ນະຄອນ ໂຮ່ຈິມິນ: ພົບປະກັບອະດີດນັກຊ່ຽວຊານ ຫວຽດນາມ ເພື່ອຊ່ວຍເຫຼືອເພື່ອນມິດ ກຳປູເຈຍ

15:17 | 13/02/2025

ຍສໝ - ວັນທີ 8 ກຸມພາ, ຄະນະຕິດຕໍ່ພົວພັນອະດີດ​ນັກຊ່ຽວຊານ ຫວຽດນາມ ຊ່ວຍເຫຼືອເພື່ອນມິດ ກຳປູເຈຍ ຢູ່ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງການພົບປະສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ແລະ ຄົບຮອບ 46 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາຊາຍແດນຕາເວັນຕົກສ່ຽງໃຕ້ຂອງປະເທດຊາດ ແລະ ພ້ອມກັບກອງທັບປະຊາຊົນ ກໍາປູເຈຍ ເອົາຊະນະລະບອບດັບສູນເຊື້ອຊາດ.

ກຳປັ່ນ SSEAYP ເຂົ້າທຽບທ່າກຳປັ່ນນະຄອນ ໂຮ່ຈິມິນ: ຂີດໝາຍສຳຄັນໃນການພົວພັນມິດຕະພາບພາກພື້ນ
ນະຄອນ ໂຮ່ຈິມິນ ເຊີດຊູການປະກອບສ່ວນຂອງບັນດານັກປັນຍາຊົນຫວຽດນາມ ຢູ່ຕ່າງປະເທດ

​ເຂົ້າ​ຮ່ວມ​ການ​ພົບປະມີ​ ທ່ານ ເລຮົ່ງລຽມ, ຮອງ​ປະທານ​ສູນ​ກາງ​ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ພ້ອມ​ກັບ​ບັນດາອະດີດ​​ນັກ​ຊ່ຽວຊານ, ອະດີດ​ທະຫານ​ອາສາ​ສະໝັກ ແລະ ສະມາຊິກ​ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ຈຳນວນຫຼວງຫຼາຍ.

ນະຄອນ ໂຮ່ຈິມິນ: ພົບປະກັບອະດີດນັກຊ່ຽວຊານ ຫວຽດນາມ ເພື່ອຊ່ວຍເຫຼືອເພື່ອນມິດ ກຳປູເຈຍ

ການພົບປະສະ​ເຫຼີມ​ສະ​ຫຼອງ​ ຈັດຕັ້ງໂດຍ​ຄະ​ນະ​​ຕິດ​ຕໍ່​ພົວ​ພັນ​ຂອງ​ອະ​ດີດ​ນັກຊ່ຽວ​ຊານ​ ຫວຽດ​ນາມ​ ຊ່ວຍ​ເຫຼືອ​ເພື່ອນ​ມິດ ກໍາ​ປູ​ເຈຍ ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ. (ພາບ: htv.com.vn)

ກ່າວ​ຄຳ​ປາໄສທີ່​ເຫດການ, ທ່ານ ​ເລຮົ່ງລຽມ ​ໄດ້​ຮັບ​ຮູ້​ການ​ປະກອບສ່ວນ​ຂອງ​ບັນດາ​ອະດີດ​ນັກ​ຊ່ຽວຊານ, ອະດີດ​ທະຫານ​ອາສາ​ສະໝັກ ຫວຽດນາມ ​ໃນ​ການ​ເພີ່ມພູນຄູນສ້າງ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ ຫວຽດນາມ - ກຳປູ​ເຈຍ. ທ່ານ​ໃຫ້ຮູ້​ວ່າ ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້ປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ໃນນັ້ນ ການ​ທູດ​ປະຊາຊົນ​ມີ​ບົດບາດ​ສຳຄັນ, ຄຽງ​ຄູ່​ກັບ​​ການ​ທູດ​ຂອງ​ພັກ ​ແລະ ການຕ່າງປະເທດຂອງລັດ ປະກອບສ່ວນ​ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ປະເທດຊາດ ​ແລະ ປົກ​ປັກ​ຮັກສາ​ສັນຕິພາບ. ທ່ານ​ເນັ້ນ​ໜັກ​ ຄວາມ​ຕ້ອງການຂອງ​ການ​ໂຄສະນາ​, ການ​ສຶກສາ ​ແລະ ການ​ເຊື່ອມ​ຕໍ່​ລະຫວ່າງ​ສອງ​ປະ​ເທດ.

ຫວນຄືນຄວາມຊົງຈຳກ່ຽວກັບໄລຍະແຫ່ງການຕໍ່ສູ້ອັນທຸກຍາກລຳບາກແຕ່ເຕັມໄປດ້ວຍຄວາມຮັກເພງ, ບັນດາອະດີດທະຫານອາສາສະມັກ ແລະ ນັກຊ່ຽວຊານ ຫວຽດນາມ ພ້ອມກັນຫວນຄືນຂະບວນການຊ່ວຍເຫຼືອກຳລັງຮັກຊາດ ກຳປູເຈຍ ສາມັກຄີກັນຕໍ່ສູ້ພາຍໃຕ້ຄັນທຸງຄວາມເປັນທຳຂອງແນວຮົບສາມັກຄີຊາດກູ້ຊາດ ກຳປູເຈຍ. ຍ້ອນການ​ໜູນຊ່ວຍ​ນີ້ ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ໂຄ່ນ​ລົ້ມ​ລະບອບດັບສູນເຊື້ອຊາດ, ສະກັດກັ້ນ​ຄວາມ​ສ່ຽງ​ທີ່ອາດຈະເກີດວິນາດສະກຳຂຶ້ນອີກ ແລະ ຟື້ນຟູປະເທດ ກຳ​ປູ​ເຈຍ ຄືນໃໝ່.

