![]() | ສະເຫຼີມສະຫຼອງ 106 ປີແຫ່ງວັນຊາດ ສ.ເຊັກ ຢູ່ຫວຽດນາມ: ເພີ່ມພູນຄູນສ້າງຄຸນຄ່າລວມເພື່ອອະນາຄົດ |
![]() | ວັດທະນະທຳສິລະປະໂຄສະນາຮູບພາບປະເທດຊາດ, ປະຊາຊົນຫວຽດນາມ ຢູ່ ສ.ເຊັກໂກ |
ເຂົ້າຮ່ວມກອງປະຊຸມພົບປະມີ ທ່ານ Hynek Kmoníček - ເອກອັກຄະລັດຖະທູດ ສ.ເຊັກໂກ ປະຈຳ ຫວຽດນາມ ແລະ ພະນັກງານສະຖານທູດ ສ.ເຊັກໂກ ປະຈຳ ຮ່າໂນ້ຍ; ຜູ້ຕາງໜ້າສະຖານທູດ ສາທາລະນະລັດ ສະໂລວາກີ ປະຈຳ ຫວຽດນາມ; ຜູ້ຕາງໜ້າສະມາຄົມມິດຕະພາບ ຫວຽດນາມ - ສະໂລວາກີ; ພ້ອມທັງບັນດາສະມາຊິກສະມາຄົມມິດຕະພາບ ຫວຽດນາມ - ສ.ເຊັກໂກ ແລະ ເພື່ອນມິດ.
![]() |
ບັນດາຄູ່ແຂ່ງຂັນເຂົ້າຮ່ວມງານແຂ່ງຂັນ tennis ມິດຕະພາບ ຫວຽດນາມ - ສ.ເຊັກໂກ |
ທີ່ເຫດການ, ທ່ານຮອງປະທານສະມາຄົມມິດຕະພາບ ຫວຽດນາມ - ສ.ເຊັກໂກ ຫງວຽນມິງຮົ່ງ ໃຫ້ຮູ້ວ່າ ປີ 2025, ສະມາຄົມຈະຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະໄໝ 2025 – 2030.
ທ່ານເອກອັກຄະລັດຖະທູດ Hynek Kmoníček ແບ່ງປັນວ່າ ໃນເດືອນ ມີນາ 2025, ບັນດາລົດໂອໂຕ Skoda ທຳອິດ ຈະຖືກຜະລິດຢູ່ຫວຽດນາມ. Skoda Auto, ແມ່ນໜຶ່ງໃນບັນດາເຄື່ອງໝາຍການຄ້າລົດໂອໂຕທີ່ມີມາແຕ່ດົນນານ ແລະ ມີອິດທິພົນທີ່ສຸດຢູ່ ເອີລົບ ແລະ ກຸ່ມບໍລິສັດ ແທງກົ່ງ ພວມຜັນຂະຫຍາຍໂຄງການກໍ່ສ້າງໂຮງງານຜະລິດ ແລະ ປະກອບໂອໂຕຢູ່ເຂດອຸດສາຫະກຳ ຫວຽດຮື່ງ, ຮາ້ລອງ, ກວາງນິງ ດ້ວຍຍອດຈຳນວນເງິນລົງທຶນ 500 ລ້ານ USD. ໂຮງງານດັ່ງກ່າວ, ຄາດວ່າຈະສໍາເລັດໃນໄຕມາດ 1 ຂອງປີ 2025, ແມ່ນໂຮງງານຜະລິດລົດ Skoda ແຫ່ງທໍາອິດໃນອາຊີຕາເວັນອອກສຽງໃຕ້. ນອກນີ້, ໃນ 6 ເດືອນຕົ້ນປີ 2025, ທ່ານລັດຖະມົນຕີວ່າການກະຊວງການເງິນ ແລະ ປະທານສະພາສູງ ສ.ເຊັກ ຈະໄປຢ້ຽມຢາມ ຫວຽດນາມ.
ກໍ່ໃນວັນດຽວກັນ, ສະມາຄົມມິດຕະພາບ ຫວຽດນາມ - ສ.ເຊັກໂກ ໄດ້ຈັດງານແຂ່ງຂັນ tennis ມິດຕະພາບ ຫວຽດນາມ - ສ.ເຊັກໂກ ດ້ວຍການເຂົ້າຮ່ວມຂອງ 20 ຄູ່ແຂ່ງຂັນ.
![]() | ຍອດພູທີ່ມີຮູບຮ່າງມັງກອນຂຶ້ນສູ່ທະເລໄດ້ດຶງດູດນັກທ່ອງທ່ຽວມາເຊັກອິນຢູ່ບິ່ງດິ້ງ ຍສໝ - ໂດຍຕັ້ງຢູ່ທາງທິດເໜືອຂອງນະຄອນ ກິວເຍີນ ປະມານ 70 ກິໂລແມັດ, ຫ່າງຈາກເມືອງ ຟູໝີ້ ທາງທິດຕາເວັນອອກ 20 ກິໂລແມັດ, ຍອດພູທີ່ມີຮູບຮ່າງມັງກອນ (ເອີ້ນອີກວ່າ Cape Dragon) ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງແຂວງ ບິ່ງດິ້ງ. |
![]() | ການຄ້າທາງລົດໄຟລະຫວ່າງ ຈີນ ແລະ ລາວ ເພີ່ມຂຶ້ນຢ່າງກະໂດດຂັ້ນ ຍສໝ - ໃນເວລາເກືອບ 2 ເດືອນຕົ້ນປີ 2023, ຈີນໄດ້ນຳເຂົ້າສິນຄ້າຜ່ານທາງລົດໄຟຈີນ - ລາວເພີ່ມຂຶ້ນທົບ 5 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. |
ມີງດຶກ