ປະທານປະເທດຫວຽດນາມ ເລືອງເກື່ອງ: ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້

21:46 | 20/02/2025

ຍສໝ - ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖື ອາຊຽນ ແມ່ນບຸລິມະສິດຍຸດທະສາດໃນນະໂຍບາຍການຕ່າງປະເທດ...

ສານອວຍພອນປີໃໝ່ ປີມະເສັງ 2025 ຂອງທ່ານປະທານປະເທດ ເລືອງເກື່ອງ ສານອວຍພອນປີໃໝ່ ປີມະເສັງ 2025 ຂອງທ່ານປະທານປະເທດ ເລືອງເກື່ອງ
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຕອບສໍາພາດກ່ຽວກັບການປະຕິບັດງານ ຈີເລ ແລະເປຣູ ຂອງປະທານປະເທດ ເລືອງເກື່ອງ ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຕອບສໍາພາດກ່ຽວກັບການປະຕິບັດງານ ຈີເລ ແລະເປຣູ ຂອງປະທານປະເທດ ເລືອງເກື່ອງ

ຕອນບ່າຍວັນທີ 19 ກຸມພາ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ຕ້ອນຮັບເອກອັກຄະລັດຖະທູດ ແລະອຸປະທູດບັນດາປະເທດອາຊຽນ ແລະຕີມໍ ແລັດສະເຕ ປະຈຳ ຫວຽດນາມ. ທ່ານ ເລືອງເກື່ອງ ເນັ້ນໜັກວ່າ ຫວຽດນາມ ຖືບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແມ່ນປະເທດບ້ານໃກ້ເຮືອນຄຽງ, ອາຊຽນ ແມ່ນຄອບຄົວຂອງຫວຽດນາມ.

ທ່ານ ເລືອງເກື່ອງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖື ອາຊຽນ ແມ່ນບຸລິມະສິດຍຸດທະສາດໃນນະໂຍບາຍການຕ່າງປະເທດ; ປີ 2025 ເປັນຂີດໝາຍ 3 ທົດສະວັດ ນັບແຕ່ເມື່ອຫວຽດນາມ ເຂົ້າເປັນສະມາຊິກອາຊຽນ ຢ່າງເປັນທາງການ ແລະຍາມໃດກໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນພ້ອມກັບບັນດາປະເທດອາຊຽນ ໃນການສ້າງປະຊາຄົມອາຊຽນ ທີ່ສາມັກຄີ, ເຂັ້ມແຂງ, ມີບົດບາດ ແລະທີ່ຕັ້ງນັບມື້ນັບສູງໃນໂລກ.

ປະທານປະເທດຫວຽດນາມ ເລືອງເກື່ອງ: ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ. ພາບ: ຈູງຮ່ຽວ
ປະທານປະເທດຫວຽດນາມ ເລືອງເກື່ອງ: ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ພ້ອມດ້ວຍເອກອັກຄະລັດຖະທູດ ແລະອຸປະທູດບັນດາປະເທດອາຊຽນ ແລະຕີມໍ ແລັດສະເຕ ປະຈຳ ຫວຽດນາມ. ພາບ: ຈູງຮ່ຽວ

ທ່ານ ເລືອງເກື່ອງ ປາດຖະໜາວ່າ ບັນດາເອກອັກຄະລັດຖະທູດ ແລະອຸປະທູດຈະແມ່ນຂົວຕໍ່ສຳຄັນ, ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ ກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ຫຼາຍກວ່າອີກ, ຮ່ວມແຮງຮ່ວມໃຈກໍ່ສ້າງປະຊາຄົມອາຊຽນສາມັກຄີ, ເຂັ້ມແຂງ, ເປັນຫຼັກແຫຼ່ງແກ່ນສານຂອງສັນຕິພາບ, ສະຖຽນລະພາບຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະພາກພື້ນອາຊີ-ປາຊີຟິກ-ມະຫາສະໝຸດອິນເດຍ.

