ເປີດກວ້າງ​ການ​ພົວ​ພັນ​ ຫວຽດ​ນາມ - ຍີ່​ປຸ່ນ

23:38 | 11/02/2025

ຍສໝ - ​ໃນ​ປະຫວັດສາດ, ຍີ່ປຸ່ນ ​ແມ່ນ​ປະ​ເທດ​ມີ​ການ​ພົວພັນ​ພິ​ເສດ​ກັບ ຫວຽດນາມ, ກວາງ​ນາມ. ພິ​ເສດ, ຊາວ ​ຍີ່​ປຸ່ນ ​ໄດ້ຮ່ວມເດີນທາງກັບ ໂຮ້ຍອານ​ ​ໃນ​ການ​ປົກ​ປັກ​ຮັກ​ສາ​, ເສີມຂະຫຍາຍຄຸນ​ຄ່າ​ມໍ​ລະ​ດົກ.

ປ່ຽນແປງໃໝ່ວິທີເຂົ້າເຖິງ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ຫວຽດ​ນາມ - ລາວ
ຜັນຂະຫຍາຍ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ເຮັດໃຫ້ການ​ພົວ​ພັນ​ຫວຽດ​ນາມ - ໂຕ​ໂກ ເລິກເຊິ່ງກ່ວາອີກ

ບັນດາຊາວ​ຍີ່​ປຸ່ນ​ຄົນ​ທຳ​ອິດ​ທີ່ຊອກຫາ​ຄົ້ນ​ຄ້​ວາ ໂຮ້ຍອານ

ຕາມທ່ານ ສຈ.ປອ Kikuchi Seiichi (ມະຫາວິທະຍາໄລຍິງ Showa, ປະເທດ ຍີ່ປຸ່ນ) ແລ້ວ, ນັບຕັ້ງແຕ່ໄລຍະ Meiji (1868 - 1912), ບັນດານັກຄົ້ນຄວ້າຊາວຍີ່ປຸ່ນ ໄດ້ປະຕິບັດບັນດາການສຳຫຼວດກ່ຽວກັບຖະຫນົນຍີ່ປຸ່ນ ໃນບັນດາປະເທດອາຊີຕາເວັນອອກສຽງໃຕ້.

ເປີດກວ້າງ​ການ​ພົວ​ພັນ​ ຫວຽດ​ນາມ - ຍີ່​ປຸ່ນ

ນັກ​ສິລະ​ປິນ ຍີ່ປຸ່ນ ​ສະ​ແດງ​ຢູ່​ຖະໜົນ​ ໂຮ້ຍອານ ​ເພື່ອ​ຕອບ​ສະໜອງ​ລາຍການ “ໜຶ່ງ​ຊົ່ວ​ໂມງ​ເພື່ອ ​ໂຮ້ຍອານ ທີ່ສະອາດກ່ວາ”. (ພາບ: Phuong Thao)

ໃນປີ 1909, ທ່ານ Kojima Masanori ມາ ໂຮ້ຍອານ ເພື່ອຄົ້ນ​ຄວ້າກ່ຽວກັບ "ຊາວຍີ່ປຸ່ນ ຢູ່ຕ່າງປະເທດ" (ວັດ ເກົາ) ແລະ ບັນດາຂຸມສົບຊາວຍີ່​ປຸ່ນຢູ່ທີ່ນັ້ນ. ປີ 1922, ທ່ານ Segawa Kame ໄດ້ມາ ໂຮ້ຍອານ ເພື່ອຄົ້ນຄວ້າບັນດາສະຖານທີ່ກ່ຽວຂ້ອງເຖິງ “ຖະໜົນຊາວຍີ່ປຸ່ນ” ແລະ ໄດ້ຂຽນບົດຄວາມແນະນຳ ໂຮ້ຍອານ ໃນໜັງສືພິມ ຍີ່ປຸ່ນ ໃນເວລານັ້ນ.

