ບຸນປີໃໝ່ປະຈຳຊາດຫວຽດນາມ ເຊື່ອມຕໍ່ໄວໜຸ່ມຫວຽດນາມ - ລາວ - ກຳປູເຈຍ | |
ງານຕະຫຼາດນັດສິນຄ້າ: ຂົວເຊື່ອມຕໍ່ການຄ້າລະຫວ່າງຫວຽດນາມ ແລະ ລາວ |
ວັນທີ 22 ກຸມພາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ມີການພົບປະຂັ້ນສູງກັບທ່ານ Hun Sen ປະທານພັກປະຊາຊົນກໍາປູເຈຍ, ປະທານສະພາສູງ ແຫ່ງລາຊະອານາຈັກ ກຳປູເຈຍ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ.
ທີ່ການພົບປະ, ການນຳຂອງ 3 ພັກ ໄດ້ແລກປ່ຽນກ່ຽວກັບສະພາບການໂລກ ແລະພາກພື້ນໃນໄລຍະມໍ່ໆມານີ້, ແບ່ງປັນສະພາບການຂອງແຕ່ລະພັກ ແລະແຕ່ລະປະເທດໃນປີຜ່ານມາ, ຕີລາຄາໝາກຜົນ ແລະສະເໜີທິດທາງການຮ່ວມມືລະຫວ່າງ 3 ພັກ, 3 ປະເທດໃນໄລຍະຈະມາເຖິງ.
ໃນສະພາບການພາກພື້ນ ແລະໂລກທີ່ມີການຜັນແປໄປຫຼາຍຢ່າງ, ຄາດຄະເນໄດ້ຍາກນັ້ນ, 3 ຝ່າຍໄດ້ເຫັນດີສືບຕໍ່ເຮັດໃຫ້ການພົວພັນລະຫວ່າງ 3 ພັກ ແລະ 3 ປະເທດ ເລິກເຊິ່ງ, ຮອບດ້ານ ແລະເປີດກວ້າງກວ່າອີກ, ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ການພົວພັນລະຫວ່າງການນຳຂັ້ນສູງ; ໃຫ້ຄຳໝັ້ນສັນຍາຮັກສາ ແລະເສີມຂະຫຍາຍມູນເຊື້ອສາມັກຄີສະໜິດຕິດພັນລະຫວ່າງ 3 ປະເທດ, ຖືນີ້ແມ່ນຊັບສົມບັດອັນລ້ຳຄ່າ ແລະ ກົດເກ່ນພາວະວິໄສຕໍ່ການຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ; ເຫັນດີຮັກສາ ແລະເພີ່ມທະວີວຽກງານໂຄສະນາ, ສຶກສາອົບຮົມ ເພື່ອໃຫ້ຄົນລຸ້ນຫຼັງຂອງສາມປະເທດ ເປັນຕົ້ນແມ່ນຄົນຮຸ່ນໜຸ່ມມີຄວາມເຂົ້າໃຈແຈ້ງ ແລ ຈື່ຈຳມູນເຊື້ອຄວາມສາມັກຄີດັ່ງກ່າວ.
![]() |
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານ Hun Sen ປະທານພັກປະຊາຊົນກຳປູເຈຍ, ປະທານສະພາສູງ ແຫ່ງລາຊະອານາຈັກ ກຳປູເຈຍ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ຖ່າຍຮູບລວມ. ພາບ: ສໍານັກຂ່າວສານຫວຽດນາມ |
ສາມຝ່າຍຍັງໄດ້ເຫັນດີປັບປຸງເສົາຄໍ້າຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນຮັບມືຢ່າງມີປະສິດທິຜົນຕໍ່ການທ້າທາຍເຖິງຄວາມໝັ້ນຄົງທີ່ກ່ຽວຂ້ອງກັບການທະຫານ ແລະຄວາມໝັ້ນຄົງບໍ່ແມ່ນການທະຫານ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ທາບທາມຄໍາເຫັນ, ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນ ແລະປົກປັກຮັກສາຜົນປະໂຫຍດອັນຊອບທຳຂອງກັນ, ພ້ອມກັນຮັບມືກັບສິ່ງທ້າທາຍລວມ.
ການນຳ 3 ທ່ານເນັ້ນໜັກເຖິງການສືບຕໍ່ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ຊຸກຍູ້ການເຊື່ອມຕໍ່ລະຫວ່າງ 3 ພື້ນຖານເສດຖະກິດ, ພິເສດແມ່ນການເຊື່ອມຕໍ່ໂຄມມະນາຄົມ, ການຄ້າ, ການທ່ອງທ່ຽວ; ຍູ້ແຮງການຮ່ວມມືດ້ານວັດທະນະທຳ, ການສຶກສາ, ວິທະຍາສາດ ແລະເຕັກໂນໂລຢີ ບົນພື້ນຖານເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຕ່ລະປະເທດ.
