ນັກສຶກສາລາວຢູ່ ຫວຽດນາມ ເພື່ອຕ້ອນຮັບປີໃໝ່ ຫວຽດນາມ

17:54 | 07/02/2025

ຍສໝ - ເນື່ອງໃນໂອກາດປີ​ໃໝ່​ປະຈຳ​ຊາດ, ນັກສຶກສາລາວ ຈຳນວນໜຶ່ງທີ່ຮຽນຢູ່ວິທະຍາໄລການແພດແຂວງ ໄດ້ປະແຜນການກັບບ້ານ ເພື່ອມີໂອກາດລົງຕົວຈິງ, ຊອກຮູ້ຕື່ມກ່ຽວກັບປີ​ໃໝ່​ປະຈຳ​ຊາດຂອງປະເທດເຈົ້າພາບ. ໄລຍະເວລາທີ່​ພິ​ເສດ​ນີ້​ ໄດ້ເຮັດໃຫ້​ເຂົາ​ເຈົ້າ​ຮັກ​​ດິນແດນ ແລະ ປະ​ຊາ​ຊົນ ກວາງ​ຈິ ຫຼາຍ​ຂຶ້ນ.

ແທງຮວ່າ ຕ້ອນຮັບ ແລະ ບຳລຸງສ້າງນັກສຶກສາຕ່າງປະເທດ 58 ຄົນທີ່ມາຈາກແຂວງ ຫົວພັນ (ລາວ)
ເລິມດົງ: ຮັບນັກສຶກສາຕ່າງປະເທດຈາກແຂວງ ບໍລິຄຳໄຊ ແລະ ຈຳປາສັກ ຂອງປະເທດເພື່ອນ ລາວ
ນັກສຶກສາລາວຢູ່ ຫວຽດນາມ ເພື່ອຕ້ອນຮັບປີໃໝ່ ຫວຽດນາມ

ຢູ່ຍ້ອນເພື່ອຕ້ອນຮັບບຸນປີໃໝ່ຢູ່ກວາງຈີ, ແຊ້ມ ບຸນໂຊກ (ເບື້ອງຊ້າຍ) ແລະ ສີສະຫວັນ ລາດສະສິງຫານ ໄດ້ມີບັນດາກົນລົງຕົວຈິງທີ່ມີຄວາມໝາຍ - ພາບ: T.L

ຕະຫຼອດ 2 – 3 ມື້ຜ່ານມານີ້, ຫໍພັກຫ້ອງເບີ 412 ທີ່ທ້າວ ແຊ້ມ ບຸນໂຊກ, ນັກຮຽນຫ້ອງປິ່ນປົວບຳລຸງ K8 ອາໄສຢູ່ກັບໝູ່ເພື່ອນ ເຕັມໄປດ້ວຍຄວາມສຸກ. ບັນດາເລື່ອງລາວປິ່ນອ້ອມຫົວຂໍ້ປີໃໝ່ ທີ່ແບ່ງປັນໂດຍສະມາຊິກໃນຫ້ອງເບິ່ງຄືວ່າບໍ່ມີທີ່ສິ້ນສຸດ. ນີ້​ແມ່ນ​ປີ​ທີ 4 ທີ່​ແຊ້ມ​ຢູ່ນຳເພື່ອ​ຕ້ອນຮັບ​ປີ​ໃໝ່​ ຫວຽດ​ນາມ.

​ເມື່ອ​ເວົ້າ​ເຖິງ​ການ​ຕັດສິນ​ໃຈ​ຂອງ​ຕົນ, ແຊ້ມ ​ໃຫ້​ຮູ້​ວ່າ: “ເວລາ​ສ່ວນ​ຫຼາຍ​ຂອງ​ຂ້າພະ​ເຈົ້າ​ຢູ່​ແຂວງ ກວາງຈິ ​ແມ່ນ​ການ​ຮ່ຳຮຽນ. ສະນັ້ນ, ​ຂ້າພະ​ເຈົ້າຢາກໃຫ້ວັນບຸນປີໃໝ່ ເປັນວັນເພື່ອລົງຕົວຈິງ, ເຂົ້າໃຈກ່ຽວກັບຮີດຄອງປະເພນີຂອງປະເທດຫວຽດນາມ ຕື່ມອີກ. ຂ້າ​ພະ​ເຈົ້າ​ໄດ້​ລົງຕົວຈິງບຸນປີໃໝ່ ຢູ່ ກວາງ​ຈິ 4 ຄັ້ງແລ້ວ ແລະ ຍັງ​ຢາກ​ຮູ້​ຕື່ມ​ອີກ”.

