ຍສໝ - ວັນທີ 4 ກຸມພາ, ຢູ່ນະຄອນຫຼວງວຽງຈັນ (ລາວ), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ໄດ້ມີການພົບປະເຮັດວຽກກັບທ່ານ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ. ສອງຝ່າຍ ໄດ້ຢັ້ງຢືນບົດບາດຂອງໄວໜຸ່ມໃນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ຫວຽດນາມ-ລາວ, ພ້ອມທັງປຶກສາຫາລືບັນດາການເຄື່ອນໄຫວຮ່ວມມືທີ່ສໍາຄັນໃນໄລຍະ 2022-2027, ໃນນັ້ນມີການໂຄສະນາເຜີຍແຜ່, ບຳລຸງສ້າງ, ພົບປະແລກປ່ຽນ ແລະ ພັດທະນາທັກສະຊາວໜຸ່ມໃນຍຸກດີຈີຕອນ.
ຍສໝ - ໃນລະຫວ່າງວັນທີ 3-5 ກຸມພາ, ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໄປຢ້ຽມຢາມນິວຊີແລນ ຕາມລາຍການ “ແຂກເຊື້ອເຊີນອາຊຽນ ຂອງນາຍົກລັດຖະມົນຕີນິວຊີແລນ”.
ຍສໝ - ອີງຕາມຂໍ້ຕົກລົງຮ່ວມມືລະຫວ່າງຄະນະກຳມະການປະຊາຊົນແຂວງບັກຢາງ ແລະອໍານາດການປົກຄອງແຂວງໄຊສົມບູນ ໄລຍະ 2021-2025, ອີງຕາມຂໍ້ສະເໜີຂອງແຂວງໄຊສົມບູນ ແລະໃບສະເໜີຂອງພະແນກການຕ່າງປະເທດ. ປີ 2025, ຄະນະກຳມະການປະຊາຊົນແຂວງບັກຢາງ ຈະຈັດສົ່ງຄູສອນອາສາສະໝັກ 1 ຄົນໄປສອນພາສາຫວຽດນາມ ໃຫ້ພະນັກງານ, ລັດຖະກອນຢູ່ແຂວງໄຊສົມບູນ ໃນໄລຍະ 3 ເດືອນ.
ໃນຂະບວນການນີ້, ສູນກາງນຳໜ້າໃນການປະຕິບັດ, ສ້າງແບບຢ່າງເພື່ອໃຫ້ທ້ອງຖິ່ນສັງເກດ, ຮໍ່າຮຽນ ແລະຜັນຂະຫຍາຍ, ສ້າງກຳລັງໜູນສໍາຄັນຊ່ວຍຫວຽດນາມ ສືບຕໍ່ນຳພາກິດຈະການປ່ຽນແປງໃໝ່, ຮັບປະກັນຄວາມໄວຂອງການພັດທະນາ ແລະກ້າວໜ້າຢ່າງໝັ້ນຄົງໃນຊຸມປີຕໍ່ໜ້າ. ນີ້ແມ່ນຂໍ້ສັງເກດຂອງການນຳຂັ້ນສູງ ແລະນັກຄຸ້ມຄອງລາວ ໃນການສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ຢູ່ນະຄອນຫຼວງວຽງຈັນ.
ຍສໝ - ການນຳ ສປຊ ປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ສວມບົດບາດຢ່າງຕັ້ງໜ້າເຂົ້າໃນບັນດາກົນໄກຂອງກຸ່ມນັກຊ່ຽວຊານວິທະຍາສາດ ແລະການສົນທະນາກ່ຽວກັບການຄຸ້ມຄອງ AI ຂອງອົງການຈັດຕັ້ງຫຼາຍຝ່າຍໃຫຍ່ທີ່ສຸດໃນໜ່ວຍໂລກ.
ຍສໝ - ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ລາວ ສະເໜີໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນໃນທົ່ວປະເທດ ເພີ່ມທະວີການຜະລິດພືດ ແລະ ເຄື່ອງປ່າຂອງດົງ ເພື່ອຍົກສູງປະລິມານການສົ່ງອອກ ແລະ ຫຼຸດຜ່ອນປະລິມານການນຳເຂົ້າ.
