ເອກອັກຄະລັດຖະທູດຫວຽດນາມ ຫງວຽນມີງຫວູ ເຂົ້າຢ້ຽມຂໍ່ານັບທ່ານ Samdech Techo Hun Sen ປະທານສະພາສູງ, ປະທານພັກປະຊາຊົນກຳປູເຈຍ

15:25 | 13/02/2025

ຍສໝ - ວັນທີ 12 ກຸມພາ, ຢູ່ນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນມີງຫວູ ເຂົ້າຢ້ຽມຂໍ່ານັບເນື່ອງໃນໂອກາດຮັບໜ້າທີ່ການທູດຢູ່ກຳປູເຈຍ, ທ່ານ Samdech Techo Hun Sen ປະທານສະພາສູງ, ປະທານພັກປະຊາຊົນກຳປູເຈຍ ໄດ້ຍ້ອງຍໍຊົມເຊີຍພາລະກິດສັບຊ້ອນກົງຈັກການຈັດຕັ້ງບັນດາອົງການພັກ ແລະລັດ ໃຫ້ກະທັດຮັດຂອງຫວຽດນາມ.

ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ຫງວຽນມິງເຕິມ: ກໍາລັງແຮງໃໝ່ໃຫ້ການພົວພັນແບບພິເສດຫວຽດນາມ-ລາວ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ຫງວຽນມິງເຕິມ: ກໍາລັງແຮງໃໝ່ໃຫ້ການພົວພັນແບບພິເສດຫວຽດນາມ-ລາວ
ທ່ານ ດິງຕວ່ານທັ໊ງ ເອກອັກຄະລັດຖະທູດຫວຽດນາມ: ຫວຽດນາມ ຢືນຢັນຄໍາໝັ້ນສັນຍາສູງສຸດຕໍ່ການພັດທະນາຂອງປະຊາຄົມຝຣັ່ງໂກໂຟນີ ທ່ານ ດິງຕວ່ານທັ໊ງ ເອກອັກຄະລັດຖະທູດຫວຽດນາມ: ຫວຽດນາມ ຢືນຢັນຄໍາໝັ້ນສັນຍາສູງສຸດຕໍ່ການພັດທະນາຂອງປະຊາຄົມຝຣັ່ງໂກໂຟນີ
ເອກອັກຄະລັດຖະທູດຫວຽດນາມ ຫງວຽນມີງຫວູ ເຂົ້າຢ້ຽມຂໍ່ານັບທ່ານ Samdech Techo Hun Sen ປະທານສະພາສູງ, ປະທານພັກປະຊາຊົນກຳປູເຈຍ

ທ່ານ Hun Sen ຖືວ່າ, ເລື່ອງທ່ານເອກອັກຄະລັດຖະທູດ ຫງວຽນມີງຫວູ ມາປະຕິບັດໜ້າທີ່ການທູດພາຍຫຼັງເອກອັກຄະລັດຖະທູດຮຸ່ນກ່ອນກັບຄືນປະເທດ ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ ແລະລັດຫວຽດນາມ ຕໍ່ການພົວພັນ ຫວຽດນາມ-ກຳປູເຈຍ; ສະແດງຄວາມເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ຫງວຽນມີງຫວູ ຈະປະສົບຜົນສຳເລັດໃນການປະຕິບັດໜ້າທີ່ການທູດ ຢູ່ກຳປູເຈຍ. ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນມີງຫວູ ໄດ້ຊົມເຊີຍບັນດາຜົນງານເຊິ່ງປະເທດກຳປູເຈຍ ບັນລຸໄດ້ພາຍໃຕ້ການນຳພາຂອງພັກປະຊາຊົນກຳປູເຈຍ, ໃນນັ້ນມີບົດບາດສຳຄັນຂອງທ່ານ Samdech Techo Hun Sen. ທ່ານເອກອັກຄະລັດຖະທູດ ຢືນຢັນຈະມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນເພື່ອນໍາການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດ ໃຫ້ນັບມື້ນັບສະໜິດຕິດພັນ, ແທດຈິງ ແລະມີປະສິດທິຜົນຢ່າງບໍ່ຢຸດຢັ້ງ

ເຫດການ