ສັນຍານໃໝ່ຈາກຮູບແບບຕະຫຼາດນັດຊາຍແດນ ລາວບາວ

08:00 | 11/02/2025

ຍສໝ -​ ​ໃນ​ຊຸມ​ອາທິດ​ມໍ່ໆ​ມາ​ນີ້, ​ເຂດ​ພູດ​ອຍ​ ລາວ​ບາວ (​ເມືອງ ເຮື໋ອງຮວ໋າ, ​ແຂວງ​ກວາງ​ຈິ) ​ໄດ້​ມີ​ການ​ເຄື່ອນ​ໄຫວ​ນັບ​ມື້​ນັບ​ຄຶກຄື້ນ​ດ້ວຍ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ໄດ້​ຮັບ​ການ​ສ້າງ​ຂຶ້ນໃໝ່​ຄື: ຕະຫຼາດນັດຊາຍ​ແດນ​ທີ່ເຕັມໄປດ້ວຍ​ວັດທະນະທຳ​ ຫວຽດນາມ - ລາວ. ພາຍຫຼັງການທົດ​ລອງ 5 ຄັ້ງ, ຕະຫຼາດນັດຊາຍ​ແດນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ​ແຕ່​ເພື່ອ​ໃຫ້​ຕະຫຼາດ​ກາຍ​ເປັນ​ທີ່​ຢູ່ທີ່ເປັນມູນເຊື້ອ ​ມີ​ອິດ​ທິພົນ​ທົ່ວ​ໄປ​ໃນ​ແລວ​ເສດຖະກິດ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ ແມ່ນຕ້ອງ​ມີ​ກົນ​ໄກ​ກົດໝາຍ​ສະ​ເພາະ​ເພື່ອ​ຮັກສາ.

ຜ່ານສະຫຼຸບສັງລວມ ຂອງການຜັນຂະຫຍາຍສ້າງເຂດເສດຖະກິດ-ການຄ້າ ຂ້າມຊາຍແດນ ລາວບາວ - ແດນສະຫວັນ
ທະຫານຊາຍແດນດ່ານສາກົນ ລາວບາວ ສະແດງຄວາມຍິນດີໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70ປີ
ສັນຍານໃໝ່ຈາກຮູບແບບຕະຫຼາດນັດຊາຍແດນ ລາວບາວ

ຕະຫຼາດນັດຊາຍແດນ ໄດ້ຈັດຂຶ້ນທີ່ສູນການຄ້າ ລາວບາວ.

ຜະລິດ​ຕະພັນ​ທ່ອງ​ທ່ຽວ​ໃໝ່​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ນັກ​ທ່ອງ​ທ່ຽວ

ຕະຫຼາດນັດຊາຍແດນ ລາວບາວ ໄດ້ເປີດຄັ້ງທຳອິດໃນວັນທີ 21 ທັນວາ 2024, ຫຼັງຈາກ 5 ຄັ້ງໃນບັນດາມື້ທ້າຍອາທິດ, ຕະຫຼາດນັດແມ່ນສະຖານທີ່ຊື້ເຄື່ອງ ແລະ ການລົງຕົວຈິງດ້ານວັດທະນະທຳ, ອາຫານການກິນຂອງນັກທ່ອງທ່ຽວທັງໃກ້ ແລະ ໄກ. ຕະຫຼາດນັດ ມີຮ້ານຂາຍເຄື່ອງປະມານ 50 ຮ້ານ​ຂອງ​ບັນດາ​ຊາວຄ້າຂາຍລາຍຍ່ອຍມາຈາກບັນດາ​ທ້ອງ​ຖິ່ນຂອງ​​ເມືອງ ເຮື໋ອງຮວ໋າ​ ແລະ ບັນດາ​ໝູ່​ບ້ານ​ທີ່​ຢູ່​ຝັ່ງ​ກົງ​ຂ້າມ​ດ່ານ​ຊາຍ​ແດນ​ສາກົນ ​ລາວ​ບາ​ວ ເຊັ່ນ: ​ແດນ​ສະຫວັນ, ​ເຟືອງ​... ຂຶ້ນກັບເມືອງ​ເຊ​ໂປນ, ​ແຂວງ​ສະ​ຫວັນ​ນະ​ເຂດ, ປະ​ເທດ​ລາວ. ບັນດາຜະລິດຕະພັນຂອງຕະຫຼາດນັດປະກອບມີ ຜະລິດຕະພັນກະເສດ ແລະ ເຄື່ອງປ່າຂອງດົງ, ເຄື່ອງຫັດຖະກຳ, ສິນຄ້າສະເພາະທ້ອງຖິ່ນໃນລາຄາທີ່ສົມເຫດສົມຜົນ. ພິ​ເສດ, ຕະຫຼາດນັດ​ແມ່ນ​ບ່ອນ​ທີ່​ບັນດາ​ເຍື່ອງ​ອາ​ຫານ​ ຫວຽດນາມ ​ແລະ ລາວ ມາ​ເຕົ້າ​ໂຮມ​ກັນ. ມາ​ຕະຫຼາດ, ນອກຈາກ​ການ​ໄປ​ຊື້​ເຄື່ອງ​ແລ້ວ, ຍັງ​ມີ​ໂອກາດ​ແລກປ່ຽນ ​ແລະ ລົງປະສົບ​ການຕົວຈິງໃນ​ວັດທະນະທຳ​ຂອງ​ເຂດ​ຊາຍ​ແດນ.

