ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນ ຫວຽດນາມ - ສປປ. ເກົາຫຼີ ໃຫ້ຫຼາຍກວ່າອີີກ

08:00 | 07/02/2025

ຍສໝ - ວັນທີ 6 ກຸມພາ, ຢູ່ຮ່າໂນ້ຍ, ສະຖານທູດ ສປປ. ເກົາຫຼີ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງພິທີງານລ້ຽງສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ສສ ຫວຽດນາມ ແລະ ສປປ. ເກົາຫຼີ (31 ມັງກອນ 1950 – 31 ມັງກອນ 2025).

ມ໋ອງກ໋າຍ: ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຢູ່ຊາຍແດນ ຫວຽດນາມ - ຈີນ
ດ່ານັ້ງ ແລະລາວ ເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມື

ເຂົ້າຮ່ວມລາຍການມີທ່ານ ບຸຍແທງເຊີນ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ; ທ່ານ ຫງວຽນມິງຫວູ, ຮອງລັດຖະມົນຕີຜູ້ປະຈຳກະຊວງການຕ່າງປະເທດຫວຽດນາມ; ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປ. ເກົາຫຼີ ປະຈຳ ຫວຽດນາມ Ri Sung Guk, ພ້ອມ​ກັບ​ຜູ້ແທນ​ບັນດາ​ກະຊວງ, ຂະແໜງການ, ບັນດາ​ອົງການ​ຈັດຕັ້ງມິດຕະພາບ ​ຫວຽດນາມ.

ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນ ຫວຽດນາມ - ສປປ. ເກົາຫຼີ ໃຫ້ຫຼາຍກວ່າອີີກ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ບຸຍ​ແທງ​ເຊີນ (ເບື້ອງຊ້າຍ) ແລະ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສປປ. ເກົາຫຼີ Ri Sung Guk. (ຮູບ: ໜັງສືພິມ ລັດຖະບານ)

ກ່າວຄຳປາໄສທີ່ລາຍການ, ທ່ານ ບຸຍແທງເຊີນ ເນັ້ນໜັກວ່າ ໃນ 75 ປີຜ່ານມາ ນັບແຕ່ວັນສ້າງຕັ້ງການພົວພັນທາງການທູດ, ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ ແລະ ປະຊາຊົນ 2 ປະເທດ ໂດຍປະທານ ໂຮ່ຈີມິນ ແລະ ທ່ານປະທານ Kim Il-sung ກໍ່ສ້າງ ແລະ ອອກເຫື່ອເທແຮງເພີ່ມພູນຄູນສ້າງ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ໄລຍະຂຶ້ນລົງໃນປະຫວັດສາດຫຼາຍຢ່າງ, ໄດ້ຮັບການສືບທອດ ແລະ ປັບປຸງຢ່າງບໍ່ຢຸດຢັ້ງຜ່ານບັນດາລຸ້ນການນຳສອງປະເທດ.

ທ່ານ ບຸຍ​ແທງ​ເຊີນ ຢືນຢັນ​ຄວາມ​ພ້ອມ​ກັບພັກ, ລັດຖະບານ ​ແລະ ປະຊາຊົນ ສປປ. ເກົາຫຼີ ​ໃນ​ການ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່ເປັນມູນເຊື້ອ​ລະຫວ່າງ 2 ປະ​ເທດຕື່ມອີກ, ພິ​ເສດ​ແມ່ນ​ປີ​ມິດຕະພາບ ຫວຽດນາມ - ສປປ. ເກົາຫຼີ ​ໃນ​ປີ 2025. ຜ່ານ​ນັ້ນ, ກໍ່ປະກອບສ່ວນ​ຢ່າງ​ແທ້ຈິງເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນລະພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ​ ສປປ ເກົາຫຼີ Ri Sung Guk ແລ້ວ, ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ສປປ. ເກົາຫຼີ ​ແລະ ຫວຽດນາມ ​ໃນ​ວັນ​ທີ 31 ມັງກອນ 1950 ​ໄດ້​ກາຍ​ເປັນ​ຂີດ​ໝາຍ​ປະຫວັດສາດ, ​ແມ່ນ​ຈຸດ​ເລີ່​ມຕົ້ນ​ແຫ່ງ​ຄວາມ​ມິດຕະພາບ, ຄວາມ​ສາມັກຄີ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນ ຫວຽດນາມ - ສປປ. ເກົາຫຼີ ໃຫ້ຫຼາຍກວ່າອີີກ

ບັນດາ​ຜູ້​ແທນ​ໄດ້​ໄປ​ຢ້ຽມ​ຊົມ​ການ​ວາງສະ​ແດງ​ຮູບ​ພາບ​ກ່ຽວ​ກັບ​ ສປປ. ເກົາຫຼີ ແລະ ການ​ພົວພັນ​ ຫວຽດນາມ - ​ສປປ. ເກົາຫຼີ. (ພາບ: ກອງທັບປະຊາຊົນ)

ໂດຍສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງການພົວພັນລະຫວ່າງ 2 ປະເທດໃນໄລຍະ 75 ປີຜ່ານມາ, ທ່ານເອກອັກຄະລັດຖະທູດ Ri Sung Guk ຢັ້ງຢືນວ່າ ສປປ. ເກົາຫຼີ ຈະສືບຕໍ່ມານະພະຍາຍາມເພື່ອພ້ອມກັບ ຫວຽດນາມ ເພີ່ມທະວີ, ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍຂົງເຂດໃນໄລຍະຈະມາເຖິງ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ Ri Sung Guk ອວຍພອນພັກ, ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ສືບ​ຕໍ່​ບັນລຸ​ໄດ້​ຫຼາຍ​ຜົນງານ​ກວ່າ​ອີກ​ໃນ​ພາລະກິດ​ແຫ່ງການສ້າງສາປະເທດ​ສັງຄົມ​ນິຍົມ ຫວຽດນາມ ​ໃຫ້​ຮັ່ງມີເຂັ້ມແຂງ ​ແລະ ສີວິໄລ.

ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືໃນຂົງເຂດເສດຖະກິດ ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືໃນຂົງເຂດເສດຖະກິດ

ກອງ​ປະຊຸມ​ໃຫຍ່ໄດ້​ກໍານົດ​ວ່າ: ​ໃນອາຍຸການຕໍ່ໄປ​ຈຸດສຸມ​ວຽກ​ງານ​ຂອງ​ສະມາຄົມ​ແມ່ນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ການ​ພົວພັນ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ວິ​ສາ​ຫະກິດ, ທ້ອງ​ຖິ່ນ ​ແລະ ປະຊາຊົນ​ສອງ​ປະ​ເທດ.

ເພີ່ມທະວີການພົວພັນມິດຕະພາບ ແລະ ຄວາມສາມັກຄີໃນປະຊາຄົມ ອາຊຽນ ຢູ່ ແບນຊິກ ເພີ່ມທະວີການພົວພັນມິດຕະພາບ ແລະ ຄວາມສາມັກຄີໃນປະຊາຄົມ ອາຊຽນ ຢູ່ ແບນຊິກ

ຍສໝ - ຫວ່າງແລ້ວນີ້, ຢູ່ຫໍ​ວັດທະນະທຳ​ອິນ​ໂດ​ເນ​ເຊຍ ​ຢູ່​ບຣຸກ​ແຊນ (ແບນ​ຊິກ) ໄດ້ຈັດວັນ​ຄອບຄົວ ​ອາ​ຊຽນ​ ​ຂຶ້ນ.

ແທັງຮັ່ງ