ນັກສຶກສາກຳປູເຈຍ 40 ຄົນເຂົ້າຮຽນຢູ່ ໄທຫງວຽນ

17:55 | 07/02/2025

ຍສໝ - ວິທະຍາໄລ ໄທຫງວຽນ ຫາກໍ່ຈັດພິທີຕ້ອນຮັບ ນັກສຶກສາ ກຳປູເຈຍ 40 ຄົນ ສົກຮຽນ 2024 - 2025 ຈາກກົມໃຫຍ່ການສຶກສາ ແລະ ບຳລຸງສ້າງອາຊີວະເຕັກນິກ, ລາຊະອານາຈັກ ກຳປູເຈຍ.

ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ລາວ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ໄທຫງວຽນ
ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທຫງວຽນ: 15 ປີແຫ່ງວັນສ້າງຂົວມິດຕະພາບ

ກ່າວ​ຄຳ​ປາໄສ​ທີ່​ການ​ຕ້ອນຮັບ, ທ່ານ ປອ ນາງ ເລ​ກິມ​ແອງ, ຮອງ​ຜູ້​ອຳ​ນວຍ​ການ​ໂຮງ​ຮຽນ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ໄດ້​ຕ້ອນ​ຮັບ​ຄະ​ນະ​​ນັກ​ສຶກ​ສາ​ ກຳ​ປູ​ເຈຍ​ ໃນ​ມື້​ທຳ​ອິດ​ຂອງລະດູບານໃໝ່​ປີ​ໃໝ່. ທ່ານ​ນາງ ໃຫ້ຮູ້​ວ່າ ມາ​ຮອດ​ປະຈຸ​ບັນ ​ໂຮງຮຽນ​ໄດ້​ບຳລຸງສ້າງນັກ​ສຶກສາ ​ກຳປູ​ເຈຍ ​7 ຊຸດ ດ້ວຍ​ຈຳນວນ​ນັກ​ສຶກສາ 181 ຄົນ​ທີ່​ມາ​ຈາກ 21/25 ​ແຂວງ ນະຄອນ​ຂອງ ​ກຳປູ​ເຈຍ.

ນັກສຶກສາກຳປູເຈຍ 40 ຄົນເຂົ້າຮຽນຢູ່ ໄທຫງວຽນ

ທີ່ການ​ຕ້ອນ​ຮັບ​ນັກ​ສຶກ​ສາ​​ກຳ​ປູ​ເຈຍ 40 ຄົນ ໃນ​ສົກ​ຮຽນ 2024 - 2025 ຢູ່​ວິ​ທະ​ຍາ​ໄລ​ ໄທ​ຫງວຽນ. (ພາບ: ວິທະຍາໄລ ໄທຫງວຽນ)

ດ້ວຍ​ປະສົບ​ການ​ໃນ​ການບຳລຸງສ້າງ​ນັກ​ສຶກສາ​ສາກົນ, ການ​ພົວພັນຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ຄູ່​ຮ່ວມ​ມື ກຳປູ​ເຈຍ ​ແລະ ການ​ໜູນ​ຊ່ວຍ​ຢ່າງ​ຕັ້ງໜ້າ​ຈາກ​ແຂວງ ​ໄທຫງວຽນ​, ​ໂຮງຮຽນ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ​ຈະ​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ບັນດາ​ນັກ​ສຶກສາ​ຕ່າງປະເທດ​ອຸ່ນອ່ຽນໃຈໃນ​ການ​ຮ່ຳຮຽນ ​ແລະ ການ​ດຳລົງ​ຊີວິດ.

ຕາງໜ້າກະຊວງແຮງງານ ແລະ ບຳລຸງສ້າງວິຊາຊີບ ກຳປູເຈຍ, ທ່ານນາງ Chhorn Sopheak, ຮອງຫົວໜ້າກົມຄຸ້ມຄອງບັນດາຮາກຖານບຳລຸງສ້າງວິຊາຊີບ, ໄດ້ສະແດງຄວາມຂອບໃຈຕໍ່ແຂວງ ໄທຫງວຽນ ແລະ ວິທະຍາໄລ ໄທຫງວຽນ ທີ່ໄດ້ເປີດກວ້າງລະດັບຄາດໝາຍທຶນການສຶກສາ 100%, ຊ່ວຍໃຫ້ນັກສຶກສາກຳປູເຈຍ ຫຼາຍຄົນ ມີໂອກາດເຂົ້າເຖິງພື້ນຖານສຶກສາທີ່ມີຄຸນນະພາບ.