ທ່ານ ເລ​ບ໋າ​ຮຸ່ງ, ປະທານ​ຄະນະ​ກຳມະການ​ປະຊາຊົນເທດສະບານ ​ລາວ​ບາວ ​ໃຫ້​ຮູ້​ວ່າ ດ້ວຍ​ທ່າ​ໄດ້​ປຽບ​ແມ່ນ​ຢູ່​ໃກ້​ກັບ​ຊາຍ​ແດນ​ ລາວ, ລາວ​ບາວ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ​ດ້ານ​ການ​ລົງທຶນ​ຈາກ​ລັດຖະບານ​ມາ​ແຕ່​ດົນ​ນານ. ແນວໃດກໍ່ຕາມ, ໃນຊຸມປີມໍ່ໆມານີ້, ທ້ອງຖິ່ນໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍດ້ານດ້ວຍຫຼາຍເຫດຜົນ, ນັກທ່ອງທ່ຽວກໍ່ບໍ່ໄດ້ມາຊື້ເຄື່ອງຢູ່ ລາວບາວ ຄືແຕ່ກ່ອນ. “ເພື່ອເຮັດໃຫ້ເຄື່ອງໝາຍການຄ້າ ລາວບາວ ກັບຄືນສູ່ສະພາບເດີມ, ພວກຂ້າພະເຈົ້າໄດ້ພະຍາຍາມທຸກວິທີທາງເພື່ອສ້າງ “ສະໜາມຫຼິ້ນ” ເພື່ອດຶງດູດ ແລະ ຮັກສານັກທ່ອງທ່ຽວ. ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ຄື: ຖະໜົນ​ຄົນ​ຍ່າງ ຫງວຽນ​ເຫ້ວ, ​ສັດມຸງຄຸນ ມັງກອນ... ກໍ່ໄດ້​ສ້າງຊື່ສຽງ​ແຕ່​ບໍ່​ທັນ​ໄດ້​ຮັບ​ການ​ສ້າງ​ຕັ້ງເຂົ້າເປັນລະບົບ. ​ແລະ ຂ້າພະ​ເຈົ້າ​ຫວັງ​ວ່າ ​ຕະຫຼາດ​ຊາຍ​ແດນ​ຈະ​ແມ່ນ​ຜະລິດ​ຕະພັນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ທີ່​ສຸດ​ໃນ​ການ​ທ່ອງ​ທ່ຽວ​ເຂດ​ພູດ​ອຍ” - ທ່ານ ຮຸ່ງ ແບ່ງປັນ.

