![]() | ງານຕະຫຼາດນັດສິນຄ້າ: ຂົວເຊື່ອມຕໍ່ການຄ້າລະຫວ່າງຫວຽດນາມ ແລະ ລາວ |
![]() | ບາດກ້າວໃໝ່ໃນການພົວພັນປະຊາຊົນ ແລະການຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະກູບາ |
ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ວິໄລວົງ ບຸດດາຄຳ ໄດ້ສົ່ງຄຳອວຍພອນເຖິງທ່ານເອກອັກຄະລັດຖະທູດ ຫງວຽນມິງເຕີມ ທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຈາກພັກ, ລັດ ແລະ ປະຊາຊົນຫວຽດນາມ; ເຊື່ອໝັ້ນວ່າ ດ້ວຍປະສົບການ ແລະ ຄວາມສາມາດຂອງຕົນ, ທ່ານເອກອັກຄະລັດຖະທູດ ຈະປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ, ປະກອບສ່ວນເພີ່ມພູນຄູນສ້າງໃຫ້ການພົວພັນ ຫວຽດນາມ - ລາວ ນັບມື້ນັບພັດທະນາກ້າວເຂົ້າສູ່ລວງເລິກຢ່າງແທດຈິງ ແລະ ມີປະສິດທິຜົນ.
![]() |
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນມິງເຕີມ ໄດ້ມີການເຮັດວຽກກັບ ທ່ານ ວິໄລວົງ ບຸດດາຄຳກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງພາຍໃນລາວ. |
ທ່ານລັດຖະມົນຕີກະຊວງພາຍໃນລາວ ໄດ້ເຫັນດີເປັນເອກະພາບກັບຄວາມເຫັນຂອງທ່ານເອກອັກຄະລັດຖະທູດ ຫງວຽນມິງເຕີມ ກ່ຽວກັບຄວາມສຳຄັນຂອງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ ທີ່ລຸ້ນໜຸ່ມສອງປະເທດຕ້ອງປົກປັກຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ສາຍພົວພັນອັນດີງາມນີ້ນັບມື້ນັບພັດທະນາຂຶ້ນສູ່ລະດັບສູງໃໝ່, ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.
ທ່ານລັດຖະມົນຕີຢືນຢັນຈະສົມທົບກັນຢ່າງແໜ້ນແຟ້ນກັບກະຊວງພາຍໃນຫວຽດນາມ ເພື່ອຜັນຂະຫຍາຍບັນດາສັນຍາລະຫວ່າງການນຳຂັ້ນສູງສອງພັກ, ສອງປະເທດ, ຂໍ້ຕົກລົງຮ່ວມມືລະຫວ່າງ 2 ກະຊວງພາຍໃນໄລຍະ 2023-2026.
ທ່ານລັດຖະມົນຕີວ່າການກະຊວງພາຍໃນລາວ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການເຄື່ອນໄຫວຂອງກະຊວງພາຍໃນຂອງລາວ ແລະ ບາງເນື້ອໃນການຮ່ວມມືທີ່ສຳຄັນລະຫວ່າງສອງກະຊວງພາຍໃນເຊັ່ນ: ການແລກປ່ຽນ, ແບ່ງປັນປະສົບການໃນວຽກງານກໍ່ສ້າງລັດຖະບານເອເລັກໂຕນິກ, ການເຄື່ອນໄຫວຂອງອຳນາດການປົກຄອງຂັ້ນຮາກຖານທີ່ສຸດແມ່ນຂັ້ນຕາແສງ, ໜູນຊ່ວຍກໍ່ສ້າງໂຮງຮຽນຝຶກອົບຮົມພະນັກງານຄຸ້ມຄອງລັດ.
ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕີມ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານຂອງລາວ ທີ່ບັນລຸໄດ້ໃນໄລຍະຜ່ານມາ, ໃນນັ້ນມີການປະກອບສ່ວນຂອງກະຊວງພາຍໃນລາວ; ກໍ່ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳຂອງການນຳຂອງພັກປະຊາຊົນປະຕິວັດລາວ, ສປປ ລາວ ຈະຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຢ່າງມີໄຊ, ຈັດຕັ້ງກອງປະຊຸມໃຫຍ່ຂອງພັກທຸກຂັ້ນໃຫ້ສຳເລັດຜົນ, ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ.
