ສັນຍານທີ່ດີຂອງຂະແໜງທ່ອງທ່ຽວຫວຽດນາມ

22:13 | 24/02/2025

ຍສໝ - ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍ ເພື່ອຕອບສະໜອງບັນດາທ່າອ່ຽງທ່ອງທ່ຽວໃໝ່, ຄື: ການທ່ອງທ່ຽວແບບຍືນຍົງ; ນັກທ່ອງທ່ຽວເລືອກສະຖານທີທ່ອງທ່ຽວບໍ່ໜາແໜ້ນປານໃດ; ຫັນຈາກການຢ້ຽມຢາມໄປສູ່ພຶດຕິກໍາຕົວຈິງ; ການທ່ອງທ່ຽວເບິ່ງແຍງດູແລສຸຂະພາບ; ການທ່ອງທ່ຽວຄອບຄົວຫຼາຍລຸ້ນ; ການທ່ອງທ່ຽວໂດຍ AI ອອກແບບລາຍການ…

ສັນຍານໃໝ່ຈາກຮູບແບບຕະຫຼາດນັດຊາຍແດນ ລາວບາວ ສັນຍານໃໝ່ຈາກຮູບແບບຕະຫຼາດນັດຊາຍແດນ ລາວບາວ
Fitch Ratings ຄາດຄະເນວ່າ ການເຕີບໂຕທາງເສດຖະກິດໄລຍະກາງຂອງຫວຽດນາມ ມີບັນດາສັນຍານທີ່ສະດວກ Fitch Ratings ຄາດຄະເນວ່າ ການເຕີບໂຕທາງເສດຖະກິດໄລຍະກາງຂອງຫວຽດນາມ ມີບັນດາສັນຍານທີ່ສະດວກ

ດ້ວຍບັນດາປູຊະນີຍະສະຖານ, ທັດສະນິຍະພາບຫຼາຍຮູບຫຼາຍແບບ ແລະພື້ນຖານວັດທະນະທຳທີ່ອຸດົມສົມບູນ, ຂະແໜງທ່ອງທ່ຽວຫວຽດນາມ ມີທ່າໄດ້ປຽບຫຼາຍຢ່າງເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຊາດໃນສັງກາດບືນຕົວຂຶ້ນຂອງຊາດ.

ໜ້າທີ່ຫຍຸ້ງຍາກ, ຈະປະສົບຜົນສໍາເລັດໄດ້ຫຼືບໍ?

ດ້ວຍຈຳນວນນັກທ່ອງທ່ຽວສາກົນມາຫວຽດນາມ ໃນປີ 2024 ບັນລຸ 17,5 ລ້ານເທື່ອຄົນ, ໃນປີ 2025, ຂະແໜງທ່ອງທ່ຽວສູ້ຊົນບັນລຸເປົ້າໝາຍຕ້ອນຮັບນັກທ່ອງທ່ຽວສາກົນ 22 – 23 ລ້ານເທື່ອຄົນ ແລະຮັບໃຊ້ນັກທ່ອງທ່ຽວພາຍໃນປະເທດ 120 – 130 ລ້ານເທື່ອຄົນ; ຍອດລາຍຮັບຈາກນັກທ່ອງທ່ຽວຄາດວ່າຈະບັນລຸປະມານ 980 – 1.050 ພັນຕື້ດົ່ງ.

ນັກຊ່ຽວຊານຫຼາຍຄົນຖືວ່າ ການຕ້ອນຮັບນັກທ່ອງທ່ຽວສາກົນ 22 - 23 ລ້ານເທື່ອຄົນແມ່ນເປົ້າໝາຍບໍ່ເປັນໄປໄດ້ໃນເງື່ອນໄຂປະຈຸບັນ. ເຖິງຢ່າງໃດກໍຕາມດ້ວຍນັກທ່ອງທ່ຽວ 17,5 ລ້ານເທື່ອຄົນໃນປີ 2024, ສາມາດເຫັນໄດ້ການບຸກທະລຸ, ເບິ່ງຄືວ່າບໍ່ເປັນໄປໄດ້, ສິ່ງທີ່ບັນດານັກຊ່ຽວຊານໃຫ້ຂໍ້ສັງເກດກ່ຽວກັບການທ່ອງທ່ຽວຂອງຫວຽດນາມ ພາຍຫຼັງພະຍາດໂຄວິດ-19.

