![]() | ລູກເຮືອ ຫວຽດນາມ 3 ຄົນໄດ້ຮັບການກູ້ຊີບໃນເຫດເຮືອຫາປາລຳໜຶ່ງຫຼົ້ມຢູ່ ສ.ເກົາຫຼີ |
![]() | ສະມາຄົມຊາວຫວຽດນາມ ຢູ່ເຂດ Gwangju-Jeonnam (ສ.ເກົາຫຼີ) ເປີດຫ້ອງການໃໝ່ |
ຄະນະອາສາສະໝັກກາແດງສະພາກາແດງ ນະຄອນ Seoul ໄດ້ສົມທົບກັບບັນດາອາສາສະໝັກ ຫວຽດນາມ ປູກປ່າຊາຍເລນດ້ວຍຕົ້ນໄມ້ 400 ຕົ້ນ ຢູ່ຕາແສງ ຕ່າມທົນຮຽບ.
ອາສາສະຫມັກມາຈາກ Seoul Gwon Hanbyeol ແບ່ງປັນວ່າ: “ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ແລກປ່ຽນກັບບັນດານັກສຶກສາ ຫວຽດນາມ. ເຂົາເຈົ້າເປັນມິດ ແລະ ໜ້າຮັກຫຼາຍ. ຂ້າພະເຈົ້າຫວັງວ່າ ຈະມີການເຄື່ອນໄຫວແລກປ່ຽນຕື່ມອີກ ເພື່ອໃຫ້ນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ນັບມື້ນັບສະໜິດສະໜົມກວ່າອີກ”.
![]() |
ຄະນະອາສາສະໝັກສະພາກາແດງນະຄອນ Seoul ໄດ້ສົມທົບກັບອາສາສະໝັກ ຫວຽດນາມ ປູກປ່າຊາຍເລນດ້ວຍຕົ້ນໄມ້ 400 ຕົ້ນຢູ່ຕາແສງ ຕ່າມທົນຮຽບ - (ຮູບ: ລອງຢ່າງ/redcross.org.vn). |
ເຂົ້າຮ່ວມພ້ອມກັບຄະນະອາສາສະໝັກ ຫວຽດນາມ, ນາງ ຫງວຽນຫງອກມິງທື, ນັກຮຽນຫ້ອງຮຽນ 10A10 (ຊັ້ນ ມໍ5), ໂຮງຮຽນມັດທະຍົມຕອນປາຍ ດາວເຊີນໄຕ ໃຫ້ຮູ້ວ່າ: “ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມການປູກປ່າກັບບັນດາເພື່ອນ ສ.ເກົາຫຼີ. ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ ແລະ ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທີ່ຊ່ວຍໃຫ້ຂ້າພະເຈົ້າເຂົ້າໃຈເພີ່ມເຕີມກ່ຽວກັບຄວາມສຳຄັນຂອງການປົກປັກຮັກສາສິ່ງແວດລ້ອມ”.
ໃນຂອບເຂດການເຄື່ອນໄຫວ, ຜູ້ຕາງໜ້າບັນດາອາສາສະໝັກສະພາກາແດງນະຄອນ Seoul (ສ.ເກົາຫຼີ) ໄດ້ມອບປ້າຍອຸປະຖຳຄ່າໃຊ້ຈ່າຍໃຫ້ການອະນຸລັກ ແລະ ຟື້ນຟູປ່າຊາຍເລນ ຢູ່ເມືອງ ເກີນເຢີ ດ້ວຍມູນຄ່າກວ່າ 96 ລ້ານດົ່ງ.
ຢູ່ເມືອງ ຢ່າຫວຽນ, ຄະນະອາສາສະໝັກສະພາກາແດງແຂວງ Daejeon Sejong, ສ.ເກົາຫຼີ, ໄດ້ສົມທົບກັບສະພາກາແດງແຂວງ ນີ່ງບີງ ຈັດຕັ້ງລາຍການແລກປ່ຽນ, ແບ່ງປັນບົດຮຽນຢູ່ບັນດາໂຮງຮຽນໃນບໍລິເວນແຂວງ.
