ຮັກສາຄວາມສະຫງົບຢູ່ເຂດຊາຍແດນຫວຽດນາມ-ລາວ

20:00 | 09/02/2025

ຍສໝ - ຢູ່ສາຍພູຜາຫຼວງໃຫຍ່ໂຕມະໂຫຖານທີ່ປົກຄຸມດ້ວຍນ້ຳໝອກນັ້ນ, ບັນດາທະຫານຊາຍແດນຍາມໃດກໍ່ຮັກສາເຈດຈຳນົງ, ຮັດແໜ້ນນ້ຳໃຈສາມັກຄີລະຫວ່າງທະຫານ ແລະປະຊາຊົນ, ຕັດສິນໃຈປົກປັກຮັກສາຊາຍແດນຂອງປະເທດໄວ້ຢ່າງໝັ້ນຄົງ.

ຫວຽດນາມ - ສະຫະປະຊາຊາດເພີ່ມທະວີການຮ່ວມມືໃນການເຄື່ອນໄຫວຮັກສາສັນຕິພາບ ຫວຽດນາມ - ສະຫະປະຊາຊາດເພີ່ມທະວີການຮ່ວມມືໃນການເຄື່ອນໄຫວຮັກສາສັນຕິພາບ
ຫວຽດນາມ: ເສດຖະກິດ ຮັກສາທ່າເຕີບໂຕຢ່າງແຂງແຮງ ຫວຽດນາມ: ເສດຖະກິດ ຮັກສາທ່າເຕີບໂຕຢ່າງແຂງແຮງ

ສາຍພູຜາຫຼວງ ແມ່ນເຂດຊາຍແດນຢູ່ເມືອງມົກເຈົາ, ເວີນໂຮ່ ຕິດຈອດກັບເມືອງສົບເບົາ, ແຂວງຫົວພັນ, ປະເທດ ສປປ ລາວ. ຮັກສາຄວາມສະຫງົບສຸກຢູ່ເຂດຊາຍແດນຜາຫຼວງ ທີ່ກວ້າງໃຫຍ່ໄພສານ, ພະນັກງານ, ນັກຮົບຄ້າຍທະຫາຍຊາຍແດນ ຈ່ຽງເຊີນ, ເມືອງມົກເຈົາ ພວມເພີ່ມທະວີວຽກງານລາດຕະເວນ, ເວນຍາມປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ.

ກະກຽມສຳພາລະຢ່າງຄົບຖ້ວນ, ບັນດາພະນັກງານ, ນັກຮົບກອງກຳລັງປະກອບອາວຸດຂອງຄ້າຍທະຫານຊາຍແດນ ຈ່ຽງເຊີນ ແບ່ງເປັນສອງກຸ່ມເພື່ອເຄື່ອນຍ້າຍ. ກຸ່ມໜຶ່ງໄປຕາມທິດຕາແສງຊວັນຍາ, ເຕີນຊວັນ, ເມືອງເວີນໂຮ່ ໄປຮອດບ້ານກົດມົກ. ພວກຂ້າພະເຈົ້າ ເດີນທາງພ້ອມກັບກຸ່ມຍັງເຫຼືອໄປຕາມທິດບ້ານຜາຫຼວງ, ຕາແສງຈ່ຽງເຊີນ ເຖິງເຂດຊາຍແດນ. ໝົດເສັ້ນທາງເບຕົງ, ເສັ້ນທາງໄປຮອດກົດມົກແມ່ນທາງດິນເຕັມໄປດ້ວຍຂີ້ຝຸ່ນ.

ຕາມບັນດາພະນັກງານ, ນັກຮົບແລ້ວ, ຍາມລະດູໜາວ, ອາກາດໜາວຈັດ, ນ້ຳໝອກປົກຄຸມ, ທາງໝື່ນເຮັດໃຫ້ວຽກງານລາດຕະເວນຂອງກຳລັງປະສົບກັບຄວາມຫຍຸ້ງຍາກກວ່າ ເມື່ອຕ້ອງຍ່າງຂ້າມປ່າເສຍເວລາຫຼາຍຊົ່ວໂມງຈຶ່ງໄປຮອດບັນດາຫຼັກໝາຍຊາຍແດນ. ຢູ່ບັນດາຫຼັກໝາຍ, ກຳລັງລາດຕະເວນກວດກາສະພາບພື້ນທີ່ຕົວຈິງຂອງບັນດາຫຼັກໝາຍຊາຍແດນ, ຈັດຕັ້ງການຖາກຖາງໄມ້ຣົກຕັດຫຍ້າຢູ່ອ້ອມຂ້າງຫຼັກໝາຍ.

