![]() | ສະມາຄົມຊາວຫວຽດນາມ ຢູ່ເຂດ Gwangju-Jeonnam (ສ.ເກົາຫຼີ) ເປີດຫ້ອງການໃໝ່ |
![]() | ສ້າງຕັ້ງສະໂມສອນວິສາຫະກິດ ຫວຽດນາມ - ສ.ເກົາຫຼີ ຢູ່ນະຄອນ ຫ່າຍຟ່ອງ |
ວັນທີ 10 ກຸມພາ, ຜູ້ຕາງໜ້າ 2 ບໍລິສັດລູກຂອງ Vatech Networks ປະຈຳ ຫວຽດນາມ - ບໍລິສັດຫຸ້ນສ່ວນ Vatech ຫວຽດ (ທ່ານຜູ້ອຳນວຍການໃຫຍ່ Seo Jin Won) ແລະ ບໍລິສັດ Ewoosoft ຫວຽດ ຈຳກັດໍ (ທ່ານຜູ້ອຳນວຍການໃຫຍ່ Kim Tae Hyung), ໄດ້ປະກາດບັນດາເປົ້າໝາຍໜູນຊ່ວຍພັດທະນາຊຸມຊົນ ແລະ ການສຶກສາ. 2 ໂຄງການທີ່ Vatech ຫວຽດ ແລະ Ewoosoft ຫວຽດ ພວມຜັນຂະຫຍາຍ ລວມມີ: ວິທະຍາສາດເຕັກໂນໂລຊີຂໍ້ມູນຂ່າວສານ “ewoosoft Dream IT School” ສຳລັບນັກຮຽນມັດທະຍົມຕອນປາຍ ແລະ ຫ້ອງຮຽນພາສາເກົາຫຼີ “Dream Seed” ສຳລັບນັກຮຽນມັດທະຍົມຕອນຕົ້ນ.
ໂຄງການເຫຼົ່ານີ້ໄດ້ສະໜອງໂອກາດການຮຽນຮູ້ຟຣີສໍາລັບໄວຫນຸ່ມທີ່ມີຄວາມປາຖະໜາຢາກຮ່ຳຮຽນ ແຕ່ປະສົມຄວາມຫຍຸ້ງຍາກໃນການເຂົ້າເຖິງຄວາມຮູ້ທາງດ້ານເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ພາສາເກົາຫຼີ. ນັກສຶກສາດີເດັ່ນຄາດວ່າຈະໄດ້ຮັບການຫນູນຊ່ວຍໃນການເຂົ້າເຖິງບັນດາໂອກາດເຂົ້າຮຽນລະດັບມະຫາວິທະຍາໄລ, ການສຶກສາຢູ່ ສ.ເກົາຫຼີ ແລະ ການເຮັດວຽກຢູ່ກຸ່ມບໍລິສັດທົ່ວໂລກງ່າຍຂຶ້ນ.
![]() |
ພິທີເປີດຊຸດຮຽນໄດ້ຈັດຂຶ້ນຢູ່ສຳນັກງານບໍລິສັດຫຸ້ນສ່ວນ Vatech ຫວຽດ. |
'ewoosoft Dream IT School' ເປັນໂຄງການການສຶກສາ ແນ່ໃສຄົ້ົ້ນພົບ ແລະ ໜູນຊ່ວຍບັນດານັກຮຽນທີ່ມີຄວາມສາມາດບົ່ມຊ້ອນ ແລະ ຄວາມຫຼົງໄຫຼໃນຂົງເຂດ IT, ຊ່ວຍໃຫ້ພວກເຂົາປະກອບຄວາມຮູ້ວິຊາສະເພາະ ແລະ ພັດທະນາທັກສະໃນຂົງເຂດນີ້.