ສັນຍານທີ່ດີຂອງຂະແໜງທ່ອງທ່ຽວຫວຽດນາມ
ພາບປະກອບ: ລືວເຮືອງ

ດ້ວຍນັກທ່ອງທ່ຽວຕ່າງປະເທດເຂົ້າມາຫວຽດນາມ 17,5 ລ້ານຄົນ, ເພີ່ມຂຶ້ນ 38,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນຂະນະທີ່ນັກທ່ອງທ່ຽວພາຍໃນປະເທດເພີ່ມຂຶ້ນພຽງແຕ່ 1,6% (110 ລ້ານເທື່ອຄົນ), ຕົວເລກ 38,9% ສະແດງໃຫ້ເຫັນເຖິງບາດກ້າວບຸກທະລຸທີ່ບໍ່ເຄີຍມີມາກ່ອນ, ເຮັດໃຫ້ຂະແໜງທ່ອງທ່ຽວມີທີ່ຕັ້ງໃໝ່, ກາຍເປັນຈຸດພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ.

ເຖິງຢ່າງໃດກໍຕາມ, ຍັງຕ້ອງຮັບຮູ້ວ່າ ຈາກຜົນງານໄດ້ຮັບນັກທ່ອງທ່ຽວ 17,5 ລ້ານເທື່ອຄົນ ໃນປີ 2024 ແລະສູ້ຊົນເພື່ອຮັບນັກທ່ອງທ່ຽວໃຫ້ໄດ້ແຕ່ 22 – 23 ລ້ານເທື່ອຄົນໃນປີ 2025 ແມ່ນໜ້າທີ່ທີ່ຫຍຸ້ງຍາກ. ຖ້າບໍ່ມີຍຸດທະສາດຖືກຕ້ອງ, ບໍ່ມີການຊຸກຍູ້ການບໍລິການທ່ອງທ່ຽວອາຊີບ, ທ່ວງທັນກັບທ່າອ່ຽງຂອງໂລກ, ແມ່ນບໍ່ສາມາດປະສົບຜົນສໍາເລັດໄດ້.

ຕາມທ່ານ ຮ່າວັນສຽວ, ຮອງຫົວໜ້າກົມທ່ອງທ່ຽວແຫ່ງຊາດຫວຽດນາມ ແລ້ວ, ປີ 2025 ແມ່ນປີທີ່ມີຄວາມໝາຍສຳຄັນເປັນພິເສດ, ມີຫຼາຍວັນບຸນໃຫຍ່. ໃນຂະນະນັ້ນ, ຕະຫຼາດນັກທ່ອງທ່ຽວສາກົນສາມາດເຕີບໂຕໃນເງື່ອນໄຂນະໂຍບາຍອຳນວຍຄວາມສະດວກກ່ຽວກັບວີຊາ ແລະການເຂົ້າອອກເມືອງ.

ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍເພື່ອຕອບສະໜອງບັນດາທ່າອ່ຽງທ່ອງທ່ຽວໃໝ່, ຄື: ການທ່ອງທ່ຽວແບບຍືນຍົງ, ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະສັງຄົມ; ນັກທ່ອງທ່ຽວເລືອກສະຖານທີທ່ອງທ່ຽວບໍ່ໜາແໜ້ນປານໃດ; ຫັນຈາກການຢ້ຽມຢາມໄປສູ່ພຶດຕິກໍາຕົວຈິງ; ການທ່ອງທ່ຽວເບິ່ງແຍງດູແລສຸຂະພາບ; ການທ່ອງທ່ຽວຄອບຄົວຫຼາຍລຸ້ນ; ການທ່ອງທ່ຽວໂດຍ AI ອອກແບບລາຍການ…

ຜູ້ຕາງໜ້າກົມທ່ອງທ່ຽວແຫ່ງຊາດຫວຽດນາມ ຖືວ່າ ຜົນສຳເລັດຂອງການທ່ອງທ່ຽວບໍ່ພຽງແຕ່ສະແດງໃຫ້ເຫັນຜ່ານຕົວເລກ “ສາມາດວັດແທກໄດ້” ເທົ່ານັ້ນ, ຫາກຍັງຜ່ານຫຼາຍແງ່ມູມອີກດ້ວຍ. ນັ້ນແມ່ນຄວາມເອົາໃຈໃສ່ ແລະການສະໜັບສະໜູນຂອງທົ່ວສັງຄົມສໍາລັບການທ່ອງທ່ຽວ, ສິ່ງທີ່ຮັບຮູ້ໄດ້ງ່າຍທີ່ສຸດແມ່ນຄວາມສີວິໄລ, ຄວາມເປັນມິດຂອງປະຊາຄົມຕໍ່ນັກທ່ອງທ່ຽວ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການໂຄສະນາເຜີຍແຜ່ສານທີ່ວ່າ ຫວຽດນາມ ແມ່ນປະເທດທີ່ມີຄວາມປອດໄພ, ສະໜິດສະໜົມ ແລະດຶງດູດໃຈ.

