ແທງຮວ່າ ຕ້ອນຮັບ ແລະ ບຳລຸງສ້າງນັກສຶກສາຕ່າງປະເທດ 58 ຄົນທີ່ມາຈາກແຂວງ ຫົວພັນ (ລາວ) | |
ແຂວງ ຫາຍຟ່ອງ ແລະ ເຊີນລາ ໄດ້ຈັດຕັ້ງການພົບປະແລກປ່ຽນຂ່ຳນັບຮັບຕ້ອນວັນຊາດ ລາວ |
ເຊີນລາ-ຫົວພັນ ແມ່ນສອງແຂວງທີ່ມີສາຍພົວພັນອັນສະໜິດຕິດພັນນຳກັນ, ໄດ້ຮັບການສ້າງຕັ້ງ ແລະຫຼໍ່ຫຼອມໃນປະຫວັດສາດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດຂອງສອງຊາດ. ເສີມຂະຫຍາຍມູນເຊື້ອອັນດີງາມນັ້ນ, ຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນສອງແຂວງຍາມໃດກໍ່ຮັກສາ, ເພີ່ມພູນຄູນສ້າງ ແລະພັດທະນາ, ປະກອບສ່ວນປັບປຸງ, ຮັດແໜ້ນນ້ຳໃຈສາມັກຄີແບບພິເສດລະຫວ່າງ ຫວຽດນາມ-ລາວ.
ຂີດໝາຍພົ້ນເດັ່ນໃນການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳລະຫວ່າງແຂວງເຊີນລາ ກັບບັນດາແຂວງພາກເໜືອຂອງລາວ ນັ້ນແມ່ນງານບຸນທ່ອງທ່ຽວວັດທະນະທຳ ເຊີນລາ-ຫົວພັນ (ສປປ ລາວ) ປີ 2024 ທີ່ຈັດຂຶ້ນຢູ່ເມືອງຊຳເໜືອ. ພ້ອມກັບການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ງານວາງສະແດງຮູບພາບ, ຜະລິດຕະພັນກະເສດຂອງສອງທ້ອງຖິ່ນ, ລາຍການສະແດງສິລະປະ “ຍ້ອງຍໍສາຍພົວພັນລະຫວ່າງແຂວງເຊີນລາ-ຫົວພັນ” ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບປະເທດຊາດ ແລະປະຊາຊົນສອງແຂວງເຊີນລາ, ຫົວພັນ ເວົ້າສະເພາະ ແລະຫວຽດນາມ, ລາວ ເວົ້າລວມ.
ທ່ານນາງ ຮວ່າງເງິນຮວ່ານ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະທ່ອງທ່ຽວແຂວງເຊີນລາ ໃຫ້ຮູ້ວ່າ: ງານບຸນທ່ອງທ່ຽວວັດທະນະທຳ ເຊີນລາ-ຫົວພັນ ແມ່ນເຫດການສຳຄັນ, ເພື່ອແນໃສ່ຍູ້ແຮງການເຄື່ອນໄຫວດ້ານການທູດວັດທະນະທຳ, ແນະນຳ ແລະໂຄສະນາພາບພົດຂອງດິນແດນ ແລະຊາວແຂວງເຊີນລາ; ວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາເຜົ່າຢູ່ໃນແຂວງ. ງານບຸນໄດ້ປະກອບສ່ວນເປີດກວ້າງສາຍພົວພັນ, ການຮ່ວມມືກັບທ້ອງຖິ່ນ, ອົງການຈັດຕັ້ງ ແລະບຸກຄົນຕ່າງປະເທດ, ບັນດາອົງການຈັດຕັ້ງສາກົນ, ດຶງດູດແຫຼ່ງລົງທຶນ, ເພີ່ມທະວີອັດຕາປະກອບສ່ວນເຂົ້າໃນການຄ້າ, ການທ່ອງທ່ຽວ, ພັດທະນາອຸດສາຫະກໍາວັດທະນະທຳໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ.
ລາຍການສະແດງສິລະປະ “ຍ້ອງຍໍສາຍພົວພັນລະຫວ່າງແຂວງເຊີນລາ-ຫົວພັນ” ໂດຍນັກສິລະປິນ, ນັກສະແດງຂອງໂຮງລະຄອນແຂວງເຊີນລາ ແລະແຂວງຫົວພັນ ສະແດງ. ບັນດາລາຍການສະແດງສິລະປະເຕັມໄປດ້ວຍສີສັນວັດທະນະທໍາຂອງຫວຽດນາມ ແລະລາວ ປະສານສົມທົບກັນສ້າງເປັນລາຍການສິລະປະທີ່ເປັນເອກະລັກສະເພາະເຕັມໄປດ້ວຍໄມຕີຈິດມິດຕະພາບ; ຍ້ອງຍໍມູນເຊື້ອສະໜິດຕິດພັນລະຫວ່າງສອງແຂວງ.