ໃນ​ປີ 1928, ທ່ານ Kuroita Katsumi ແລະ ທ່ານ Iwao Seiichi ມາ ໂຮ້ຍອານ ເພື່ອ​ຄົ້ນ​ຄວ້າບັນດາຮ່ອງຮອຍທີ່​ກ່ຽວ​ຂ້ອງ​ກັບ​ຊາວ​ຍີ່​ປຸ່ນ. ​ເຂົາ​ເຈົ້າ​ໄດ້​ສຳ​ຫຼວດ ​ແລະ ດຳເນີນປະຕິສັງຂອນບັນດາຂຸມສົບຊາວຍີ່​ປຸ່ນຢູ່​ ໂຮ້ຍອານ.

ຕາມ​ການ​ຕີລາຄາຂອງທ່ານ ສຈ.ປອ Kikuchi Seiichi ແລ້ວ, ໃນ​ບັນ​ດາ​ນັກ​ຮຽນຮູ້​ຍີ່​ປຸ່ນ ​ທີ່​ມາຄົ້ນຄ້ວາກ່ຽວກັບ ໂຮ້ຍອານ ໃນ​ຕົ້ນ​ສັດ​ຕະ​ວັດ​ທີ 20, ເຊິ່ງວ່າ ທ່ານ Iwao Seiichi ເປັນ​ຜູ້​ທີ່​ປະ​ຜົນ​ງານໄວ້​ຫຼາຍ​ທີ່​ສຸດ. ທ່ານ ​ໄດ້​ຄົ້ນຄວ້າ​ຫຼາຍ​ດ້ານ​ເຊັ່ນ: ທີ່​ຕັ້ງ, ຂອບຂະໜາດ, ການຈັດ​ຕັ້ງ​ບໍລິຫານ, ບັນດາບູລຸດຕົ້ນຕໍ, ການເຄື່ອນໄຫວເສດຖະກິດ... ຂອງ​ຊາວ​ຍີ່ປຸ່ນ​ ຢູ່ ໂຮ້ຍອານ ໃນ​ທ້າຍ​ສະຕະວັດ​ທີ 16 - ຕົ້ນ​ສະຕະວັດ​ທີ 17, ​ແລະ ປະກາດ​ໃນ​ເວທີ​ປາ​ໄສ​ວິ​ຊາ​ການ​ຢູ່​ ຍີ່ປຸ່ນ.

ການສຳມະນາ​ສາ​ກົນ​ກ່ຽວ​ກັບ​ຕົວເມືອງເກົ່າ ໂຮ້ຍອານ ​ໄດ້​ຈັດ​ຂຶ້ນ​ໃນ​ເດືອນມີນາ 1990 ກໍ່ໄດ້​ເປີດບາດລ້ຽວໃນ​ການ​ຄົ້ນ​ຄ້​ວາ​ກ່ຽວ​ກັບ ໂຮ້ຍອານ. ປີ 1991, ກົມໃຫຍ່ວັດ​ທະ​ນະ​ທຳ​ຍີ່​ປຸ່ນ (Monbusho) ໄດ້​ສົ່ງ​ນັກ​ຊ່ຽວ​ຊານ​ໄປຊອກຮູ້​ສະ​ພາບຕົວຈິງຂອງ​ຕົວເມືອງເກົ່າ ໂຮ້ຍອານ ແລະ ສ້າງ​ຕັ້ງ​ການ​ພົວ​ພັນ​ຮ່ວມ​ມື​ຄົ້ນ​ຄ້​ວາ​ກັບອຳນາດການປົກຄອງທ້ອງ​ຖິ່ນ.

ຂໍ້ໂຕ້ຖຽງສໍາລັບສຳເນົາມໍລະດົກ

ນັບແຕ່ປີ 1992 ເປັນຕົ້ນມາ, ສະຖາບັນຄົ້ນຄວ້າວັດທະນະທຳສາກົນ (ມະຫາວິທະຍາໄລຍິງ Showa) ໄດ້ເລີ່ມດຳເນີນການສຳຫຼວດຕົວເມືອງເກົ່າ ໂຮ້ຍອານ ໃນຂົງເຂດພູມສາດ, ທໍລະນີສາດ, ປະຫວັດສາດ, ບູຮານຄະດີ, ວັດທະນະທຳ, ສະຖາປັດຕະຍະກຳ... ແລະ ໄດ້ກໍ່ສ້າງໂຄງການ “ອະນຸລັກ​ຮັກສາຕົວເມືອງເກົ່າ ໂຮ້ຍອານ”.