ຄຽງຂ້າງນັ້ນ, ແມ່ນການເຂົ້າຮ່ວມຂອງບັນດາທ້ອງຖິ່ນ, ວິສາຫະກິດໃນການລົງທຶນກໍ່ສ້າງພື້ນຖານໂຄງລ່າງພັກເຊົາ, ການບໍລິການ... ການລົງທຶນໄດ້ສ້າງໂສມໜ້າໃໝ່ຢູ່ຫຼາຍທ້ອງຖິ່ນ, ຫຼາຍກິດຈະກຳ, ໂຄງການໃໝ່ໄດ້ຮັບການຜັນຂະຫຍາຍດ້ວຍຫຼາຍຮູບແບບໃໝ່, ສ້າງພື້ນຖານໂຄງລ່າງທີ່ທັນສະໄໝ, ຊຸກຍູ້ການພັດທະນາການທ່ອງທ່ຽວເຂົ້າສູ່ລວງເລິກ.

ຄວາມສາມາດບົ່ມຊ້ອນຈາກ "ບໍ່ຄໍາວັດທະນະທໍາ"

ໂດຍແມ່ນປະເທດທີ່ມີວັດທະນະທໍາອຸດົມສົມບູນ, ມີມໍລະດົກທີ່ເປັນຮູບຮ່າງ ແລະບໍ່ເປັນຮູບຮ່າງຫຼາຍຮູບຫຼາຍແບບຫຼາຍຢ່າງ, ດ້ວຍ 30 ກວ່າມໍລະດົກໂລກທີ່ໄດ້ຮັບການຮັບຮອງຈາກອົງການ UNESCO, ມີທັດສະນິຍະພາບທີ່ສວຍງາມ, ມະຫັດສະຈັນຫຼາຍແຫ່ງ, ສ້າງອອກບັນດາມໍລະດົກທີ່ເຕັມໄປດ້ວຍຄຸນຄ່າຂອງຫວຽດນາມ. ນ້ັນບໍ່ພຽງແຕ່ເປັນແຫຼ່ງທຶນເທົ່ານັ້ນ, ຫາກຍັງເປັນພື້ນຖານອັນໜັກແໜ້ນບໍ່ແມ່ນວ່າປະເທດໃດກໍ່ມີ ເພື່ອດຶງດູດນັກທ່ອງທ່ຽວສາກົນອີກດ້ວຍ.

ສັນຍານທີ່ດີຂອງຂະແໜງທ່ອງທ່ຽວຫວຽດນາມ
ພາບປະກອບ: ລືວເຮືອງ

ພິເສດແມ່ນບັນດາງານບຸນປະເພນີແຕ່ເໜືອຮອດໃຕ້, ທີ່ດຳເນີນໃນຕະຫຼອດລະດູບານໃໝ່ ແລະໃນປີ, ໄດ້ສ້າງເປັນ “ບໍ່ຄຳວັດທະນະທຳ” ທີ່ເປັນເອກະລັກສະເພາະສໍາລັບເພື່ອນມິດສາກົນ, ສ້າງຄວາມປະທັບໃຈໃຫ້ແຂກທ່ອງທ່ຽວເມື່ອມາຄົ້ນຫາສິ່ງທີ່ໃໝ່ອ່ຽມຂອງປະເທດຕາເວັນອອກ.