ທ່ານນາງ​ຍັງ​ໄດ້​ຕີ​ລາຄາ​ສູງ​ຄວາມ​ເອົາ​ໃຈ​ໃສ່​ ແລະ​ ການ​ໜູນ​ຊ່ວຍຂອງ​ໂຮງຮຽນ​ຕໍ່ບັນດາ​ນັກ​ສຶກສາ​ກຳປູ​ເຈຍ​ ໃນ​ຫຼາຍ​ປີ​ຜ່ານມາ​ນີ້. ທ່ານ​ນາງ​ກ່າວ​ຕື່ມ​ວ່າ ພາຍຫຼັງ​ຮຽນ​ຈົບ ພວກນ້ອງ​ຈະ​ກັບ​ຄືນ​ເມືອປະກອບສ່ວນ​ເຂົ້າໃນການ​ພັດທະນາ​ຂອງປະເທດ ​ກຳປູ​ເຈຍ, ພ້ອມກັນນັ້ນ ກໍ່ເພີ່ມພູນຄູນສ້າງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ ​ກໍ່​ຄື​ລະຫວ່າງ​ແຂວງ​ ໄທ​ງວຽນ ​ກັບ​ບັນດາຄູ່​ຮ່ວມ​ມື​ ກຳປູ​ເຈຍ.

ຈັດ​ຕັ້ງ​ບຸນເຕັດບຸນປີໃໝ່ໃຫ້​ແກ່​ນັກ​ສຶກ​ສາ ​ລາວ ​ຢູ່ ​ໄທຫງວຽນ

ຈັດ​ຕັ້ງ​ບຸນເຕັດບຸນປີໃໝ່ໃຫ້​ແກ່​ນັກ​ສຶກ​ສາ ​ລາວ ​ຢູ່ ​ໄທຫງວຽນ

ຍສໝ - ວັນ​ທີ 10 ເມສາ, ຢູ່​ມະຫາວິທະຍາ​ໄລເຕັກ​ໂນ​ໂລ​ຢີຂໍ້​ມູນຂ່າວສານ ​ແລະ ການສື່ສານ (ມະຫາວິທະຍາ​ໄລ​ໄທ​ງວຽນ), ສະມາຄົມ​ມິດຕະພາບ​ ຫວຽດນາມ - ລາວ ​ແຂວງ ​ໄທ​ງວຽນ ​ໄດ້​ຈັດ​ຕັ້ງ​ງານ​ບຸນປີໃໝ່ໃຫ້ແກ່ນັກສຶກສາ ລາວ ​ທີ່​ພວມ​ຮ່ຳຮຽນ, ຄົ້ນ​ຄ້ວາ​ຢູ່​ບໍລິເວນ.

ໜູນຊ່ວຍນັກສຶກສາມະຫາວິທະຍາໄລ ໄທຫງວຽນ ໄປຝຶກງານ ແລະ ເຮັດວຽກຢູ່ ຍີ່ປຸ່ນ

ໜູນຊ່ວຍນັກສຶກສາມະຫາວິທະຍາໄລ ໄທຫງວຽນ ໄປຝຶກງານ ແລະ ເຮັດວຽກຢູ່ ຍີ່ປຸ່ນ

ຍສໝ - ຄະ​ນະປະຕິບັດງານຂອງອົງການເພື່ອນຮ່ວມອາຊີບ​ຮ່ວມ​ມື​ກະ​ສິ​ກຳ Kishuu, ຍີ່​ປຸ່ນ ໂດຍ​ທ່ານ Shiba Mitsuhiro - ປະ​ທານສະພາບໍລິຫານ JA Kishuu ເປັນຫົວໜ້ຄະນະ ຫາກໍມີການໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ໄທຫງວຽນ. ຢູ່ທີ່ນີ້, ທ່ານ Mitsuhiro ໄດ້ສະແດງຄວາມປາດ​ຖະໜາ​ຢາກ​ຮ່ວມ​ມື​ຮອບດ້ານ​ກັບ​ມະຫາວິທະຍາ​ໄລ ໄທຫງວຽນ ໃນຫຼາຍຂົງເຂດ, ​ໃນ​ນັ້ນ ​ມີການໜູນຊ່ວຍ​ບັນດາລາຍການສົ່ງ​ນັກ​ສຶກສາ​ຂອງ​ໂຮງຮຽນ​ໄປ​ຢູ່​ຍີ່​ປຸ່ນ​ ...

ແທັງຮັ່ງ