ຄວາມ​ຫວັງ​ຢາກ​ພົວ​ພັນ​ແລກ​ປ່ຽນ, ພົບ​ປະ​ຮ່ວມ​ມື​ລົງ​ທຶນລະ​ຫວ່າງ​ດ່າ​ນັ້ງ ແລະ ບັນ​ດາ​ທ້ອງ​ຖິ່ນ ສະ​ຫະ​ພັນ ລັດ​ເຊຍ ປີ 2022

08:58 | 30/12/2021

ຍ​ສ​ໝ - ສອງ​ຝ່າຍ ໄດ້​ສະ​ແດງ​ຄວາມ​ຫວັງ​ວ່າ ໂລກ​ລະ​ບາດ​ໂຄວິດ - 19 ຈະ​ໄດ້​ຮັບ​ການ​ຄວບ​ຄຸມ​ໂດຍ​ໄວ​ໃນ​ປີ 2022, ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ, ເຊື່ອມ​ຕໍ່, ພົບ​ປະ​ຮ່ວມ​ມື, ລົງ​ທຶນ ລະ​ຫວ່າງ ດ່າ​ນັ້ງ ແລະ ບັນ​ດາ​ທ້ອງ​ຖິ່ນ, ຄູ່​ຮ່ວມ​ມື​ສະ​ຫະ​ພັນ​ລັດ​ເຊຍ.

ວົງ​ເງິນ​ການ​ຄ້າ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ເພີ່ມ​ຂຶ້ນ 12,07% ວົງ​ເງິນ​ການ​ຄ້າ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ເພີ່ມ​ຂຶ້ນ 12,07%
ນະ​ໂຍ​ບາຍ​ການ​ພົວ​ພັນ​ຕ່າງ​ປະ​ເທດຫຼາຍ​ຝ່າຍ​ຊ່ວຍ​ໃຫ້​ຫວຽດ​ນາມ ບັນ​ລຸ​ໄດ້​ທີ່​ຕັ້ງ​ບົດ​ບາດ​ສຳ​ຄັນ​ບົນ​ເວ​ທີ​ສາ​ກົນ ນະ​ໂຍ​ບາຍ​ການ​ພົວ​ພັນ​ຕ່າງ​ປະ​ເທດຫຼາຍ​ຝ່າຍ​ຊ່ວຍ​ໃຫ້​ຫວຽດ​ນາມ ບັນ​ລຸ​ໄດ້​ທີ່​ຕັ້ງ​ບົດ​ບາດ​ສຳ​ຄັນ​ບົນ​ເວ​ທີ​ສາ​ກົນ
ຄວາມ​ຫວັງ​ຢາກ​ພົວ​ພັນ​ແລກ​ປ່ຽນ, ພົບ​ປະ​ຮ່ວມ​ມື​ລົງ​ທຶນລະ​ຫວ່າງ​ດ່າ​ນັ້ງ ແລະ ບັນ​ດາ​ທ້ອງ​ຖິ່ນ ສະ​ຫະ​ພັນ ລັດ​ເຊຍ ປີ 2022
ທ່ານ​ ໂຮ່​ກີ​ມິງ ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ແລ​ະ ທ່ານ Parshutkin Evgeny ເລ​ຂາ​ໂທ ຮັບ​ຜິ​ດ​ຊອບ​ສະ​ຖານ​ກົງ​ສູນ​ໃຫຍ່ ສະ​ຫະ​ພັນ ລັດ​ເຊຍ ປະ​ຈຳ ດ່າ​ນັ້ງ

ຕອນ​ເຊົ້າ​ວັນ​ທີ 27 ທັນ​ວາ, ໃນ​ການ​ຢ້ຽມ​ຢາມ, ອວຍ​ພອນ​ສະ​ຖານ​ກົງ​ສູນ​ໃຫຍ່ ສະ​ຫະ​ພັນ ລັດ​ເຊຍ ປະ​ຈຳ ດ່າ​ນັ້ງ ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່ 2022, ທ່ານ​ ໂຮ່​ກີ​ມິງ ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ມີ​ຄວາມ​ປາດ​ຖະ​ໜາ​ຢາກໃຫ້ສະ​ຖານ​ກົງ​ສູນ​ໃຫຍ່​ສືບ​ຕໍ່​ແມ່ນ​ຂົວ​ເຊື່ອມ​ຕໍ່, ໜູນ​ຊ່ວຍ​ນະ​ຄອນ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມືກັບ​ບັນ​ດາ​ທ້ອງ​ຖິ່ນ, ຄູ່​ຮ່ວມ​ມື​ລັດ​ເຊຍ ໃນ​ບັນ​ດາ​ຂົງ​ເຂດ​ຄື ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ.