ມາ​ຮອດ​ປະຈຸ​ບັນ, ທ້າວ ແຊ້ມ ບຸນໂຊກ ຍັງ​ຈື່​ໄດ້​ຢ່າງ​ຈະ​ແຈ້ງ​ວ່າ ​ຄັ້ງ​ທຳ​ອິດ​ທີ່​ລາວ​ໄດ້​ຕ້ອນຮັບປີ​ໃໝ່​ປະຈຳ​ຊາດ​ຢູ່ ​ກວາງ​ຈິ. ກ່ອນປີໃໝ່, ​ແຊ້ມ ພົບວ່າ ລາວເປັນ COVID-19. ນັ້ນແມ່ນເວລາເຕັມໄປດ້ວຍຄວາມກັງວົນ ແລະ ເມື່ອຍສໍາລັບລາວ. ຍ້ອນມີການ​ດູ​ແລ ​ແລະ ​ການ​ຫນູນ​ຊ່ວຍຢ່າງສຸດ​ໃຈ​ຂອງ​ຄູ​ອາ​ຈານ ​ແລະ ​ຫມູ່​ເພື່ອນ​ທີ່ໄດ້ເຕີມເຕັມໃຫເ ແຊ້ມ ມີ​ກຳລັງແຮງຂຶ້ນມາ​.

“ໃນ​ແຕ່ລະ​ປີ, ຂ້າພະ​ເຈົ້າ​ໄດ້​ຄົ້ນ​ພົບ​ສິ່ງ​ທີ່​ດີ ​ແລະ ສວຍ​ງາມ​ກວ່າ​ໃນ​ຮີດຄອງ​ປະ​ເພນີຕ້ອນຮັບ​ບຸນປີ​ໃໝ່​ຂອງ​ຫວຽດນາມ. ປີ​ໃໝ່​ ບໍ່ພຽງແຕ່ເປັນເວລາທີ່ຈະພັກຜ່ອນຢ່າງດຽວ ຫຼັງຈາກເຮັດວຽກຫນັກຫນຶ່ງປີ” ແຊ້ມ ແບ່ງປັນ.

ເຊັ່ນດຽວກັບ ແຊ້ມ ບຸນ​ໂຊກ, ນີ້ແມ່ນປີທີ 4 ທ້າວ ສີສະຫວັນ ລາດສະສິງຫານ, ນັກສຶກສາຫ້ອງຮຽນການຢາ K8, ໄດ້ຢູ່ແຂວງ ກວາງຈິ ເພື່ອຕ້ອນຮັບປີໃໝ່ປະຈຳຊາດ ຫວຽດນາມ. ບ້ານເກີດຂອງ ສີສະຫວັນ ຢຸ່ເມືອງ ວາປີ ແຂວງ ສາລະວັນ ປະເທດລາວ. ເມື່ອກ່ອນ, ລາວພຽງແຕ່ຄຸ້ນເຄີຍກັບງານບຸນປີໃໝ່ຂອງລາວ. ສະນັ້ນ, ເມື່ອລາວມາຮຽນຢູ່ ຫວຽດນາມ, ຄູສອນ ແລະ ໝູ່ເພື່ອນຂອງລາວໄດ້ແນະນຳໃຫ້ລາວກ່ຽວກັບບຸນປີໃໝ່ປະຈຳຊາດຂອງຊາວຫວຽດນາມ, ສີສະຫວັນ ມີຄວາມຕື່ນເຕັ້ນຫຼາຍ. ແຕ່ບໍ່​ຜິດ​ຫວັງ​ທີ່​ໄດ້​ລໍ​ຖ້າ, ທຸກ​ລະ​ດູ​ການ​ຢູ່ຕ້ອນຮັບ​ປີໃໝ່​ຂອງ​ຫວຽດ​ນາມ ເຮັດ​ໃຫ້​ໃນໃຈຂອງລາວ​ມີ​ແຕ່ຄວາມ​ຊົງ​ຈຳ​ທີ່​ສວຍ​ງາມ.

