ກອງປະຊຸມຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 14
ຍສໝ - ວັນທີ 11 ກຸມພາ, ກອງປະຊຸມຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 14 ໄດ້ດໍາເນີນຢູ່ນະຄອນ Fukuoka (ຍີ່ປຸ່ນ) ພາຍໃຕ້ການເປັນປະທານຂອງທ່ານ Kano Koji ຮອງລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ. ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນຳໜ້າເຂົ້າຮ່ວມກອງປະຊຸມ.
 |
ດ້ວຍຫົວຂໍ້ “ຫວນຄືນການຮ່ວມມືດ້ານປ້ອງກັນຊາດ ອາຊຽນ-ຍີ່ປຸ່ນ ແລະປຶກສາຫາລືທິດທາງຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ”, ກອງປະຊຸມໄດ້ຢັ້ງຢືນຄວາມໝາຍ ແລະຄວາມສຳຄັນຂອງຂໍ້ລິເລີ່ມໃນການເພີ່ມທະວີການຮ່ວມມື ອາຊຽນ-ຍີ່ປຸ່ນ ໂດຍກະຊວງປ້ອງກັນປະເທດ ສະເໜີ, ໃນນັ້ນມີ ຂໍ້ລິເລີ່ມຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ-ອາຊຽນ ກ່ຽວກັບການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ (JASMINE) ສຳລັບການຮ່ວມມືດ້ານປ້ອງກັນຊາດ ອາຊຽນ-ຍີ່ປຸ່ນ. ໄປພ້ອມກັບການເຄື່ອນໄຫວຮ່ວມມືທີ່ແທດຈິງຕ່າງໆນັ້ນ, ຂໍ້ລິເລີ່ມ JASMINE ໄດ້ຢືນຢັນຄຳໝັ້ນສັນຍາຂອງ ຍີ່ປຸ່ນ ແລະບັນດາປະເທດອາຊຽນ ໃນການເພີ່ມທະວີຄວາມສາມັກຄີ, ແບ່ງປັນ ແລະການຮ່ວມມືທີ່ແທດຈິງເພື່ອຜ່ານຜ່າສິ່ງທ້າທາຍ, ຊອກຫາກາລະໂອກາດ, ປະກອບສ່ວນຢ່າງມີຄວາມຮັບຜິດຊອບໃຫ້ແກ່ຄວາມໝັ້ນຄົງ, ສັນຕິພາບ ແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ. |