ທ່ານ ໂຮ່​ກີ​ມິງ ໄດ້​ສົ່ງ​ຄຳ​ອວຍ​ພອນ​ອັນ​ດີ​ງາມທີ່​ສຸດ​ເຖິງ​ທ່ານ Parshutkin Evgeny ແລະ ໝູ່​ຄະ​ນະ​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ກົງ​ສູນ​ໃຫຍ່, ອວຍ​ພອນ​ປີ​ໃໝ່ 2022 ຈົ່ງມີແຕ່​ຄວາມ​ສະ​ຫງົບ​ສຸກ, ວັດ​ທະ​ນາ​ຖາ​ວອນ, ອວຍ​ພອນ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ ອັນ​ຍາວ​ນານ, ດີ​ງາມ ລະ​ຫວ່າງ ສອງ​ປະ​ເທດ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ​ເວົ້​າ​ລວມ, ລະ​ຫວ່​າງນ​ະ​ຄອນ ດ່າ​ນັ້ງ ແລະ ບັນ​ດາ​ທ້ອງ​ຖິ່ນ ສະ​ຫະ​ພັນ​ລັດ​ເຊຍ ​ເວົ້າ​ສະ​ເພາະ ນັບ​ມື້​ນັບ​ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່.

ທ່ານ Parshutkin Evgeny ໄດ້​ຕາງ​ໜ້າ​ໃຫ້​ໝູ່​ຄະ​ນະ​ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ກົງ​ສູນ​ໃຫຍ່ ສະ​ແດງ​ນ້ຳ​ໃຈ, ຄວາມ​ເອົາ​ໃຈ​ໃສ່ ແລະ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ໜູນ​ຊ່ວຍ​ຢ່າງ​ຕັ້ງ​ໜ້າ ແລະ ສຸດ​ຈິດ​ສຸດ​ໃຈ​ຂອງອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ ດ່າ​ນັ້ງ ກັບ​ສະ​ຖານ​ກົງ​ສູນ​ໃຫຍ່ສະ​ຫະ​ພັນ​ລັດ​ເຊຍ ປະ​ຈຳ ດ່າ​ນັ້ງ ໃນ​ປີ 2021. ທ່ານ​ເນັ້ນ​ໜັກ​ເຖິງ​ການ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ ໃນ​ວຽກ​ງານ​ໜູນ​ຊ່ວຍ​ການ​ເລືອກ​ຕັ້ງຂອງ ສະ​ຖານ​ກົງ​ສູນ​ໃຫຍ່, ຊ່ວ​ຍ​ນຳ​ພະ​ນັກ​ງານ, ພາ​ລະ​ກອນ ແລະ ພົນ​ລະ​ເມືອງ ລັດ​ເຊຍ ຢູ່ ດ່າ​ນັ້ງ ກັບ​ເມືອ ປະ​ເທດ, ໜູນ​ຊ່ວຍ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19. ທ່ານ​ເລ​ຂາ​ໂທ ຮັບ​ຜິ​ດ​ຊອບ​ສະ​ຖານ​ກົງ​ສູນ​ໃຫຍ່ ສະ​ຫະ​ພັນ ລັດ​ເຊຍ ປະ​ຈຳ ດ່າ​ນັ້ງ ກໍ່​ສະ​ແດງ​ຄວາມ​ຫວັງ​ວ່າ ໂລກ​ລະ​ບາດ​ໂຄວິດ - 19 ຈະ​ໄດ້​ຮັບ​ການ​ຄວບ​ຄຸມ​ໂດຍ​ໄວ​ໃນ​ປີ 2022, ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ພົວ​ພັນ, ເຊື່ອມ​ຕໍ່, ສົ່​ງ​ເສີມ​ການ​ຮ່ວມ​ມື, ລົງ​ທຶນ​ລະ​ຫວ່າງ ດ່າ​ນັ້ງ ແລະ ບັນ​ດາ​ທ້ອ​ງ​ຖິ່ນ, ຄູ່​ຮ່ວມ​ມື​ສະ​ຫະ​ພັນ​ລັດ​ເຊຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.