ສະ​ຖາ​ບັນ​ນີ້​ໄດ້​ກາຍ​ເປັນ​ສູນ​ເຕົ້າ​ໂຮມບັນດານັກຮຽນຮູ້ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ, ສະ​ຖາ​ບັນ​ຄົ້ນ​ຄ້​ວາ ແລະ ສູນ​ວິ​ທະ​ຍາ​ສາດ​ຂອງ ຍີ່​ປຸ່ນ ເພື່ອ​ເຂົ້າ​ຮ່ວມ​ການ​ຄົ້ນ​ຄ້​ວາ​ປະ​ຫວັດ​ສາດ ແລະ ວັດ​ທະ​ນະ​ທຳ ​ໂຮ້ຍ​ອານ. ນີ້​ກໍ່​ແມ່ນ​ຈຸດປະສານ​ການ​ລະດົມ​ທຶນ​ໃຫ້​ແກ່​ໂຄງການ “ອະນຸລັກ​ຮັກສາຕົວເມືອງເກົ່າ ໂຮ້ຍອານ”.

ເປີດກວ້າງ​ການ​ພົວ​ພັນ​ ຫວຽດ​ນາມ - ຍີ່​ປຸ່ນ

​ງານ​ພົບ​ປະ​ແລກປ່ຽນ​ວັດທະນະທຳ ​ໂຮ້ຍອານ - ຍີ່ປຸ່ນ ​ແມ່ນ​ເຫດການ​ປະຈຳ​ປີ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ ຍີ່ປຸ່ນ ມາ​ຢ້ຽມຢາມ ​ໂຮ້ຍອານ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. (ພາບ: ສູນວັດທະນະທຳ ໂຮ້ຍອານ)

ປີ 1996, ກອງປະ​ຊຸມ​ວິ​ທະ​ຍາ​ສາດ​ກ່ຽວ​ກັບ​ແຜນ​ການ​ອະ​ນຸ​ລັກຕົວເມືອງເກົ່າ ໂຮ້ຍອານ ໄດ້​ຈັດ​ຂຶ້ນ​ຢູ່​ຕົວເມືອງເກົ່າແຫ່ງນີ້. ພ້ອມ​ກັນ​ນັ້ນ, ຍີ່ປຸ່ນ ກໍ່​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ປະຈຳ​ປີ​ຢູ່ Tokyo, ພ້ອມທັງການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ​ບັນດາ​ອົງການ​ຄຸ້ມ​ຄອງ ​ແລະ ນັກວິທະຍາສາດ​ຂອງ ຍີ່ປຸ່ນ ​ແລະ ຫວຽດນາມ ​ເພື່ອ​ຕີ​ລາຄາ​ຄວາມ​ຄືບ​ໜ້າ​ຂອງ​ໂຄງການ “ອະນຸລັກ​ຮັກສາຕົວເມືອງເກົ່າ ໂຮ້ຍອານ”.

ໃນຂົງເຂດດັ່ງກ່າວ, ແຕ່ປີ 1993 ມາຮອດ 1998, ສະຖາບັນຄົ້ນຄວ້າວັດທະນະທໍາສາກົນ ໄດ້ສົ່ງບັນດາກຸ່ມຊ່ຽວຊານຄົ້ນຄວ້າວັດຖຸບູຮານຈາກຍີ່ປຸ່ນ ໄປຍັງ ໂຮ້ຍອານ ເພື່ອສຳຫຼວດ ແລະ ດຳເນີນການຂຸດຄົ້ນຈຸດທີ່ຕັ້ງຢູ່ໃນ “ເຂດຫຼັກແຫຼ່ງ” ຂອງຕົວເມືອງເກົ່າ ໂຮ້ຍອານ.