ປີນີ້, ສີສະຫວັນ ດີໃຈຫຼາຍທີ່ໄດ້ຮັບຂອງຂວັນຈາກໂຮງຮຽນ. ຍ້ອນ​ແນວ​ນັ້ນ, ລາວເຂົ້າ​ໃຈ​ເພີ່ມ​ຕື່ມກ່ຽວ​ກັບ​ສານແບ່ງປັນ​ໃນ​ວັນ​ບຸນ​ປີ​ໃໝ່​ຂອງຊາວຫວຽດ​ນາມ.

ສະນັ້ນ, ເຖິງວ່າເວລາພັກປີໃໝ່ຈະຂ້ອນຂ້າງຍາວກໍ່ຕາມ, ແຕ່ນັກສຶກສາລາວຈຳນວນໜຶ່ງຍັງຕັດສິນໃຈຖາມພໍ່ແມ່, ພີ່ນ້ອງເພື່ອໃຫ້ຢູ່ຫວຽດນາມ ລົງຕົວຈິງ. ສຳລັບ​ເຂົາ​ເຈົ້າ, ນີ້​ກໍ່​ແມ່ນ​ໂອກາດ​ທີ່ສະດວກ​ເພື່ອ​ຜ່ານ​ຜ່າ​ອຸປະສັກ​ທາງ​ດ້ານ​ພາສາ, ວັດທະນະທຳ; ລື້ງເຄີຍບັນດາເພື່ອນມິດໃຫມ່; ຮູ້ສືກເຖິງນ້ຳໃຈມິດ​ຕະ​ພາບ​ລະ​ຫວ່າງ ຫວຽດ​ນາມ - ລາວ ເລີກເຊິ່ງກວ່າ...

​ໂດຍເຂົ້າ​ໃຈ​ຄວາມ​ປາຖະໜາ​ນັ້ນ, ຫວ່າງ​ມໍ່ໆ​ມາ​ນີ້, ພະນັກງານ, ຄູ​ອາຈານ​ຂອງ​ວິທະຍາ​ໄລ​ການ​ແພດ​ ກວາງ​ຈີ ​ໄດ້​ມີ​ຫຼາຍ​ການເຄືອນໄຫວ​ເພື່ອ​ຊ່ວຍ​ໃຫ້​ນັກ​ສຶກສາ​ລາວ ​ຮູ້​ກ່ຽວ​ກັບ​ປີໃໝ່ປະຈຳຊາດ​ຂອງ​ຊາວ​ຫວຽດນາມ​ ກ່ວາ​ອີກ. ຂໍ້​ມູນ​ກ່ຽວ​ກັບບຸນປີໃໝ່ໄດ້​ແບ່ງ​ປັນ​ໃນບັນດາ​ຊົ່ວໂມງຮຽນ​, ການເຄື່ອນໄຫວນອກ​ຫລັກ​ສູດ​, ການເຄື່ອນໄຫວລົງຕົວຈິງ ...