ຮັກສາຄວາມສະຫງົບຢູ່ເຂດຊາຍແດນຫວຽດນາມ-ລາວ
ຄ້າຍທະຫານຊາຍແດນຈ່ຽງເຊີນ (ມົກເຈົາ) ແລະກອງຮ້ອຍທະຫານຊາຍແດນ 214 (ສປປ ລາວ) ລາດຕະເວນສອງຝ່າຍ. ພາບ: ເຈື່ອງເຊີນ
ທ່ານຮ້ອຍເອກ ຫງວຽນວັນຈູງ, ຫົວໜ້າກອງກຳລັງປະກອບອາວຸດ, ຄ້າຍທະຫານຊາຍແດນ ຈ່ຽງເຊີນ, ແບ່ງປັນວ່າ: ສາຍພູຜາຫຼວງ ມີລວງສູງເກືອບ 2.000m ເມື່ອທຽບໃສ່ໜ້ານ້ຳທະເລ, ພູມສັນຖັນທຸລະກັນດານ, ບໍ່ມີທາງປະເພນີ, ສະນັ້ນເພື່ອລາດຕະເວນບັນດາເຂດຫຼັກໝາຍຕ້ອງໄປລຽບຕາມເສັ້ນທາງຮູບ “ກະດູກປາ”. ນີ້ກໍ່ແມ່ນເສັ້ນທາງທີ່ບັນດາເປົ້າໝາຍອາດຊະຍາກຳເຄີຍເຂົ້າປະເທດເຮົາ. ເພາະສະນັ້ນ, ພວກຂ້າພະເຈົ້າ ຕ້ອງຮັບປະກັນກຳລັງ, ປະຕິບັດການລາດຕະເວນ, ກຳແໜ້ນສະພາບການ, ສະກັດກັ້ນຢ່າງທັນທີ່, ບໍ່ປະໃຫ້ບັນດາເປົ້າໝາຍອາດຊະຍາກຳເຄື່ອນໄຫວ, ໂດຍສະເພາະແມ່ນໃນໂອກາດບຸນເຕັດ.

ຄ້າຍທະຫານຊາຍແດນຈ່ຽງເຊີນ ຄຸ້ມຄອງເສັ້ນທາງຊາຍແດນທີ່ມີລວງຍາວກວ່າ 11km, 5 ຫຼັກໝາຍຊາຍແດນແຕ່ບ້ານກົດມົກ, ຕາແສງເຕີນຊວັນ, ເມືອງເວີນໂຮ່ ໄປຮອດບ້ານຊ໊ວຍທິ໊ນ ແລະຜາຫຼວງ, ຕາແສງຈ່ຽງເຊີນ, ເມືອງມົກເຈົາ. ວິວັດທະນາການລາດຕະເວນ, ບັນດາພະນັກງານ, ນັກຮົບຂອງຄ້າຍໄດ້ປະສານສົມທົບກັບບັນດາກຳລັງກ່ຽວຂ້ອງ, ກຳລັງກອງທັບຂອງປະເທດເພື່ອນລາວ ຜັນຂະຫຍາຍບັນດາມາດຕະການເພື່ອສະກັດກັ້ນອາດຊະຍາກຳ, ໂດຍສະເພາະແມ່ນອາດຊະຍາກຳຢາເສບຕິດ.

ທ່ານພັນຕີ ມາຍເທ໊ແກັງ, ຫົວໜ້າການເມືອງຄ້າຍທະຫານຊາຍແດນຈ່ຽງເຊີນ ໃຫ້ຮູ້ວ່າ ດ້ວຍຄວາມສະຫຼາດສະຫຼຽວ, ພິລະອາດຫານ ແລະຄວາມຕັດສິນໃຈສູງຂອງພະນັກງານ, ນັກຮົບຄ້າຍທະຫານຊາຍແດນຈ່ຽງເຊີນ, ທຸກໆປີກົມກອງໄດ້ຄົ້ນພົບ ແລະຈັບຕົວຫຼາຍລາຍຂົນສົ່ງຢາເສບຕິດຜ່ານເສັ້ນຊາຍແດນຜາຫຼວງ. ປີ 2024, ກົມກອງໄດ້ປະສານສົມທົບກັບກຳລັງກ່ຽວຂ້ອງພົບເຫັນ, ຈັບຕົວ 5 ລາຍ, 7 ເປົ້າໝາຍກ່ຽວຂ້ອງເຖິງຢາເສບຕິດ, ເກັບຮັກສາ 1,18 gam ເຮໂຣອິນ, 0,92 gam ແລະຢາບ້າກວ່າ 30.000 ເມັດ. ຜ່ານນັ້ນ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນຂອງປະເທດ.