ໝາກຜົນຂອງການຂຸດຄົ້ນດັ່ງກ່າວ ໄດ້ຊ່ວຍໃຫ້ນັກວິທະຍາສາດ ແລະ ອະນຸລັກ ຍີ່ປຸ່ນ ແລະ ຫວຽດນາມ ວາດພາບໄດ້ກ່ຽວກັບສະໄໝທີ່ຊາວ ໂຮ້ຍອານ ມາຕັ້ງຖິ່ນຖານຢູ່ເຂດເມືອງເກົ່າຄັ້ງທຳອິດ, ກ່ຽວກັບການຕັ້ງຖິ່ນຖານໃນສະຕະວັດທີ 17, ກໍ່ຄືການຫັນປ່ຽນຂອງເມືອງເກົ່າຈາກອະດີດເຖິງປະຈຸບັນ.

ເຊື່ອມໂຍງຊຸມຊົນ

​ໃນ​ປີ 2022, ​ໂຄງການປະຕິສັງຂອນວັດ ເກົາ ໄດ້ຮັບການຜັນຂະຫຍາຍປະຕິບັດໂດຍ​ສູນ​ຄຸ້ມ​ຄອງ ​ແລະ ອະນຸລັກ​ຮັກສາ​ມໍລະດົກ​ວັດ​ທະ​ນະ​ທຳ ​ໂຮ້ຍອານ ເປັນປະທານ. ໂຄງການປະຕິສັງຂອນດັ່ງກ່າວ​ມີ​ຍອດ​ຈຳນວນ​ເງິນ​ລົງທຶນ 20,2 ຕື້​ດົ່ງ, ​ໂດຍ​ ແຂວງ ກວາງ​ນາມ ​ແລະ ນະຄອນ ໂຮ້ຍອານ ລົງທຶນ, ມີການອຸປະຖຳດ້ານການເງິນຈາກກອງທຶນ Sumitomo ແລະ ການສະໜັບສະໜູນດ້ານວິຊາການຈາກບັນດານັກຊ່ຽວຊານທີ່ປຶກສາຈາກອົງການ JICA (ຍີ່ປຸ່ນ).

ເປີດກວ້າງ​ການ​ພົວ​ພັນ​ ຫວຽດ​ນາມ - ຍີ່​ປຸ່ນ

ວັດ ເກົາ ​ໄດ້ຜ່ານ​ການ​ສ້ອມ​ແປງ 7 ເທື່ອໃນ​ປະ​ຫວັດ​ສາດ, ໃນນັ້ນໄດ້ຮັບການໜູນຊ່ວຍຫຼາຍເທື່ອຈາກບັນດອົງການ​ຍີ່​ປຸ່ນ. (ພາບ: K.L)

ວັນທີ 3 ສິງຫາ 2024, ໂຄງການປະຕິສັງຂອນວັດ ເກົາ ໄດ້ເປີດໃນສັບປະດາວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 20. ນອກຈາກການອະນຸລັກຮັກສາມໍລະດົກພິເສດສຳຄັນແຫ່ງໜຶ່ງຂອງ ໂຮ້ຍອານ ແລ້ວ, ນີ້ຍັງແມ່ນຂີດໝາຍອັນດີງາມຂອງການພົວພັນລະຫວ່າງ ໂຮ້ຍອານ ເວົ້າສະເພາະ, ກວາງນາມ ເວົ້າລວມ ກັບ ຍີ່ປຸ່ນ ໃນການຮ່ວມມືຄົ້ນຄວ້າ ແລະ ອະນຸລັກຮັກສາມໍລະດົກວັດທະນະທຳ.