ໃນວັນທີ 8-9 ກຸມພາ, ພິທີເປີດຊຸດຮຽນ “ຫຼັກສູດ ewoosoft Dream IT School Course ຊຸດທີ 1” ໄດ້ດຳເນີນ, ເຊິ່ງເປັນຂີດໝາຍການເປີດໂຄງການຢ່າງເປັນທາງການ. ໂດຍຖືເອົາຫົວຂໍ້ “ການເດີນທາງມຸ່ງໄປເຖິງການພັດທະນາ”, ໂຄງການ ລວມມີ ບັນດາການເຄື່ອນໄຫວຕົ້ນຕໍຄື: ການຄັດເລືອກຄວາມສາມາດຄະນິດສາດ; ຮຽນ coding ຜ່ານລາຍການບຳລຸງສ້າງ IT ແລະ mentoring; ຫນູນຊ່ວຍທຶນການສຶກສາສໍາລັບນັກສຶກສາດີເດັ່ນ, ຫນູນຊ່ວຍຮຽນມະຫາວິທະຍາໄລ ແລະ ການໄປສຶກສາຢູ່ຕ່າງປະເທດ; ສະໜອງໂອກາດວຽກເຮັດງານທຳຫຼັງຈົບການສຶກສາຢູ່ Ewoosoft ຫວຽດ - ບໍລິສັດລູກຂອງ Vatech ໃນຂົງເຂດ IT.
![]() |
ພະນັກງານ Ewoosoft ຫວຽດ ແບ່ງປັນກ່ຽວກັບຊຸດຮຽນ, ການສຶກສາມະຫາວິທະຍາໄລ, ວຽກເຮັດງານທຳໃຫ້ແກ່ນັກສຶກສາດ້ວຍບົດດບາດທີ່ປຶກສາ. |
ໂຄງການ ຫ້ອງຮຽນພາສາເກົາຫຼີ “Dream Seed” ສຳລັບນັກຮຽນມັດທະຍົມຕອນຕົ້ນ ຈະເປີດໃນວັນທີ 16 ກຸມພານີ້. ບັນດານັກຮຽນຊຸດທຳອິດຂອງຫ້ອງຮຽນພາສາເກົາຫຼີ “Dream Seed” ແມ່ນບັນດານັກຮຽນຊັ້ນ ມ3 ທີ່ມີຄວາມຮັກສຳລັບພາສາເກົາຫຼີ. ດ້ວຍເປົ້າໝາຍບັນລຸໄດ້ໃບຢັ້ງຢືນ TOPIK ລະດັບ 3 ພາຍຫຼັງຮຽນ 18 ເດືອນ, ບັນດານັກຮຽນ ຈະໄດ້ຮັບການຮ່ວມເດີນທາງຂອງຄູສອນມະຫາວິທະຍາໄລ ໄທຫງວຽນ ແລະ ຜູ້ຊ່ວຍສອນ 10 ຄົນ (ໜູນຊ່ວຍທັກສະການເວົ້າ) ເຊິ່ງເປັນບັນດານັກສຶກສາພາກວິຊາພາສາເກົາຫຼີ ທີ່ພວມຮໍ່າຮຽນຢູ່ບັນດາມະຫາວິທະຍາໄລຢູ່ ຫວຽດນາມ.
![]() |
ບັນດານັກຮຽນ “ewoosoft Dream IT School” ຊຸດທີ 1 ໄປຢ້ຽມຢາມ Vatech ຫວຽດ |
ກຸ່ມບໍລິສັດ Vatech Networks ຍາມໃດກໍ່ສຸມໃສ່ເຖິງບັນດາການເຄື່ອນໄຫວຫນູນຊ່ວຍການພັດທະນາຊຸມຊົນ, ພິເສດຢູ່ບັນດາເຂດທີ່ມີຄວາມຫຍຸ້ງຍາກໃນການເຂົ້າເຖິງການສຶກສາ. ຢູ່ຫວຽດນາມ, ນັບແຕ່ປີ 2019, ຜ່ານສອງບໍລິສັດລູກ, Vatech ໄດ້ ແລະ ພວມປະຕິບັດບັນດາໂຄງການທີ່ຫຼາກຫຼາຍຄື: ມອບທຶນການສຶກສາ 1:1, ກໍ່ສ້າງຫໍສະໝຸດ, ການເສັງຫຼໍ່ລ້ຽງຄວາມສາມາດຄະນິດສາດ Vatech, ການສຶກສາເຕັກໂນໂລຊີຂໍ້ມູນຂ່າວສານ.
