![]() | ນາງ ເລຫວູແທັງຖາວ ໄດ້ຮັບລາງວັນທີໜຶ່ງໃນການເສັງເວົ້າພາສາ ຈີນ ທົ່ວປະເທດ - ດ່າຫນັງ ປີ 2024 |
![]() | ຟີລິບປິນ ພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມ ເພື່ອແນໃສ່ການຮັບປະກັນແຫຼ່ງການສະໜອງເຂົ້າສານ |
ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິກິມຕວຽນ ໄດ້ແນະນຳສັງເຂບກ່ຽວກັບນະຄອນ ດ່າໜັງ, ການກຳນົດທິດການພັດທະນາຂອງນະຄອນໃນໄລຍະຈະມາເຖິງ, ກໍ່ຄືການເຄື່ອນໄຫວຂອງສະຫະພັນບັນດາອົງການມິດຕະພາບ ນະຄອນ ດ່າໜັງ ໃນການເພີ່ມທະວີຄວາມເຂົ້າໃຈ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງປະຊາຊົນນະຄອນ ດ່າໜັງ ແລະ ເພື່ອນມິດສາກົນ.
![]() |
ທ່ານນາງ ຫງວຽນທິກິມຕວຽນ, ຮອງປະທານສະຫະພັນບັນດາອົງການມິດຕະພາບນະຄອນ ດ່າໜັງ ໄດ້ຕ້ອນຮັບ ທ່ານສາດສະດາຈານ Roland G. Simbulan. (ພາບ: dafo.danang.gov.vn) |
ທ່ານ ສາດສະດາຈານ Roland G. Simbulan ຕີລາຄາສູງນະໂຍບາຍການຕ່າງປະເທດຂອງຫວຽດນາມ, ພິເສດແມ່ນຄວາມມານະພະຍາຍາມຜ່ານຜ່າຜົນຮ້າຍຂອງສົງຄາມ, ຮັກສາສັນຕິພາບ ແລະ ພັດທະນາປະເທດຊາດ. ທ່ານ ປາດຖະໜາຢາກປະກອບສ່ວນຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງ ຟີລິບປິນ - ຫວຽດນາມ, ພິເສດແມ່ນຜ່ານບັນດາຂໍ້ລິເລີ່ມເຊື່ອມຕໍ່ຢູ່ນະຄອນ ດ່າໜັງ.
2 ຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາທິດທາງການຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນໃນຂົງເຂດການທູດປະຊາຊົນ ເພື່ອແນໃສ່ເພີ່ມທະວີການພົວພັນ ຫວຽດນາມ - ຟີລິບປິນ ຢູ່ ນະຄອນ ດ່າໜັງ. ບາງຂໍ້ສະເໜີການຮ່ວມມື ລວມມີ: ຮ່ວມມືກັບບັນດາມະຫາວິທະຍາໄລຢູ່ນະຄອນ ດ່າໜັງ ເພື່ອໃຫ້ນັກສຶກສາ ຟີລິບປິນ ເຂົ້າມາຮ່ຳຮຽນກ່ຽວກັບວັດທະນະທຳ, ປະຫວັດສາດ, ພາສາ ຫວຽດນາມ, ການຝຶກງານ, ແລກປ່ຽນນັກສຶກສາ; ແນະນຳບັນດານັກອາສາສະໝັກ ຟີລິບປິນ ທີ່ມີຄວາມຊຳນານມາຍັງນະຄອນ ດ່າໜັງ ເຂົ້າຮ່ວມວຽກງານສັງຄົມ; ເຊື່ອມຕໍ່ບັນດາອົງການປະຊາຊົນ ຟີລິບປິນ ມີລັກສະນະຄ້າຍຄືກັນ ເພື່ອໃຫ້ສະຫະພັນບັນດາອົງການມິດຕະພາບນະຄອນ ດ່າໜັງ ໄດ້ເປີດກວ້າງຄູຮ່ວມມື, ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳ, ມິດຕະພາບ, ການສຳມະນາສາກົນ; ເຊື່ອມຕໍ່ການຮ່ວມມືໃນບັນດາຂົງເຂດອື່ນໆ.
![]() | ດ່າໜັງ ຕ້ອນຮັບຖ້ຽວບິນທຳອິດຈາກມານີລາ (ຟີລິບປິນ) ຍສໝ - ໃນ ເວລາ 9:30 ໂມງຂອງວັນທີ 7 ທັນວານີ້, ຖ້ຽວບິນທຳອິດໝາຍເລກ 5J 5756 ຈາກນະຄອນຫຼວງມະນີລາ (ຟີລິບປິນ) ໄດ້ລົງຈອດຢູ່ສະໜາມບິນສາກົນດ່ານັງ, ໄດ້ນຳເອົາຜູ້ໂດຍສານຟີລິບປິນ 177 ຄົນໄປຢ້ຽມຢາມ ແລະ ປະສົບກັບການບໍລິການທ່ອງທ່ຽວຢູ່ຖະໜົນດານັງ. |
![]() | ຫວຽດນາມ ປະຕິບັດພາສີນຳເຂົ້າບຸລິມະສິດພິເສດກັບມຽນມາ ແລະ ຟີລິບປິນ ຕາມສັນຍາ RCEP ຍສໝ - ດຳລັດເລກທີ 84/2023/ND-CP ສະບັບປັບປຸງ ແລະ ເພີ່ມເຕີມບາງມາດຕາຂອງດຳລັດເລກທີ 129/2022/ND-CP ລົງວັນທີ 30 ທັນວາ 2022 ວ່າດ້ວຍຕາຕະລາງອັດຕາພາສີນໍາເຂົ້າພິເສດຂອງຫວຽດນາມ ເພື່ອປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ 2022 – 2027 (RCEP). |
ແທັງຮັ່ງ