ພາຍຫຼັງການລາດຕະເວນ, ພວກຂ້າພະເຈົ້າ ກັບຄືນບ້ານຜາຫຼວງ, ບ່ອນທີ່ມີ 130 ຄອບຄົວ, ແມ່ນຊາວເຜົ່າມົ້ງດຳລົງຊີວິດ. ທ່ານ ຊົ່ງອາຕົວ, ເລຂາໜ່ວຍພັກ, ນາຍບ້ານຜາຫຼວງ ໃຫ້ຮູ້ວ່າ ພະນັກງານ, ນັກຮົບຄ້າຍທະຫາຍຊາຍແດນຈ່ຽງເຊີນ ໄດ້ລົງບ້ານແນະນຳໃຫ້ພໍ່ແມ່ປະຊາຊົນຫັນປ່ຽນຜົນລະປູກ, ມອບເບ້ຍໄມ້, ແນວພັນສັດລ້ຽງຊ່ວຍຄອບຄົວທຸກຍາກພັດທະນາເສດຖະກິດ. ບຸນເຕັດວຽນມາ, ພະນັກງານຂອງຄ້າຍຍັງມອບເຂົ້າສານ, ເຂົ້າໜົມໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວນະໂຍບາຍ ແລະເບີກບານມ່ວນຊື່ນພ້ອມກັບປະຊາຊົນໃນບ້ານ.

ດ້ວຍທິດນຳ “ຕ້ອນຮັບບຸນປີໃໝ່ບໍ່ລື່ມໜ້າທີ່”, ຄ້າຍທະຫານຊາຍແດນຈ່ຽງເຊີນ ຍັງຮັກສາການເຄື່ອນໄຫວຂອງ 3 ໜ່ວຍປະຕິບັດງານຢູ່ບ້ານໄລ, ທັ໊ມໂຕນ, ຕາແສງເຕີນຊວັນ ແລະບ້ານຜາຫຼວງ, ຕາແສງຈ່ຽງເຊີນ. ພະນັກງານ, ນັກຮົບປະຕິບັດໜ້າທີ່ລາດຕະເວນ, ປົກປັກຮັກສາຊາຍແດນສົມທົບກັບການກຳແໜ້ນສະພາບການໃນເຂດຊຸມຊົນເປັນປະຈຳ. ຈັດຕັ້ງບັນດາການເຄື່ອນໄຫວຢູ່ຮາກຖານ, ປະສານສົມທົບກັບບັນດາຕາແສງ, ໂຮງຮຽນເພື່ອໂຄສະນາເຜີຍແຜ່ກົດໝາຍກ່ຽວກັບຂໍ້ກຳນົດຂອງກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ, ຂໍ້ຕົກລົງລວມກ່ຽວກັບກົດລະບຽບຊາຍແດນໃຫ້ປະຊາຊົນ ແລະນັກຮຽນຢູ່ບັນດາຕາແສງ. ພ້ອມທັງ, ເສີມຂະຫຍາຍບົດບາດຂອງປະຊາຊົນໃນການປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນ, ເຊີດຊູຈິດໃຈລະມັດລະວັງຕໍ່ກັບຖ້ອຍທໍານອງເສກສັນປັ້ນແຕ່ງຂອງເປົ້າໝາຍບໍ່ດີ.

ນອກຈາກນັ້ນ, ກົມກອງ ຍັງປະສານສົມທົບກັບ 2 ຕາແສງຈັດຕັ້ງລາຍການ “ລະດູບານໃໝ່ອັນອົບອຸ່ນຂອງປະຊາຊົນເຂດຊາຍແດນ”, ເບິ່ງແຍງດູແລບຸນເຕັດໃຫ້ແກ່ ປະຊາຊົນ, ມອບຂອງຂວັນໃຫ້ຄອບຄົວນະໂຍບາຍ, ຜູ້ທີ່ມີຄຸນງາມຄວາມດີ. ຮັບອຸປະກາລະ ແລະໜູນຊ່ວຍນັກຮຽນຈຳນວນ 32 ຄົນຕາມລາຍການ “ຊ່ວຍນ້ອງໄປໂຮງຮຽນ”. ຈັດສົ່ງພະນັກງານ, ນັກຮົບເຂົ້າຮ່ວມບັນດາງານບຸນປະເພນີ, ບັນດາກິດຈະກຳວັດທະນະທຳຊົມເຊີຍພັກ, ຊົມເຊີຍລະດູບານໃໝ່ຢູ່ບັນດາບ້ານ, ສ້າງບັນຍາກາດເບີກບານມ່ວນຊື່ນ, ອົບອຸ່ນ, ຮັດແໜ້ນນ້ຳໃຈສາມັກຄີລະຫວ່າງພໍ່ແມ່ປະຊາຊົນໃນບ້ານ ແລະທະຫານຊາຍແດນ...

