ຫວຽດນາມ ຕັ້ງໜ້າເຂົ້າຮ່ວມບັນດາກົນໄກຮ່ວມມືຫຼາຍຝ່າຍ

16:30 | 05/01/2022

ຍສໝ - ເມື່ອ​ເບິ່ງ​ຄືນ​ປີ 2021, ອາດ​ຈະ​ເວົ້າ​ໄດ້​ວ່າ ຂີດໝາຍ​ພົ້ນ​ເດັ່ນ​ຂອງ​ການ​ຕ່າງປະເທດ​ຫຼາຍ​ຝ່າຍ ​ແມ່ນ​ເລື່ອງ ຫວຽດນາມ ຮັບດຳລົງຕຳແໜ່ງ​ເປັນ​ສະມາຊິກ​ບໍ່​ຖາວອນ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ປະກອບສ່ວນ​ຫຼາຍ​ຂໍ້​ລິ​ເລີ່​ມ ​ແລະ ຂໍ້​ສະ​ເໜີ.

ຫວຽດນາມ ແລະ ລາວ ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ ຫວຽດນາມ ແລະ ລາວ ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ
ຫວຽດນາມ ແລະ ລາວ ສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສຫຼາຍຝ່າຍ ຫວຽດນາມ ແລະ ລາວ ສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສຫຼາຍຝ່າຍ

ໃນ​ປີ 2021, ຫວຽດນາມ ​ສືບ​ຕໍ່​ແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ ໃນ​ປະຊາ​ຄົມ​ສາກົນ​ໃນ​ຫຼາຍ​ກົນ​ໄກ​ຮ່ວມ​ມື​ຫຼາຍ​ຝ່າຍ.

ນອກຈາກ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ໃນ​ຂອບ​ຂອງ​ອາ​ຊຽນ, AIPA, ASEM, APEC, APPF..., ຫວຽດນາມ ຍັງ​ປະຕິບັດສຳເລັດ​ຢ່າງ​ຈົບງາມ ​ໃນອາຍຸ​ການ​ເປັນ​ກຳມະການບໍ່ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ອາຍຸ​ການ 2020-2021; ​ໄດ້​ຮັບການເລືອກ​ຕັ້ງ​ເປັນ ຄະນະ​ກຳມະການ​ກົດໝາຍ​ສາກົນ ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ອາຍຸ​ການ 2023-2027 ຄືນອີກ, ​ໄດ້ຮັບການ​ເລືອກ​ຕັ້ງ​​ເປັນ ສະມາຊິກ​ສະພາບໍລິຫານ​ງານ​ອົງການ UNESCO ​ໄລຍະ 2021-2025; ​ໄດ້ຍົກອອກບັນດາ​ຄຳ​ໝັ້ນ​ສັນຍາ​ຢ່າງ​ແຮງ ​ຢູ່​ກອງ​ປະຊຸມ​ຂອງ​ບັນດາ​ຝ່າຍ ​ເຂົ້າ​ຮ່ວມ​ສົນທິສັນຍາ​ຂອບ​ ຂອງ​ສະຫະ​ປະຊາ​ຊາດ ກ່ຽວກັບທະເລ.

ພິ​ເສດ, ຫວຽດນາມ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​​ເປັນ​ສະມາຊິກ​ຄະນະ​ກຳມະການ​ກົດໝາຍ​ສາກົນ​ຂອງ​ສະຫະ​ປະຊາ​ຊາດ​ໄລຍະ 2023-2027 ຄືນ​ໃໝ່, ຖືກ​ເລືອກ​ຕັ້ງ​ເປັນສະພາ​ບໍລິຫານ​ງານ UNESCO ​ໄລຍະ 2021-2025 ​ແລະ ​ໄດ້​ຮັບ​ເລືອກ​ຕັ້ງເຂົ້າ​ສະພາ​ຜູ້​ວ່າການ ອົງການພະລັງງານປະລະມານູສາກົນ (IAEA), ໄດ້​ຮັບ​ການເລືອກຕັ້ງ​ເປັນ ສະມາຊິກສະພາປະຕິບັດງານໄປສະນີ ຂອງສະຫະພັນໄປສະນີສາກົນ.

