ສປປ.ລາວ ຈັດ​ພິ​ທີ​ໂຮມ​ຊຸມ​ນຸມ​ມິດ​ຕິງ ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ຄົບ​ຮອບ 70 ປີ

12:06 | 08/05/2024

ຍສໝ - ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​, ໃນວັນ​ທີ 7 ພຶດສະພາ​ນີ້, ຢູ່​ສູນ​ປະຊຸມ​ແຫ່ງ​ຊາດ​ລາວ, ນະຄອນຫຼວງ​ວຽງ​ຈັນ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ລັດຖະບານ, ສະພາ​ແຫ່ງ​ຊາດ, ​ແນວ​ໂຮມ​ປະ​ເທດ​ຊາດ​ລາວ​ສູນ​ກາ ... ​ໄດ້​ຈັດ​ຕັ້ງ​​ພິ​ທີ​ໂຮມ​ຊຸມ​ນຸມ​ມິດ​ຕິງ​ສະ​ເຫຼີມສະຫຼອງ 70 ປີ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝູ.

ງານ​ວາງສະ​ແດງ “ປະທານ​ໂຮ່ຈິ​ມິນ ກັບ​ຂະ​ບວນການ ດ້ຽນບຽນ​ຝູ” ງານ​ວາງສະ​ແດງ “ປະທານ​ໂຮ່ຈິ​ມິນ ກັບ​ຂະ​ບວນການ ດ້ຽນບຽນ​ຝູ”
ຄວາມ​ໝາຍ​ຂອງ ໄຊະ​ນະ ດ້ຽນ​ບຽນ​ຝູ ໃນ​ຄວາມ​ສາ​ມັກ​ຄີ​ພິ​ເສດ ຫວຽດ​ນາມ-ລາວ ຄວາມ​ໝາຍ​ຂອງ ໄຊະ​ນະ ດ້ຽນ​ບຽນ​ຝູ ໃນ​ຄວາມ​ສາ​ມັກ​ຄີ​ພິ​ເສດ ຫວຽດ​ນາມ-ລາວ

ຕອນເຊົ້າວັນທີ 07 ພຶດສະພາ, ຢູ່ຫໍປະຊຸມແຫ່ງຊາດ, ທີ່ນະຄອນຫຼວງ ວຽງຈັນ ໄດ້ດຳເນີນພິທີໂຮມຊຸມນຸມມິດຕິງລະດັບຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະປະຫວັດສາດ ດ້ຽນບຽນຝູ ຄົບຮອບ 70ປີ (07 ພຶດສະພາ 1954 - ວັນທີ 7 ພຶດສະພາ 2024). ເຂົ້າຮ່ວມພິທີ, ມີທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ; ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ; ການນຳ, ອະດີດການນຳພັກ, ລັດລາວ; ກຳລັງປະກອບອາວຸດ ພ້ອມດ້ວຍປະຊາຊົນລາວບັນດາເຜົ່າໄດ້ເຂົ້າຮ່ວມເປັນຈຳນວນຫຼາຍ.

ກ່າວສູນທອນພົດໄຂພິທີ, ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ລາວ ໃຫ້ຮູ້ວ່າ ໄຊຊະນະ ດ້ຽນບຽນຝູ ໄດ້ສົ່ງຜົນກະທົບໂດຍກົງຕໍ່ການປະຕິວັດ ລາວ, ສ້າງເງື່ອນໄຂສະດວກໃຫ້ແກ່ການຕໍ່ຕ້ານຂອງປະຊາຊົນລາວຢູ່ບັນດາສະໜາມຮົບ:

ໄຊຊະນະ ດ້ຽນບຽນຝູ ບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາຊົນ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນໄຊຊະນະຂອງປະຊາຊົນລາວ ແລະ ກຳປູເຈຍ ທີ່ເປັນພັນທະມິດເພື່ອຕໍ່ສູ້ຕ້ານກັບສັດຕູທົ່ວໄປ ເພື່ອປົດປ່ອຍປະເທດຊາດ. ໄຊຊະນະ​ດັ່ງກ່າວ​ໄດ້​ດັບ​ສູນ​ຄວາມ​ມຸ່ງ​ມາດ​ປາຖະໜາ​ທີ່​ຈະ​ຮຸກ​ຮານ​ລັດທິ​ອານາ​ນິຄົມ​ແບບ​ເກົ່າ, ບັງຄັບ​ໃຫ້​ລັດຖະບານ​ອານາ​ນິຄົມ​ຝລັ່ງ ລົງ​ນາມ​ໃນ​ສັນຍາ​ເຈນີວາ​ປີ 1954, ຟື້ນ​ຟູ​ສັນຕິພາບ​ຢູ່​ອິນ​ດູ​ຈີນ, ​ໄດ້​ຮັບ​ຮູ້​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ.

