ຍສໝ - ຕອນເຊົ້າວັນທີ 6 ມັງກອນ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນເດຍ ຄົບຮອບ 50 ປີ (1972 - 2022).
ຍສໝ - ຫວ່າງແລ້ວນີ້, ພະແນກພົວພັນຕ່າງປະເທດນະຄອນເກິ່ນເທີ ໄດ້ຮັບ ແລະ ມອບວັດຖຸອຸປະກອນການແພດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງນະຄອນ Okayama, ຍີ່ປຸ່ນ ແລະ ແຂວງ Jeollanamdo, ສ.ເກົາຫຼີ ມອບໃຫ້ທ້ອງຖິ່ນ.
ຍສໝ - ທ່ານເຈົ້າແຂວງຄຳມ່ວນ ໃຫ້ຮູ້ວ່າ: ໂຮຽຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມແມ່ນການສະແດງໃຫ້ເຫັນນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ.
ຍສໝ - ສອງຝ່າຍໄດ້ເຫັນດີ ແລກປ່ຽນຂໍ້ມູນຂ່າວສານ ແລະ ແລກປ່ຽນບົດຮຽນກ່ຽວກັບການກໍ່ສ້າງພັກ ແລະ ກໍ່ສ້າງລະບົບການເມືອງ ຢ່າງເປັນປົກກະຕິ.
ຍສໝ - ຫວ່າງແລ້ວນີ້, ຢູ່ຄະນະປະຕິບັດງານຮັກສາສັນຕິພາບ UNMISS - ຊູດັງໃຕ້, ໂຮງໝໍສະໜາມຂັ້ນ 2 ເລກ 3 ຫວຽດນາມ ໄດ້ຈັດພິທີເຄົາລົບທຸງຊາດຕົ້ນປີໃໝ່ 2022 ຢູ່ຫ່າງຈາກປະເທດກວ່າ 8.500 ກິໂລແມັດ.
ຍສໝ - ນີ້ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນ ໃນແຜນການປະຕິບັດຄຳສັ່ງເລກທີ 25/CT-TTg ລົງວັນທີ 10 ກັນຍາ 2021 ຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຍູ້ແຮງການຈັດຕັ້ງປະຕິບັດຍຸດທະສາດວັດທະນະທຳການຕ່າງປະເທດຂອງຫວຽດນາມ ໄລຍະ 2022 – 2026 ທີ່ຫາກໍ່ໄດ້ຍົກອອກມາໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.
ຍສໝ - ສະມາຄົມນັກສຶກສາຫວຽດນາມ ແຂວງບິງເຢືອງ ໄດ້ຈັດຕັ້ງກິດຈະກຳພົບປະນັກສຶກສາຫວຽດນາມ - ລາວ - ກຳປູເຈຍ “ຮ່ວມສາຍແມ່ນ້ຳຂອງ” ແລະ ແລກປ່ຽນວັດທະນະທຳຂອງບັນດາປະເທດອາຊີຕາເວັນອອກສຽງໃຕ້ ແຂວງບິງເຢືອງ ຄັ້ງທີ VIII.
ຍສໝ - ເມື່ອເບິ່ງຄືນປີ 2021, ອາດຈະເວົ້າໄດ້ວ່າ ຂີດໝາຍພົ້ນເດັ່ນຂອງການຕ່າງປະເທດຫຼາຍຝ່າຍ ແມ່ນເລື່ອງ ຫວຽດນາມ ຮັບດຳລົງຕຳແໜ່ງເປັນສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງສະຫະປະຊາຊາດ, ປະກອບສ່ວນຫຼາຍຂໍ້ລິເລີ່ມ ແລະ ຂໍ້ສະເໜີ.
ຍສໝ - ທ່ານເອກອັກຄະລັດຖະທູດ T.S Tirumurti, ຫົວໜ້າຄະນະຜູ້ແທນຖາວອນຂອງອິນເດຍ ປະຈຳສະຫະປະຊາຊາດ ໄດ້ໃຫ້ການຕີລາຄາທີ່ດີຫຼາຍຢ່າງ ແລະ ຊົມເຊີຍບົດບາດຂອງຫວຽດນາມ ໃນສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນ 2 ປີຜ່ານມາ.