![]() |
ບັນຍາກາດທີ່ການພົບປະ. |
ການພົບປະລະຫວ່າງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານ Hun Sen ປະທານພັກປະຊາຊົນກຳປູເຈຍ, ປະທານສະພາສູງ ແຫ່ງລາຊະອານາຈັກ ກຳປູເຈຍ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ພ້ອມດ້ວຍການເຂົ້າຮ່ວມຂອງນາຍົກລັດຖະມົນຕີ 3 ປະເທດ. ພາບ: ສໍານັກຂ່າວສານຫວຽດນາມ
![]() |
ການນໍາ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ ຖ່າຍຮູບລວມ. |
ການນຳ 3 ທ່ານເຫັນດີເປັນເອກະສັນຊຸກຍູ້ບັນດາກົນໄກ, ຮູບການຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ສືບຕໍ່ແລກປ່ຽນ ແລະຊອກຫາວິທີການຮ່ວມມືໃໝ່ ໃຫ້ນັບມື້ນັບມີຄຸນນະພາບ, ປະສິດທິຜົນ ແລະແທດຈິງ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ ແລະຜົນປະໂຫຍດລວມຂອງປະຊາຊົນ 3 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ໃນຕອນບ່າຍວັນດຽວກັນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະ ແລະເຮັດວຽກກັບທ່ານ Hun Manet ນາຍົກລັດຖະມົນຕີກຳປູເຈຍ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ແນໃສ່ຊາບຊຶມເນື້ອໃນຂໍ້ຕົກລົງໃນຂໍ້ສະຫຼຸບການພົບປະລະຫວ່າງການນຳຂອງ 3 ພັກ ກ່ອນໜ້ານັ້ນຂອງວັນດຽວກັນ.
ທີ່ການພົບປະ, ນາຍົກລັດຖະມົນຕີ 3 ທ່ານ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການຮ່ວມມືລະຫວ່າງ 3 ປະເທດ ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ຍູ້ແຮງຈາກການນຳຂັ້ນສູງ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ 3 ປະເທດ ແລະພວມມີບາດກ້າວພັດທະນາຢ່າງແຂງແຮງ, ປະກອບສ່ວນຢ່າງແທດຈິງເຂົ້າໃນການປັບປຸງ ແລະເພີ່ມພູນຄູນສ້າງການຮ່ວມມືລະຫວ່າງ 3 ປະເທດ ໃຫ້ນັບມື້ນັບພັດທະນາ. ບັນດາການນໍາ ໄດ້ເນັ້ນໜັກເຖິງຄວາມສຳຄັນໃນຍຸດທະສາດແຫ່ງໄມຕີຈິດມິດຕະພາບອັນສະໜິດສະໜົມ, ຄວາມສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ ລະຫວ່າງ 3 ປະເທດ, ແລະເຫັນດີສືບຕໍ່ເພີ່ມທະວີການພົບປະແລກປ່ຽນ, ການຝຶກອົບຮົມຊາວໜຸ່ມ ແລະການນໍາໜຸ່ມ, ຍູ້ແຮງການໂຄສະນາເຜີຍແຜ່ໃຫ້ປະຊາຊົນຂອງ 3 ປະເທດ ເປັນຕົ້ນແມ່ນລຸ້ນໜຸ່ມກ່ຽວກັບຄວາມໝາຍ ແລະຄຸນຄ່າປະຫວັດສາດຂອງການພົວພັນຮ່ວມມືລະຫວ່າງ 3 ປະເທດ.
![]() |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພ້ອມກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ແລະທ່ານ Hun Manet ນາຍົກລັດຖະມົນຕີກຳປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ |
ນາຍົກລັດຖະມົນຕີ 3 ທ່ານ ຢືນຢັນຈະສືບຕໍ່ເພີ່ມທະວີການຮ່ວມມື ແລະການສົມທົບກັນລະຫວ່າງ 3 ປະເທດໃນການຮັບປະກັນຄວາມໝັ້ນຄົງ ແຫ່ງຊາດ, ສ້າງສາ ແລະພັດທະນາປະເທດ; ຮັກສາການພົບປະຂັ້ນສູງໃນທຸກຊ່ອງທາງຢ່າງເປັນປະຈຳ, ເພີ່ມທະວີການຮ່ວມມືລະຫວ່າງທ້ອງຖິ່ນ, ພິເສດແມ່ນບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ແລະການພົບປະແລກປ່ຽນປະຊາຊົນ; ຜັນຂະຫຍາຍບັນດາກົນໄກ ແລະຂໍ້ຕົກລົງຮ່ວມມືຢ່າງມີປະສິດທິຜົນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ທັດສະນະ ແລະການຮ່ວມມືລະຫວ່າງກະຊວງ, ຂະແໜງການຕ່າງໆ.