ຕາງໜ້າໃຫ້ເອກອັກຄະລັດຖະທູດ ແລະອຸປະທູດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ປະຈໍາ ຫວຽດນາມ, ເນື່ອງໃນໂອກາດປີໃໝ່, ທ່ານ Dato'Tan Yang Thai ເອກອັກຄະລັດຖະທູດມາເລເຊຍ, ປະເທດທີ່ກຳລັງດຳລົງຕຳແໜ່ງປະທານອາຊຽນ 2025 ໄດ້ສົ່ງຄຳອວຍພອນ ແລະຄຳຢື້ຢາມຖາມຂ່າວຂອງການນຳຂັ້ນສູງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ມາຍັງທ່ານປະທານປະເທດຫວຽດນາມ, ອວຍພອນໃຫ້ປະເທດຫວຽດນາມ ສືບຕໍ່ເປັນແບບຢ່າງທີ່ປະສົບຜົນສໍາເລັດທີ່ສຸດຢູ່ພາກພື້ນ. ເຫັນດີກັບຂໍ້ສະເໜີຂອງທ່ານປະທານປະເທດຫວຽດນາມ, ບັນດາເອກອັກຄະລັດຖະທູດ ແລະອຸປະທູດໃຫ້ຄຳໝັ້ນສັນຍາວ່າ ຈະມານະພະຍາຍາມປະຕິບັດຕາມຄຳໝັ້ນສັນຍາ; ປະກອບສ່ວນເຂົ້າໃນການພົວພັນມິດຕະພາບ ແລະການຮ່ວມມືກັບຫວຽດນາມ.

ປະທານປະເທດ ເລືອງເກື່ອງ ສົນທະນາທາງໄກກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ປະທານປະເທດ ເລືອງເກື່ອງ ສົນທະນາທາງໄກກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ

ຍສໝ - ​ໃນການສົນທະນາທາງໄກໃນ​ວັນ​ທີ 8 ພະຈິກ​, ທ່ານ​ປະທານ​ປະ​ເທດ ​ເລືອງເກື່ອງ ​ແລະ ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ຢືນຢັນ​ວ່າ 2 ປະ​ເທດ​ຈະ​ສືບ​ຕໍ່​ຮ່ວມ​ມືກັນ​ຢ່າງ​ແໜ້ນ​ແຟ້ນ.

ບັນດາອົງການຈັດຕັ້ງປະຊາຊົນອວຍພອນສະຫາຍປະທານປະເທດ ແຫ່ງ ສສ ຫວຽດນາມ ເລືອງເກື່ອງ ບັນດາອົງການຈັດຕັ້ງປະຊາຊົນອວຍພອນສະຫາຍປະທານປະເທດ ແຫ່ງ ສສ ຫວຽດນາມ ເລືອງເກື່ອງ

ຍສໝ - ​ເນື່ອງ​ໃນ​ໂອກາດ​ທີ່ສະຫາຍ ​ກຳມະການກົມການ​ເມືອງ, ຜູ້ປະຈຳການຄະນະ​ເລຂາທິການສູນກາງ​​ພັກ​ກອມ​ມູນິດ ​ຫວຽດນາມ ​ເລືອງ​ເກື່ອງ ​ໄດ້​ຮັບ​ເລືອກ​ຕັ້ງດຳລົງຕຳແໜ່ງ​ເປັນ​ປະທານປະເທດ ແຫ່ງສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ, ຫຼາຍ​ອົງການຈັດຕັ້ງ​ປະຊາຊົນ​ໃນ​ທົ່ວ​ໂລກ​ໄດ້​ສົ່ງ​ຈົດໝາຍ ​ແລະ ​ໂທລະ​ເລກ​ອວຍພອນ. ນີ້​ແມ່ນບັນດາ​ເພື່ອນ​ມິດ ​ແລະ ຄູ່​ຮ່ວມ​ມື​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ບັນດາ​ອົງການ​ສະມາຊິກ.

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