ຕະຫຼາດນັດ​ໄດ້ມີການ​ກະທົບຮ່ວມ, ເປັນກະແສໃໝ່ສຳລັບສູນການຄ້າ ລາວບາວ ທີ່ໄດ້ຖືກປະໄວ້ເປັນເວລາຫຼາຍປີ. ທ່ານ​ນາງ ຫງວຽນ​ຮວ່າງ​ແອງ, ຊາວຄ້າຂາຍລາຍຍ່ອຍດຳເນີນທຸລະກິດ​ເອ​ເລັກ​ໂຕ​ນິກ, ເຄື່ອງສຳອາງຢູ່ສາລາ A1, ສູນ​ການ​ຄ້າ ລາວ​ບາວ ​ໃຫ້​ຮູ້​ວ່າ ສະພາບການຊື້ຂາຍໃນຊຸມປີນີ້ມັກຈະຊ້າລົງ, ນັກທ່ອງທ່ຽວນອກແຂວງ ກໍ່ບໍ່ໄດ້ໄປຢ້ຽມຢາມຕະຫຼາດຄືໃນເມື່ອກ່ອນ. ​ແນວ​ໃດ​ກໍ​ດີ, ພາຍຫຼັງ​ການ​ສ້າງ​ຕັ້ງ​ຕະຫຼາດ​ນັດແຫ່ງ​ນີ້​ຢູ່​ຕໍ່ໜ້າ​ເດີ່ນ​ສູນ​ນີ້, ຊາວຄ້າຂາຍລາຍຍ່ອຍຫຼາຍ​ຄົນ​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ຈຳນວນ​ແຂກ​ທີ່​ມາ​ຕະຫຼາດນັດ. “ຕະຫຼາດນັດ​ໄດ້​ເຮັດ​ໃຫ້​ຊາວຄ້າຂາຍລາຍຍ່ອຍມີ​ຄວາມພາກພູມໃຈ ​ແລະ ການ​ເຄື່ອນ​ໄຫວ​ທຸລະ​ກິດ​ກໍ່​ມີ​ຊີວິດ​ຊີວາ​ກວ່າ​ແຕ່​ກ່ອນ. ຂ້າພະເຈົ້າຄິດວ່າ ຈະຮັກສາຕະຫຼາດນັດເພື່ອໃຫ້ການບໍລິການອື່ນໆສາມາດຂຸດຄົ້ນ ແລະ ແບ່ງປັນຜົນກໍາໄລ. ພິ​ເສດ​ແມ່ນ​ບັນດາຊາວຄ້າຂາຍລາຍຍ່ອຍ​ຢູ່​ສູນ​ນີ້​ມີ​ໂອກາດ​ຟື້ນ​ຟູ ​ແລະ ພັດທະນາ” - ທ່ານ​ນາງ ຮວ່າງ​ແອງ ກ່າວ​.

ຕ້ອງ​ມີ​ກົນ​ໄກ​ນະ​ໂຍ​ບາຍ​ທີ່​ເໝາະ​ສົມ​ສຳ​ລັບ​ຕະຫຼາດ​ນັດຊາຍ​ແດນ.

ຕາມ​ການ​ນຳຂອງ​ເທດສະບານ ​ລາວ​ບາວ ​ແລ້ວ, ​ເພື່ອ​ສ້າງຕະຫຼາດ​ນັດເຄື່ອນໄຫວເປັນ​ປົກກະຕິ, ເປັນ​ລະບົບ, ຕ້ອງ​ມີ​ການ​ລະດົມ​ທຶນ ​ແລະ ການ​ເຂົ້າ​ຮ່ວມ​ຈາກ​ຫຼາຍຄະນະ, ຂະແໜງການ. ກ່ອນ​ທີ່​ຈະ​ຜັນຂະຫຍາຍແນວ​ຄວາມ​ຄິດ​ດັ່ງ​ກ່າວ, ​ເທດສະບານ ​ລາວ​ບາວ ໄດ້​ໄປ​ຢ້ຽມ​ຢາມຕົວຈິງ​ຕະ​ຫລາດ​ຢູ່​ບາງ​ທ້ອງ​ຖິ່ນ​ທາງ​ພາກ​ເໜືອ. ດ້ວຍ​ທ່າ​ໄດ້​ປຽບ​ດ້ານ​ຄົມມະນາຄົມ, ພື້ນຖານ​ໂຄງ​ລ່າງ ​ແລະ ວັດທະນະທຳ​ພື້ນ​ເມືອງ, ​ເທດສະບານ ​ລາວ​ບາວ ສາມາດ​ເສີມຂະຫຍາຍຄຸນຄ່າ​ຂອງ​ຕົນ​ໂດຍ​ຜ່ານ​ການ​ສ້າງ​ຕະຫຼາດນັດທີ່ເປັນມູນເຊື້ອ, ສ້າງເຂົ້າເປັນ​ລະບົບ.

