ເອກອັກຄະລັດຖະທູດ ຫງວຽນມິງເຕິມ: ນໍາການພົວພັນມິດຕະພາບຫວຽດນາມ-ລາວ ສືບຕໍ່ກາຍເປັນການພົວພັນແບບຢ່າງທີ່ຫາຍາກໃນໂລກ

22:50 | 13/02/2025

ຍສໝ - ໂດຍໄດ້ຮັບຄໍາເຊີນຂອງທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 12-14 ກຸມພາ.

ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ຫງວຽນມິງເຕິມ: ກໍາລັງແຮງໃໝ່ໃຫ້ການພົວພັນແບບພິເສດຫວຽດນາມ-ລາວ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ຫງວຽນມິງເຕິມ: ກໍາລັງແຮງໃໝ່ໃຫ້ການພົວພັນແບບພິເສດຫວຽດນາມ-ລາວ
ເອກອັກຄະລັດຖະທູດ Olivier Brochet: ຝຣັ່ງ ຢາກຮ່ວມເດີນທາງກັບຫວຽດນາມ ເພື່ອພັດທະນາແບບຍືນຍົງ ເອກອັກຄະລັດຖະທູດ Olivier Brochet: ຝຣັ່ງ ຢາກຮ່ວມເດີນທາງກັບຫວຽດນາມ ເພື່ອພັດທະນາແບບຍືນຍົງ

ເນື່ອງໃນໂອກາດນີ້, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ໄດ້ໃຫ້ສຳພາດຕໍ່ໜັງສືພິມໂລກ ແລະຫວຽດນາມ, ແບ່ງປັນຄວາມຄາດຫວັງຕໍ່ການຢ້ຽມຢາມ “ແຮກໝານ” ການທູດຂອງອ້າຍນ້ອງບ້ານໃກ້ເຮືອນຄຽງ, ສັດຊື່ບໍລິສຸດທີ່ຫາຍາກ.

ຂໍຮຽນທ່ານເອກອັກຄະລັດຖະທູດ ຕີລາຄາຄວາມໝາຍຂອງການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ ໃນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ພິເສດ, ທ່ານເປັນ “ແຮກໝານ” ປີນີ້ ຂອງກະຊວງການຕ່າງປະເທດ?

ນີ້ແມ່ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຄັ້ງທຳອິດ ແລະກໍ່ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານ ທອງສະຫວັນ ພົມວິຫານ ພາຍຫຼັງໄດ້ຮັບແຕ່ງຕັ້ງເປັນລັດຖະມົນຕີກະຊວງການຕ່າງປະເທດລາວ ໃນເດືອນ ພະຈິກ 2024.

ເອກອັກຄະລັດຖະທູດ ຫງວຽນມິງເຕິມ: ນໍາການພົວພັນມິດຕະພາບຫວຽດນາມ-ລາວ ສືບຕໍ່ກາຍເປັນການພົວພັນແບບຢ່າງທີ່ຫາຍາກໃນໂລກ
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ແລະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີການຕ່າງປະເທດລາວ ປຶກສາຫາລືດ້ານການເມືອງ ຄັ້ງທີ 11 ຂັ້ນລັດຖະມົນຕີການຕ່າງປະເທດຫວຽດນາມ-ລາວ ຢູ່ວຽງຈັນ, ວັນທີ 16 ທັນວາ 2024. ພາບ: ຫງວຽນຮົ່ງ

