ກອງ​ປະ​ຊຸມໃຫຍ່ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ກູ​ບາ ແຂວງ ກວາງ​ບິ່ງ

21:31 | 20/02/2025

ຍສໝ - ​ວັນ​ທີ 18 ກຸມພາ, ກອງ​ປະຊຸມ​ໃຫຍ່​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ກູ​ບາ ​ແຂວງ ກວາງ​ບິ່ງ ຊຸດທີ 1, ອາຍຸການ 2025-2030 ​ໄດ້​ໄຂ​ຂຶ້ນ​ຢູ່​ແຂວງ ກວາງ​ບິ່ງ.

ເຫດການລົດ​ຖີບ, ຕິດພັນ​ມິດ​ຕະ​ພາບ ​ຫວຽດ​ນາມ - ໂຮນລັງ ມີການ​ເຂົ້າ​ຮ່ວມ 400 ກວ່າ​ຄົນ
50 ປີ​ແຫ່ງ​ວັນ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ລາວ: ເປັນ​ຂົວ​ຕໍ່​ທີ່​ໝັ້ນ​ຄົງ​ລະ​ຫວ່າງ​ສອງ​ປະ​ເທດຊາດ

ໂດຍເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ ມີທ່ານ ຮສຈ.ປອ ຫງວຽນວ໋ຽດຖາວ, ຮອງ​ປະ​ທານຜູ້ປະຈຳການສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ກູ​ບາ; ທ່ານ ຮສ.ປອ ເລື່ອງຫງອກບິ໋ງ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ກວາງບິ່ງ; ກັບຜູ້ຕາງໜ້າບັນດາພະແນກ, ຄະນະ, ຂະແໜງການທ້ອງຖິ່ນ.

ຕາມຂໍ້ມູນຢູ່ກອງປະຊຸມໃຫຍ່ແລ້ວ, ສະມາຄົມ​ມິດຕະພາບ ​ຫວຽດນາມ - ກູ​ບາ ​ແຂວງ​ ກວາງ​ບິ່ງ ​ໄດ້​ຮັບ​ອະນຸຍາດ​ໃຫ້​ສ້າງ​ຕັ້ງ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ກວາງ​ບິ່ງ ​ໃນຂໍ້ຕົກລົງ​ເລກທີ 2144/QD-UBND, ລົງ​ວັນ​ທີ 26 ກໍລະກົດ 2024 ​ແລະ ຈັດ​ຕັ້ງ​ກອງ​ປະຊຸມໃຫຍ່ຕາມໜັງສືທາງການ​ສະບັບ​ເລກທີ 80/UBND-NCVX, ລົງ​ວັນ​ທີ 20 ມັງກອນ 2025.

ກອງ​ປະ​ຊຸມໃຫຍ່ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ກູ​ບາ ແຂວງ ກວາງ​ບິ່ງ

ບັນດາຜູ້ແທນຖ່າຍຮູບກັບຄະນະບໍລິຫານງານສະມາຄົມມິດຕະພາບ ຫວຽດນາມ - ກູບາ ແຂວງ ກວາງບິ່ງ. (ພາບ: ໂຮງໝໍມິດຕະພາບ ຫວຽດນາມ - ກູບາ ດົງເຮີຍ)

