![]() | ຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວ “ມີໜຶ່ງບໍ່ມີສອງ” ທີ່ດຶງດູດນັກທ່ອງທ່ຽວອິນເດຍ |
![]() | ການທ່ອງທ່ຽວຂອງລາວ ດຶງດູດນັກທ່ອງທ່ຽວຫຼາຍກວ່າ 5 ລ້ານຄົນ ໃນປີ 2024 |
ການຂຸດຄົ້ນຄວາມສາມາດບົ່ມຊ້ອນ
ໃນຊຸມປີມໍ່ໆມານີ້, ນັກທ່ອງທ່ຽວຫຼາຍຄົນໄດ້ເລືອກ ເຊີນດົ້ງ ເປັນຈຸດໝາຍປາຍທາງທ່ອງທ່ຽວ ຍ້ອນມີຮີດຄອງປະເພນີທີ່ເປັນເອກະລັກສະເພາະຂອງຊົນເຜົ່າສ່ວນໜ້ອຍ, ທິວທັດປະຖົມປະຖານເປັນສັນຍະລັກພິເສດຂອງເຂດພູດອຍ, ອາກາດສົດຊື່ນ, ເຢັນດີ. ຍ້ອນມີຄວາມເອົາໃຈໃສ່ຂອງບັນດາຂັ້ນຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດ, ໃນບໍລິເວນເມືອງກໍ່ມີເຂດທ່ອງທ່ຽວທາງຈິດໃຈ - ນິເວດ ໄຕອຽນຕື, 6 ສະຫະກອນທ່ອງທ່ຽວຊຸມຊົນຢູ່ຕາແສງ ເວີນເຊີນ, ອ່ານຫຼາກ ແລະ ເທດສະບານ ໄຕອຽນຕື.
![]() |
ນັກທ່ອງທ່ຽວຖ່າຍຮູບຢູ່ເຂດທ່ອງທ່ຽວນິເວດ ດົງທົງ, ເທດສະບານ ໄຕອຽນຕື. |
ນັບຕັ້ງແຕ່ການລະບາດຂອງພະຍາດໂຄວິດ-19 ໄດ້ຮັບການຄວບຄຸມ, ຈໍານວນນັກທ່ອງທ່ຽວເຂົ້າມາລົງຕົວຈິງໃນບໍລິເວນໄດ້ເພີ່ມຂຶ້ນຢ່າງແຮງ, ເຊິ່ງສະແດງໃຫ້ເຫັນວ່າ ທ່າອ່ຽງການທ່ອງທ່ຽວໃນການລົງຕົວຈິງຊຸມຊົນໃນບັນດາເຂດຊົນນະບົດໂດຍສຸມໃສ່ເຂດຊົນເຜົ່າສ່ວນຫນ້ອຍ ພວມຮັບການເລືອກຈາກນັກທ່ອງທ່ຽວຈໍານວນຫຼາຍ.
ນັບແຕ່ຕົ້ນປີມາຮອດປະຈຸບັນ, ເຂດທ່ອງທ່ຽວທາງດ້ານຈິດໃຈ - ນິເວດ ໄຕອຽນຕື ດ້ວຍອາກາດທີ່ເອື້ອອຳນວຍ ໄດ້ຕ້ອນຮັບແຂກທ່ອງທ່ຽວນັບໝື່ນເທື່ອຄົນ. ຄຽງຄູ່ກັນນັ້ນ, ແຫຼ່ງທ່ອງທ່ຽວແບບນິເວດ ດົງທົງ ກໍ່ເປີດປະຕູຟຣີຕ້ອນຮັບນັກທ່ອງທ່ຽວນັບໝື່ນເທື່ອຄົນມາຊົມ ແລະ ຖ່າຍຮູບ.