ການນຳທັງສາມທ່ານ ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສົມທົບກັນຢ່າງແໜ້ນແຟ້ນເພື່ອປົກປັກຮັກສາຄວາມສະຫງົບຢູ່ເຂດຊາຍແດນ, ຕ້ານ ແລະສະກັດກັ້ນອາດຊະຍາກຳປະເພດຕ່າງໆ; ຍຶດໝັ້ນຫຼັກການບໍ່ປະໃຫ້ບຸກຄົນ ຫຼືກຳລັງໃດນຳໃຊ້ຜືນແຜ່ນດິນຂອງປະເທດນີ້ ເພື່ອກໍ່ຄວາມເສຍຫາຍເຖິງຄວາມໝັ້ນຄົງຂອງປະເທດອື່ນ ພ້ອມກັນຮ່ວມແຮງຮ່ວມໃຈສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ.
ນາຍົກລັດຖະມົນຕີ 3 ທ່ານ ຍັງເຫັນດີສືບຕໍ່ມີນະໂຍບາຍ ແລະມາດຕະການເພື່ອອຳນວຍຄວາມສະດວກ ແລະສົ່ງເສີມການຄ້າ, ການລົງທຶນຕື່ມອີກ, ໃນນັ້ນເອົາໃຈໃສ່ເຖິງການຄ້າຊາຍແດນ ແລະເສີມຂະຫຍາຍລະບົບດ່ານຊາຍແດນທາງບົກລະຫວ່າງ 3 ປະເທດ; ເພີ່ມທະວີການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ, ເຊື່ອມຕໍ່ເສດຖະກິດຂອງ 3 ປະເທດ.
ນາຍົກລັດຖະມົນຕີ 3 ທ່ານ ຊົມເຊີຍ ແລະເຫັນດີສ້າງຕັ້ງກົນໄກຮ່ວມມືລະຫວ່າງລັດຖະມົນຕີກະຊວງວັດທະນະທໍາ, ທ່ອງທ່ຽວ 3 ທ່ານ ເພື່ອເປັນເອກະພາບຕໍ່ແຜນການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ 3 ປະເທດ ແລະຜັນຂະຫຍາຍຮູບແບບການທ່ອງທ່ຽວ “ໜຶ່ງການເດີນທາງ, ສາມສະຖານທີ່ທ່ອງທ່ຽວ”. ບັນດາການນຳຍັງໄດ້ປຶກສາຫາລືບັນຫາພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີເປັນເອກະສັນສົມທົບກັນຮັກສາຄວາມສາມັກຄີ ແລະຫຼັກໝັ້ນ, ບົດບາດໃຈກາງຂອງອາຊຽນ ໃນບັນຫາພາກພື້ນ; ກໍຄືຊຸກຍູ້ການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ.
![]() | ກອງປະຊຸມ ຜູ້ນຳ ພຸດທະສາດສະໜາ ຫວຽດນາມ-ລາວ-ກຳປູເຈຍ ຄັ້ງທີ 1 ຍສໝ - ໃນຕອນເຊົ້າຂອງວັນທີ 12 ພະຈິກ, ຢູ່ນະຄອນຫຼວງວຽງຈັນ ສປປ ລາວ ໄດ້ດຳເນີນ ກອງປະຊຸມ ປະທານ ອົງການພຸດທະສາດສະໜາ ລາວ-ຫວຽດນາມ-ກຳປູເຈຍ ຄັ້ງທີ 1 . |
![]() | ງານຕະຫຼາດນັດ ການຄ້າສາກົນ ຫວຽດນາມ-ລາວ-ກຳປູເຈຍ ປີ 2018 ກຳລັງຈະຈັດຂື້ນຢູ່ ແຂວງ ດັກນົງ ຍສໝ - ວັນທີ 7 ພະຈິກ ກຳມະການປະຊາຊົນ ແຂວງ ດັກລັກ ໄດ້ຈັດພິທີຖະແຫຼງຂ່າວ ເຖິງບັນດາສຳນັກຂ່າວທ້ອງຖິ່ນ ແລະ ສູນກາງ ພາຍໃນແຂວງ ກ່ຽວກັບ ການຈັດງານຕະຫຼາດນັດການຄ້າສາກົນ ຫວຽດນາມ-ກຳປູເຈຍ ປີ 2018 ແຂວງ ດັກລັກ. |