ນັກຮຽນ, ນັກສຶກສາ ດົງທ໋າບ ພົບປະແລກປ່ຽນກັບນັກສຶກສາລາວ ແລະ ກຳປູເຈຍ

21:31 | 10/02/2025

ຍສໝ - ວັນທີ 7 ກຸມພາ, ຄະນະປະຈໍາຄະນະຊາວໜຸ່ມແຂວງ, ສະມາຄົມສະຫະພັນຊາວ​ໜຸ່ມ ຫວຽດນາມ ​ແຂວງ ດົງທ໋າບ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງໂຄງການພົບ​ປະ, ແລກປ່ຽນລະຫວ່າງ​ນັກ​ສຶກສາ ລາວ, ກຳປູ​ເຈຍ ກັບ​ສະຫະພັນ​ກຳມະບານ, ຄະນະຕິດຕໍ່​ພົວພັນນັກສຶກສາ ແລະ ນັກຮຽນ, ນັກສຶກສາ ແຂວງ ດົງທ໋າບ ເນື່ອງ​ໃນ​ໂອກາດ​ລະດູບານ​ໃໝ່ປີມະເສັງ 2025.

ຍ້ອງຍໍໃຫ້ບັນດານັກສຶກສາ ຫວຽດນາມ ທີ່ໄດ້ຮັບນາມມະຍົດ “ນັກສຶກສາ 5 ດີ” ຢູ່ສະຫະພັນ ລັດເຊຍ ໃນປີ 2024.
SEEDS ມອບໂອກາດການຮໍ່າຮຽນໃຫ້ແກ່ ນັກຮຽນ, ນັກສຶກສາ 196 ຄົນ ທີ່ມີສະພາບຄວາມຫຍຸ້ງຍາກຢູ່ ດ່າໜັງ

ລາຍການ​ດັ່ງກ່າວ​ມີການເຂົ້າຮ່ວມຂອງນັກ​ສຶກສາ​ ລາວ, ກຳປູ​ເຈຍ ເກືອບ 80 ຄົນ​ທີ່​ຮຽນ​ຢູ່​ແຂວງ ດົງທ໋າບ; ຜູ້ຕາງໜ້າ​ຄະນະ​ຕິດຕໍ່ພົວພັນ​ ແລະ ສາຂາສະມາຄົມ​ນັກ​ສຶກສາ ດົງທ໋າບ ຢູ່​ບັນດາ​ມະຫາວິທະຍາ​ໄລ​ໃນ ​ແລະ ນອກແຂວງ; ນັກຮຽນ, ນັກ​ສຶກສາທີ່ດີເດັ່ນແຂວງ ດົງທ໋າບ.

ນັກຮຽນ, ນັກສຶກສາ ດົງທ໋າບ ພົບປະແລກປ່ຽນກັບນັກສຶກສາລາວ ແລະ ກຳປູເຈຍ

ການສະແດງໂດຍນັກສຶກສາຕ່າງປະເທດຢູ່ໃນລາຍການ.

​ໃນ​ຂອບ​ເຂດ​ຂອງ​ລາຍການ, ​ເວທີ​ປາ​ໄສ “ມາດຕະການ​ແກ້​ໄຂ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການເຄື່ອນໄຫວສຳລັບນັກ​ສຶກສາ​ລາວ, ກຳປູ​ເຈຍ ​ແລະ ຄະນະຕິດຕໍ່​ພົວພັນ​, ລະຫວ່າງສາຂາສະມາຄົມ​ນັກ​ສຶກສາ ດົງທ໋າບ” ​ໄດ້​ດຳ​ເນີນ​ໄປ​ຢ່າງຟົດຟື້ນ. ຜູ້ຕາງໜ້າບັນດາສາຂາສະມາຄົມ, ຄະນະຕິດຕໍ່​ພົວພັນນັກສຶກສາ, ນັກສຶກສາຕ່າງປະເທດ ແລະ ແຂກຖືກເຊີນ ໄດ້ປຶກສາຫາລືກ່ຽວກັບມາດຕະການແກ້ໄຂບັນຫາເພື່ອຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງຄະນະຕິດຕໍ່ພົວພັນ, ລະຫວ່າງສາຂາສະມາຄົມ​ນັກ​ສຶກສາ ແລະ ການເຄື່ອນໄຫວ, ຂະບວນການຂອງນັກສຶກສາ ລາວ, ກຳປູ​ເຈຍ ໃນສະພາບການໃໝ່.