ສ່ວນຫຼາຍທຸກໆ​ປີ ໂຮງຮຽນກໍ່​ໄດ້​ຈັດ​ຕັ້ງ​ບັນດາ​ລາຍການ ​ເພື່ອ​ນຳ​ເອົາ​ບັນຍາກາດບຸນປີໃໝ່ນັກສຶກສາມາໃຫ້ນັກສຶກສາໄດ້ສຳຜັດ. ຄຽງ​ຂ້າງ​ນັ້ນ, ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ນັກ​ສຶກສາ​ລາວ​ ທີ່​ຢູ່​ຫວຽດນາມ ​ເພື່ອ​ຕ້ອນຮັບປີໃໝ່ ​ແລະ ບັນດາຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ ຍາມໃດກໍ່​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່. ເພື່ອເຮັດໃຫ້ການເຄື່ອນໄຫວດັ່ງກ່າວດຳເນີນໄປຢ່າງສະດວກ, ບັນດາພະນັກງານ ແລະ ຄູອາຈານໄດ້ປະກອບສ່ວນຢ່າງຕັ້ງໜ້າ ຫຼື ລະດົມການຮ່ວມມືຂອງອົງການ, ບຸກຄົນໃຈດີໃຈກຸສົນ.

ທ່ານ​ເລ​ຂາ​ຄະນະ​ຊາວ​ໜຸ່ມ ​​ວິ​ທະ​ຍາ​ໄລ​ການແພດ ກວາງ​ຈີ ເຈີ່ນ​ຮິວແຫ້ງ ​ໃຫ້​ຮູ້​ວ່າ: “ຮອດນັດແລ້ວກໍ່ມາ, ລະດູ​ບຸນ​ປີ​ໃໝ່​ປະຈຳ​ຊາດ ປີມະເສັງ ​ປີ​ນີ້, ຄະນະ​ຊາວ​ໜຸ່ມ​ຂອງ​ໂຮງ​ຮຽນ​ໄດ້​ຈັດ​ຕັ້ງ ແລະ ມອບ​ຂອງ​ຂວັນ​ຫຼາຍພູດ​ໃຫ້​ແກ່​ນັກ​ຮຽນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ໃນນັ້ນ, ພວກຂ້າພະເຈົ້າ​ມີ​ຄວາມບູຣິມະສິດໃຫ້ບັນດາ​ນັກ​ສຶກສາ​ລາວ​ ທີ່​ຢູ່ ​ກວາງ​ຈີ້ ​ເພື່ອ​ຕ້ອນຮັບ​ບຸນ​ປີໃໝ່. ຄວາມປາດ​ຖະໜາຂອງພວກຂ້າພະເຈົ້າແມ່ນພວກນ້ອງສາມາດຮູ້ສຶກໄດ້ເຖິງ​ຈິດ​ໃຈ “ລະດູບານ​ໃໝ່​ທີ່​ອົບ​ອຸ່ນ, ​ປີໃໝ່ແບ່ງປັນ” ຂອງ​ຊາວ​ຫວຽດນາມ”.

ໂດຍ​ໄດ້ໃຫ້​ຮູ້​ວ່າ ໃນຊ່ວງເວລາປີໃໝ່, ​ເຖິງ​ວ່າ​ຈະຄາວຽກກັບ​ຄອບຄົວ​ກໍ່ຕາມ, ​ແຕ່​ພະນັກງານ, ຄູ​ອາຈານ​​​ວິທະຍາ​ໄລ​ການ​ແພດ​ແຂວງ​ຫຼາຍ​ຄົນ​ຍັງ​ເອົາ​ໃຈ​ໃສ່​ເຖິງ​ນັກ​ສຶກສາ, ພິ​ເສດ​ແມ່ນ​ນັກສຶກສາລາວ​ ທີ່​ຢູ່ນຳ​ແຂວງ ກວາງ​ຈິ ​ເພື່ອ​ມ່ວນຊື່ນໃນວັນ​ປີ​ໃໝ່.

ໄດ້ລົງຕົວຈິງຄວາມ​ງາມທີ່ເປັນມູນເຊື້ອຂອງ​ຊາວ​ຫວຽດນາມ ​ແລະ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ພະນັກງານ, ຄູ​ອາຈານ​ຂອງ​ວິທະຍາ​ໄລ​ການ​ແພດ​ແຂວງ, ​ນັກສຶກສາລາວ​ທີ່​ຢູ່ແຂວງ ກວາງ​ຈິ ​ໃນໂອກາດປີໃໝ່​​ລ້ວນ​ແຕ່​ຮູ້ສຶກມີຄວາມສຸກ​. ຄວາມຊົງຈຳຕ້ອນຮັບປີໃໝ່ຢູ່ປະເທດຫວຽດນາມ ກາຍເປັນສິ່ງທີ່ອາດລືມບໍ່ໄດ້ໃນມະໂນຈິດຂອງພວກນ້ອງ.

