Global Times (ຈີນ): ຊຸກຍູ້​ການ​ຮ່ວມ​ມື​ຢ່າງເເທດຈິງກັບ​ຫວຽດນາມ ຈາກ 5 ດ້ານ

17:52 | 07/02/2025

ຍສໝ - ປີ 2025 ​ສະເຫຼີມສະຫຼອງ75 ປີ​ແຫ່ງ​ການ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ ​ຈີນ-ຫວຽດນາມ, ພ້ອມກັນນັ້ນ ​ແມ່ນ​ປີພົບປະ​ແລກປ່ຽນ​ມະນຸດສະທຳ ຈີນ-ຫວຽດນາມ. ​ໃນໂທລະເລກອວຍພອນ, ການ​ນຳ​ຂອງ​ສອງ​ປະ​ເທດ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ຊຸກຍູ້​ບັນດາ​ຜົນງານ​ໃໝ່​ໃນ​ການ​ສ້າງ​ປະຊາ​ຄົມແບ່ງປັນອານາຄົດ ຈີນ-ຫວຽດນາມ ທີ່​ມີ​ຄວາມ​ໝາຍ​ຍຸດທະສາດ, ຊຸກຍູ້​ຄວາມ​ຮັບ​ຮູ້​ລວມຂັ້ນ​ສູງ​ກ່ຽວກັບ "6 ກ່ວາ" ​ໃນ​ການ​ພົວພັນ​ສອງ​ປະ​ເທດໃຫ້ເຂົ້າສູ່ຕົວຈິງ.

ກອງ​ປະຊຸມ​ກາງ​ສະ​ໄໝ​ຕີ​ລາຄາ​ການ​ຜັນຂະຫຍາຍ​ຂໍ້​ຕົກລົງ​ແຜນການ​ຮ່ວມ​ມື​ຫວຽດນາມ - ລາວ
ຕັ້ງ​ໜ້າ​ຜັນ​ຂະ​ຫາຍ​ກົນ​ໄກ​​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ສອງ​ຝ່າຍ ຫວຽດ​ນາມ-ໂປ​ໂລຍ

ຕາມຜູ້​ຂຽນບົດ​ແລ້ວ, ສອງ​ປະ​ເທດ​ຈີນ​ ແລະ ​ຫວຽດນາມ ​ໃນ​ປະຈຸ​ບັນ​ພວມ​ຢູ່​ໃນ​ໄລຍະ​ທີ່​ສຳຄັນ​ຂອງ​ການ​ພັດທະນາ ແລະ ການ​ຫັນປ່ຽນ​ເສດຖະກິດ​, ສອງ​ຝ່າຍ​ສາມາດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງແທດຈິງຈາກ​ແງ່ມູມ​ຕ່າງໆ​ດັ່ງ​ນີ້:

Global Times (ຈີນ): ຊຸກຍູ້​ການ​ຮ່ວມ​ມື​ຢ່າງເເທດຈິງກັບ​ຫວຽດນາມ ຈາກ 5 ດ້ານ
ຮູບ​ປະກອບ: ​ຖ້ຽວລົດ​ໄຟ​ລະ​ຫວ່າງ​ສອງ​ປະ​ເທດ​ຄັ້ງ​ທຳ​ອິດ​ບັນ​ທຸກ​ສິນ​ຄ້າ​ເທ​ດ​ໃນ​ປີ 2025 ໄດ້ເດີນທາງ​ອອກ​ຈາກ​ ກວາງ​ຊີ.

ທີໜຶ່ງ, ແຕ້ມ "ວົງມົນຮ່ວມໃຈກາງ" ໃນການຮ່ວມມືໂດຍອີງໃສ່ຄວາມໄວ້ວາງໃຈເຊິ່ງກັນ ແລະ ກັນ. ການ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ຍຸດ​ທະ​ສາດ​ແມ່ນ​ການ​ຮັບປະກັນ​ອັນ​ສຳຄັນ​ໃຫ້ ​ຈີນ ແລະ ຫວຽດນາມ ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງແທດຈິງ; ການແລກປ່ຽນຢ່າງມີປະສິດທິຜົນ ແລະ ການເຊື່ອມໂຍງທາງດ້ານນະໂຍບາຍແມ່ນບັນດາວິທີການທີ່ມີປະສິດທິພາບເພື່ອເພີ່ມທະວີຄວາມໄວ້ວາງໃຈທາງຍຸດທະສາດ.

ທີສອງ, ຍົກສູງລະດັບປະສິດທິ​ຜົນ​ການ​ຮ່ວມ​ມື​ຈາກ​ດ້ານ​ການ​ເຊື່ອມ​ຕໍ່. ການ​ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ ​ແມ່ນ​ຂໍ້ກຸນ​ແຈເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມືຢ່າງແທດຈິງ​ລະ​ຫວ່າງ​ ຈີນ ​ແລະ ​ຫວຽດ​ນາມ. ເດືອນ​ທັນວາ ​ປີ 2024, ຈີນ ​ແລະ ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ສັນຍາລະຫວ່າງສອງລັດຖະບານກ່ຽວກັບບັນດາໂຄງການ​ຮ່ວມ​ມື​ທາງ​ລົດ​ໄຟຂອບເຂດ​ມາດຕະຖານ​ຂ້າມ​ຊາຍ​ແດນ, ​ໄດ້​ຕົກລົງ​ຮ່ວມ​ກັນ​ສ້າງ​ທາງ​ລົດ​ໄຟ​ມາດຕະຖານ 3 ​ເສັ້ນ​ຄື: ລາວ​ກາຍ - ຮ່າ​ໂນ້ຍ - ຫາຍ​ຟ່ອງ, ລ້າງເຊີນ - ຮ່າ​ໂນ້ຍ ​ແລະ ໝອງກ໋າຍ - ຮ້າ​ລອງ - ຫາຍ​ຟ່ອງ.

