ການນໍາສິງກະໂປ ຕີລາຄາສູງການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ
ຍສໝ - ແຕ່ວັນທີ 6 – 8 ກຸມພາ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ນຳໜ້າຄະນະຜູ້ແທນຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄປເຮັດວຽກຢູ່ສິງກະໂປ.
 |
ທີ່ການປະຕິບັດງານ, ທ່ານນາງຮອງລັດຖະມົນຕີ ກໍ່ໄດ້ເຮັດວຽກກັບທ່ານ Desmond Choo, ສະມາຊິກສະພາແຫ່ງຊາດ, ກຳມະການສູນກາງພັກກະທໍາປະຊາຊົນ (PAP) ກໍາອຳນາດ, ເຈົ້າເມືອງສິງກະໂປ ຕາເວັນອອກສ່ຽງເໜືອ - ເຂດທີ່ມີຊາວຫວຽດນາມ ອາໄສຢູ່ເປັນຈຳນວນຫຼວງຫຼາຍ; ເຮັດວຽກກັບສະຖານທູດຫວຽດນາມ ປະຈໍາສິງກະໂປ; ເຮັດວຽກ ແລະພົບປະແລກປ່ຽນກັບບັນດາກຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ເປັນນັກຊ່ຽວຊານ, ປັນຍາຊົນ, ນັກຮຽນຮູ້ຊາວຫວຽດນາມ ທີ່ພວມດຳລົງຊີວິດ ແລະເຮັດວຽກຢູ່ສິງກະໂປ ໃນຫຼາຍຂົງເຂດ, ຂະແໜງອາຊີບ; ໄປຢ້ຽມຢາມສໍານັກງານໃຫຍ່ຂອງ Google ອາຊີ - ປາຊີຟິກ, ແລກປ່ຽນກັບນັກຊ່ຽວຊານຫວຽດນາມ ບາງຄົນທີ່ເຮັດວຽກຢູ່ທີ່ນີ້ ແລະໄດ້ພົບປະກັບທ່ານ Andrew Ure, ຜູ້ອໍານວຍການຂັ້ນສູງຮັບຜິດຊອບການພົວພັນກັບບັນດາລັດຖະບານຢູ່ພາກພື້ນອາຊີ-ປາຊີຟິກຂອງ Google. |