ນັກສຶກສາລາວ ຕື່ມອີກ 79 ຄົນມີ​ຄອບຄົວຊ່ວຍ​ອຸປະຖຳຢູ່ ຫວຽດນາມ

10:00 | 07/02/2025

ຍສໝ - ວັນທີ 5 ກຸມພາ, ໂຮງຮຽນມິດຕະພາບ 80 (ຕາແສງ ເຊີນໄຕ, ຮ່າໂນ້ຍ) ໄດ້ສົມທົບກັບສາຂາສະມາຄົມ ຫວຽດນາມ - ລາວ ຕາແສງ ເຊີນໄຕ ຈັດຕັ້ງພິທີຮັບຄອບຄົວອຸປະຖໍານັກສຶກສາລາວ. ນີ້​ເປັນ​ປີ​ທີ 9 ທີ່​ໂຄງການ​ໄດ້​ຮັບ​ການຜັນຂະຫຍາຍດ້ວຍການ​ເຂົ້າ​ຮ່ວມ​ຂອງ 15 ຄອບຄົວ​ທີ່​ມີຄວາມເຊື່ອຖື​ໃນ​ທ້ອງ​ຖິ່ນ ​ແລະ ນັກຮຽນ​ລາວ 79 ຄົນ.

ນັກສຶກສາລາວ ແລະກຳປູເຈຍ ຝຶກເປັນຊາວກະສິກອນ
ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ເດີນທາງໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 79 ແລະ ຢ້ຽມຢາມທາງລັດຖະກິດກູບາ

ຕາມ​ຂໍ້​ມູນ​ໃນ​ພິທີ​ແລ້ວ, ການເຄື່ອນໄຫວ​ອຸປະຖຳ​ໄດ້​ກາຍ​ເປັນປະ​ເພນີ​ປະຈຳ​ປີ​ຂອງສາຂາສະມາຄົມ​ມິດຕະພາບ​ ຫວຽດນາມ - ລາວ ​ແຫ່ງໂຮງຮຽນ​ມິດຕະພາບ 80 ແລະ ສາຂາສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ຕາແສງ ເຊີນໄຕ. ໂດຍຜ່ານບັນດາບັ້ນຜັນຂະຫຍາຍ, ໂຄງການ​ໄດ້​ຊ່ວຍ​ໃຫ້​ນັກ​ສຶກສາ​ລາວ 600 ກວ່າ​ຄົນ​ມີຊາຍຄາຈິດໃຈທີ່ອົບອຸ່ນຢູ່ ຫວຽດນາມ, ຜ່ານ​ການ​ໜູນ​ຊ່ວຍ​ຂອງ 121 ຄອບຄົວ​ສະມາຊິກ. ພິເສດ, ນັບແຕ່ສົກຮຽນ 2023-2024 ໂຮງຮຽນໄດ້ເປີດກ້ວາງໂຄງການຮັບເອົາພໍ່ແມ່ອຸປະຖໍາໃຫ້ນັກສຶກສາລາວ ໄປຍັງພະນັກງານ, ຄູ-ອາຈານ ແລະ ຂ້າລາຊະການຂອງໂຮງຮຽນທັງໝົດ. ຍ້ອນແນວນັ້ນ, ນັກຮຽນລາວ 100% ທີ່ຮຽນຢູ່ໂຮງຮຽນໄດ້ມີຄອບຄົວອຸປະຖຳ.

ນັກສຶກສາລາວ ຕື່ມ 79 ຄົນມີ​ຄອບຄົວ​ອຸປະຖຳຢູ່ຫວຽດນາມ

ບັນດານັກສຶກສາລາວ ໂຮງຮຽນມິດຕະພາບ 80 ໄດ້ຮັບຄອບຄົວອຸປະຖຳ. (ພາບ: ໂຮງຮຽນມິດຕະພາບ 80)