ສະຖິຕິເບື້ອງຕົ້ນ, ແຕ່ປີ 2021 ຫາ ເດືອນມັງກອນ 2025, ເຊີນດົ້ງ ໄດ້ຕ້ອນຮັບນັກທ່ອງທ່ຽວເກືອບ 3 ລ້ານເທື່ອຄົນ. ຕາມທ່ານ ຫງວຽນວັນຖຸກ, ຫົວໜ້າພະແນກວັດທະນະທຳ - ຖະແຫຼງຂ່າວເມືອງ ແລ້ວ, ນັບແຕ່ໂລກລະບາດ Covid-19 ໄດ້ຮັບການຄວບຄຸມ, ຈຳນວນນັກທ່ອງທ່ຽວມາລົງຕົວຈິງໃນບໍລິເວນເພີ່ມຂຶ້ນຢ່າງແຮງ, ສິ່ງນັ້ນໃຫ້ເຫັນໄດ້ທ່າອ່ຽງຂອງການທ່ອງທ່ຽວລົງຕົວຈິງຊຸມຊົນຢູ່ບັນດາເຂດຊົນນະບົດເຊິ່ງສຸມໃສ່ເຂດຊົນເຜົ່າສ່ວນໜ້ອຍພວມຮັບການຄັດເລືອກຈາກນັກທ່ອງທ່ຽວຈໍານວນຫຼາຍ.
ສ້າງຕ່ອງໂສ້ການເຊື່ອມຕໍ່
ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງໃນການພັດທະນາການທ່ອງທ່ຽວຊຸມຊົນຕິດພັນກັບການທ່ອງທ່ຽວຊົນນະບົດ, ນັບແຕ່ໄລຍະເບື້ອງຕົ້ນຂອງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງໃນອາຍຸການນີ້, ຄະນະປະຈຳພັກເມືອງ ໄດ້ອອກມະຕິສະບັບເລກທີ 36- NQ/HU ລົງວັນທີ 17 ພຶດສະພາ 2021 ວ່າດ້ວຍການພັດທະນາການທ່ອງທ່ຽວແບບນິເວດ, ລົງຕົວຈິງ ແລະ ການທ່ອງທ່ຽວຊຸມຊົນ ໄລຍະ 2021-2025. ເມືອງໄດ້ໃຫ້ບຸລິມະສິດແຫຼ່ງກຳລັງຈາກງົບປະມານ ແລະ ບັນດາລາຍການເປົ້າໝາຍແຫ່ງຊາດ ເພື່ອສ້ອມແປງເຂດຮ່ອງຮອຍປະຫວັດສາດ ແລະ ວັດທະນະທຳຂັ້ນແຂວງ; ຫນູນຊ່ວຍການກໍ່ສ້າງເຮືອນຮ້ານພື້ນເມືອງ. ບັນດາຕາແສງໄດ້ສ້າງແຜນການ, ມະຕິສຸມໃສ່ການນຳພາ, ການຊີ້ນຳຜັນຂະຫຍາຍສ້າງຜະລິດຕະພັນທ່ອງທ່ຽວສະເພາະ, ເໝາະສົມກັບບໍລິເວນ; ຝຶກອົບຮົມ, ແນະນຳທັກສະການຕ້ອນຮັບ ແລະ ການຮັບໃຊ້ນັກທ່ອງທ່ຽວ.
![]() |
ແນະນຳວິທີເຮັດເຂົ້າໜຽວຫ້າສີໃຫ້ນັກຮຽນ ຢູ່ສະຫະກອນການທ່ອງທ່ຽວຊຸມຊົນ ນາອໍ, ຕາແສງ ອ່ານຫຼາກ. |
ອ່ານຫຼາກ ແມ່ນໜຶ່ງໃນບັນດາຕາແສງມີຄວາມສົນໃຈພັດທະນາການທ່ອງທ່ຽວຊຸມຊົນ. ຄະນະພັກຕາແສງໄດ້ອອກມະຕິຫົວຂໍ້ການສ້າງບ້ານ ນາອໍ ກາຍເປັນບ້ານທ່ອງທ່ຽວຂອງຊຸມຊົນ. ທ່ານ ຫວູຫງອກຮວນ, ນາຍບ້ານ, ຜູ້ອໍານວຍການສະຫະກອນທ່ອງທ່ຽວຊຸມຊົນ ນາອໍ ແນະນໍາວ່າ: ບ້ານມີ 60 ຄອບຄົວ, ສ່ວນຫຼາຍແມ່ນຊາວເຜົ່າ ໄຕ.
