ຫວຽດນາມ ພ້ອມກັບລາວ ຮັກສາ ແລະເພີ່ມພູນຄູນສ້າງໃຫ້ແກ່ການພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຕະຫຼອດໄປ

09:37 | 14/02/2025

ຍສໝ - ນີ້ແມ່ນການຢັ້ງຢືນຂອງທ່ານເລຂາທິການໃຫຍ່ ໂຕເລິມ ທີ່ການຕ້ອນຮັບທ່ານລັດຖະມົນຕີ ການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານ ໃນຕອນບ່າຍວັນທີ 13 ກຸມພາ, ຢູ່ຮ່າໂນ້ຍ. ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ພວມມີການຢ້ຽມຢາມ ຫວຽດນາມຢ່າງເປັນທາງການໃນລະຫວ່າງວັນທີ 12 – 14 ກຸມພາ 2025.

ຮັກສາ, ແຜ່ຂະຫຍາຍ​ພາສາ​ຫວຽດນາມ ຢູ່ ມາ​ເລ​ເຊຍ ຮັກສາ, ແຜ່ຂະຫຍາຍ​ພາສາ​ຫວຽດນາມ ຢູ່ ມາ​ເລ​ເຊຍ
ຫວຽດນາມ - ລາວ: ຮ່ວມ​ແຮງຮ່ວມໃຈ​ປົກ​ປັກ​ຮັກສາ​ປ່າ​ໄມ້, ອະນຸລັກ​ຮັກສາ​ຊັບພະຍາກອນ​ທຳ​ມະ​ຊາດ​ຢູ່ເຂດ​ຊາຍ​ແດນ ຫວຽດນາມ - ລາວ: ຮ່ວມ​ແຮງຮ່ວມໃຈ​ປົກ​ປັກ​ຮັກສາ​ປ່າ​ໄມ້, ອະນຸລັກ​ຮັກສາ​ຊັບພະຍາກອນ​ທຳ​ມະ​ຊາດ​ຢູ່ເຂດ​ຊາຍ​ແດນ

ທີ່ການຕ້ອນຮັບ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຕີລາຄາວ່າ ການຢ້ຽມຢາມຂອງທ່ານ ທອງສະຫວັນ ພົມວິຫານ ແມ່ນມີຄວາມໝາຍສຳຄັນທີ່ສຸດ, ແມ່ນໂອກາດເພື່ອໃຫ້ສອງຝ່າຍແລກປ່ຽນ, ກະກຽມໃຫ້ການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດໃນໄລຍະຈະມາເຖິງໃຫ້ດີທີ່ສຸດ, ເຮັດໃຫ້ການພົວພັນສາມັກຄີແບບພິເສດຫວຽດນາມ - ລາວ ເວົ້າລວມ; ການຮ່ວມມືສະໜິດຕິດພັນລະຫວ່າງສອງກະຊວງການຕ່າງປະເທດເວົ້າສະເພາະ ເລິກເຊິ່ງກວ່າອີກ.

ຫວຽດນາມ ພ້ອມກັບລາວ ຮັກສາ ແລະເພີ່ມພູນຄູນສ້າງໃຫ້ແກ່ການພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຕະຫຼອດໄປ
ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ການຕ້ອນຮັບທ່ານລັດຖະມົນຕີ ການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານ. ພາບ: thoidai.com.vn

ທ່ານເລຂາທິການໃຫຍ່ ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນຫວຽດນາມ - ລາວ ນັບມື້ນັບພັດທະນາຢ່າງແຮງໃນທຸກຂົງເຂດ, ນຳມາ ເຊິ່ງ ຜົນປະໂຫຍດທີ່ແທດຈິງໃຫ້ປະຊາຊົນຂອງແຕ່ລະປະເທດ; ຢືນຢັນວ່າ ຫວຽດນາມ ຈະພ້ອມກັບລາວ ຮັກສາ ແລະເພີ່ມພູນຄູນສ້າງໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານນີ້ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນໃນທຸກຂົງເຂດ. ທ່ານເລຂາທິການໃຫຍ່ ສະເໜີໃຫ້ກະຊວງການຕ່າງປະເທດສອງປະເທດສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດ ກະກຽມບັນດາການເຄື່ອນໄຫວພົວພັນຕ່າງປະເທດທີ່ສຳຄັນໃນໄລຍະຈະມາເຖິງໃຫ້ດີທີ່ສຸດ, ເປັນຕົ້ນແມ່ນໃນປີ 2025, ທັງສອງປະເທດລ້ວນແຕ່ມີຫຼາຍເຫດການສຳຄັນ.