ທ່ານ ເຈີ່ນດິງຢຸ່ງ, ເລຂາ​ຄະນະ​ພັກເທດສະບານ ​ລາວ​ບາວ ໃຫ້​ຮູ້​ວ່າ ປະຈຸ​ບັນ, ພື້ນຖານວັດຖຸຈາກລະບົບຮ້ານຂາຍ, ໄຟຟ້າ, ນ້ຳປະປາ, ໄຟສະຫວ່າງ; ລະບົບໂຄສະນາ... ສ່ວນໃຫຍ່ແມ່ນໄດ້ຮັບການລະດົມຈາກແຫຼ່ງຊັບພະຍາກອນສັງຄົມໂດຍທ້ອງຖິ່ນ.​ ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພື່ອ​ໃຫ້​ຕະຫຼາດນັດຊາຍ​ແດນ ລາວ​ບາວ ເຄື່ອນໄຫວ​ເປັນ​ປົກກະຕິ, ມີຂອບຂະໜາດທີ່ໝັ້ນຄົງ, ມີຄວາມສາມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໄດ້, ຕ້ອງ​ໃຊ້​ງົບປະມານ​ໃນ​ເບື້ອງ​ຕົ້ນ​ປະມານ 500 – 700 ລ້ານ​ດົ່ງ​ເພື່ອ​ລົງທຶນ​ກໍ່ສ້າງ. ຄຽງຄູ່ກັບລະບົບພື້ນຖານໂຄງລ່າງ, ຕະຫຼາດຊາຍແດນຕ້ອງການກົນໄກສະເພາະເພື່ອຮັບປະກັນໃຫ້ບັນດາຊາວຄ້າຂາຍລາຍຍ່ອຍ, ນັກທ່ອງທ່ຽວຝ່າຍ ລາວ ຜ່ານດ່ານ, ເຂົ້າ​ປະ​ເທດໄດ້​ຢ່າງ​ວ່ອງ​ໄວ​, ຢືດ​ຢຸ່ນ​ ແລະ ​ງ່າຍ​ດາຍ​. ຄຽງ​ຂ້າງ​ນັ້ນ, ພວກ​ຂ້າພະ​ເຈົ້າ​ກໍ່ຈະສ້າງ​ບັນດາ​ຜະລິດ​ຕະພັນ​ວັດທະນະທຳ, ສິລະ​ປະ​ເພື່ອ​ຮັບ​ໃຊ້​ຢ່າງ​ເປັນ​ປົກກະຕິ ​ແລະ ​ເປັນມື​ອາຊີບ.

ຜ່ານສະຫຼຸບສັງລວມ ຂອງການຜັນຂະຫຍາຍສ້າງເຂດເສດຖະກິດ-ການຄ້າ ຂ້າມຊາຍແດນ ລາວບາວ - ແດນສະຫວັນ

ຜ່ານສະຫຼຸບສັງລວມ ຂອງການຜັນຂະຫຍາຍສ້າງເຂດເສດຖະກິດ-ການຄ້າ ຂ້າມຊາຍແດນ ລາວບາວ - ແດນສະຫວັນ

ຍສໝ - ວັນທີ 27 ມີນາ 2019, ປະທານຄະນະກໍາມະການປະຊາຊົນແຂວງກວາງຈີ້ ຫງວຽນດືກຈີງ ໄດ້ເປັນປະທານກອງປະຊຸມເພື່ອຮັບຟັງບົດລາຍງານກ່ຽວກັບແຜນການສັງລວມໃນການຈັດຕັ້ງປະຕິບັດແຜນແມ່ບົດເຂດເສດຖະກິດ-ການຄ້າຂ້າມຊາຍແດນ ລາວບາວ - ແດນສະຫວັນ.

ທະຫານຊາຍແດນດ່ານສາກົນ ລາວບາວ ສະແດງຄວາມຍິນດີໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70ປີ

ທະຫານຊາຍແດນດ່ານສາກົນ ລາວບາວ ສະແດງຄວາມຍິນດີໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70ປີ

ຍສໝ - ໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ (20/1/1949-20/1/2019), ຕອນເຊົ້າຂອງວັນທີ 19 ມັງກອນ, ຄະນະພະນັກງານ ນາຍທະຫານຊາຍແດນດ່ານສາກົນ ລາວບາວ (ທະຫານຊາຍແດນແຂວງກວ້າງຈິ) ໄດ້ເຂົ້າຢ້ຽບຢາມ ແລະ ອວຍພອນ ຄະນະຊີ້ນຳຂອງກອງບັນຊາການທະຫານເມືອງ ເຊໂປນ, ກອງພັນທະຫານຊາຍແດນ 32 ແລະ ກອງຮ້ອຍທະຫານຊາຍແດນ ກະຕູບ.

ມີງດຶກ

ເຫດການ