ທີ​ສາມ, ຫັນເປັນດີທີ່ສຸດ ແລະ ເປີດກ້ວາງຂອບຂະ​ຫນາດ​ການ​ຮ່ວມ​ມື​ຈາກ​ດ້ານ​ເສດ​ຖະ​ກິດ​ - ການ​ຄ້າ​. ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ - ການ​ຄ້າ​ແມ່ນ​ຂົງ​ເຂດ​ທີ່​ສຳ​ຄັນ​ເພື່ອ​ໃຫ້​ ຈີນ​ ແລະ ຫວຽດ​ນາມ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງແທດຈິງ.

ທີ​ສີ່, ຊຸກຍູ້​ການ​ຮ່ວມ​ມືຈາກແງ່ມູມດ້ານ​ການ​ເງິນ. ປີ 2024, ຈີນ ​ແລະ ຫວຽດນາມ ໄດ້ລົງນາມໃນ​ບົດ​ບັນທຶກຊ່ວຍຈຳກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ລະດັບ​ທະນາຄານສູນກາງ, ​ເຊິ່ງຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ຊຳລະ​ເງິນຕາພາຍໃນ, ການ​ແລກປ່ຽນ​ເງິນຕາພາຍໃນ ​ແລະ ​ການ​ເຊື່ອມ​ຕໍ່​ການ​ຊຳລະ​ເງິນ​ຂ້າມ​ຊາດ.

ທີ​ຫ້າ, ​ປັບປຸງ​ພື້ນຖານ​ຫາງສຽງສັງຄົມກ່ຽວ​ກັບ​ການ​ຮ່ວມ​ມື​ຈາກແງ່ມູມຄວາມຮັບຜິດຊອບ. ສຸມ​ໃສ່ເຂົ້າໃນບັນດາເປົ້າໝາຍທີ່ມີມາດຕະຖານ​ສູງ, ຄວາມ​ຍືນ​ຍົງ​ ແລະ​ ນຳມາເຊິ່ງຜົນ​ປະ​ໂຫຍ​ດໃຫ້ແກ່ຊີວິດ​ຂອງ​ປະຊາຊົນ, ປະຕິບັດ​ໜ້າ​ທີ່​ຮັບຜິດຊອບ​ສັງຄົມ​ຂອງ​ວິ​ສາ​ຫະກິດ​ ຈີນ ຢ່າງ​ຕັ້ງໜ້າ ແລະ ປັບປຸງ​ພື້ນຖານ​ຫາງສຽງສັງຄົມ​ໃຫ້ແກ່​ການ​ຮ່ວມ​ມື​ຢ່າງແທດຈິງລະຫວ່າງ ​ຈີນ-ຫວຽດນາມ.

ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ ແລະ ການ​ຮ່ວມ​ມື​ຮອບດ້ານ ​ຫວຽດນາມ - ລາວ

ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ ແລະ ການ​ຮ່ວມ​ມື​ຮອບດ້ານ ​ຫວຽດນາມ - ລາວ

ຍສໝ - ວັນ​ທີ 24 ມິຖຸນາ 2024, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ໂທ ​ເລືອງ​ຕ່າມກວາງ, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ຕຳຫຼວດ ໄດ້​ມີ​ການ​ພົບ​ປະ​ກັບ ທ່ານນາງ ຄຳເພົາ ເອີນ​ທະ​ວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ປະຈຳ ຫວຽດນາມ, ເຂົ້າພົບປະຢ້ຽມຢາມເນື່ອງ​ໃນ​ໂອ​ກາດ​ເລີ່ມອາຍຸການປະຕິບັດງານຢູ່ ​ຫວຽດ​ນາມ.

ຫວຽດນາມ ສົ່ງເສີມວິ​ສາ​ຫະກິດ ສ.​ເກົາຫຼີ ​ເປີດ​ກວ້າງ​ການ​ຮ່ວມ​ມື​ລົງທຶນ

ຫວຽດນາມ ສົ່ງເສີມວິ​ສາ​ຫະກິດ ສ.​ເກົາຫຼີ ​ເປີດ​ກວ້າງ​ການ​ຮ່ວມ​ມື​ລົງທຶນ

ຍສໝ - ທ່ານຮອງນາ​ຍົກ​ລັດ​ຖະ​ມົນ​ຕີຜູ້ປະຈຳການ ຫງວຽນຮວ່າບິ່ງ ຢືນ​ຢັນ​ວ່າ ລັດ​ຖະ​ບານ ​ຫວຽດ​ນາມ ຍາມ​ໃດ​ກໍ່​ສົ່ງເສີມວິ​ສາ​ຫະ​ກິດ ສ.ເກົາຫຼີ ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ​ເຂົ້າໃນ​ບັນ​ດາ​ຂົງ​ເຂດ​ທີ່ ສ.ເກົາຫຼີ ມີ​ທ່າແຮງ ແລະ ຫວຽດນາມ ມີ​ຄວາມ​ຕ້ອງ​ການດຶງດູດ ແລະ ໃຫ້ບຸ​ລິ​ມະ​ສິດ​ສູງ​ ເຊັ່ນ ເຕັກ​ໂນ​ໂລຢີສູງ, ເອ​ເລັກ​ໂຕ​ນິກ, ເຄິ່ງຊັກນຳໄຟຟ້າ, ປັນຍາ​ປະດິດ ...

ມີງດຶກ

ເຫດການ