ນະຄອນ ໂຮ່ຈິມິນ: ພົບປະກັບອະດີດນັກຊ່ຽວຊານ ຫວຽດນາມ ເພື່ອຊ່ວຍເຫຼືອເພື່ອນມິດ ກຳປູເຈຍ

ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະນຶກ. (ພາບ: ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ນະຄອນ ໂຮ່ຈີມິນ)

ທີ່​ການ​ພົບ​ປະ, ບັນດາ​ອະດີດ​ນັກຊ່ຽວຊານ ກໍ່​ສະ​ແດງ​ຄວາມ​ຫວັງ​ວ່າ ອຳນາດການປົກຄອງບັນດາ​ຂັ້ນ​ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່, ​ເບິ່ງ​ແຍງ​ຊີວິດ​ການ​ເປັນ​ຢູ່​ຂອງ​ບັນດາ​ຜູ້​ທີ່ເຄີຍ​ໄປ​ປະຕິບັດ​ໜ້າ​ທີ່​ສາກົນ​ຢູ່ ກຳປູ​ເຈຍ, ພ້ອມກັນນັ້ນ ກໍ່ມີ​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ​ປະຊາ​ຄົນຊາວ ​ກຳປູ​ເຈຍ ທີ່ມີເຊື້ອຊາດ ຫວຽດນາມ ​ໃຫ້​ມີຊີວິດທີ່ໝັ້ນຄົງ​ຕື່ມອີກ.

​ເນື່ອງ​ໃນ​ໂອກາດ​ນີ້, ຄະນະຕິດຕໍ່ພົວພັນອະດີດ​ນັກ​ຊ່ຽວຊານ ​ຫວຽດນາມ ​ຊ່ວຍ​ເຫຼືອ​ເພື່ອນ​ມິດ ​ກຳປູ​ເຈຍ ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ບູລະນະຄະນະ​ປະຈຳ​ໃຫ້ສົມບູນ. ພິເສດ, ທ່ານ ເລຮົ່ງລຽມ ໄດ້ປະດັບຫຼຽນກາລະນຶກ “ເພື່ອນ້ຳໃຈມິດຕະພາບ ຫວຽດນາມ - ກຳປູເຈຍ” ແລະ ໃບຍ້ອງຍໍຂອງສູນກາງສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ໃຫ້ແກ່ບັນດາບຸກຄົນທີ່ມີຜົນງານດີເດັ່ນ, ຮັບຮູ້ບັນດາການປະກອບສ່ວນຢ່າງໝັ້ນຄົງໃນການເພີ່ມພູນຄູນສ້າງການພົວພັນສາມັກຄີລະຫວ່າງ 2 ປະເທດ.

ນະຄອນ​ໂຮ່ຈິ​ມິນ: ​ເປີດ​ຕົວສາຂາສະມາຄົມມິດຕະພາບ​ຫວຽດນາມ - ກຳປູ​ເຈຍ ຢູ່​ເມືອງ ​ບິ່ງ​ແຈ໋ງ

ນະຄອນ​ໂຮ່ຈິ​ມິນ: ​ເປີດ​ຕົວສາຂາສະມາຄົມມິດຕະພາບ​ຫວຽດນາມ - ກຳປູ​ເຈຍ ຢູ່​ເມືອງ ​ບິ່ງ​ແຈ໋ງ

ຍສໝ - ຕອນ​ບ່າຍ​ວັນ​ທີ 5 ຕຸລາ, ສາຂາສະມາຄົມມິດຕະພາບ​ຫວຽດນາມ - ກຳປູ​ເຈຍ ຢູ່​ເມືອງ ​ບິ່ງ​ແຈ໋ງ ​ໄດ້​ປະກາດ​ຂໍ້ຕົກລົງວ່າດ້ວຍການ​ສ້າງ​ຕັ້ງ ​ແລະ ຈັດຕັ້ງ​ພິທີ​ເປີດ​ຕົວ.

ປະທານ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ຮຸງ​ກາຣີ ນະຄອນ ຮ່າ​ໂນ້ຍ ສືບ​ຕໍ່ດຳລົງຕຳແໜ່ງອີກອາຍຸການໜື່ງ

ປະທານ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ຮຸງ​ກາຣີ ນະຄອນ ຮ່າ​ໂນ້ຍ ສືບ​ຕໍ່ດຳລົງຕຳແໜ່ງອີກອາຍຸການໜື່ງ

ຍສໝ - ວັນ​ທີ 14 ກັນຍາ ຢູ່ ​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ​ ຫວຽດນາມ - ຮຸງ​ກາຣີ ນະຄອນ ຮ່າ​ໂນ້ຍ (ສະມາຄົມ) ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່ຜູ້ແທນຄັ້ງ​ທີ 5 ອາຍຸ​ການ 2024-2029.

ແທັງຮັ່ງ