ຂໍ້ມູນຫຼ້າສຸດສະແດງໃຫ້ເຫັນວ່າ ໃນໂອກາດບຸນປີໃໝ່ປະຈໍາຊາດ ປີມະເສັງ 2025, ການເຄື່ອນໄຫວທ່ອງທ່ຽວໃນທົ່ວປະເທດໄດ້ດໍາເນີນຢ່າງຄຶກຄື້ນ. ຈຳນວນແຂກທ່ອງທ່ຽວພາຍໃນ ແລະຕ່າງປະເທດສືບຕໍ່ເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ຫຼາຍແຂວງ, ນະຄອນບັນລຸລາຍຮັບນັບພັນຕື້ດົ່ງ. ໃນໄລຍະພຽງ 9 ວັນ, ແຕ່ວັນທີ 25 ມັງກອນ ຫາວັນທີ 2 ກຸມພາ, ທົ່ວປະເທດຕ້ອນຮັບ ແລະຮັບໃຊ້ແຂກທ່ອງທ່ຽວພາຍໃນປະເທດປະມານ 12,5 ລ້ານເທື່ອຄົນ, ເພີ່ມຂຶ້ນປະມານ 19% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.

ຢູ່ຫຼາຍແຂວງ, ນະຄອນຕ່າງໆກໍ່ສໍາເລັດ ແລະສ້າງບັນດາໂຄງການໃໝ່ເພື່ອຮັບໃຊ້ການທ່ອງທ່ຽວຕາມທິດສຸມໃສ່ລົງເລິກ, ຄຸນນະພາບ, ວິຊາສະເພາະ, ຍືນຍົງ, ສ້າງເຄື່ອງໝາຍສິນຄ້າ; ສ້າງບັນດາຜະລິດຕະພັນການທ່ອງທ່ຽວທີ່ມີຄຸນນະພາບສູງ ເພື່ອແນໃສ່ນຳມາເຊິ່ງບັນດາຄຸນຄ່າຕົວຈິງ, ປະທັບໃຈໃຫ້ແກ່ນັກທ່ອງທ່ຽວ.

ດ້ວຍທັດສະນິຍະພາບທີ່ສວຍງາມ, ມໍລະດົກຫຼາຍຮູບຫຼາຍແບບ ຫວັງວ່າປີ 2025 ການທ່ອງທ່ຽວຫວຽດນາມ ຈະບຸກທະລຸດ້ວຍກຳລັງໜູນໃໝ່, ທ່າແຮງໃໝ່ພ້ອມກັບສັງກາດບືນຕົວຂຶ້ນຂອງປະເທດຊາດ.

ການສົ່ງອອກຂອງຫວຽດນາມ ສະແດງໃຫ້ເຫັນບັນດາສັນຍານການຟື້ນຟູ ການສົ່ງອອກຂອງຫວຽດນາມ ສະແດງໃຫ້ເຫັນບັນດາສັນຍານການຟື້ນຟູ

ຍສໝ - ຫວຽດ​ນາມ ພວມ​ຟື້ນ​ຕົວເປັນປົກກະຕິຈາກ​ການຊຸດໂຊມ​ຂອງ​ການ​ຄ້າ​ທົ່ວ​ໂລກ ແລະ ການ​ສົ່ງ​ອອກ​ມີ​ຄວາມອາດສາມາດທີ່ສືບ​ຕໍ່​ເພີ່ມຄວາມໄວ ເມື່ອໃບສັ່ງສິນຄ້າໄດ້ຮັບການປັບປຸງ.

ລາວ-ຫວຽດນາມ ມອບ-ຮັບສະຖານີເຄືອຂ່າຍສົ່ງຕໍ່ສັນຍານວິທະຍຸ – ໂທລະພາບຢູ່ແຂວງສະຫວັນນະເຂດ ລາວ-ຫວຽດນາມ ມອບ-ຮັບສະຖານີເຄືອຂ່າຍສົ່ງຕໍ່ສັນຍານວິທະຍຸ – ໂທລະພາບຢູ່ແຂວງສະຫວັນນະເຂດ

ໃນຕອນເຊົ້າຂອງວັນທີ 24 ທັນວາ 2018, ພິທີມອບ-ຮັບສະຖານີເຄືອຂ່າຍສົ່ງຕໍ່ສັນຍານວິທະຍຸ – ໂທລະພາບ ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ບ້ານ ໂພໄຊ, ເມືອງພະລານໄຊ, ແຂວງສະຫວັນນະເຂດ, ໂດຍການເປັນປະທານ ຂອງທ່ານ ສະຫວັນຄອນ ຣາຊມຸນຕີ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ໂດຍມີທ່ານ ຄຳເຜີຍ ແກ້ວກິນນາລີ, ຮອງປະທານຄະນະກຳມາທິການຮ່ວມມືລາວ ...

ເບິ່ງເພີ່ມເຕີມໃນ: ຕໍາລາ

ເບິ່ງເພີ່ມເຕີມ
ເຫດການ