ຍສໝ - ສະຫາຍເລຂາທິການໃຫຍ່ ໂຕເລິມ ຢືນຢັນຫຼັກໝັ້ນຂອງຫວຽດນາມ ໃນການສະໜັບສະໜູນບັນດາມະຕິຂອງສະພາສະຫະປະຊາຊາດ ໃນການຮຽກຮ້ອງໃຫ້ຢຸດຕິການຂວ້ຳບາດຕໍ່ ກູບາ ຄືນໃໝ່.
ຍສໝ - ວັນທີ 3 ກຸມພາ, ຢູ່ນະຄອນຫຼວງ ມົດສະກູ, ສະຖານທູດຫວຽດນາມ ປະຈໍາ ສະຫະພັນ ລັດເຊຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3-2-1930 / 3-2-2025), ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ລາວ ໄດ້ສໍາພາດສະຫາຍ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ຮອງປະທານປະເທດແຫ່ງ ສປປ ລາວ ກ່ຽວກັບການກຳເນີດຂອງພັກກອມມູນິດຫວຽດນາມ ກໍ່ຄືບົດບາດຂອງພັກກອມມູນິດຫວຽດນາມ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັງ, ຈັກກະພັດ ອາເມລິກາ ແລະບົດບາດຂອງພັກກອມມູນິດຫວຽດນາມ ໃນກິດຈະການປ່ຽນແປງໃໝ່ຂອງປະເທດຊາດໃນປະຈຸບັນ.
ຍສໝ - ວັນທີ 23 ມັງກອນ ຢູ່ຮ່າໂນ້ຍ, ທ່ານ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຕະກວາງໂດ່ງ ມີການເຮັດວຽກກັບທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນ ລັດເຊຍ ປະຈຳ ຫວຽດນາມ Gennady Bezdetko. 2 ຝ່າຍໄດ້ປຶກສາຫາລືກ່ຽວກັບສະພາບການຮ່ວມມືດ້ານວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ - ສະຫະພັນ ລັດເຊຍ ໃນປີ 2024 ແລະ ກຳນົດທິດຮອດປີ 2025, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ.
ທ່ານເລຂາທິການໃຫຍ່ Antonio Guterres ໄດ້ສົ່ງຄຳອວຍພອນອັນດີງາມເຖິງທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝິ້ນ ແລະປະຊາຊົນຫວຽດນາມ.
ບ້ານເຊຊາບຕັ້ງຢູ່ແຄມພູ. ແຕ່ລະເທື່ອ, ເມື່ອຮູ້ວ່າຄະນະປະຕິບັດງານຈາກຄ້າຍທະຫານຊາຍແດນເຍິມ ມາຢ້ຽມຢາມ, ອໍານາດການປົກຄອງ ແລະປະຊາຊົນກໍ່ໄປຕົ້ນເສັ້ນທາງບ້ານເພື່ອຕ້ອນຮັບດ້ວຍກອດ ແລະຈັບມືກັນຢ່າງແໜ້ນແຟ້ນ.
