ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ ຢ້ຽມຢາມ​ຫວຽດນາມ ​ຢ່າງ​ເປັນ​ທາງ​ການ

12:00 | 13/02/2025

ຍສໝ -​ ວັນ​ທີ 12 ກຸມພາ, ກະຊວງ​ການ​ຕ່າງປະ​ເທດ ໃຫ້ຮູ້ວ່າ ​ໂດຍຕອບ​ຮັບ​ຄຳ​ເຊີນ​ຂອງ​ ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍ​ແທງ​ເຊີນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ ທອງ​ສະຫວັນ ພົມວິຫານ ​ມາ​ຢ້ຽມຢາມ​ຫວຽດນາມ ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 12 – 14 ກຸມພາ.

ກອງບັນຊາການທະຫານຊາຍແດນ​ ລ້າງເຊີນ: ເປັນເຈົ້າການ, ​​ມີໄຫວພິບໃນວຽກ​ງານ​ການ​ຕ່າງປະ​ເທດ
​ຜົນງານຫຼາຍຢ່າງໃນວຽກງານ​ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດ

ນີ້​ແມ່ນ​ການ​ໄປຢ້ຽມຢາມ​ຫວຽດນາມ ​ຢ່າງ​ເປັນ​ທາງຄັ້ງທຳອິດ ​ແລະ ​ເປັນ​ການ​ຢ້ຽມຢາມ​ຕ່າງປະ​ເທດ​ຄັ້ງ​ທຳ​ອິດ​ຂອງ ​ທ່ານ ທອງ​ສະຫວັນ ພົມວິຫານ ພາຍຫຼັງ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ລັດຖະມົນຕີກະຊວງການຕ່າງປະເທດລາວ ​ເມື່ອ​ເດືອນພະຈິກ 2024.

ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ ຢ້ຽມຢາມ​ຫວຽດນາມ ​ຢ່າງ​ເປັນ​ທາງ​ການ

ທ່ານ ທອງສະຫວັນ ພົມວິຫານ ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໃນໄລຍະ 2015-2019. ພາບ: ກະຊວງການຕ່າງປະເທດ

​ໃນ​ເວລາການໄປຢ້ຽມຢາມ ຫວຽດນາມ, ທ່ານ ທອງ​ສະຫວັນ ພົມວິຫານ ໄປ​ຢ້ຽມ​ຂ່ຳນັບ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເລືອງ​ເກື່ອງ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມມິງຈິງ​ ແລະ ມີ​ການ​ເຈລະຈາ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງການ​​ຕ່າງປະ​ເທດ ບຸ່ຍ​ແທງ​ເຊີນ.

ການໄປຢ້ຽມຢາມຫວຽດນາມ ຂອງທ່ານຜູ້ນຳໜ້າກະຊວງການຕ່າງປະເທດລາວ ໄດ້ດຳເນີນໄປໃນສະຖານະການການພົວພັນຮ່ວມມືລະຫວ່າງ 2 ປະເທດໃນຫຼາຍຂົງເຂດ, ສະແດງໃຫ້ເຫັນຜ່ານກອງປະຊຸມຂອງ 2 ກົມການເມືອງ ແລະ ກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການລະຫວ່າງລັດຖະບານ, ກໍ່ຄືການພົບປະຂອງບັນດາການນຳຂັ້ນສູງຂອງ 2 ປະເທດ.

ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ຂອງ​ສອງ​ປະ​ເທດ ​ໄດ້​ຮັບ​ການ​ປັບປຸງ​ຫລາຍ​ຢ່າງ, ພິ​ເສດ​ແມ່ນ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃນ​ປີ 2024 ບັນລຸ 2,25 ຕື້ USD, ​ເພີ່ມ​ຂຶ້ນ 38,2% ​ເມື່ອ​ທຽບ​ໃສ່​ກັບ​ປີ 2023. ສິ່ງ​ກີດຂວາງ​ຫຼາຍ​ຢ່າງ​ໃນ​ບັນດາ​ໂຄງການຈຸດສຸມພວມ​ໄດ້​ຮັບ​ການ​ກວດກາ ​ແລະ ​ແກ້​ໄຂ​ຢ່າງ​ຕັ້ງໜ້າ.

ຫຼາຍ​ເຫດການ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ ​ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ໂດຍ​ຫວຽດນາມ ​ໃນ​ປີ 2025

ຫຼາຍ​ເຫດການ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ ​ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ໂດຍ​ຫວຽດນາມ ​ໃນ​ປີ 2025

ຍສໝ -​ ຕອນ​ເຊົ້າ​ວັນ​ທີ 14 ມັງກອນ, ຢູ່​ຮ່າ​ໂນ້ຍ, ກ່າວຄຳປາໄສທີ່​ກອງ​ປະຊຸມພົບປະສື່ມວນຊົນເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ ປີມະເສັງ 2025, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຍດນາມ ບຸຍແທງເຊີນ ​ໃຫ້​ຮູ້​ວ່າ ປີ​ນີ້ ຫວຽດນາມ ຈະ​ມີ​ບັນດາ​ການ​ເຄື່ອນ​ໄຫວ​​ທາງ​ການ​ທູດສອງຝ່າຍ, ຫຼາຍ​ຝ່າຍທີ່ຟົດຟື້ນ, ພ້ອມ​ກັນ​ນັ້ນ ​ກໍ​ຮັບຜິດຊອບ​ການຈັດ​ຕັ້ງ​ເຫດການ​ການ​ທູດ​ຫຼາຍ​ຝ່າຍ​ທີ່​ສຳຄັນ​ເຊັ່ນ: ​ເວທີ​ປາ​ໄສ​ອະນາ​ຄົດ​ອາ​ຊຽນ ຄັ້ງ​ທີ 2, ກອງ​ປະຊຸມ​ສຸດ​ຍອດ​ຄູ່​ຮ່ວມ​ມື​ເພື່ອ​ການ​ເຕີບ​ໂຕ​ສີຂຽວ​ ​ແລະ ...

ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ນຳ​ໜ້າ​ໃນ​ທ່າ​ອ່ຽງ​ຫັນ​ປ່ຽນ​ການ​ຜະ​ລິດ​ທົ່ວ​ໂລກ

ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ນຳ​ໜ້າ​ໃນ​ທ່າ​ອ່ຽງ​ຫັນ​ປ່ຽນ​ການ​ຜະ​ລິດ​ທົ່ວ​ໂລກ

ຍສໝ - ເວັບໄຊ riotimesonline.com (Brazil) ໄດ້ເອົາລົງບົດຂຽນກ່ຽວກັບສະພາບການຜະລິດທົ່ວໂລກພວມປ່ຽນແປງຢ່າງໄວວາ, ຄັດສະເໜີຂໍ້ມູນຫຼ້າສຸດຈາກນັກສະໜອງການບໍລິການຂໍ້ມູນດ້ານການເງິນແຖວໜ້າໂລກ S&P Global Market Intelligence (ອາເມລິກາ) ຊື່ງໃນນັ້ນໃຫ້ຮູ້ວ່າ: ຫວຽດນາມ ໄດ້ກາຍເປັນຈຸດໝາຍປາຍທາງອັນດັບໜຶ່ງ ເພື່ອໃຫ້ບັນດາບໍລິສັດຫັນປ່ຽນການຜະລິດ ແລະການຫັນປ່ຽນນີ້ ເພື່ອແນໃສ່ຮັກສາລະບົບສະໜອງບໍ່ຖືກຕັດຕອນ.

ມີງດຶກ

ເຫດການ