ກ້າວເຂົ້າສູ່ສົກຮຽນ 2024-2025, ນັກສຶກສາລາວ ໄດ້ມີຄອບຄົວອຸປະຖຳຕື່ມອີກ ລ້ວນແຕ່ແມ່ນການນຳແນວໂຮມປະເທດຊາດຫວຽດນາມ ຕາແສງ ເຊີນໄຕ, ພະນັກງານ, ຄູ-ອາຈານຂອງສະຖາບັນເຕັກໂນໂລຢີໄປສະນີໂທລະ​ຄົມ. ໃນ​ນັ້ນ, ສາຂາສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໄດ້​ຮັບ​ນັກສຶກສາລາວ 79 ຄົນ, ພະນັກງານ, ຄູ​ສອນ​ໂຮງຮຽນ​ມິດຕະພາບ 80 ໄດ້​ຮັບ​ນັກສຶກສາລາວ 83 ຄົນ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຕາແສງ ເຊີນໄຕ ກ່ຽວດ້າຍ ​ແລະ ພະນັກງານ, ຄູ​ອາຈານ​ຂອງ​ສະຖາບັນໄປສະນີໂທລະ​ຄົມ ໄດ້​ຮັບອຸປະຖຳ 8 ຄົນ.

ກ່າວ​ຄຳ​ປາໄສ​ທີ່​ພິທີ, ນາງ ຄຳ​ມອນ ​ບົວ​ຄຳ​ດີ ຕາງໜ້າໃຫ້​ນັກ​ສຶກສາ​ລາວ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ຮັບ​ຄອບຄົວ​ອຸປະຖຳ. ນາງ​ກ່າວ​ວ່າ ນັບ​ແຕ່​ນີ້​ໄປ, ນັກ​ສຶກສາ​ລາວ ຈະບໍ່​ຮູ້ສຶກໄກບ້ານອີກ​ເມື່ອ​ຮຽນ​ຢູ່ ​ຫວຽດນາມ, ​ແຕ່​ຍັງໄດ້ມີ​ເຮືອນ​ຫຼັງ​ທີ​ສອງນຳອີກ.

ນາງ ຄຳ​ມອນ ​ບົວ​ຄຳ​ດີ ກໍ່ໄດ້ສະແດງຄວາມຂອບໃຈມາຍັງສອງພັກ, ສອງລັດ, ອຳນາດການປົກຄອງທຸກຂັ້ນ, ອົງການຈັດຕັ້ງມະຫາຊົນ ໂດຍພິເສດແມ່ນຄວາມຮັກແພງຂອງຄູອາຈານ, ພໍ່ເຖົ້າແມ່ເຖົ້າ, ພໍ່ແມ່ອຸປະຖຳ. ​ເພື່ອ​ສົມ​ກັບ​ຄວາມ​ຮັກແພງ​ດັ່ງກ່າວ, ນັກ​ສຶກສາ​ລາວ​ຈະ​ມານະ​ພະຍາຍາມ​ຮ່ຳຮຽນ ​ແລະ ຫຼໍ່ຫຼອມຕົນ ​ເພື່ອ​ປະກອບສ່ວນ​ສ້າງສາ​ປະ​ເທດຊາດ, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ.

ທ່ານ ຟານວັນໂບ໋ນ, ຫົວໜ້າສາຂາສະມາຄົມມິດຕະພາບຫວຽດນາມ-ລາວ ຕາແສງ ໄຕເຊີນ ໃຫ້ຮູ້ວ່າ ຄວາມ​ປາດ​ຖະໜາ​ຂອງ​ບັນດາ​ຄອບຄົວ​ອຸປະຖຳແມ່ນໜູນ​ຊ່ວຍ​ບັນດາ​ນັກ​ສຶກສາລາວ ທີ່​ພວມ​ຮ່ຳຮຽນ​ຢູ່ ຫວຽດນາມ ຈະຍັງ​ຄົງ​ມີ​ຊາຍຄາທີ່ອົບອຸ່ນເມື່ອກັບຄືນບ້ານ; ມີພໍ່ແມ່, ມີຄອບຄົວຄືຢູ່ບ້ານ.

"ພໍ່ແມ່ຈະເປັນທີ່ເພິ່ງທາງດ້ານຈິດໃຈໃຫ້ລູກ, ເປັນຄູສອນທີສອງພ້ອມກັບໂຮງຮຽນເພື່ອຊ່ວຍໃຫ້ພວກລູກຮ່ຳຮຽນ", ທ່ານ ກ່າວ.