ຍສໝ - ບັນດາວິສາຫະກິດຢູ່ເຂດ Hokuriku ຂອງ ຍີ່ປຸ່ນ ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ ແລະ ມຸ່ງໄປເຖິງແງ່ຫວັງ ການຮ່ວມມືລະຫວ່າງພາກພື້ນນີ້ ແລະ ຫວຽດນາມ ໃນອະນາຄົດ.
ຍສໝ - ເມື່ອບໍ່ດົນມານີ້, ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ແລະ ສະພາສັນຕິພາບ ແລະ ຄວາມໝັ້ນຄົງສະຫະພາບອາຟຼິກາ (AUPSC) ໄດ້ຈັດກອງປະຊຸມຮ່ວມປະຈຳປີດ້ວຍທາງອອນໄລ.
ຍສໝ - ຫວຽດນາມ ແມ່ນແຫຼ່ງສະໜອງກາເຟໃຫຍ່ອັນດັບສາມ ຂອງອາເມລິກາ (ດ້ານປະລິມານ) ໃນ 10 ເດືອນຕົ້ນປີ 2021, ບັນລຸປະມານ 118,300 ໂຕນ, ເປັນມູນຄ່າ 228,11 ລ້ານ USD...
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ກູບາ ຄົບຮອບ 63 ປີ (1-1-1959/ 1-1-2022), ວັນທີ 31 ທັນວາ 2021, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສົ່ງສານອວຍພອນເຖິງທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດ ອຳນາດການປົກຄອງ ປະຊາຊົນ ແຫ່ງ ສາທາລະນະລັດ ກູບາ.
ປີ 2021, ການສົ່ງອອກຂອງຫວຽດນາມ ໄປຍັງ ອາເມລິກາ ແລະ ຈາກ ອາເມລິກາ ເຂົ້າຫວຽດນາມ ລ້ວນແຕ່ເຕີບໂຕເປັນບວກ.
ຍສໝ - ໃນ 10 ເດືອນຕົ້ນປີ 2021, ໝາກກ້ວຍຂອງຫວຽດນາມ ໄດ້ສົ່ງອອກໄປຍັງຍີ່ປຸ່ນບັນລຸປະມານ 6 ພັນໂຕນ, ມີມູນຄ່າ 643 ລ້ານເຢນ (ທຽບເທົ່າກັບ 5,7 ລ້ານ USD), ເພີ່ມຂຶ້ນ 59,5% ໃນດ້ານປະລິມານ ແລະ 27,9% ໃນດ້ານມູນຄ່າ.
ຍສໝ - ທີ່ກອງປະຊຸມສະຫລຸບວຽກງານປີ 2021 ແລະ ຜັນຂະຫຍາຍວຽກງານໃນປີ 2022 (ວັນທີ 29 ທັນວາ 2021), ທ່ານນາງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ຫງວຽນເຟືອງງາ ໄດ້ກ່າວເຖິງ 3 ຈຸດປ່ຽນ ແປງໃໝ່ທີ່ດີເດັ່ນຂອງໜ່ວຍງານ ຄື: ປ່ຽນໃໝ່ແນວຄິດ, ຄວາມຮັບຮູ້; ປັບປຸງກົງຈັກ, ກໍ່ສ້າງ ແລະ ບຳລຸງພະນັກງານ; ຍົກສູງຄຸນນະພາບ ວຽກງານໃນແຕ່ລະກິດຈະກໍາ.
ຍສໝ - ຫວ່າງແລ້ວນີ້, ທ່ານ Timur Sadykov, ຫົວໜ້າກົງສູນໃຫຍ່ສະຫະພັນ ລັດເຊຍ ປະຈຳນະຄອນ ໂຮ່ຈີມິນ ຄົນໃໝ່ຢັ້ງຢືນວ່າ: ບັນດາທ້ອງຖິ່ນຂອງ ລັດເຊຍ ປາດຖະໜາ ແລະ ພ້ອມແລ້ວທີ່ຈະຍູ້ແຮງການຮ່ວມມືຢ່າງມີປະສິດທິຜົນກັບນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນພາກໃຕ້ຂອງ ຫວຽດນາມ ກວ່າອີກ.