![]() |
ລາຍການສະແດງສິລະປະ “ຍ້ອງຍໍສາຍພົວພັນລະຫວ່າງແຂວງເຊີນລາ-ຫົວພັນ”. ພາບ: ຢຸຍຕູ່ງ |
ການເຄື່ອນໄຫວຮ່ວມມື ແລະການພົບປະແລກປ່ຽນວັດທະນະທຳລະຫວ່າງແຂວງເຊີນລາ ກັບແຂວງຫົວພັນ ເວົ້າສະເພາະ, ກັບບັນດາແຂວງພາກເໜືອຂອງລາວ ໃນໄລຍະຜ່ານມາມີຄວາມໝາຍສຳຄັນທີ່ສຸດ, ເປັນການສືບທອດມໍລະດົກອັນດີງາມທັງດ້ານວັດຖຸ ແລະຈິດໃຈທີ່ສອງປະເທດໄດ້ປະຕິບັດໃນຕະຫຼອດໄລຍະປະຫວັດສາດ. ການເຄື່ອນໄຫວຢ້ຽມຢາມ, ເຮັດວຽກ, ລົງນາມໃນຂໍ້ຕົກລົງຮ່ວມມືດ້ານວັດທະນະທໍາ; ອວຍພອນປີໃໝ່ປະຈໍາຊາດ; ການພົບປະແລກປ່ຽນວັດທະນະທຳລະຫວ່າງທຸກຂັ້ນ, ທຸກຂະແໜງການຂອງແຂວງເຊີນລາ ກັບບັນດາແຂວງຂອງປະເທດເພື່ອນລາວ ດຳເນີນໄປຢ່າງເປັນປະຈຳ. ພ້ອມກັບງານບຸນທ່ອງທ່ຽວວັດທະນະທໍາເຊີນລາ-ຫົວພັນ, ກອງປະຊຸມຮ່ວມສໍາພັນພັດທະນາການທ່ອງທ່ຽວເຊີນລາ-ຫົວພັນ ປີ 2024 ໂດຍມີການເຂົ້າຮ່ວມຂອງການນໍາສອງແຂວງ, ອົງການຈັດຕັ້ງ, ວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດທ່ອງທ່ຽວໃນບໍລິເວນສອງແຂວງ ແລະສະໂມສອນການທ່ອງທ່ຽວ Unesco ຮ່າໂນ້ຍ.
ການເຄື່ອນໄຫວພົບປະແລກປ່ຽນດ້ານວັດທະນະທຳ, ພັດທະນາການທ່ອງທ່ຽວຂອງແຂວງເຊີນລາ ແລະແຂວງຫົວພັນ ນັບມື້ນັບໄດ້ຮັບການເປີດກວ້າງ. ທ່ານນາງ ໝັ້ນເພັງ ຄະຕິຍະ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງຫົວພັນ ໃຫ້ຮູ້ວ່າ: ແຂວງເຊີນລາ ແລະແຂວງຫົວພັນ ມີທິວທັດທຳມະຊາດທີ່ສວຍງາມຫຼາຍແຫ່ງ, ເຕັມໄປດ້ວຍສີສັນວັດທະນະທຳຊົນເຜົ່າ, ປະຊາຊົນເປັນມິດຮັກແພງແຂກຄົນ. ການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳລະຫວ່າງແຂວງເຊີນລາ ແລະແຂວງຫົວພັນ ມີຄວາມໝາຍສຳຄັນ, ປະກອບສ່ວນປັບປຸງ, ເຮັດໃຫ້ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງແຂວງເລິກເຊິ່ງກວ່າອີກ.
ຄຽງຄູ່ກັນນັ້ນ, ດ່ານຊາຍແດນລ໊ອງເສີບ, ເມືອງມົກເຈົາ, ແຂວງເຊີນລາ ແລະດ່ານຊາຍແດນປ່າຮາງ, ເມືອງສົບເບົາ, ແຂວງຫົວພັນ ໄດ້ຍົກລະດັບຂຶ້ນເປັນດ່ານຊາຍແດນສາກົນ, ອັນໄດ້ເຊື່ອມຕໍ່ການທ່ອງທ່ຽວລະຫວ່າງແຂວງເຊີນລາ ກັບແຂວງຫົວພັນ, ດຶງດູດແຂກທ່ອງທ່ຽວຈາກໄທ ແລະລາວ ມາຢາມແຂວງເຊີນລາ.