ຍສໝ - ຕາມບົດລາຍງານຂອງຄະນະປະສານງານການອຸປະຖຳປະຊາຊົນ (ພາຍໃຕ້ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ), ໃນປີ 2024, ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ສືບຕໍ່ຕັ້ງໜ້າໜູນຊ່ວຍ, ຊ່ວຍເຫຼືອ ຫວຽດນາມ ບັນລຸບັນດາຜົນງານອັນໃຫຍ່ຫຼວງໃນຂະບວນການຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາເສດຖະກິດ - ສັງຄົມ. ບັນດາລາຍການ, ໂຄງການຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດໄດ້ກວມເອົາຫລາຍຂົງເຂດເຊັ່ນ: ການແພດ, ການສຶກສາ, ການພັດທະນາເສດຖະກິດ, ການແກ້ໄຂບັນຫາສັງຄົມ, ຊັບພະຍາກອນ, ສິ່ງແວດລ້ອມ, ຕ້ານການປ່ຽນແປງຂອງດິນຟ້າອາກາດ... ແລະ ໄດ້ຜັນຂະຫຍາຍໃນທົ່ວ 63 ແຂວງ, ນະຄອນໃນທົ່ວປະເທດ. ຄາດຄະເນມູນຄ່າປ່ອຍເງິນຈາກບັນດາລາຍການ ແລະ ໂຄງການໂດຍບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດຜັນຂະຫຍາຍ ບັນລຸປະມານ 230 ລ້ານ USD. ນີ້ແມ່ນຄວາມມານະພະຍາຍາມອັນໃຫຍ່ຫຼວງຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດໃນສະພາບທີ່ໂລກພວມປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ໄດ້ປ່ຽນແປງບັນດາຍຸດທະສາດ ...
ຍສໝ - ນັ້ນແມ່ນຄວາມມຸ່ງມາດປາດຖະໜາ ແລະ ກະທຳຂອງອົງການ Catholic Relief Services (CRS) ທີ່ໄດ້ມີຫຼາຍໂຄງການໜູນຊ່ວຍຄົນພິການຫວຽດນາມ ໃນຫຼາຍປີມານີ້.
ທ່ານ ດົ່ງຮຸຍເກື່ອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ
ປີ 2024, ດ້ວຍການກຳນົດທິດ ແລະ ບັນດາຈຸດສຸມວຽກງານທີ່ໄດ້ວາງອອກໃນຕົ້ນປີ, ພາຍໃຕ້ການຊີ້ນຳຂອງພັກ ແລະ ລັດ, ການແນະນຳ ແລະ ການສົມທົບຂອງບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ການສະໜັບສະໜູນຂອງເພື່ອນມິດ, ຄູ່ຮ່ວມມື, ທັງໝົດລະບົບສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຕັດສິນໃຈ, ສາມັກຄີ ແລະ ມານະພະຍາຍາມ ເພື່ອບັນລຸໄດ້ບັນດາໝາກຜົນຢ່າງຕັ້ງໜ້າ, ໂດດເດັ່ນແມ່ນໃນການ “ປັບປຸງ ແລະ ກໍ່ສ້າງກົງຈັກການຈັດຕັ້ງ” ແລະ “ປ່ຽນແປງໃໝ່ຈິນຕະນາການ, ວິທີການເຂົ້າເຖິງ, ເນື້ອໃນ ແລະ ແບບວິທີການເຄື່ອນໄຫວ”.
ຍສໝ - ເດືອນກັນຍາ 2024, ພາຍຸເລກທີ 3 ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ບັນດາແຂວງພາກເໜືອຂອງ ຫວຽດນາມ. ໃນທ່າມກາງການສູນເສຍ, ຄວາມໂສກເສົ້າ, ນ້ຳໃຈມະນຸດປະກາຍແຈ້ງບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງຈາກເພື່ອນມິດສາກົນ, ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແລະ ປະຊາຄົມຊາວ ຫວຽດນາມ ໃນຫ້າທະວີບ.
ຍສໝ - ສິ້ນສຸດປີທີ່ມີການເຄື່ອນໄຫວນັບພັນວຽກງານການຕ່າງປະເທດຢູ່ພາຍໃນ ແລະ ຕ່າງປະເທດ, ບັນດາຄູ່ຮ່ວມມື, ເພື່ອນມິດສາກົນ ໄດ້ຕີລາຄາສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ຄືແນວໃດ ແລະ ເຂົາປາດຖະໜາ ແລະ ມີຂໍ້ສະເໜີໃດແດ່ຕໍ່ VUFO ໃນອະນາຄົດ?