ນັ້ນ​ແມ່ນ​ສິ່ງ​ທີ່ລະດົມ​ໃຈ​ໃຫ້​ພວກນ້ອງສືບຕໍ່ຢູ່​ເພື່ອ​ລົງຕົວຈິງ​ກັບ​ບັນຍາກາດ​ຂອງ​ປິໃໝ່ ຫວຽດນາມ ຕື່ມ​ອີກ. ຜ່ານ​ລະ​ດູ​ການ​ທີ່​ມີ​ຄວາມ​​ມ່ວນ​ຊື່ນ​ນັ້ນ, ຄວາມ​ຮັກ​ແພງ​ຂອງ​ນັກ​ສຶກ​ສາ​ລາວ​ ທີ່​ມີ​ຕໍ່​ແຜ່ນ​ດິນ​ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ເວົ້າ​ລວມ ແລະ ແຂວງ ກວາງ​ຈິ ເວົ້າສະເພາະ ນັບ​ມື້​ນັບ​ເລິກ​ເຊິ່ງກວ່າ. ກໍ່ນັບຈາກ​ນີ້, ສາຍ​ພົວພັນ​ມິດຕະພາບ​ ຫວຽດນາມ - ລາວ​ ຈະນັບ​ມື້​ນັບ​ແໜ້ນ​ແຟ້ນຂຶ້ນອີກ.

ເອົາໃຈໃສ່, ເບິ່ງແຍງດູແລນັກສຶກສາລາວ ພວມຮໍ່າຮຽນຢູ່ຫວຽດນາມ

ເອົາໃຈໃສ່, ເບິ່ງແຍງດູແລນັກສຶກສາລາວ ພວມຮໍ່າຮຽນຢູ່ຫວຽດນາມ

ຍສໝ - ໂດຍແມ່ນໂຮງຮຽນວິທະຍາໄລແຫ່ງໜຶ່ງດຽວຢູ່ບໍລິເວນແຂວງເທື່ອທຽນເຫວ້ ດໍາເນີນການບຳລຸງສ້າງ ແລະອອກໃບຢັ້ງຢືນພາສາຫວຽດ ໃຫ້ນັກສຶກສາລາວ, ໂຮງຮຽນວິທະຍາໄລເຫວ້ ໄດ້ ແລະກຳລັງປະຕິບັດໜ້າທີ່ທັງຍົກສູງຄຸນນະພາບການບຳລຸງສ້າງ, ທັງຕັ້ງໜ້າເບິ່ງແຍງດູແລໃຫ້ແກ່ນັກສຶກສາຕ່າງປະເທດ.

ຊາຍຄາຫວຽດນາມ ທີ່ອົບອຸ່ນຂອງນັກສຶກສາລາວ

ຊາຍຄາຫວຽດນາມ ທີ່ອົບອຸ່ນຂອງນັກສຶກສາລາວ

ຍສໝ - ລາຍການ “ຄອບຄົວຫວຽດນາມ ກັບນັກສຶກສາລາວ, ກຳປູເຈຍ ຢູ່ນະຄອນ ໂຮ່ຈີມິນ” ໄດ້ສ້າງເປັນຊາຍຄາທີ່ອົບອຸ່ນ, ຊ່ວຍໃຫ້ໄວໜຸ່ມທີ່ຢູ່ຫ່າງໄກບ້ານເກີດຊອກໄດ້ຄວາມເຫັນໃຈກັນ ແລະ ຄວາມຮັກແພງຈາກພໍ່ແມ່ຫວຽດນາມ, ປຸກລະດົມຈິດໃຈສາມັກຄີ ແລະ ມິດຕະພາບ ລະຫວ່າງ​ສາມ​ຊາດ.

ແທັງຮັ່ງ