() | ເຮືອນລວມຂອງແມ່ຍິງ ຫວຽດນາມ ຢູ່ ຮົງກາລີ |
![]() | ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ ຮົງກາລີ |
ກ່າວຄຳປາໄສທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ບຸ່ຍເລຖາຍ ໃຫ້ຮູ້ວ່າ ຮົງກາລີ ແມ່ນປະເທດມີທີ່ຕັ້ງ ແລະ ບົດບາດສຳຄັນຢູ່ພາກພື້ນເອີລົບຕາເວັນອອກກາງ, ແມ່ນປະເທດທຳອິດໃນພາກພື້ນທີ່ ຫວຽດນາມ ໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມມືຮອບດ້ານໃນປີ 2018.
ການພົວພັນ ຫວຽດນາມ - ຮົງກາລີ ພວມຢູ່ໃນໄລຍະພັດທະນາຢ່າງດີງາມໃນທຸກຂົງເຂດ; ການນຳຂັ້ນສູງຂອງສອງປະເທດມາຢ້ຽມຢາມເຊິ່ງກັນ ແລະ ກັນເປັນປະຈຳ ແລະ ໄດ້ສ້າງຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງເລິກເຊິ່ງ.
ປີນີ້, ສອງປະເທດພວມສົມທົບກັນຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ຄາດວ່າຈະມີການຢ້ຽມຢາມຂັ້ນສູງ.
ທ່ານເອກອັກຄະລັດຖະທູດ ບຸ່ຍເລຖາຍ ປາດຖະໜາວ່າ ຈະໄດ້ຮັບໜູນຊ່ວຍ, ການຮ່ວມມືຂອງຄະນະການທູດ, ນຳໜ້າແມ່ນຫົວໜ້າຄະນະການທູດ ເພື່ອສຳເລັດໜ້າທີ່ຂອງຕົນໃນໄລຍະດຳລົງຕຳແໜ່ງ; ພ້ອມກັນນັ້ນ, ພວກເຮົາກໍ່ພ້ອມແລ້ວທີ່ຈະຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດຄະນະການທູດ ເພື່ອແນໃສ່ເພີ່ມທະວີການສົມທົບ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງບັນດາສະມາຊິກ.
ຫົວໜ້າຄະນະການທູດ ປະຈຳ ຮົງກາລີ ໄດ້ຊົມເຊີຍທ່ານເອກອັກຄະລັດຖະທູດ ຮົງກາລີ ໄດ້ແຈ້ງສານຕາຕັ້ງໃຫ້ປະທານາທິບໍດີ ຮົງກາລີ ແລະ ອວຍພອນທ່ານເອກອັກຄະລັດຖະທູດ ຖາຍ ທີ່ເຂົ້າຮ່ວມຄະນະການທູດຢູ່ ຮົງກາລີ.
![]() |
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮົງກາລີ ບຸ່ຍເລຖາຍ ໄດ້ພົບປະ ແລະ ແລກປ່ຽນກັບ ນັກການທູດສຳນັກ ວາຕີກັງ. |
ໃນສະພາບການພົວພັນລະຫວ່າງລັດ ຫວຽດນາມ ແລະ ສຳນັກວາຕີກັງ ມີຫຼາຍບາດກ້າວພັດທະນາຢ່າງຕັ້ງໜ້າ, ທ່ານ Michael W BANACH ປາດຖະໜາວ່າ 2 ຝ່າຍຈະສ້າງຕັ້ງການພົວພັນທາງການທູດໂດຍໄວ ແລະ ສັນທະປະປາ Francis ຈະໄປຢ້ຽມຢາມ ຫວຽດນາມ. ທ່ານໃຫ້ຄຳໝັ້ນສັນຍາດ້ວຍຖານະເປັນຫົວໜ້າຄະນະການທູດ, ພ້ອມທັງເປັນນັກການທູດສຳນັກວາຕີກັງ ຈະສົມທົບກັນຢ່າງແໜ້ນແຟ້ນກັບສະຖານທູດ ແລະ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮົງກາລີ ເພື່ອຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ຮຸງກາຣີ ກໍ່ຄືລະຫວ່າງ ຫວຽດນາມ ແລະ ສຳນັກວາຕີກັງ.
![]() | ປະທານສະພາແຫ່ງຊາດ ໃຫ້ກຽດຕອນຮັບຮອງປະທານສະພາແຫ່ງຊາດ ສ.ຮົງກາລີ ໃນວັນທີ 21 ມັງກອນ 2019 ຢູ່ສະພາແຫ່ງຊາດ ສປປ ລາວ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງທ່ານ ອິສທວານ ຈໍກອບ ຮອງປະທານສະພາແຫ່ງຊາດ ສ.ຮົງກາລີ ພ້ອມດ້ວຍຄະນະ ໃນໂອກາດທີ່ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນທີ ... |
![]() | ຮອງນາຍົກລັດຖະມົນຕີ ຕ້ອນຮັບ ຮອງປະທານສະພາແຫ່ງຊາດ ສ.ຮົງກາລີ ໃນວັນທີ 21 ມັງກອນ 2019 ຢູ່ ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ອິສທວານ ຈໍກອບ ຮອງປະທານສະພາແຫ່ງຊາດ ສ.ຮົງກາລີ ພ້ອມດ້ວຍຄະນະ ໃນໂອກາດທີ່ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນທີ 20-23 ... |
ແທັງຮັ່ງ