ເປີດ​ຕົວ​ປຶ້ມ​ສອງ​ພາສາ ​ຫວຽດນາມ-ອັງກິດ ​ກ່ຽວ​ກັບ​ຄວາມ​ງາມ, ວັດທະນະທຳ​ຂອງ ​ຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈິ​ມິນ

20:56 | 23/02/2025

ຍສໝ - ຊຸດປຶ້ມບັນທຶກການທ່ອງທ່ຽວສອງພາສາ ຮ່າໂນ້ຍ - ໄຊງ່ອນ ເປັນຊຸດປຶ້ມທີ່ເປັນເອກະລັກສະເພາະ ສົມທົບລະຫວ່າງປັດໄຈບັນທຶກການທ່ອງທ່ຽວ ແລະ ກາຕູນ, ນຳການເດີນທາງທີ່ໜ້າຕື່ນເຕັ້ນໃນການຄົ້ນຫາຄວາມງາມ ແລະ ວັດທະນະທຳທີ່ເປັນເອກະລັກຂອງ 2 ນະຄອນທີ່ມີຊື່ສຽງທີ່ສຸດຂອງ ຫວຽດນາມ ຄື: ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ໄປສູ່ຜູ້ອ່ານ.

ບຸນໄຫວ້ສິບຫ້າຄໍ່າ ​ເດືອນຈຽງ - ຄວາມ​ງາມ​ຂອງ​ວັດ​ທະ​ນະ​ທໍາ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ​
ພາສາ ແລະ ດົນຕີ ສ້າງຂົວເຊື່ອມຕໍ່ວັດທະນະທຳ ຫວຽດນາມ - ຍີ່ປຸ່ນ
Bộ sách Hà Nội - Sài Gòn du ký gồm 10 tập giới thiệu đến bạn đọc nhỏ tuổi các địa danh lịch sử - văn hóa nổi bật của Hà Nội và Sài Gòn (Ảnh: Sbooks). ຊຸດປຶ້ມບັນທຶກການທ່ອງທ່ຽວ ຮ່າໂນ້ຍ - ໄຊງ່ອນ ລວມມີ 10 ເຫຼັ້ມແນະນຳໃຫ້ຜູ້ອ່ານໄວໜຸ່ມກ່ຽວກັບບັນດາສະຖານທີ່ປະຫວັດສາດ, ວັດທະນະທຳທີ່ພົ້ນເດັ່ນຂອງ ຮ່າໂນ້ຍ ແລະ ໄຊງ່ອນ (ພາບ: Sbooks).

ຊຸດປຶ້ມບັນທຶກການທ່ອງທ່ຽວ ຮ່າໂນ້ຍ - ໄຊງ່ອນ ລວມມີ 10 ເຫຼັ້ມ ແນະນຳກ່ຽວກັບບັນດາສະຖານທີ່ປະຫວັດສາດ, ວັດທະນະທຳທີ່ພົ້ນເດັ່ນຂອງ ຮ່າໂນ້ຍ ແລະ ໄຊງ່ອນ ໃຫ້ຜູ້ອ່ານເດັກ (ພາບ: Sbooks).

ເພື່ອ​ຕອບສະໜອງ​ຫົວ​ຂໍ້ ພູເຂົາແມ່ນໍ້າທີ່ເຕັມໄປດ້ວຍດອກໄມ້ນາໆພັນ, ມ່ວນຊື່ນກັບລະດູໃບໄມ້ປົ່ງ ຂອງງານ​ບຸນ ​ຖະໜົນ​ປຶ້ມ ບຸນປີໃໝ່ ປີມະເສັງ 2025 ຊຸດ​ປຶ້ມ​ກາຕູນບັນທຶກການທ່ອງທ່ຽວສອງ​ພາສາ ຮ່າ​ໂນ້ຍ - ​ໄຊ​ງ່ອນ ​ໄດ້​ເປີດຕົວອອກສູ່ຜູ້ອ່ານແລ້ວ.