ຍສໝ - ທ່ານຮອງເລຂາທິການໃຫຍ່ ສະຫະປະຊາຊາດ Jean-Pierre Lacroix ໃຫ້ຮູ້ວ່າ: ພວກຂ້າພະເຈົ້າ ຫວັງວ່າຈະສືບຕໍ່ຮ່ວມມືກັບ ຫວຽດນາມ ຫຼາຍກວ່າອີກ ເພາະວ່າພວກຂ້າພະເຈົ້າຖືວ່າ ຫວຽດນາມມີຄວາມສາມາດ, ພິເສດແມ່ນພາຍຫຼັງການເຫັນປະຈັກຕາ ຫວຽດນາມໄດ້ສົ່ງກຳລັງທະຫານຈຳນວນໜຶ່ງ ໄປສົມທົບກັບໂຮງໝໍສະໜາມຂັ້ນ 2 ແລະ ຈະສົ່ງກອງທະຫານຊ່າງ ເຂົ້າຮ່ວມໃນການຮັກສາສັນຕິພາບ.
ຍສໝ - ໂດຍໄດ້ຮັບຄຳເຊື້ອເຊີນຂອງ ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ, ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 28 – 29 ທັນວາ. ວັນທີ 28 ທັນວາ, ຢູ່ເຮືອນຮັບແຂກລັດຖະບານ, ລັດຖະມົນຕີການ ຕ່າງປະເທດ 2 ທ່ານໄດ້ເປັນປະທານຮ່ວມປຶກສາຫາລືການເມືອງຂັ້ນລັດຖະມົນ ຕີການຕ່າງປະເທດຫວຽດນາມ - ລາວ ຄັ້ງທີ 8.
ຍສໝ - ເຖິງວ່າໂລກລະບາດໂຄວິດ-19 ໄດ້ສ້າງຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ການພົວພັນລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ ຍັງໄດ້ພັດທະນາຢ່າງແຮງໃນຊຸມປີທີ່ຜ່ານມາ.
ຍສໝ - ນັ້ນແມ່ນຄຳຢືນຢັນຂອງ ທ່ານນາງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຫງວຽນເຟືອງງາ ທີ່ກອງປະຊຸມເຜີຍແຜ່, ເຊື່ອມຊືມຂໍ້ສະຫຼຸບທີ 12 ຂອງກົມການເມືອງກ່ຽວກັບວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (NVNONN) ໃນສະພາບການໃໝ່ໄດ້ດຳເນີນຫວ່າງແລ້ວນີ້.
ຍສໝ - ຄະນະສິລະປະກອງງານບຸນຂອງວິທະຍາຄານຕຳຫຼວດປະຊາຊົນຫວຽດນາມໄດ້ອອກເດີນທາງໄປນະຄອນດູໄບ, ເລີ່ມດຳເນີນລາຍການສະເຫຼີມສະຫຼອງວັນແຫ່ງຊາດ ຫວຽດນາມ ໃນວັນທີ 30 ທັນວາ. ຢູ່ທີ່ນີ້, ຄະນະຈະເຂົ້າຮ່ວມບັນດາລາຍການສະແດງສິລະປະກອງງານບຸນ “ຈິດໃຈສະຫງ່າຜ່າເຜີຍຂອງຊາດ”.
ຍສໝ - ຫວ່າງແລ້ວນີ້, ສະມາຄົມມິດຕະພາບ ຫວຽດນາມ - ລາວ ຢູ່ແຂວງ ດັກລັກ ໄດ້ຈັດຕັ້ງກອງປະຊຸມສະຫຼຸບການເຄື່ອນໄຫວໃນປີ 2021 ແລະ ຜັນຂະຫຍາຍວຽກງານໃນປີ 2022.
