3 ແຂວງພາກເໜືອຂອງລາວ ສືບຕໍ່ຫັດແໜ້ນສາຍພົວພັນຮ່ວມມືກັບແຂວງດຽນບຽນ | |
ດ້ຽນບຽນ: ເພີ່ມທະວີການຮ່ວມມືວຽກງານກວດກາກັບ 3 ແຂວງພາກເໜືອຂອງລາວ |
ວັນທີ 11 ກຸມພາ, ພະແນກສຶກສາ ແລະກໍ່ສ້າງ ແຂວງດ້ຽນບຽນ ໄດ້ຈັດພິທີເປີດຊຸດບຳລຸງພາສາຫວຽດ ໃຫ້ແກ່ນັກສຶກສາ ແລະຊຸດຝຶກອົບຮົມການປະຕິບັດງານຕົວຈິງໃຫ້ແກ່ພະນັກງານ 3 ແຂວງພາກເໜືອຂອງລາວ.
ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ພິທີເປີດ ມີສະຫາຍ ຟ້າມດຶກຕ່ວານ, ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງດ້ຽນບຽນ. ເຂົ້າຮ່ວມຍັງມີຜູ້ຕາງໜ້າການນຳບັນດາພະແນກ, ຄະນະ, ຂະແໜງການຂອງແຂວງດ້ຽນບຽນ ແລະການນຳແຂວງຫຼວງພະບາງ, ຜົ້ງສາລີ ແລະ ອຸດົມໄຊ (ສປປ ລາວ).
![]() |
ບັນດາຜູ້ແທນເຂົ້າຮ່ວມພິທີເປີດ. ພາບ: ທຸ່ຍຈາງ |
ຕາມແຜນການ, ໃນລະຫວ່າງວັນທີ 10 ກຸມພາ ຫາວັນທີ 21 ມີນາ, ນັກສຶກສາ 28 ຄົນ ທີ່ມາຈາກ 3 ແຂວງພາກເໜືອຂອງລາວ ຈະໄດ້ບຳລຸງຫົວເລື່ອງສະເພາະກ່ຽວກັບການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການສິດສອນ ແລະການນຳໃຊ້ອຸປະກອນສອນວິຊາຟີຊິກສາດ, ເຄມີສາດ ແລະຊີວະສາດ; ໄປຢ້ຽມຢາມສະຖານທີ່ປະຫວັດສາດ, ວັດທະນະທໍາໃນບໍລິເວນ; ໄປທັດສະນະສຶກສາຢູ່ບັນດາຮາກຖານການສຶກສາ ຂອງແຂວງດ້ຽນບຽນ.
ກ່າວຄຳເຫັນທີ່ພິທີເປີດ, ທ່ານ ຟ້າມດຶກຕ່ວານ ເນັ້ນໜັກວ່າ: ເພື່ອໃຫ້ຊຸດບຳລຸງບັນລຸໄດ້ໝາກຜົນສູງ, ສູນສຶກສາແຂວງດ້ຽນບຽນ ໄດ້ກະກຽມພື້ນຖານວັດຖຸຢ່າງຮອບຄອບ, ຄຸ້ມຄອງການສອນຢ່າງເຂັ້ມງວດ, ປະຕິບັດຕາມຫຼັກສູດຮັບປະກັນຄວາມຄືບໜ້າ ແລະຄຸນນະພາບ; ຖັນແຖວພະນັກງານປະຕິບັດຕາມຫຼັກສູດ ແລະແຜນການສອນຕາມທິດຊີ້ນຳຂອງພະແນກສຶກສາ ແລະກໍ່ສ້າງ ຢ່າງເຂັ້ມງວດ.