ປີ 2024, ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ ຢູ່​ແຂວງ ດົງທ໋າບ ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ​ຄື: ການ​ພົບ​ປະ​ແລກ​ປ່ຽນ​ດ້ານ​ປຸງ​ແຕ່ງ​ອາ​ຫານ​ຂອງ 3 ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ; ການພົບປະສະເຫຼີມສະຫຼອງປີໃໝ່ ລາວ-ກຳປູເຈຍ... ນອກຈາກນັ້ນ, ບັນດາສາຂາສະມາຄົມ, ຄະນະຕິດຕໍ່ພົວພັນນັກສຶກສາ ຍັງໄດ້ຈັດຕັ້ງການເຄື່ອນໄຫວວັດທະນະທຳ, ສິລະປະ, ດຶງດູດສະມາຊິກກວ່າ 4.500 ເທື່ອຄົນ, ປະກອບສ່ວນສ້າງສະພາບແວດລ້ອມແຫ່ງການພົບປະແລກປ່ຽນ ແລະ ການຮ່ຳຮຽນໃຫ້ນັກສຶກສາ.

ເນື່ອງໃນໂອກາດນີ້, ຄະນະປະຈໍາຄະນະຊາວໜຸ່ມແຂວງ ດົງທ໋າບ ໄດ້ໃຫ້ກຽດມອບໃບຍ້ອງຍໍໃຫ້ແກ່ນັກຮຽນ, ນັກສຶກສາດີເດັ່ນ 14 ຄົນ ທີ່ບັນລຸໄດ້ນາມມະຍົດ “ນັກສຶກສາ 5 ເກັ່ງ”, “ນັກຮຽນ 3​ ຫຼໍ່ຫຼອມ”, "ນັກຮຽນ 3 ດີ" ຂັ້ນສູນກາງ ສົກຮຽນ 2023-2024. ພ້ອມ​ກັນ​ນັ້ນ, ຍັງ​ໄດ້​ມອບ​ລາງວັນ​ໃຫ້ 3 ກົມກອງລວມໝູ່, 11 ບຸກຄົນ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ວຽກ​ງານ​ຂອງ​ຄະນະ​ຊາວໜຸ່ມ, ສະມາຄົມ ​ແລະ ຂະບວນການນັກສຶກສາ​ໃນ​ປີ 2024.

ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ຂອງຂວັນ​ທີ່​ມີ​ຄວາມ​ໝາຍ​ໃຫ້​ແກ່​ບັນດາຜູ້ຕາງໜ້າ ລວມມີປຶ້ມ​ ແລະ ອັງເປົາໂຊກດີໃນ​ໂອກາດ​ຕົ້ນ​ລະດູບານ​ໃໝ່.

ນັກຮຽນ 705 ຄົນ ຈາກແຂວງກວາງບິ່ງ ໄດ້ຮັບທຶນການສຶກສາ ແລະຂອງຂວັນ ຈາກ Zhi Shan Foundation ນັກຮຽນ 705 ຄົນ ຈາກແຂວງກວາງບິ່ງ ໄດ້ຮັບທຶນການສຶກສາ ແລະຂອງຂວັນ ຈາກ Zhi Shan Foundation

ຍສໝ - ຕັ້ງແຕ່ວັນທີ 24 ຫາ 27 ກັນຍາ, ອົງການ Zhi Shan Foundation ໄດ້ຮ່ວມມືກັບສູນວຽກງານສັງຄົມແຂວງກວາງບິ່ງ ແລະ ຫ້ອງການແຮງງານ ທະຫານເສຍອົງຄະ ແລະ ສັງຄົມຂອງເມືອງ, ເທດສະບານ, ນະຄອນໃນແຂວງ ຈັດການມອບທຶນການສຶກສາໃຫ້ແກ່ນັກຮຽນ ຈຳນວນ 705 ພູດ ຄັ້ງທີ 2 ...

ແມ່ຍິງ​ຕຳຫຼວດ​ມອບ​ຂອງຂວັນ​ວັນບຸນໄຫວ້ພະຈັນ​ໃຫ້​ນັກຮຽນ​ລາວ ​ແລະ​ເດັກນ້ອຍ​ຊົນ​ເຜົ່າສ່ວນນ້ອຍ ແມ່ຍິງ​ຕຳຫຼວດ​ມອບ​ຂອງຂວັນ​ວັນບຸນໄຫວ້ພະຈັນ​ໃຫ້​ນັກຮຽນ​ລາວ ​ແລະ​ເດັກນ້ອຍ​ຊົນ​ເຜົ່າສ່ວນນ້ອຍ

ຍສໝ - ວັນທີ 16 ກັນຍາ, ແມ່ຍິງກະຊວງຕຳຫຼວດ ໄດ້ຈັດຕັ້ງລາຍການ “ມ່ວນຊື່ນໃນວັນບຸນໄຫວ້ພະຈັນ, ມອບຂອງຂວັນໃຫ້ເດັກນ້ອຍຊົນເຜົ່າສ່ວນໜ້ອຍ 150 ຄົນ ແລະ ນັກຮຽນລາວ 110 ຄົນ ທີ່ພວມຮໍ່າຮຽນຢູ່ຮ່າໂນ້ຍ.

ມີງດຶກ

ເຫດການ