ສະມາຄົມ​ດັ່ງກ່າວ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເພື່ອ​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ຊຸກຍູ້​ການເຄື່ອນໄຫວ​ແລກປ່ຽນ​ດ້ານ​ວັດທະນະທຳ, ການ​ສຶກສາ, ​ເສດຖະກິດ, ວິທະຍາສາດເຕັກນິກ ແລະ ຍົກສູງຄວາມ​ເຂົ້າ​ໃຈ​ລະ​ຫວ່າງ​ສອງ​ປະ​ຊາ​ຊົນ​ອ້າຍ​ນ້ອງ​. ຄຽງຂ້າງນັ້ນ, ສະມາຄົມຈະສືບຕໍ່ຂຽນບັນດາໜ້າໃໝ່ໃນການພົວພັນອັນສະໜິດສະໜົມ, ບໍລິສຸດ, ໃສແຈ້ງ, ຈົງຮັກພັກດີລະຫວ່າງ 2 ປະເທດ, ສົມກັບມູນເຊື້ອສາມັກຄີພິເສດທີ່ຊາວ ຫວຽດນາມ ແລະ ກູບາ ໄດ້ມານະພະຍາຍາມກໍ່ສ້າງໃນຕະຫຼອດ 65 ປີຜ່ານມາ.

ກອງ​ປະຊຸມໃຫຍ່​ໄດ້​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ກູ​ບາ ​ແຂວງ ກວາງ​ບິ່ງ, ລວມມີກຳມະການ 15 ທ່ານ. ທ່ານ ຫງວຽນດຶກເກື່ອງ, ຜູ້ອໍານວຍການໂຮງໝໍມິດຕະພາບ ຫວຽດນາມ - ກູບາ ດົງເຮີຍ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານສະມາຄົມ ຊຸດທີ 1, ອາຍຸການ 2025-2030.

ສາດ​ສະ​ດາ​ຈານ​ຍິງ​ເຊື້ອສາຍ​ຫວຽດ​ນາມ ​ຢູ່​ອັງ​ກິດ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ຖາ​ບັນບັນດິດ ​ເອີ​ລົບ

ສາດ​ສະ​ດາ​ຈານ​ຍິງ​ເຊື້ອສາຍ​ຫວຽດ​ນາມ ​ຢູ່​ອັງ​ກິດ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ຖາ​ບັນບັນດິດ ​ເອີ​ລົບ

ທ້າຍເດືອນ ເມສາ 2024, ທ່ານ ສາດສະດາຈານ ນາງ ຫງວຽນທິກິມແທ່ງ, ເຮັດວຽກຢູ່ມະຫາວິທະຍາໄລ University College London - UCL (ລາດຊະອານາຈັກອັງກິດ), ໄດ້ຮັບການເລືອກຕັ້ງຢ່າງເປັນທາງການ ໃຫ້ເປັນສະມາຊິກຂອງສະຖາບັນການບັນດິດເອີຣົບ (Academia Europaea - AE) ແລະ ກາຍເປັນຄົນຫວຽດນາມ ຄົນທຳອິດທີ່ເຂົ້າຮ່ວມອົງການວິທະຍາສາດທີ່ມີຊື່ສຽງນີ້.

ຫຼາຍ​ການ​ເຄື່ອນ​ໄຫວຢ່າງແທດຈິງ ເພື່ອປະ​ກອບ​ສ່ວນ​ສ້າງ​ນ້ຳໃຈຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ ບິ່ງ​ເຢືອງ - ຈຳ​ປາ​ສັກ

ຫຼາຍ​ການ​ເຄື່ອນ​ໄຫວຢ່າງແທດຈິງ ເພື່ອປະ​ກອບ​ສ່ວນ​ສ້າງ​ນ້ຳໃຈຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ ບິ່ງ​ເຢືອງ - ຈຳ​ປາ​ສັກ

ຍສໝ - ນີ້​ແມ່ນຂໍ້ສັງເກດ​ທີ່ໄດ້ຍົກອອກ​ຢູ່ກອງ​ປະ​ຊຸມ​ເຮັດ​ວຽກ​ລະ​ຫວ່າງ​ຄະ​ນະ​ຜູ້​ແທນ​ແຂວງ ບິ່ງ​ເຢືອງ ແລະ ແຂວງ​ຈຳ​ປາ​ສັກ ເນື່ອງໃນ​ການໄປປະຕິບັດງານ​ຢູ່ ລາວ ໃນ​ວັນ​ທີ 6 ທັນວາ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