ທ່ານ ທອງສະຫວັນ ພົມວິຫານ ໄດ້ຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງ, ທັນການ ແລະມີປະສິດທິຜົນ ເຊິ່ງຫວຽດນາມ ສະຫງວນໃຫ້ລາວ ນັບແຕ່ກ່ອນມາຮອດປັດຈຸບັນ, ໃນນັ້ນມີການຊ່ວຍລາວ ດໍາລົງຕໍາແໜ່ງເປັນປະທານໝູນວຽນອາຊຽນ ແລະ AIPA 2024 ປະສົບຜົນສໍາເລັດ.

ທ່ານ ທອງສະຫວັນ ພົມວິຫານ ຢືນຢັນວ່າ, ລາວ ຈະສົມທົບຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອປະຕິບັດບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງປະເທດ, ເປັນຕົ້ນແມ່ນຂໍ້ຕົກລົງລະຫວ່າງສອງກົມການເມືອງ, ບົດບັນທຶກຊ່ວຍຈໍາກອງປະຊຸມ ຄັ້ງທີ 47 ຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ, ນຳມາ ເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນສອງປະເທດ.

* ຕອນບ່າຍວັນທີ 13 ກຸມພານີ້, ຢູ່ທີ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດ ໄດ້ໃຫ້ການຕ້ອນຮັບທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດລາວ.

ເນັ້ນໜັກວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ແມ່ນສາຍພົວພັນມີໜຶ່ງບໍ່ມີສອງໃນໂລກ, ທ່ານ ເລືອງເກື່ອງ ປະທານປະເທດ ແລະທ່ານ ທອງສະຫວັນ ພົມວິຫານ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາໝາກຜົນສຳຄັນຂອງການພົວພັນສອງຝ່າຍໃນໄລຍະຜ່ານມາ, ພິເສດແມ່ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ສືບຕໍ່ເພີ່ມທະວີຜ່ານການຮັກສາການພົບປະແລກປ່ຽນຂັ້ນສູງ ແລະບັນດາກົນໄກຮ່ວມມື ກໍ່ຄືຍົກອອກທິດທາງຮ່ວມມືສໍາຄັນເປັນປະຈຳ. ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສາຫງົບສືບຕໍ່ແມ່ນເສົາຄ້ຳສໍາຄັນຂອງການພົວພັນສອງຝ່າຍ. ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນເຕີບໂຕຢ່າງແຮງ; ບັນດາວິສາຫະກິດຫວຽດນາມ ລົງທຶນຢູ່ລາວ ນັບມື້ນັບເພີ່ມຂຶ້ນ. ການພົບປະແລກປ່ຽນລະຫວ່າງບັນດາທ້ອງຖິ່ນ ແລະປະຊາຊົນສອງປະເທດໄດ້ຮັບການເພີ່ມທະວີ.

ຫວຽດນາມ ພ້ອມກັບລາວ ຮັກສາ ແລະເພີ່ມພູນຄູນສ້າງໃຫ້ແກ່ການພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຕະຫຼອດໄປ
ທ່ານ ເລືອງເກື່ອງ ປະທານປະເທດ ຕ້ອນຮັບທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີການຕ່າງປະເທດລາວ. ພາບ: ຫງວຽນຕ໊ວນ

ທ່ານ ເລືອງເກື່ອງ ແລະທ່ານ ທອງສະຫວັນ ພົມວິຫານ ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການບຳລຸງສ້າງ, ສຶກສາອົບຮົມໃຫ້ລຸ້ນຕ່າງໆ ເສີມຂະຫຍາຍອາລົມຈິດອັນລ້ຳຄ່າຂອງພັກ ແລະປະຊາຊົນສອງປະເທດ, ຖືນີ້ແມ່ນຊັບສົມບັດອັນລ້ຳຄ່າ ເຊິ່ງປະຊາຊົນສອງປະເທດ ຍາມໃດກໍ່ຄຽງບ່າຄຽງໄຫຼ່, ແບ່ງທຸກແບ່ງສຸກໃນຕະຫຼອດໄລຍະຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະພັດທະນາປະເທດ. ທ່ານປະທານປະເທດ ສະເໜີໃຫ້ສອງຝ່າຍສົມທົບກັນຈັດຕັ້ງບັນດາເຫດການສະເຫຼີມສະຫຼອງສຳຄັນໃນປີ 2025 ໃຫ້ເປັນຢ່າງດີ.

ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານ ເລືອງເກື່ອງ ແລະທ່ານ ທອງສະຫວັນ ພົມວິຫານ ເນັ້ນໜັກເຖິງຄວາມຕ້ອງການສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນໃນສະພາບການໂລກ ແລະພາກພື້ນຜັນແປຢ່າງໄວ ແລະສັບສົນ.

ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເລືອງເກື່ອງ ໄດ້ຢືນຢັນວ່າ ຈະໄປຢ້ຽມຢາມ ສປປ ລາວ ໃນໄວນີ້ຕາມຄຳເຊີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ.

* ຕອນບ່າຍວັນທີ 13 ກຸມພາ, ຢູ່ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ໃຫ້ການຕ້ອນຮັບທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີການຕ່າງປະເທດລາວ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ແລະການຊີ້ນຳຢ່າງຂ້ຽວຂາດຂອງລັດຖະບານ, ປະຊາຊົນລາວ ອ້າຍນ້ອງ ຈະຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ຢ່າງມີໄຊ, ກະກຽມ ແລະຈັດຕັ້ງກອງປະຊຸມໃຫຍ່ທຸກຂັ້ນປະສົບຜົນສໍາເລັດ, ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ; ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍລາວ ໃນເງື່ອນໄຂທີ່ເປັນໄປໄດ້ບົນຈິດໃຈບໍ່ເຫັນແກ່ຕົວ, ໂປ່ງໃສ, ປຽບເໝືອນອ້າຍນ້ອງໃນຄອບຄົວດຽວເພື່ອພ້ອມກັນພັດທະນາ.

ຫວຽດນາມ ພ້ອມກັບລາວ ຮັກສາ ແລະເພີ່ມພູນຄູນສ້າງໃຫ້ແກ່ການພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຕະຫຼອດໄປ
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີການຕ່າງປະເທດລາວ. ພາບ: ເຈິ່ນຫາຍ

ຮັບຮູ້ຜົນການຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງກະຊວງການຕ່າງປະເທດສອງປະເທດໃນໄລຍະຜ່ານມາ, ເປັນຕົ້ນແມ່ນການສົມທົບກັນຈັດຕັ້ງບັນດາການພົບປະແລກປ່ຽນຂັ້ນສູງ ແລະຮັກສາບັນດາກົນໄກຮ່ວມມືເປັນຢ່າງດີ; ເປັນເສນາທິການຜັນຂະຫຍາຍບັນດາໜ້າທີ່ພົວພັນຕ່າງປະເທດຢ່າງມີປະສິດທິຜົນ, ສົມທົບສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາເວທີປາໄສ, ກົນໄກຫຼາຍຝ່າຍ, ທ່ານ ຟ້າມມິງຈິ໊ງ ເນັ້ນໜັກເຖິງບົດບາດສຳຄັນຂອງສອງກະຊວງການຕ່າງປະເທດ ໃນການຊຸກຍູ້ບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງຂ້ຽວຂາດ, ສົມທົບກັນແກ້ໄຂຄວາມຫຍຸ້ງຍາກ, ສິ່ງກີດຂວາງໃນການຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມ, ຜ່ານນັ້ນປະກອບສ່ວນເພີ່ມທະວີການພົວພັນສອງຝ່າຍໃນທຸກຂົງເຂດ.

ເຫັນດີເປັນເອກະພາບຕໍ່ການຊີ້ນໍາຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ ຢືນຢັນວ່າ ຈະສືບຕໍ່ຊຸກຍູ້ບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງຂອງລາວ ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ໃນນັ້ນມີຜົນການພົບປະລະຫວ່າງສອງກົມໃຫຍ່ການເມືອງ ແລະກອງປະຊຸມຄັ້ງທີ 47 ຂອງຄະນະກໍາມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ທີ່ຜ່ານມາ ກໍ່ຄື ຄໍາເຫັນຊີ້ນໍາຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ເຫດການ