ຈຸດພົ້ນເດັ່ນຂອງການເຊື່ອມໂຍງດ້ານວັດທະນະທຳລະຫວ່າງແຂວງເຊີນລາ ກັບແຂວງຫົວພັນ ແມ່ນຄວາມຄ້າຍຄືກັນໃນບັນດາງານບຸນຕ່າງໆ, ຄື: ບຸນປີໃໝ່ຂອງຊາວເຜົ່າລາວ ແລະງານບຸນເຂົ້າໃໝ່ຂອງຊາວເຜົ່າໄທ, ຊາວເຜົ່າເຄີໝູ, ຊາວເຜົ່າມົ້ງ. ເນື່ອງໃນໂອກາດດັ່ງກ່າວ, ປະຊາຊົນສອງຟາກຊາຍແດນໄດ້ຈັດຕັ້ງງານບຸນປະເພນີ, ພາວະນາຂໍໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ, ມີສຸຂະພາບເຂັ້ມແຂງ, ໂຊກດີ. ການເຕັ້ນສາກ, ຟ້ອນລໍາວົງທີ່ເຕັມໄປດ້ວຍສີສັນຫຼາກຫຼາຍ ພ້ອມກັບສຽງແຄນ, ສຽງກອງ, ບໍ່ພຽງແຕ່ເປັນສັນຍາລັກສະແດງໃຫ້ເຫັນຄວາມຮູ້ບຸນຄຸນຕໍ່ທຳມະຊາດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນເຖິງການພົບປະແລກປ່ຽນຢ່າງເລິກເຊິ່ງລະຫວ່າງວົງຄະນະຍາດບັນດາເຜົ່າອີກດ້ວຍ.
ລາຍການສະແດງສິລະປະຍ້ອງຍໍສາຍພົວພັນລະຫວ່າງແຂວງເຊີນລາ-ຫົວພັນ ເວົ້າສະເພາະ ກັບບັນດາແຂວງພາກເໜືອຂອງລາວ ເວົ້າລວມ ບໍ່ພຽງແຕ່ແມ່ນການເຕົ້າໂຮມບັນດາມູນເຊື້ອອັນລ້ຳຄ່າເທົ່ານັ້ນ, ຫາກຍັງແມ່ນສັນຍາລັກແຫ່ງນໍ້າໃຈມິດຕະພາບ, ຄວາມຮັກແຂກແພງຄົນ ແລະການຮ່ວມມືແບບຍືນຍົງ. ຜ່ານຫຼາຍລຸ້ນຄົນ, ເສັ້ນຊາຍແດນ ຫວຽດນາມ-ລາວ ໄດ້ກາຍເປັນຂົວເຊື່ອມຕໍ່ອັນໜັກແໜ້ນ ແລະແຜ່ຂະຫຍາຍຄຸນຄ່າວັດທະນະທຳສຸດຍອດຂອງສອງຊາດ.
![]() | ເລຂາຄະນະພັກແຂວງ ແທັງຮວ໋າ ຕ້ອນຮັບຄະນະຜູ້ແທນສະພາປະຊາຊົນແຂວງ ຫົວພັນ - ລາວ ຍສໝ - ຕອນບ່າຍວັນທີ 29 ພຶດສະພາ, ຢູ່ທີ່ໂຮງແຮມ ຈຳປາ, ເມືອງ ເຊິມເຊີນ, ສະຫາຍ ໂດ໊ຈ່ອງຮຶງ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ແທງຮວ໋າ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານຂອງສະພາປະຊາຊົນແຂວງ ຫົວພັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ນຳໂດຍ ສະຫາຍ ຄອນປະພັນ ເລືອງສີຈັນທອງ, ... |
![]() | ທະຫານຊາຍແດນແຂວງ ແທງຮວ໋າ: ຊ່ວຍເຫຼືອວັດຖຸໃຫ້ກອງບັນຊາການທະຫານແຂວງ ຫົວພັນ (ລາວ) ຍສໝ - ນ້ຳໃຈອັນບໍລິສຸດ, ຈົງຮັກພັກດີຂອງພະນັກງານ, ນັກຮົບທະຫານຊາຍແດນແຂວງ ແທງຮ໋ວາ ແມ່ນແຫຼ່ງລະດົມກຳລັງໃຈ, ເພີ່ມກໍາລັງແຮງເພື່ອໃຫ້ພະນັກງານ, ນັກຮົບກອງບັນຊາການທະຫານແຂວງ ຫົວພັນ ຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດສຳເລັດໜ້າທີ່ເປັນຢ່າງດີ ແລະຮ່ວມແຮງຮ່ວມໃຈກັນສ້າງເຂດຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ. |