ຢູ່ສາຍພູຜາຫຼວງໃຫຍ່ໂຕມະໂຫຖານທີ່ປົກຄຸມດ້ວຍນ້ຳໝອກນັ້ນ, ບັນດາທະຫານຊາຍແດນຍາມໃດກໍ່ຮັກສາເຈດຈຳນົງ, ຮັດແໜ້ນນ້ຳໃຈສາມັກຄີລະຫວ່າງທະຫານ ແລະປະຊາຊົນ, ຕັດສິນໃຈປົກປັກຮັກສາຊາຍແດນຂອງປະເທດໄວ້ຢ່າງໝັ້ນຄົງ.

ກອງຊ່າງແສງ, ແພດທະຫານຫວຽດນາມ ແລະອິນເດຍ ຝຶກແອບທັກສະກ່ຽວກັບການຮັກສາສັນຕິພາບ ກອງຊ່າງແສງ, ແພດທະຫານຫວຽດນາມ ແລະອິນເດຍ ຝຶກແອບທັກສະກ່ຽວກັບການຮັກສາສັນຕິພາບ

ຍສໝ - ໃນຂອບເຂດການຝຶກຊ້ອມສອງຝ່າຍລະຫວ່າງຫວຽດນາມ ແລະອິນເດຍ ກ່ຽວກັບການຮັກສາສັນຕິພາບຂອງສະຫະປະຊາຊາດ ປີ 2024 (VINBAX 2024) ດ້ວຍຫົວຂໍ້ “ຜັນຂະຫຍາຍການເຄື່ອນໄຫວ ແລະປະຕິບັດໜ້າທີ່ຂອງກອງຊ່າງແສງ ສົມທົບກັບແພດທະຫານ ໃນຮູບແຖວກົມກອງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ” ແຕ່ວັນທີ 3-24 ພະຈິກ ຢູ່ອິນເດຍ, ກໍາລັງຮັກສາສັນຕິພາບຂອງສອງປະເທດ ໄດ້ສົມທົບກັນຝຶກແອບປະຕິບັດບັນດາທັກສະປະຕິບັດໜ້າທີ່ ເມື່ອເກີດສະພາວະການໃຫ້ແທດເໝາະກັບສະພາບຕົວຈິງຂອງຄະນະປະຕິບັດງານ.

ຫວຽດນາມ - ອິນເດຍ ດຳເນີນການຝຶກຊ້ອມສອງຝ່າຍຢູ່ພູມສາດຕົວຈິງ ກ່ຽວກັບການຮັກສາສັນຕິພາບ ສປຊ ປີ 2024 ຫວຽດນາມ - ອິນເດຍ ດຳເນີນການຝຶກຊ້ອມສອງຝ່າຍຢູ່ພູມສາດຕົວຈິງ ກ່ຽວກັບການຮັກສາສັນຕິພາບ ສປຊ ປີ 2024

ຍສໝ - ການຝຶກຊ້ອມສອງຝ່າຍກ່ຽວກັບການຮັກສາສັນຕິພາບຂອງສະຫະປະຊາຊາດ (ສປຊ) ລະຫວ່າງຫວຽດນາມ ແລະອິນເດຍ ປີ 2024 (VINBAX 2024) ພວມດຳເນີນໄປດ້ວຍການເຄື່ອນໄຫວແທດຈິງຫຼາຍຢ່າງລະຫວ່າງກຳລັງການແພດທະຫານ, ທະຫານຊ່າງແສງ ຮັກສາສັນຕິພາບຂອງຫວຽດນາມ ແລະອິນເດຍ ທີ່ກອງພັນໃຫຍ່ຊ່າງແສງ 67 ຂຶ້ນກັບກອງພົນນ້ອຍຊ່າງແສງ 474, ທະຫານພາກຕາເວັນຕົກ ເຊິ່ງຕັ້ງທັບຢູ່ໃນ Ambala ແລະກອງພົນນ້ອຍ 474 ຢູ່ Chandimandir, ...

ບູນມີ

ເຫດການ