ບັນດາ​ໂຄງການອຸປະຖຳ​ຂອງ​ຍີ່ປຸ່ນ ສຳລັບການ​ອະນຸລັກ​ຮັກສາຕົວເມືອງເກົ່າ ​ໂຮ້ຍອານ ​ໃນ​ໄລຍະ 35 ປີ​ທີ່​ຜ່ານ​ມາ​ໄດ້​ສ້າງ​ໝາກຜົນ​ອັນ​ເລິກ​ເຊິ່ງ ​ແລະ ຮອບດ້ານ​ໃນ​ຫຼາຍ​ດ້ານ. ຍ້ອນທັດສະນະ​ອະນຸລັກ​ຮັກສາ​ລັກສະນະແທ້ຈິງຂອງມໍລະດົກ ຜ່ານການຮັກສາບັນດາ​ປັດໄຈສະຖາປັດຕະຍະ​ກຳ, ວັດທະນະທຳ ​ແລະ ປະຫວັດສາດ​ຂອງ​ ໂຮ້ຍອານ ຢ່າງຄົບຖ້ວນ, ສະໜອງບັນດາມາດຕະຖານ​ການ​ອະນຸລັກ​ມໍລະດົກ​ສາກົນ ​ໄດ້​ຍົກ​ສູງ​ທີ່​ຕັ້ງ​ຂອງ ໂຮ້ຍອານ ໃນ​ແຜນ​ທີ່​ມໍລະດົກ.

ໂດຍຜ່ານ​ການ​ຮ່ວມ​ມື, ຍີ່ປຸ່ນ​ ​ຍັງ​ໄດ້​ແບ່ງປັນ​ບັນດາ​ເຕັກນິກ, ​ເຕັກ​ໂນ​ໂລຢີໃນ​ການ​ອະນຸລັກ​ຮັກສາ​ມໍລະດົກ​ວັດທະນະທຳ, ​ເຂົ້າ​ຮ່ວມ​ການບຳລຸງສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໃນ​ຂົງ​ເຂດ​ອະນຸລັກ​ຮັກສາ ​ແລະ ຄຸ້ມ​ຄອງ​ມໍລະດົກ​ວັດທະນະທຳ​ຢູ່ ​ໂຮ້ຍອານ ​ແລະ ກວາງ​ນາມ.

ປະ​ຊາ​ຊົນ - ປັດ​ໄຈ​ຢ່າງໝັ້ນແກ່ນຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານລະ​ຫວ່າງ ຫວຽດ​ນາມ ແລະ ລັດ​ເຊຍ

ປະ​ຊາ​ຊົນ - ປັດ​ໄຈ​ຢ່າງໝັ້ນແກ່ນຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານລະ​ຫວ່າງ ຫວຽດ​ນາມ ແລະ ລັດ​ເຊຍ

ຍສໝ - ປະຊາຊົນ​ສອງ​ປະ​ເທດ​ ແມ່ນ​ປັດ​ໄຈ​​ຢ່າງໝັ້ນແກ່ນຂອງ​ສາຍ​ພົວພັນ​ມິດຕະພາບ​​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານ, ໝັ້ນແກ່ນ ​ແລະ ສາຍ​ພົວພັນ​ມິດແບບ​ພິ​ເສດລະຫວ່າງ ຫວຽດນາມ ​- ລັດ​ເຊຍ

ຄະ​ນະປະຕິບັດງານຄະ​ນະ​ກຳ​ມະ​ການສູນກາງ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດ​ນາມ ໄປ​ເຮັດ​ວຽກ​ຢູ່ Fukuoka, ຍີ່​ປຸ່ນ

ຄະ​ນະປະຕິບັດງານຄະ​ນະ​ກຳ​ມະ​ການສູນກາງ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດ​ນາມ ໄປ​ເຮັດ​ວຽກ​ຢູ່ Fukuoka, ຍີ່​ປຸ່ນ

ຍສໝ - ແຕ່​ວັນ​ທີ 7-8 ມິຖຸນາ, ຄະ​ນະປະຕິບັດງານ ຫວຽດນາມ​ ໂດຍ​ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫວຽນຮູຍຢຸ້ງ ນຳໜ້າຄະນະ ​ໄປ​ຢ້ຽມຢາມເຮັດ​ວຽກ​ຢູ່ Fukuoka, ຍີ່ປຸ່ນ.

ມິງດຶກ (ແປຕາມ ເຈີ່ນດຶກແອງເຊີນ/baoquangnam.vn)

ເຫດການ