ທ່ານ Kim Tae Hyung, ຜູ້ອຳນວຍການໃຫຍ່ບໍລິສັດ Ewoosoft ຫວຽດນາມ ຈຳກັດ ແບ່ງປັນວ່າ: “ຂໍຂອບໃຈບັນດາພະແນກ, ຄະນະ, ຂະແໜງການ, ສະມາຄົມສົ່ງເສີມການສຶກສາແຂວງ ໄທຫງວຽນ ແລະ ບັນດາຄູອາຈານ ທີ່ໄດ້ຊ່ວຍຈັດຕັ້ງລາຍການ... ຂ້າພະເຈົ້າຫວັງວ່າ ໂດຍຜ່ານຫຼັກສູດ “ewoosoft Dream IT School ຊຸດທີ 1”, ບັນດານັກຮຽນ ຈະຄົ້ນພົບຄວາມໜ້າຈັບໃຈຂອງ IT ແລະ ຄວາມມ່ວນຊື່ນເມື່ອປະດິດສ້າງສິ່ງໃດສິ່ງໜຶ່ງ. Ewoosoft ຫວຽດ ຍາມໃດກໍ່ຍິນດີຕ້ອນຮັບພວກນ້ອງ”.
ທ່ານ ຫງວຽນກວາງຕ໋ວນ, ຮອງປະທານຜູ້ປະຈຳສະມາຄົມສົ່ງເສີມການສຶກສາແຂວງ ໄທຫງວຽນ (ຫົວໜ່ວຍຮັບຜິດຊອບໂຄງການ “ຫຼັກສູດ ewoosoft Dream IT School” ຢູ່ ໄທຫງວຽນ) ໃຫ້ຮູ້ວ່າ: “ປະຈຸບັນ ເຕັກໂນໂລຢີຂໍ້ມູນຂ່າວສານພວມພັດທະນາເທື່ອລະກ້າວ ແລະ ໄດ້ກາຍເປັນໜຶ່ງໃນຂະແໜງການເສົາຄ້ຳເພື່ອໃຫ້ພັດທະນາສັງຄົມໃນອະນາຄົດ. ໂຄງການນີ້ໄດ້ຮັບການຜັນຂະຫຍາຍຍ້ອນມີຄວາມພ້ອມໃຈຂອງຫຼາຍອົງການ ລວມມີ ຜູ້ອຸປະຖຳແມ່ນກຸ່ມບໍລິສັດ Vatech, ຫົວໜ່ວຍຈັດທຳແມ່ນ Korea-Vietnam Culture Communication Center (KCCC), ບັນດາອົງການຄະນະ, ຂະແໜງການທ້ອງຖິ່ນຄື: ຄະນະກຳມະການປະຊາຊົນແຂວງ ໄທຫງວຽນ, ພະແນກການຕ່າງປະເທດ, ພະແນກຖະແຫຼງຂ່າວ ແລະ ສື່ສານ, ພະແນກແຜນການ ແລະ ການລົງທຶນແຂວງ ໄທຫງວຽນ. ໃນຖານະເປັນເຈົ້າຂອງໂຄງການ, ສະມາຄົມສົ່ງເສີມການສຶກສາໃຫ້ຄໍາໝັ້ນສັນຍາ ຈະສົມທົບກັບບັນດາຝ່າຍລົງຫນູນຊ່ວຍບັນດານັກຮຽນຢູ່ລະດັບສູງສຸດ".
![]() | ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບແຂວງ ບິ່ງເຢືອງ ແລະ ນະຄອນ Daejeon (ສ.ເກົາຫຼີ) ຍສໝ - ວັນທີ 4 ມັງກອນ 2025, ທີ່ສະໜາມກິລາແຂວງ ບິ່ງເຢືອງ ໄດ້ດຳເນີນການແຂ່ງຂັນບານເຕະມິດຕະພາບລະຫວ່າງ ທີມພະນັກງານ-ລັດຖະກອນ ແຂວງ ບິ່ງເຢືອງ ແລະ ທີມສະຫະພັນບານເຕະ Daejeon (ສ.ເກົາຫຼີ). |