ນັກສຶກສາລາວ ຕື່ມ 79 ຄົນມີ​ຄອບຄົວ​ອຸປະຖຳຢູ່ຫວຽດນາມ

ການສະແດງສິລະປະໃນພິທີຮັບຄອບຄົວອຸປະຖຳນັກສຶກສາລາວ ຄັ້ງທີ 9 (ພາບ: ໂຮງຮຽນມິດຕະພາບ 80).

ທີ່​ພິທີ, ທ່ານ​ນາງ ຈູ​ກິມ​ເຟື້ອງ, ຮອງ​ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ນະຄອນ​ຮ່າ​ໂນ້ຍ, ອຳນວຍການໂຮງຮຽນ​ມິດຕະພາບ 80 ກ່າວຄຳປາໄສວ່າ ໂຄງການ​ນັກຮຽນ​ລາວ ​ຮັບ​ຄອບຄົວ, ພໍ່​ແມ່​ອຸປະຖຳ ​ໄດ້​ບັນລຸ​ເປົ້າ​ໝາຍ​ໃນ​ເບື້ອງ​ຕົ້ນ, ​ເຊິ່ງແມ່ນ​ນັກຮຽນ​ລາວ​ ທີ່​ຮຽນ​ຢູ່​ໂຮງຮຽນ​ມິດຕະພາບ 80 ລ້ວນ​ແຕ່​ມີ​ຄອບຄົວ ​ແລະ ພໍ່​ແມ່ອຸປະຖຳ.

“ນີ້​ແມ່ນ​ສິ່ງ​ທີ່​ບັນດາ​ການ​ນຳ​ຂອງ​ໂຮງຮຽນ​ຍາມ​ໃດ​ກໍ່​ເປັນ​ຫ່ວງ​ເມື່ອ​ໄດ້​ຮັບ​ນັກ​ສຶກສາ​ຢູ່​ຕ່າງປະ​ເທດ​ໄປ​ຮຽນ​ຢູ່​ ຫວຽດນາມ, ພິເສດ​ແມ່ນ​ນັກສຶກສາ​ລາວ ທີ່​ຮຽນ​ມັດ​ທະ​ຍົມ​ຢູ່ ​ຫວຽດນາມ ອາຍຸ​ພຽງ 14-15 ປີ. ໂຮງຮຽນ​ມິດຕະພາບ 80 ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ປົກ​ປັກ​ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາອັນຍິ່ງໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ຫວຽດນາມ - ລາວ ໃຫ້ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ", ທ່ານ​ນາງ ເຟື້ອງ ກ່າວ.

ໂທລະເລກ ແລະຈົດໝາຍອວຍພອນ 79 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ

ໂທລະເລກ ແລະຈົດໝາຍອວຍພອນ 79 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສສ. ຫວຽດນາມ ຄົບຮອບ 79 ປີ (02/09/1945 – 02/09/2024), ການນຳບັນດາປະເທດ ສປປ.ລາວ, ສປ. ຈີນ, ລາຊະອານາຈັກ ກຳປູເຈຍ, ສ. ກູບາ, ສະຫະພັນ ລັດເຊຍ, ສ.ອິນເດຍ, ສປປ. ເກົາຫຼີ, ມົງໂກນ ...

ການນໍາບັນດາກະຊວງ, ຄະນະ, ຂະແໜງການ ຂອງລາວ ອວຍພອນ 79 ປີແຫ່ງ ວັນຊາດຫວຽດນາມ

ການນໍາບັນດາກະຊວງ, ຄະນະ, ຂະແໜງການ ຂອງລາວ ອວຍພອນ 79 ປີແຫ່ງ ວັນຊາດຫວຽດນາມ

ຍສໝ - ການນຳບັນດາອົງການສູນກາງຂອງລາວ ໄດ້ສົ່ງພອນໄຊອັນປະເສີດທີ່ສຸດເຖິງພັກ, ລັດ, ລັດຖະບານ ແລະປະຊາຊົນຫວຽດນາມ ອ້າຍນ້ອງ; ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງ ແລະຮອບດ້ານເຊິ່ງພັກ, ລັດ, ລັດຖະບານ ແລະປະຊາຊົນຫວຽດນາມ ຍາດມາໄດ້ໃນຕະຫຼອດ 79 ປີຜ່ານມາໃນຫຼາຍຂົງເຂດ.

ມີງດຶກ

ເຫດການ