ນີ້ແມ່ນໂອກາດເພື່ອໃຫ້ລັດຖະມົນຕີສອງທ່ານ ຕີລາຄາກ່ຽວກັບໝາກຜົນບັນດາກົນໄກຮ່ວມມືລະຫວ່າງສອງກະຊວງ; ໝາກຜົນແຫ່ງການສົມທົບກັນຕິດຕາມ, ຊຸກຍູ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສອງປະເທດຈັດຕັ້ງ, ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ແລະສັນຍາຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ; ແລກປ່ຽນມາດຕະການເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ, ເປັນເສນາທິການໃຫ້ການນຳຂັ້ນສູງສອງປະເທດກ່ຽວກັບທິດທາງການພົວພັນຮ່ວມມືລະຫວ່າງ ຫວຽດນາມ-ລາວ ໃນປີ 2025, ກໍ່ຄືແບ່ງປັນບາງສະພາບການສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ໂດຍແມ່ນການນໍາຂັ້ນສູງຕ່າງປະເທດ, ເປັນເພື່ອນມິດ, ສະຫາຍອ້າຍນ້ອງທີ່ສະໜິດສະໜົມມາຢ້ຽມຢາມຫວຽດນາມ ໃນຊຸມວັນຕົ້ນປີໃໝ່ 2025, ຂ້າພະເຈົ້າ ເຊື່ອໝັ້ນວ່າ ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ ທອງສະຫວັນ ພົມວິຫານ ໃນຄັ້ງນີ້ ຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນເຂົ້າໃນການປັບປຸງ, ຮັກສາ ແລະພັດທະນາສາຍພົວພັນແບບພິເສດ, ມີໜຶ່ງບໍ່ມີສອງໃນໂລກລະຫວ່າງຫວຽດນາມ ແລະລາວ ໃຫ້ນັບມື້ນັບມີປະສິດທິຜົນ, ແທດຈິງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາແບບຍືນຍົງຢູ່ພາກພື້ນ ແລະໃນໂລກ.

ໃນການຮ່ວມມືຮອບດ້ານ ຫວຽດນາມ-ລາວ ເວົ້າລວມ, ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ນັບມື້ນັບແໜ້ນແຟ້ນ ແລະມີປະສິດທິຜົນ. ທ່ານເອກອັກຄະລັດຖະທູດ ສາມາດໃຫ້ຮູ້ບັນດາໝາກຜົນພົ້ນເດັ່ນຂອງການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ໃນໄລຍະຜ່ານມາ?

ໃນສາຍພົວພັນ ຫວຽດນາມ-ລາວ ເວົ້າລວມ, ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ຊີ້ນຳ, ນໍາພາຢ່າງໃກ້ຊິດຈາກການນຳຂັ້ນສູງສອງພັກ, ສອງລັດ ແລະບັນດາອົງການຂອງສອງກະຊວງໄດ້ຜັນຂະຫຍາຍຢ່າງເຂັ້ມງວດຜ່ານບັນດາຂໍ້ຕົກລົງ, ກົນໄກຮ່ວມມືໃນແຕ່ລະໄລຍະ ແລະໃນແຕ່ລະປີ, ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

ນອກຈາກນັ້ນ, ສອງກະຊວງການຕ່າງປະເທດ ຍາມໃດກໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນໃນກົນໄກຮ່ວມມືສາກົນ, ພາກພື້ນ ແລະອະນຸພາກພື້ນ, ພິເສດແມ່ນໃນບັນຫາຍຸດທະສາດທີ່ກ່ຽວຂ້ອງເຖິງສັນຕິພາບ ແລະສະຖຽນລະພາບພາກພື້ນ. ສອງຝ່າຍແບ່ງປັນຂໍ້ມູນຂ່າວສານ, ແລກປ່ຽນທັດສະນະ, ສົມທົບຫຼັກໝັ້ນໃນບັນຫາຍຸດທະສາດຢູ່ພາກພື້ນ ແລະສາກົນເປັນປະຈຳເພື່ອເປັນເສນາທິການໃຫ້ການນຳຂັ້ນສູງສອງພັກ, ສອງລັດ ...

ໝາກຜົນດັ່ງກ່າວສະແດງໃຫ້ເຫັນວ່າການຮ່ວມມືຢ່າງແໜ້ນແຟ້ນ ແລະມີປະສິດທິຜົນຂອງສອງກະຊວງການຕ່າງປະເທດ ຫວຽດນາມ-ລາວ ໃນໄລຍະຜ່ານມາ, ໄດ້ປະກອບສ່ວນສຳຄັນເຂົ້າໃນການສືບຕໍ່ປັບປຸງ, ເສີມຂະຫຍາຍ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ ແລະລາວ.

ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ສອງປະເທດອາຊີຕາເວັນອອກສ່ຽງໃຕ້ ຄວນເຮັດຫຍັງແດ່ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງກັນໃນສັງກາດໃໝ່ຂອງການຫັນເປັນສີຂຽວ ແລະຫັນເປັນດີຈີຕອນ?