ຍສໝ - ໃນປີ 2024, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ວາງອອກບັນດາເປົ້າໝາຍທີ່ຖືວ່າມີຄວາມຫວັງສູງຫຼາຍກວ່າເມື່ອທຽບກັບແຫຼ່ງກຳລັງໃນປະຈຸບັນ. ດ້ວຍການຕັດສິນໃຈດ້ານການເມືອງ, ຄວາມມານະພະຍາຍາມ ແລະ ຄວາມສາມັກຄີຮ່ວມແຮງຮ່ວມໃຈຂອງທົ່ວລະບົບ, ພວກເຮົາບັນລຸໄດ້ຜົນສຳເລັດທີ່ເຕັມໄປດ້ວຍຄວາມປະທັບໃຈ.
ການພົວພັນແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ໃນໄລຍະຜ່ານມານັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.
ຍສໝ - ນີ້ແມ່ນບັນດາເຮືອນທີ່ອົງການ Habitat ຫວຽດນາມ ອຸປະຖຳຮ່ວມໃຫ້ຄອບຄົວທຸກຍາກຊາວຫວຽດນາມ ທີ່ປະສົບກັບຄວາມຫຍຸ້ງຍາກ 19.000 ຄອບຄົວໃນໄລຍະ 20 ປີຜ່ານມາ.
ຍສໝ - ສະຫະພັນບັນດາອົງການມິດຕະພາບແຂວງ ດົ່ງທາບ ຫາກໍ່ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນ ລັດເຊຍ ແຂວງ ແລະ ວິທະຍາໄລຊຸມຊົນ ດົ່ງທາບ ຈັດຕັ້ງການພົບປະສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສະຫະພັນ ລັດເຊຍ.
ຍສໝ - ປັບປຸງກົງຈັກການຈັດຕັ້ງ, ບຳລຸງສ້າງຖັນແຖວພະນັກງານ ແລະ ປ່ຽນແປງໃໝ່ຢ່າງປະດິດຄິດສ້າງໃນແຕ່ລະການເຄື່ອນໄຫວແມ່ນ 3 ໜ້າທີ່ຈຸດສຸມຂອງສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ (HAUFO) ໃນປີ 2025. ນັ້ນແມ່ນຄຳເຫັນຊີ້ນຳຂອງທ່ານຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ດົງຮຸຍເກື່ອງ ຊີ້ນຳຢູ່ກອງປະຊຸມສະຫຼຸບປີຂອງ HAUFO ທີ່ຈັດຂຶ້ນໃນວັນທີ 17 ມັງກອນ.
ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ແລະ ທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ Jean-Pierre Lacroix ໄດ້ເປັນເອກະພາບເພີ່ມທະວີການຮ່ວມມືໃນຂົງເຂດຮັກສາສັນຕິພາບ, ໃຫ້ບຸລິມະສິດຍົກສູງອັດຕາສ່ວນພະນັກງານ, ນັກຮົບຍິງ.
ຍສໝ - ຕອນເຊົ້າວັນທີ 18 ມັງກອນນີ້, ຢູ່ສວນສາທາລະນະມິດຕະພາບ ສວາຍງ່ວນ (ຫວ້ຍງ່ວນ - ທາງແຍກ ຮ່ວາງຊາ - ເລວັນເລືອງ - ເລືອງຫຶວແຂງ, ຕາແສງ ເຖາະກວາງ, ເມືອງ ເຊີນຈ່າ, ນະຄອນ ດ່າໜັງ)ໄດ້ດຳເນີນພິທີປູກຕົ້ນໄມ້ມິດຕະພາບ. ເຫດການດັ່ງກ່າວແມ່ນຢູ່ໃນຂອບເຂດຂອງລາຍການເວທີປາໄສ ບັນດານະຄອນ ມິດຕະພາບຮ່ວມມື ຈັດຂຶ້ນໂດຍ ຄະນະກຳມະການ ປະຊາຊົນ ນະຄອນດ່າໜັງ.