ຫວ່າງແລ້ວນີ້, ຄະນະກໍາມະການປະຊາຊົນແຂວງດົ່ງນາຍ ຈັດຕັ້ງພິທີລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການເພີ່ມທະວີການພົວພັນຮ່ວມມືມິດຕະພາບລະຫວ່າງຄະນະກໍາມະການປະຊາຊົນແຂວງດົ່ງນາຍ ແລະອໍານາດການປົກຄອງແຂວງຈໍາປາສັກ ໄລຍະ 2022-2026 ຜ່ານລະບົບທາງໄກ. ທ່ານນາງ ພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍາ ນະຄອນໂຮ່ຈີມິນ ເຂົ້າຮ່ວມພິທີລົງນາມ.
ຍສໝ - ກຳປູເຈຍ ມອບຜ້າອັດປາກດັງທາງການແພດຕ້າເຊື້ອ 400 ກັບ, ຖົງມືອະນາໄມ 500 ກັບ, ຊຸດເຄື່ອງນຸ່ງກັນໂຄວິດ - 19 2000 ຊຸດ, ນຳ້ຢາລ້າງມືຂ້າເຊື້ອ 400 ຕຸກ ແລະ ໝີ່ສຳເລັດຮູບ 500 ແກັດ ໃຫ້ແຂວງໄຕນິງ.
ຍສໝ - ຫວ່າງແລ້ວນີ້, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ, ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດລາວ, ສະຖາບັນວິທະຍາສາດເສດຖະກິດ ແລະສັງຄົມແຫ່ງຊາດລາວ ໄດ້ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດສາກົນດ້ວຍຫົວຂໍ້ “ບົດບາດຂອງວັດທະນະທໍາ, ມະນຸດຕໍ່ກັບພາລະກິດປ່ຽນແປງໃໝ່, ພັດທະນາ ຢູ່ຫວຽດນາມ ແລະລາວ”.
ຍສໝ - ສອງຝ່າຍ ໄດ້ສະແດງຄວາມຫວັງວ່າ ໂລກລະບາດໂຄວິດ - 19 ຈະໄດ້ຮັບການຄວບຄຸມໂດຍໄວໃນປີ 2022, ສ້າງຄວາມສະດວກໃຫ້ແກ່ບັນດາການເຄື່ອນໄຫວພົວພັນແລກປ່ຽນ, ເຊື່ອມຕໍ່, ພົບປະຮ່ວມມື, ລົງທຶນ ລະຫວ່າງ ດ່ານັ້ງ ແລະ ບັນດາທ້ອງຖິ່ນ, ຄູ່ຮ່ວມມືສະຫະພັນລັດເຊຍ.
ຍສໝ - ການພົວພັນຄ້າຂາຍຜ່ານເສັ້ນທາງລົດໄຟໄປຍັງຈີນ ຍັງບໍ່ທັນໄດ້ຮັບຄວາມສົນໃຈໃນສະພາບການສິນຄ້າສົ່ງໄປຍັງຈີນຖືກຕິດຢູ່ດ່ານຊາຍແດນ.
ຍສໝ - ຫວ່ສງແລ້ວນີ້, ສະຫາຍ ຫງວຽນຮ່ວາບິ່ງ, ປະທານສານປະຊາຊົນສູງສຸດ ຫວຽດນາມ ໄດ້ມີການເຈລະຈາທາງໄກ ກັບສະຫາຍ ຊູຈຽງ ປະທານສານປະຊາຊົນສູງສຸດ ຈີນ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ມອບໝາຍໃຫ້ກະຊວງສາທາລະນະສຸກ ຮັບຜິດຊອບ ແລະ ປະສານສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ແລະ ຝ່າຍຣັດເຊຍ ເພື່ອປະຕິບັດສຳເລັດບັນດາລະບຽບການຮັບຮອງ ແລະ ຄຸ້ມຄອງຮັກສາວັກຊີນ Sputnik Light 100.000 ໂດສ ໂດຍການຊ່ວຍເຫຼືອຣັດເຊຍ.