ຊຸດປຶ້ມບັນທຶກການທ່ອງທ່ຽວສອງພາສາ ຮ່າໂນ້ຍ - ໄຊງ່ອນ ສົມທົບກັບປັດໄຈ ບັນທຶກການທ່ອງທ່ຽວ ແລະ ກາຕູນ, ນຳການເດີນທາງທີ່ໜ້າຕື່ນເຕັ້ນໃນການຄົ້ນຫາຄວາມງາມ ແລະ ວັດທະນະທຳທີ່ເປັນເອກະລັກຂອງ 2 ນະຄອນທີ່ມີຊື່ສຽງທີ່ສຸດຂອງ ຫວຽດນາມ ຄື: ຮ່າໂນ້ຍ ແລະ ໄງ່ອນ ໄປສູ່ຜູ້ອ່ານ.

ປຶ້ມແຕ່ລະໜ້າມີຮູບພາບທີ່ລະອຽດລະອໍ, ອ່ອນໂຍນ, ພາຜູ້ອ່ານໄປແຕ່ມູມຖະໜົນເກົ່າຂອງ ຮ່າໂນ້ຍ, ກິດຈະກຳປະຫວັດສາດ ໄປຈົນເຖິງຖະໜົນທີ່ຄຶກຄັກຂອງ ໄຊງ່ອນ, ດ້ວຍບັນດາຮ່ອງຮອຍທີ່ເປັນເຄື່ອງໝາຍຂອງການຕໍ່ສູ້.

ຊຸດປຶ້ມບັນທຶກການທ່ອງທ່ຽວສອງພາສາ ຮ່າໂນ້ຍ - ໄຊງ່ອນ ແມ່ນປະຕູເປີດໃຫ້ໄວໜຸ່ມ, ພິເສດແມ່ນບັນດາເດັກນ້ອຍ, ເດີນທາງຜ່ານແຕ່ລະຕົວໜັງສື, ແຕ່ລະຮູບພາບ. ເມື່ອອ່ານປຶ້ມຊຸດນີ້, ຜູ້ອ່ານຈະຈື່ຈໍາວັນເວລາໃນໄວເດັກຂອງເຂົາເຈົ້າ, ມືຖືປຶ້ມກະຕູນຫົວໜຶ່ງ ແລະ ຫຼົງໄຫຼໃຝ່ຝັນກ່ຽວກັບສະຖານທີ່ຫ່າງໄກ. ນັ້ນ​ແມ່ນ​ພະລັງ​ຂອງ​ປຶ້ມ: ບໍ່​ພຽງ​ແຕ່​ບອກເລົ່າ​ເລື່ອງ​ລາວ​ເທົ່າ​ນັ້ນ ແຕ່ຍັງ​ພາ​ພວກເຮົາ​ໄປໄດ້ໄກ​ຕື່ມ​ອີກ, ​ເຂົ້າ​ໃຈ​ເລິກເຊິ່ງກ່ຽວກັບຄົນ, ວັດທະນະທຳ ​ແລະ​ ເລື່ອງ​ລາວເບື້ອງຫຼັງຂອງ​ແຕ່ລະ​ບ່ອນ​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ.

ປຶ້ມບັນທຶກການທ່ອງທ່ຽວ​ ຮ່າ​ໂນ້ຍ - ໄຊ​ງ່ອນ ​ແມ່ນ​ຂອງຂວັນ​ທີ່​ມີ​ຄວາມ​ໝາຍໃຫ້ແກ່ບັນດາຂັ້ນ​ພໍ່​ແມ່​ຜູ້​ປົກຄອງທີ່​ພວມ​ຊອກ​ຫາ​ປຶ້ມ​ສຶກສາ​ໃຫ້​ລູກ​ຫຼານ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຄົ້ນ​ພົບ​ບັນດາ​ສະຖານ​ທີ່​ທີ່​ມີ​ຊື່​ສຽງ, ຮຽນ​ຮູ້​ຕື່ມກ່ຽວກັບປະຫວັດສາດ ​ແລະ ວັດທະນະທຳ ຫວຽດນາມ ​ໂດຍ​ຜ່ານ​ພາສາ​ ຫວຽດນາມ - ອັງກິດ.

