ສະຖານກົງ​ສູນໃຫຍ່​ລັດ​ເຊຍ: ການ​ພົວ​ພັນ​ລັດ​ເຊຍ - ຫວຽດ​ນາມ ຍັງ​ຄົງ​ເຂັ້ມ​ແຂງ​ໃນ​ໄລ​ຍະ​ໂລກ​ລະ​ບາດ

07:07 | 31/12/2021

ຍສໝ - ​ເຖິງ​ວ່າ​ໂລກ​ລະບາດ​ໂຄ​ວິດ-19 ​ໄດ້​ສ້າງ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ກໍ່ຕາມ, ​ແຕ່​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະສະຫະພັນ​ລັດ​ເຊຍ ຍັງ​ໄດ້​ພັດທະນາ​ຢ່າງ​​ແຮງ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ.

ກຳ​ປູ​ເຈຍໜູນ​ຊ່ວຍ​ດ້ານ​ສະ​ບຽງ​ອາ​ຫານ, ວັດ​ຖຸ​ສາ​ທາ​ລະ​ນະ​ສຸກ ໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ຫວຽດ​ນາມ ກຳ​ປູ​ເຈຍໜູນ​ຊ່ວຍ​ດ້ານ​ສະ​ບຽງ​ອາ​ຫານ, ວັດ​ຖຸ​ສາ​ທາ​ລະ​ນະ​ສຸກ ໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ຫວຽດ​ນາມ
ຄວາມ​ຫວັງ​ຢາກ​ພົວ​ພັນ​ແລກ​ປ່ຽນ, ພົບ​ປະ​ຮ່ວມ​ມື​ລົງ​ທຶນລະ​ຫວ່າງ​ດ່າ​ນັ້ງ ແລະ ບັນ​ດາ​ທ້ອງ​ຖິ່ນ ສະ​ຫະ​ພັນ ລັດ​ເຊຍ ປີ 2022 ຄວາມ​ຫວັງ​ຢາກ​ພົວ​ພັນ​ແລກ​ປ່ຽນ, ພົບ​ປະ​ຮ່ວມ​ມື​ລົງ​ທຶນລະ​ຫວ່າງ​ດ່າ​ນັ້ງ ແລະ ບັນ​ດາ​ທ້ອງ​ຖິ່ນ ສະ​ຫະ​ພັນ ລັດ​ເຊຍ ປີ 2022

ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງທ່ານ Timur Sadykov ຫົວໜ້າສະຖານ​ກົງສູນໃຫຍ່​ລັດ​ເຊຍ ປະຈຳ​ນະຄອນ​ໂຮ່ຈີ​ມິນ ​ໃນ​ການ​ພົບ​ປະ​ກັບ​ຜູ້ຕາງໜ້າ​ບັນດາ​ອົງການ​ສື່ມວນຊົນ ໃນ​ຕອນ​ເຊົ້າ​ວັນ​ທີ 29 ທັນວາ ​ເພື່ອ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ໝາກຜົນ​ແຫ່ງແນວທາງພົວພັນ​ຕ່າງປະ​ເທດ​ຂອງ ລັດ​ເຊຍ ​ໃນ​ປີ​ນີ້.

ທີ່​ການ​ພົບ​ປະ, ທ່ານ​ Sadykov ​ໃຫ້​ຄຳສັງເກດ​ວ່າ ບັນດາ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ​, ຕ້ານພະຍາດ​ໂຄ​ວິດ-19 ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງສອງປະ​ເທດ. ທ່ານ​ Sadykov ​ໃຫ້​ຮູ້​ວ່າ: ສອງປະ​ເທດ​ໄດ້​ສ້າງ​ຕັ້ງ​ກົນ​ໄກ​ແລກປ່ຽນ​ປະສົບ​ການ​ໃນ​ການ​ກວດ​, ປິ່ນປົວ ​ແລະ ສະກັດ​ກັ້ນ​ພະຍາດ​ໂຄ​ວິດ-19.

ສະຖານກົງ​ສູນໃຫຍ່​ລັດ​ເຊຍ: ການ​ພົວ​ພັນ​ລັດ​ເຊຍ - ຫວຽດ​ນາມ ຍັງ​ຄົງ​ເຂັ້ມ​ແຂງ​ໃນ​ໄລ​ຍະ​ໂລກ​ລະ​ບາດ
ທ່ານ Timur Sadykov ຫົວໜ້າສະຖານ​ກົງສູນໃຫຍ່​ລັດ​ເຊຍ ປະຈຳ​ນະຄອນ​ໂຮ່ຈີ​ມິນ. ພາບ: ຍືເຈິ່ນ

ຂະແໜງນ້ຳມັນເຊື້ອໄຟ - ພະລັງງານ ຍັງຄົງແມ່ນເສົາຄໍ້າຂອງການຮ່ວມມືດ້ານ ເສດຖະກິດລະຫວ່າງສອງປະເທດໃນຫຼາຍປີຜ່ານມາດ້ວຍບໍລິສັດຮ່ວມທຸລະກິດ Vietsovpetro ນຳໜ້າ. ປີນີ້ Vietsovpetro ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງບໍລິສັດຮ່ວມທຸລະກິດ ດ້ວຍໄຊຊະນະທີ່ສຳຄັນ ເຊັ່ນ: ຂຸດຄົ້ນນ້ຳມັນ 3,1 ລ້ານໂຕນ ແລະ ອາຍແກັສ 83,6 ລ້ານ m3, ເລີ່ມເຄື່ອນໄຫວໂຄງການທະເລ 34 ໂຄງການ, ໃນນັ້ນມີ ຮ້ານ BK ໃໝ່ຢູ່ບໍ່ແຮ່ ແບັກໂຫ.

ປີ 2022, ລັດ​ເຊຍ ​ແລະ ຫວຽດນາມ ຈະ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ. ທ່ານ Sadykov ກ່າວ​ວ່າ “ສະຖານ​ກົງສຸນ​ໃຫຍ່​ລັດ​ເຊຍ ປະຈຳ​ນະຄອນ ໂຮ່ຈີ​ມິນ ປາດຖະໜາຢາກ​ຈັດ​ຕັ້ງ​ບັນດາ​ເຫດການ​ເພື່ອ​ຂີດໝາຍ​ເຫດການ​ດັ່ງກ່າວ​ຢ່າງ​ສົມກຽດ. ເຖິງຢ່າງໃດ ກໍ່ຕາມ, ພວກ​ຂ້າພະເຈົ້າຈະ​ພິ​ຈາ​ລະ​ນາ​ສະ​ພາບ​ການ​ພະຍາດໂຄວິດ-19 ເພື່ອ​ສ້າງ​ແຜນ​ການ​ທີ່​ສົມ​ເຫດ​ສົມ​ຜົນ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.