ວັນທີ 11 ກຸມພາ, ໃນຂອບເຂດການເຄື່ອນໄຫວເຂົ້າຮ່ວມກອງປະຊຸມສຸດ ຍອດລັດຖະບານໂລກ ປີ 2025 (WGS 2025) ແລະ ດຳເນີນບາງການ ເຄື່ອນໄຫວສອງຝ່າຍຢູ່ສະຫະລັດ ອາຣັບ ເອມມີເລດ (UAE), ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ.
![]() |
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ. ພາບ: ຫາຍມີງ |
ທີ່ການພົບປະ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນ ເມື່ອການຮ່ວມມືລະຫວ່າງສອງປະເທດໄດ້ຮັບການພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ, ສະແດງໃຫ້ເຫັນຜ່ານການພົບປະຂອງສອງກົມການເມືອງ ແລະ ກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງລັດຖະບານຫວຽດນາມ - ລາວ ກໍ່ຄືການພົບປະລະຫວ່າງການ ນຳຂັ້ນສູງ 2 ປະເທດ. ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນສອງຝ່າຍ ຈະເລີນຮຸ່ງເຮືອງຫຼາຍຢ່າງ, ໜ້າເອົາໃຈໃສ່ແມ່ນວົງເງິນການຄ້າສອງຝ່າຍໃນປີ 2024 ບັນລຸ 2,25 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 38,2% ເມື່ອທຽບໃສ່ປີ 2023. ສິ່ງກີດຂວາງຫຼາຍຢ່າງໃນບັນດາໂຄງການຈຸດສຸມພວມໄດ້ຮັບການກວດກາຄືນ ແລະແກ້ໄຂຢ່າງຕັ້ງໜ້າ.
![]() |
ສອງຝ່າຍເຫັນດີເປັນເອກະສັນສືບຕໍ່ຊີ້ນຳບັນດາກະຊວງ, ຂະແໜງການຜັນ ຂະຫຍາຍຂໍ້ຕົກລົງສະບັບຕ່າງໆທີ່ບັນລຸໄດ້ໃນການພົບປະລະຫວ່າງສອງກົມການເມືອງ ແລະໝາກຜົນກອງປະຊຸມຄັ້ງທີ 47 ຄະນະກຳມະການ ຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ຜ່ານມາ. ພາບ: ຫາຍມີງ |
ສອງຝ່າຍເຫັນດີເປັນເອກະສັນສືບຕໍ່ຊີ້ນຳບັນດາກະຊວງ, ຂະແໜງການຜັນ ຂະຫຍາຍຂໍ້ຕົກລົງສະບັບຕ່າງໆທີ່ບັນລຸໄດ້ໃນການພົບປະລະຫວ່າງສອງກົມການເມືອງ ແລະໝາກຜົນກອງປະຊຸມຄັ້ງທີ 47 ຄະນະກຳມະການ ຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ຜ່ານມາ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດການເມືອງ - ການພົວພັນ ຕ່າງປະເທດ - ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການລົງທຶນ - ການຄ້າ, ການເຊື່ອມຕໍ່ຄົມມະນາຄົມ. ໃນນັ້ນ, ສຸມໃສ່ສ້າງ ບາດກ້າວຫັນ ປ່ຽນໃໝ່ໃນການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ ແລະວິທະຍາສາດເຕັກນິກ; ຍົກສູງປະສິດທິຜົນການຮ່ວມ ມືລົງທຶນ; ຊຸກຍູ້ການພັດທະນາພື້ນຖານໂຄງລ່າງເສດຖະກິດຂອງລາວ.
ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ສະແດງຄວາມຂອບໃຈຕໍ່ພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ທີ່ຍາມໃດກໍໃຫ້ການຮ່ວມມື ແລະ ຊ່ວຍເຫຼືອອັນລ້ຳຄ່າໃຫ້ແກ່ລາວ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດໃນເມື່ອກ່ອນ ກໍຄືໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ; ພ້ອມທັງສະເໜີ ຫວຽດນາມ ສືບຕໍ່ແບ່ງປັນບົດຮຽນປະສົບການກ່ຽວກັບການສ້າງເສດຖະກິດມະຫາພາກເປັນປົກກະຕິ, ສ້າງພື້ນຖານເສດຖະກິດເອກະລາດ ແລະ ເປັນເຈົ້າຕົນເອງ.
![]() | ລົງນາມໃນຂໍ້ຕົກລົງການຮ່ວມມືດ້ານການທະຫານ - ການປ້ອງກັນປະເທດ ລະຫວ່າງແຂວງ ຮ່າຕິ້ງ ແລະ ແຂວງບໍລິຄຳໄຊ ຍສໝ - ໂດຍປະຕິບັດບັນດາເນື້ອໃນທີ່ໄດ້ລົງນາມ, ກອງບັນຊາການທະຫານແຂວງ ຮ່າຕິ້ງ ແລະ ບໍລິຄຳໄຊ ໄດ້ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຢູ່ເຂດຊາຍແດນ. |
![]() | ການຮ່ວມມືໃນການຜັນຂະຫຍາຍແລວເສດຖະກິດ ກວາງຈີ້ (ຫວຽດນາມ) - ສາລະວັນ (ລາວ) - ອຸບົນຣາດຊະທານີ (ໄທ) ຍສໝ - ການຄົ້ນຄວ້າເພື່ອພັດທະນາແລວເສດຖະກິດ ກວາງຈີ້-ສາລະວັນ-ອຸບົນຣາດຊະທານີ (PARA-EWEC) ຖືວ່າແມ່ນໜຶ່ງໃນບັນດາມາດຕະການເພື່ອຊ່ວຍເພີ່ມທະວີການເຊື່ອມຕໍ່, ຮັດແໜ້ນການພົວພັນຮ່ວມມືມິດຕະພາບ ກໍຄືຫຼຸດຊ່ອງວ່າງພັດທະນາເສດຖະກິດລະຫວ່າງບັນດາແຂວງ, ທ້ອງຖິ່ນ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ການເມືອງ, ຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພທາງສັງຄົງ. |