![]() |
ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດແກ່ການພົວພັນຮ່ວມມືກັບລາວ. |
ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຊົມເຊີຍຕໍ່ສາຍພົວພັນມິດຕະພາບ ຫວຽດນາມ - ລາວ ທີ່ນັບມື້ນັບພັດທະນາ, ກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ໃນນັ້ນມີການພົວພັນຮ່ວມມືລະຫວ່າງ 2 ກະຊວງພາຍໃນ ແລະ ເນັ້ນໜັກເຖິງການພົວພັນ ຫວຽດນາມ - ລາວ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ສະຫຼຸບດ້ວຍ 4 ຄຳຄື:“ຄວາມເປັນມິດສະຫາຍ - ຄວາມເປັນອ້າຍນ້ອງ - ຄວາມເປັນເພື່ອນມິດ - ຄວາມສາມັກຄີພິເສດ”. ”.
ພ້ອມກັນນັ້ນ, ກໍ່ໄດ້ຍົກໃຫ້ເຫັນຄວາມສຳຄັນ ແລະ ຄວາມໝາຍຂອງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ; ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງກ່ຽວກັບການຊ່ວຍເຫຼືອອັນໃຫຍ່ຫຼວງ, ມີຄຸນຄ່າ, ສຸດຈິດສຸດໃຈທີ່ພັກ, ລັດ, ແລະ ປະຊາຊົນລາວ ໄດ້ມອບໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມ ມາຮອດປະຈຸບັນ. ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃນການພົວພັນຮ່ວມມືກັບລາວ.
ທ່ານເອກອັກຄະລັດຖະທູດ ສະເໜີໃຫ້ກະຊວງພາຍໃນຂອງສອງປະເທດສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍສັນຍາຂອງການນຳຂັ້ນສູງ 2 ປະເທດ, ໝາກຜົນຂອງກອງປະຊຸມຄັ້ງທີ 47 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ທີ່ກ່ຽວຂ້ອງກັບຂະແໜງການພາຍໃນ ແລະ ຂໍ້ຕົກລົງຮ່ວມມືລະຫວ່າງ 2 ຝ່າຍ ໄລຍະ 2023 – 2026 ຢ່າງມີປະສິດທິຜົນ. ຈຸດສຸມແມ່ນການແບ່ງປັນປະສົບການໃນການສຳເລັດກົດບັນຍັດ, ການປະຕິຮູບດ້ານບໍລິຫານ, ການປະຕິຮູບລະບອບການວຽກຫຼວງ, ລັດຖະກອນ; ບຳລຸງສ້າງ, ບຳລຸງພະນັກງານ, ການຄົ້ນຄວ້າ, ການຖ່າຍທອດປະສົບການ; ບັນດາການເຄື່ອນໄຫວປະສານງານໃນການຄົ້ນຄ້ວາວິທະຍາສາດກ່ຽວກັບການກໍ່ສ້າງອົງການຈັດຕັ້ງກົງຈັກຂອງລັດ, ການຫຼວງ, ພະນັກງານລັດຖະກອນ; ບັນດາການເຄື່ອນໄຫວໃນຂົງເຂດເອກະສານ - ສຳເນົາ, ສາສະຫນາ ແລະ ການແຂ່ງຂັນ - ຍ້ອງຍໍ; ສົມທົບກັນກໍ່ສ້າງໂຄງການຫັນເປັນດິຈິຕອລໃຫ້ກະຊວງພາຍໃນຂອງລາວ.
![]() | ຍສໝ - ວັນທີ 14 ກັນຍາ, ສະຖານທູດ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ລັດຖະບານອັງກິດຈະປະກອບເງິນກ່ວາ 1 ລ້ານ GBP ເພື່ອຊ່ວຍຫວຽດນາມແກ້ໄຂຜົນຕາມມາຈາກພາຍຸ Yagi. |
![]() | VUFO ແລະ UNDP ຢູ່ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມື ຍສໝ - ນີ້ແມ່ນເນື້ອໃນຂອງການພົບປະແລກປ່ຽນລະຫວ່າງທ່ານ ຟ່ານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ແລະ ທ່ານນາງ Ramla Khalidi, ຫົວໜ້າຜູ້ຕາງໜ້າໂຄງການພັດທະນາສະຫະປະຊາຊາດ (UNDP) ປະຈຳ ຫວຽດນາມ, ໃນວັນທີ 28 ສິງຫາ ຢູ່ຮ່າໂນ້ຍ. |
ມີງດຶກ