ສປປ.ລາວ ຈັດ​ພິ​ທີ​ໂຮມ​ຊຸມ​ນຸມ​ມິດ​ຕິງ ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ຄົບ​ຮອບ 70 ປີ

ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ລາວ ກ່າວສູນທອນພົດ (ພາບ: VOV)

“ພວກຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງ ເມື່ອກອງທັບປະຊາຊົນລາວ ໄດ້ມີການປະກອບສ່ວນເຂົ້າໃນໄຊຊະນະ ດ້ຽນບຽນຝູ ດ້ວຍການເປີດບັ້ນບຸກໂຈມຕີຕ່າງໆຢູ່ ພາກກາງລາວ, ສົມທົບກັບທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ເປີດບັນດາບັ້ນຮົບຢູ່ພາກໃຕ້ ຮອດ ພາກເໜືອ ລາວ, ພິເສດແມ່ນບັ້ນຮົບ ນ້ຳອູ່ ທີ່ໄດ້ມ້າງທຳລາຍບ່ອນອາໄສ ແລະ ເສັ້ນທາງຖອນກຳລັງຂອງສັດຕູ, ສ້າງເງື່ອນໄຂໃຫ້ກອງທັບ ຫວຽດນາມ ເປີດບັ້ນຮົບດັບສູນຖານທີ່ໝັ້ນ ດ້ຽນບຽນຝູ”.

ທ່ານນາງຮອງປະທານປະເທດ ລາວ ປານີ ຢາທໍ່ຕູ້ ປາດຖະໜາວ່າ ພະນັກງານ, ລັດຖະບານ, ສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າ ທຸກຄົນ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອວິລະຊົນຂອງນັກຮົບປະຕິວັດສອງຊາດ ລາວ - ຫວຽດນາມ, ພິເສດແມ່ນຄົນລຸ້ນໜຸ່ມມີຄວາມເຂົ້າໃຈກ່ຽວກັບການອຸທິດສ່ວນ ແລະ ການເສຍສະຫຼະອັນຍິ່ງໃຫຍ່ຂອງນັກຮົບປະຕິວັດສອງປະເທດໃນເມື່ອກ່ອນ ເພື່ອມີສັນຕິພາບຄືໃນວັນນີ້. ພ້ອມທັງສືບຕໍ່ຖະໜຸຖະໜອມ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນໃຫຍ່ຫຼວງ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ, ພ້ອມກັນພັດທະນາປະເທດຊາດ.

ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຢືນຢັນ​ວ່າ: ລາວ ​ແລະ ຫວຽດນາມ ຕ້ອງ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ໄຊຊະນະ​ດ້ຽນບຽນ​ຝູ ​ເພື່ອ​ຮັດ​ແໜ້ນ​ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ ​ແລະ ສືບ​ຕໍ່​ສຶກສາ​ອົບຮົມ​ປະຊາຊົນ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ​ຂອງ​ສອງ​ປະ​ເທດ​ໃຫ້​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ສາຍ​ພົວພັນ​ແບບ​ພິ​ເສດ​ລາວ-ຫວຽດນາມ, ​ແລະ ​ເຫັນ​ໄດ້​ຄວາມ​ຮັບຜິດຊອບ​ໃນ​ການ​ສືບ​ຕໍ່​ປົກ​ປັກ​ຮັກສາ ​ແລະ ຮັກສາ​ສາຍ​ພົວພັນ​ທີ່​ຫາ​ຍາກ​ນີ້​ໃຫ້​ໝັ້ນຄົງ​ຕະຫຼອດ​ໄປ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