ຍສໝ - ຕອນເຊົ້າວັນທີ 19 ມັງກອນ 2025, ພີ່ນ້ອງຊາວຫວຽດນາມ ຢູ່ຕ່າງປະເທດ 8 ກົມກອງລວມໝູ່ ແລະ 18 ບຸກຄົນ ໄດ້ຮັບການຍ້ອງຍໍຈາກ ຄະນະບໍລິຫານງານສູນກາງແນວໂຮມປະເທດຊາດ ຫວຽດນາມ ຍ້ອນໄດ້ມີປະກອບສ່ວນຢ່າງແທດຈິງເຂົ້າໃນວຽກງານສ້າງສາ , ເຕົ້າໂຮມ ແລະ ສາມັກຄີວົງຄະນະຍາດ.
ຍສໝ - ໃນລາຍການ, ບັນດານັກສຶກສາສາກົນມາຈາກຫຼາຍປະເທດເຊັ່ນ: ເຢຍລະມັນ, ແບນຊິກ, ຍີ່ປຸ່ນ, ສ.ເກົາຫຼີ, ຈີນ ... ໄດ້ຮັບການແນະນຳບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງບຸນປີໃໝ່ປະຈຳຊາດ ຫວຽດນາມ, ໄດ້ລອງກຳລັງແຮງໃນບັນດາການລະຫຼິ້ນພື້ນເມືອງ, ຢ້ຽມຊົມບັນດາຮ້ານຂາຍເຄື່ອງຢູ່ຕະຫຼາດນັດຊົນນະບົດ, ໄດ້ຊິມລົດຊາດອາຫານບັນດາເຍື່ອງອາຫານພື້ນເມືອງໃນຍາມບຸນປີໃໝ່ ຫວຽດນາມ, ປະສານເຂົ້າກັບບັນດາຈັງຫວະເພງມ່ວນຊື່ນທີ່ເຕັມໄປດ້ວຍສີສັນລະດູບານໃໝ່.
ຍສໝ - ວັນທີ 20 ມັງກອນນີ້, ສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ແລະ ສະມາຄົມຊາວ ສ.ເກົາຫຼີ ຢູ່ນະຄອນ ຫ່າຍຟ່ອງ ໄດ້ຈັດງານພົບປະແລກປ່ຽນມິດຕະພາບ ຫວຽດນາມ - ສ.ເກົາຫຼີ ແລະ ເປີດຕົວສະໂມສອນວິສາຫະກິດ ຫວຽດນາມ - ສ.ເກົາຫຼີ ນະຄອນ ຫ່າຍຟ່ອງ.
ຍສໝ - ວັນທີ 13 ມັງກອນ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ຈັດຕັ້ງກອງປະຊຸມຄະນະບໍລິຫານງານ ຄັ້ງທີ 2, ຊຸດທີ 5 ເພື່ອສະຫຼຸບ, ຕີລາຄາວຽກງານໃນປີ 2024 ແລະ ວາງອອກທິດທາງ, ໜ້າທີ່ໃນປີ 2025.
ຍສໝ - ຄະນະກຳມະການປະຊາຊົນແຂວງ ແທງຮວ່າ ຫາກໍ່ໄດ້ອອກມະຕິເລກທີ 98/QD-UBND ກ່ຽວກັບການມອບຮັບ ແລະ ບຳລຸງສ້າງນັກສຶກສາຕ່າງປະເທດ 58 ຄົນທີ່ມາຈາກແຂວງ ຫົວພັນ, ສປປ ລາວ ໃນສົກຮຽນ 2024-2025.
ຍສໝ - ນີ້ແມ່ນໜຶ່ງໃນບັນດາທິດທາງ, ໜ້າທີ່ປີ 2025 ຂອງສະມາຄົມມິດຕະພາບ ຫວຽດນາມ - ການາດາ (ສະມາຄົມ) ໄດ້ເປັນເອກະພາບນຳບັນດາສະມາຊິກສະມາຄົມໃນກອງປະຊຸມສະຫລຸບວຽກງານປີ 2024 ແລະ ທິດທາງວຽກງານປີ 2025 ໃນວັນທີ 16 ມັງກອນ ຢູ່ຮ່າໂນ້ຍ.