ເພື່ອຫັນຄວາມໃຝ່ຝັນ ແລະເປົ້າໝາຍຍຸດທະສາດ, ຮັບປະກັນການພັດທະນາຢ່າງວ່ອງໄວ ແລະຍືນຍົງໃຫ້ປະກົດຜົນເປັນຈິງ, ຫວຽດນາມ ແລະລາວ ລ້ວນແຕ່ກຳນົດການຫັນເປັນດີຈີຕອນ ແລະການຫັນເປັນສີຂຽວ ແມ່ນທ່າອ່ຽງຈຳເປັນຢ່າງເດັດຂາດ, ແມ່ນການເລືອກເຟັ້ນ ຍຸດທະສາດເພື່ອພັດທະນາ, ຊຸກຍູ້ ແລະສ້າງກຳລັງການຜະລິດໃໝ່, ຄື: ເສດຖະກິດດີຈີຕອນ, ສ້າງກຳລັງໜູນເຕີບໂຕໃໝ່ ແລະໄດ້ຫັນເປັນລະອຽດດ້ວຍວິໄສທັດ, ຍຸດທະສາດ ແລະແຜນການພັດທະນາເສດຖະກິດຂອງແຕ່ລະປະເທດໃນແຕ່ລະໄລຍະ.

ເອກອັກຄະລັດຖະທູດ ຫງວຽນມິງເຕິມ: ນໍາການພົວພັນມິດຕະພາບຫວຽດນາມ-ລາວ ສືບຕໍ່ກາຍເປັນການພົວພັນແບບຢ່າງທີ່ຫາຍາກໃນໂລກ
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ. ພາບ: ສະຖານທູດຫວຽດນາມ ປະຈໍາ ລາວ.

ໃນໄລຍະຈະມາເຖິງ, ເພື່ອເສີມຂະຫຍາຍທ່າແຮງຂອງສອງປະເທດໃນສະພາບການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ຫວຽດນາມ ຈະຕັ້ງໜ້າສົມທົບກັນ, ແບ່ງປັນບົດຮຽນ ແລະໜູນຊ່ວຍລາວໃນການນຳໃຊ້ເຕັກໂນໂລຢີດີຈີຕອນເພື່ອຫຼຸດຜ່ອນ ແລະຫັນລະບຽບການບໍລິຫານເປັນງ່າຍດາຍ, ສ້າງເງື່ອນໄຂສະດວກໃຫ້ປະຊາຊົນ, ວິສາຫະກິດ, ຫຼຸດຜ່ອນຄ່າໃຊ້ຈ່າຍສົ້ນເຂົ້າ, ເພີ່ມທະວີປະສິດທິຜົນ, ກະຈ່າງແຈ້ງ. ການໜູນຊ່ວຍຈາກບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ກໍ່ຄືບັນດານັກຊ່ຽວຊານຂອງຫວຽດນາມ ດ້ວຍບົດຮຽນພຶດຕິກຳຕົວຈິງຂອງຕົນຈະຊ່ວຍໃຫ້ລາວ ຊຸກຍູ້ພື້ນຖານເສດຖະກິດດີຈີຕອນ, ເສດຖະກິດກາກບອນຕໍ່າ, ເສດຖະກິດໝູນວຽນ ແລະຍືນຍົງ, ຫັນປ່ຽນຮູບແບບເຕີບໂຕເສດຖະກິດຢ່າງແຂງແຮງ.

ຫວຽດນາມ ພວມເປັນເຈົ້າພາບຈັດຕັ້ງເວທີປາໄສອະນາຄົດອາຊຽນ 2025 ດ້ວຍຫົວຂໍ້ “ສ້າງປະຊາຄົມອາຊຽນສາມັກຄີ, ເຂັ້ມແຂງດ້ວຍຕົນເອງ ແລະກວມລວມໃນໂລກທີ່ພວມຜັນແປ”. ທ່ານເອກອັກຄະລັດຖະທູດ ຮູ້ສຶກແນວໃດຕໍ່ຄວາມມານະພະຍາຍາມປະກອບສ່ວນຂອງຫວຽດນາມ ແລະລາວ ແນໃສ່ນຳມາເຊິ່ງອະນາຄົດທີ່ສົດໃສໃຫ້ປະຊາຄົມອາຊຽນໃນສະພາບທີ່ມີສິ່ງທ້າທາຍຫຼາຍຢ່າງໃນປະຈຸບັນ?