ຊາວ​ຫວຽດນາມ ອາໄສຢູ່ອາ​ເມ​ລິ​ກາ ໄດ້​ບໍລິຈາກປີ້ມມີຄ່າປະມານ 2,7 ຕື້​ດົ່ງ​ໃຫ້​ມະຫາວິທະຍາ​ໄລ​ສັບພະວິຊານະຄອນ​ໂຮ່ຈິ​ມິນ

ຊາວ​ຫວຽດນາມ ອາໄສຢູ່ອາ​ເມ​ລິ​ກາ ໄດ້​ບໍລິຈາກປີ້ມມີຄ່າປະມານ 2,7 ຕື້​ດົ່ງ​ໃຫ້​ມະຫາວິທະຍາ​ໄລ​ສັບພະວິຊານະຄອນ​ໂຮ່ຈິ​ມິນ

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ຢູ່​ມະຫາວິທະຍາ​ໄລ​ສັບພະວິຊານະຄອນ​ໂຮ່ຈິ​ມິນ - ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ໄດ້​ຈັດ​ພິທີ​ຮັບ​ປຶ້ມ​ໂດຍ​ທ່ານ​ດຣ ຫວໍ​ຕາເ​ວີນ, ຊາວ​ຫວຽດນາມ ອາໄສຢູ່ອາ​ເມ​ລິ​ກາ. ນີ້​ແມ່ນ​ປຶ້ມ​ທີ່​ນຳ​ເຂົ້າ​ຈາກ​ປະ​ເທດ​ຍີ່​ປຸ່ນ, ​ໃນ​ນັ້ນ​ມີ​ປຶ້ມ​ໃນ​ຂົງ​ເຂດ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ. ເນື້ອໃນຂອງປື້ມແມ່ນຕັ້ງແຕ່ເຕັກໂນໂລຢີທີ່ທັນສະໄຫມເຊັ່ນ: ຖານຂໍ້ມູນແລະເຕັກໂນໂລຢີຂໍ້ມູນຂ່າວສານ, ໄປຫາສາຂາວິຊາສະເພາະເຊັ່ນ: ອຸນຫະພູມ, ກົນຈັກແຂງແລະໂຄງສ້າງ.

ນະຄອນ ​ໂຮ່ຈິ​ມິນ ສ້າງ “ໂອກາດ​ທອງ” ​ໃຫ້​ບັນດາ​ວິ​ສາ​ຫະກິດ ອິດສະຣາ​ແອນ ລົງທຶນ, ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ

ນະຄອນ ​ໂຮ່ຈິ​ມິນ ສ້າງ “ໂອກາດ​ທອງ” ​ໃຫ້​ບັນດາ​ວິ​ສາ​ຫະກິດ ອິດສະຣາ​ແອນ ລົງທຶນ, ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ

ຍສໝ - ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ ໂຮ່ຈິ​ມິນ ຫງວຽນ​ວັນ​ຢຸງ ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 76 ປີ​ແຫ່ງ​ວັນ​ເອກະລາດ​ແຫ່ງ​ຊາດ ອິດສະຣາ​ແອນ (14 ພຶດສະພາ 1948 – 14 ພຶດສະພາ 2024) ໂດຍສະຖານທຸດ ອິດສະຣາ​ແອນ ປະຈຳ ຫວຽດນາມ ຈັດຕັ້ງຢູ່​ນະຄອນ ​ໂຮ່ຈິ​ມິນ ໃນ​ຕອນ​ຄ່ຳ​ວັນ​ທີ 18 ມິຖຸນາ​.

ທອງມີ ສີຫາວົງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