ເຖິງວ່າບັນລຸໄດ້ໝາກຜົນຈຳນວນໜຶ່ງກໍ່ຕາມ, ແຕ່ສ່ວນຫຼາຍບັນດາແຫຼ່ງທ່ອງທ່ຽວຂອງຊຸມຊົນຍັງຂາດພື້ນຖານວັດຖຸ ແລະ ການບໍລິການຄວບຄູ່. ຈໍານວນນັກທ່ອງທ່ຽວພັກເຊົາຢູ່ຂ້າມຄືນແມ່ນບໍ່ສອດຄ່ອງກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງເຂດ. ລະບົບຮ້ານອາຫານ, ໂຮງແຮມ ແລະ ຮ້ານວາງສະແດງສິນຄ້າຍັງບໍ່ຫຼາກຫຼາຍທີ່ຈະຮັບໃຊ້ນັກທ່ອງທ່ຽວ. ນອກຈາກບໍລິສັດຫຸ້ນສ່ວນການທ່ອງທ່ຽວ ໄຕງວຽນຕື, ເມືອງຍັງບໍ່ທັນມີວິສາຫະກິດຫຼາຍແຫ່ງເຂົ້າມາຮ່ວມທຶນ, ເຊື່ອມຕໍ່ລົງທຶນເຂົ້າບັນດາເຂດ, ແຫຼ່ງທ່ອງທ່ຽວຈຸດສຸມ.
ຕາມທ່ານນາງ ຕົງທິເຮືອງຢາງ, ຮອງປະທານຄະນະກຳມະການປະຊາຊົນເມືອງແລ້ວ, ໄດ້ກຳນົດການພັດທະນາການທ່ອງທ່ຽວຊຸມຊົນໃຫ້ເປັນເປົ້າໝາຍມຸ່ງໄປເຖິງ ຂອງໄລຍະ 2025-2030, ເຊີນດົ້ງ ຈະສືບຕໍ່ຍູ້ແຮງວຽກງານໂຄສະນາ, ເຜີຍແຜ່ບັນດາຜະລິດຕະພັນທ່ອງທ່ຽວຄື: ຜະລິດຮູບເງົາ, ວິດີໂອ, ສາລະຄະດີແນະນຳບັນດາຜະລິດຕະພັນທີ່ເປັນສັນຍາລັກພິເສດຂອງບໍລິເວນ. ຄຽງຄູ່ກັນນັ້ນ, ກໍ່ເອົາໃຈໃສ່ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດເຮັດວຽກງານການທ່ອງທ່ຽວ.
![]() | ຫວຽດນາມ ດຶງດູດນັກທ່ອງທ່ຽວ ເອີລົບ ໃນລະດູແລ້ງ ຍສໝ - ພື້ນຖານການທ່ອງທ່ຽວດີຈິຕອນ Agoda ໃຫ້ຮູ້ວ່າ ຫວຽດນາມ ຢືນອັນດັບທີ 3 ໃນບັນຊີລາຍຊື່ບັນດາຈຸດໝາຍປາຍທາງຂອງ ອາຊີ ທີ່ດຶງດູດນັກທ່ອງທ່ຽວຊາວ ເອີຣົບ ຫຼາຍທີ່ສຸດໂດຍອີງໃສ່ຈຳນວນຄັ້ງຂອງການຄົ້ນຫາທີ່ພັກ. |
![]() | ລາວ: ເຂດເສດຖະກິດພິເສດເກາະສີພັນດອນ ດຶງດູດນັກທ່ອງທ່ຽວ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນທ້ອງຖິ່ນ ຍສໝ - ເຂດເສດຖະກິດພິເສດເກາະສີພັນດອນ ຢູ່ແຂວງຈຳປາສັກ (ພາກໃຕ້ຂອງລາວ), ນີ້ແມ່ນໂຄງການຮ່ວມມືລະຫວ່າງບໍລິສັດ Maha Nathi Sithandone Hongkong, ຈີນ ແລະ ບໍລິສັດກໍ່ສ້າງຂົວທາງ LTV ຂອງລາວ. |
ແທັງຮັ່ງ