![]() |
ຄະນະອາສາສະໝັກຂອງສະພາກາແດງແຂວງ Daejeon Sejong (ສ.ເກົາຫຼີ) ແລະ ສະພາກາແດງແຂວງ ນີ່ງບີງ (ຫວຽດນາມ) ໄດ້ຈັດຕັ້ງການສອນທັກສະອ່ອນໃຫ້ແກ່ບັນດານັກຮຽນ - (ຮູບ: ຟູ່ງລວຽນ/redcross.org.vn). |
ລາຍການລວມມີບັນດາການເຄື່ອນໄຫວທີ່ມີຄວາມໝາຍຄື ແລກປ່ຽນວັດທະນະທຳ, ສິລະປະ, ປະດັບປະດາຝາໂຮງຮຽນ, ເກັບມ້ຽນສິ່ງເສດເຫຼືອ, ປູກຕົ້ນໄມ້ສີຂຽວ, ຈັດຕັ້ງຊຸດຮຽນທັກສະອ່ອນດ້ານສຸຂະອະນາໄມສ່ວນຕົວ, ການດູແລສຸຂະພາບແລະ ການລະຫຼິ້ນພື້ນເມືອງ ຫວຽດນາມ - ສ.ເກົາຫຼີ.
ຄະນະອາສາສະໝັກຍັງໄດ້ມອບຂອງຂວັນ 160 ພູດ, ຄອມພິວເຕີ 05 ໜ່ວຍ, ເຄື່ອງພິມ 01 ເຄື່ອງ, ປຶ້ມ 100 ຫົວ ແລະ ວັດຖຸທີ່ຈຳເປັນອີກຫຼາຍປະເພດໃຫ້ໂຮງຮຽນປະຖົມ ຢ່າທີ້ງ B ແລະ ໂຮງຮຽນອະນຸບານ ຢ່າທີ້ງ B (ເມືອງ ຢ່າຫວຽນ).
ໂຄງການດັ່ງກ່າວບໍ່ພຽງແຕ່ຊ່ວຍແບ່ງປັນຄຸນຄ່າມະນຸດສະທຳ, ປະສົບການ ແລະ ບັນດາແບບຢ່າງດ້ານມະນຸດສະທຳລະຫວ່າງສະພາກາແດງ Daejeon Sejong (ເກົາຫຼີ) ແລະ ສະພາກາແດງ ນີ່ງບີງ ເທົ່ານັ້ນ, ຫາກຍັງຊຸກຍູ້ການເຊື່ອມຕໍ່ປະຊາຄົມໃນການປົກປັກຮັກສາສິ່ງແວດລ້ອມ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
![]() |
ອາສາສະຫມັກພົບປະກັບພວກນ້ອງນັກຮຽນ - (ຮູບ: ຟຸ່ງລວຽນ/redcross.org.vn). |
ບັນດາການເຄື່ອນໄຫວບໍ່ພຽງແຕ່ນຳມາເຊິ່ງບັນດາບົດຮຽນອັນລ້ຳຄ່າກ່ຽວກັບການດູແລສຸຂະພາບໃຫ້ແກ່ນັກຮຽນ, ພ້ອມທັງຊ່ວຍໃຫ້ບັນດາໄວໜຸ່ມເຂົ້າໃຈ ແລະ ປະຕິບັດບັນດາຄຸນຄ່າການດຳລົງຊີວິດແບບຍືນຍົງເທົ່ານັ້ນ, ຫາກບັນດານັກຮຽນ, ນັກສຶກສາ ກໍ່ໄດ້ຮຽນຮູ້ກ່ຽວກັບວັດທະນະທຳທີ່ເປັນມູນເຊື້ອຂອງສອງປະເທດ, ປະກອບສ່ວນຊຸກຍູ້ການພັດທະນາ, ສັນຕິພາບລະຫວ່າງສອງຊາດ, ປັບປຸງນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ.
![]() | ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບແຂວງ ບິ່ງເຢືອງ ແລະ ນະຄອນ Daejeon (ສ.ເກົາຫຼີ) ຍສໝ - ວັນທີ 4 ມັງກອນ 2025, ທີ່ສະໜາມກິລາແຂວງ ບິ່ງເຢືອງ ໄດ້ດຳເນີນການແຂ່ງຂັນບານເຕະມິດຕະພາບລະຫວ່າງ ທີມພະນັກງານ-ລັດຖະກອນ ແຂວງ ບິ່ງເຢືອງ ແລະ ທີມສະຫະພັນບານເຕະ Daejeon (ສ.ເກົາຫຼີ). |
![]() | ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ຈັດຕັ້ງການໂອ້ລົມເຈລະຈາ ແລະ ການເຊື່ອມຕໍ່ວິສາຫະກິດ ຍສໝ - ທີ່ການໂອ້ລົມເຈລະຈາ, ບັນດາວິສາຫະກິດ ຫວຽດນາມ ແລະ ອາເມລິກາ ໄດ້ມີການແບ່ງປັນ, ແລກປ່ຽນຫຼາຍຢ່າງກ່ຽວກັບບັນດາກາລະໂອກາດຮ່ວມມື, ລະບຽບການກ່ຽວກັບການລົງທຶນ, ດຳເນີນທຸລະກິດຢູ່ ອາເມລິກາ. |
ແທັງຮັ່ງ