ເວທີປາໄສອະນາຄົດອາຊຽນ 2024 ໂດຍຫວຽດນາມ ຈັດຕັ້ງເປັນຄັ້ງທຳອິດດ້ວຍການເຂົ້າຮ່ວມ ແລະກ່າວຄຳເຫັນຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ນັ້ນ, ສະແດງໃຫ້ເຫັນຢ່າງຈະແຈ້ງຄວາມເປັນເຈົ້າການເຂົ້າຮ່ວມ, ປະກອບຂໍ້ລິເລີ່ມ ແລະວິໄສທັດເຂົ້າໃນການຮ່ວມມື ແລະການເຊື່ອມຕໍ່ພາກພື້ນຂອງຫວຽດນາມ-ລາວ.

ເວທີປາໄສອະນາຄົດອາຊຽນ 2025 ຈະສືບຕໍ່ແມ່ນເຫດການສຳຄັນ, ແມ່ນໂອກາດເພື່ອໃຫ້ບັນດາປະເທດສະມາຊິກອາຊຽນ ພ້ອມກັນປຶກສາຫາລື, ກໍານົດທິດທາງໃນອະນາຄົດຂອງພາກພື້ນ, ສອດຄ່ອງກັບວິໄສທັດປະຊາຄົມອາຊຽນ 2025, ມຸ່ງໄປເຖິງວິໄສທັດປະຊາຄົມອາຊຽນ 2045 ແລະເປົ້າໝາຍອາຊຽນ ມຸ່ງໄປເຖິງການສ້າງປະຊາຄົມ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ອາຊຽນ ສະແດງໃຫ້ເຫັນຄໍາໝັ້ນສັນຍາຢ່າງແຮງໃນການສ້າງປະຊາຄົມວັດທະນາຖາວອນ, ຍືນຍົງ ແລະສະໜິດຕິດພັນກວ່າ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນແບບພິເສດ ແລະການຮ່ວມເດີນທາງ, ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງ ຫວຽດນາມ-ລາວ ໃນບັນຫາຍຸດທະສາດເຊິ່ງການນຳຂັ້ນສູງສອງປະເທດໄດ້ເຫັນດີເປັນເອກະພາບນັ້ນ, ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນສອງປະເທດເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາແບບຍືນຍົງ, ຊຸກຍູ້ຄວາມສາມາດແກ້ງແຍ້ງ, ຢືນຢັນຂະໜາດ ແລະປັບປຸງບົດບາດໃຈກາງຂອງອາຊຽນ ໃນອະນາຄົດ.

ຂອບໃຈທ່ານທູດ !

ເອກອັກຄະລັດຖະທູດ Choi Young Sam: ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນຊຸກຍູ້ການພັດທະນາການພົວພັນລະຫວ່າງສອງປະເທດຢ່າງແທດຈິງ ແລະມີປະສິດທິຜົນ ເອກອັກຄະລັດຖະທູດ Choi Young Sam: ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນຊຸກຍູ້ການພັດທະນາການພົວພັນລະຫວ່າງສອງປະເທດຢ່າງແທດຈິງ ແລະມີປະສິດທິຜົນ

ຍສໝ - ວັນ​ທີ 2 ສິງຫາ ປີ 2024, ທີ່​ທຳນຽບປະທານ, ທ່ານ​ປະທານ​ປະ​ເທດ ໂຕເລີມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.​ເກົາຫຼີ ປະຈຳ ຫວຽດນາມ Choi Young Sam. ຢູ່​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.​ເກົາຫຼີ ປະຈຳ ຫວຽດນາມ; ຢືນຢັນ​ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ ​ເພື່ອ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ແທດ​ຈິງ ​ແລະ ...

ເອກອັກຄະລັດຖະທູດ ສປປ.ລາວ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ລັດຖະມົນຕີກະຊວງຕຳຫລວດຫວຽດນາມ ເອກອັກຄະລັດຖະທູດ ສປປ.ລາວ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ລັດຖະມົນຕີກະຊວງຕຳຫລວດຫວຽດນາມ

ຍສໝ - ວັນທີ 7 ກັນຍາ 2023 ຜ່ານມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ເຂົ້າຢ້ຽມອຳລາ ສະຫາຍ ພົນເອກ ໂຕ ເລີມ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງຕຳຫລວດຫວຽດນາມ

ເຫດການ