ຫວຽດນາມ ຕັ້ງໜ້າເຂົ້າຮ່ວມບັນດາກົນໄກຮ່ວມມືຫຼາຍຝ່າຍ
ພາບປະກອບ: TTXVN

​ກໍໃນ​ປີ 2021, ຫວຽດນາມ ​ໄດ້​ຍົກອອກ​ຄຳ​ໝັ້ນ​ສັນຍາ​ທີ່​ກອງ​ປະຊຸມ​ຄັ້ງ​ທີ 26 ຂອງ​ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ສົນທິສັນຍາ​ຂອບ​ ວ່າດ້ວຍການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຂອງ​ສະຫະ​ປະຊາ​ຊາດ (COP 26) ທີ່​ດຳ​ເນີນ​ໄປ​ໃນ​ເດືອນພະຈິກ 2021: ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ໃຫ້​ເປັນ “ສູນ” ​ໃນ​ປີ 2050, ຫຼຸດທາດ​ມີ​ເທນ ​ລົງ 30% ໃນປີ 2030 ເມື່ອທຽບກັບປີ 2020.

ເມື່ອເບິ່ງຄືນປີ 2021, ອາດຈະເວົ້າໄດ້ວ່າ ຂີດໝາຍພົ້ນເດັ່ນຂອງການຕ່າງປະເທດຫຼາຍຝ່າຍແມ່ນ ເລື່ອງຫວຽດນາມ ຮັບດຳລົງຕຳແໜ່ງເປັນສະມາຊິກບໍ່ຖາວອນ ສະພາຄວາມໝັ້ນຄົງສະຫະປະຊາຊາດ, ປະກອບສ່ວນຂໍ້ລິເລີ່ມ ແລະ ຂໍ້ສະເໜີຫຼາຍຢ່າງ ໃຫ້ກົນໄກຫຼາຍຝ່າຍນີ້.

ເປັນຄັ້ງທຳອິດ, ສະພາຄວາມໝັ້ນຄົງ ໄດ້ຍົກອອກຖະແຫຼງການປະທານ ກ່ຽວກັບກົດບັດສະຫະປະຊາຊາດ; ຖະແຫຼງການຮ່າໂນ້ຍ ເຊິ່ງໄດ້ຮັບການສະໜັບສະໜູນຈາກ 60 ກວ່າປະເທດ ທີ່ຕາງໜ້າໃຫ້ 5 ທະວີບ.

ຫວຽດນາມ ຍາມໃດກໍ່ກ່າວແຈ້ງຫຼັກໝັ້ນຫຼັກການຂອງຕົນ ໂດຍອີງໃສ່ກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ, ເອົາໃຈໃສ່ເຖິງຜົນປະໂຫຍດອັນຊອບທຳ ແລະ ສຽງເວົ້າຂອງບັນດາທີ່ກ່ຽວຂ້ອງ, ຜ່ານນັ້ນ ສ້າງຄວາມເຫັນດີເຫັນພ້ອມ. ເປັນຄັ້ງທຳອິດ ທີ່ອົງການຈັດຕັ້ງພາກພື້ນໜຶ່ງ ໄດ້ຮັບການຊຸກຍູ້, ມີບົດບາດ, ສຽງເວົ້າໃນອົງການສະຫະປະຊາຊາດ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮົ່ງ​ທາວ ຜູ້ທີ່ຫາກໍ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ຄະນະ​ກຳມະການ​ກົດໝາຍ​ສາກົນ ​ຂອງ​ສະຫະ​ປະຊາ​ຊາດ​ອາຍຸ​ການ 2023-2027 ​ຄືນ​ໃໝ່ ​ໃຫ້​ຮູ້​ວ່າ: ການ​ປະກອບສ່ວນ​ໃຫຍ່​ທີ່​ສຸດ​ຂອງ ຫວຽດນາມ ​ເຂົ້າ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ແມ່ນ​ຊຸກຍູ້​ຂະ​ບວນການ​ ກໍ່ສ້າງກໍາລັງຮັກສາສັນຕິພາບຂອງສະຫະປະຊາຊາດ.

ຫວຽດນາມ ກໍ່​ອອກສຽງເວົ້າຂອງ​​ບັນດາ​ປະ​ເທດ​ທີ່ພວມ​ພັດທະນາ​ ໃນການແກ້​ໄຂ​ບັນດາ​ການ​ປະ​ທະ​ກັນ​ຢູ່ “ຈຸດ​ຮ້ອນ” ຄື ຊູ​ດານ, ເອທິ​ໂອ​ເປຍ ​ແລະ ປະ​ເທດ​ອື່ນໆ. ທັງ​ນີ້ກໍ່​ເປັນ​ຄັ້ງ​ທຳ​ອິດ, ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ໄດ້​ກຳ​ນົດ​ເອົາ​ວັນ​ທີ 27 ທັນ​ວາ ​ຂອງ​ທຸກໆ​ປີ ເປັນ​ວັນ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ສາ​ກົນ ຕາມ​ຂໍ້​ລິ​ເລີ່ມ​ຂອງ​ຫວຽດ​ນາມ. ຫວຽດນາມ ​ແລະ ​ເຢຍລະ​ມັນ ກໍ່​ໄດ້​ສົມທົບ​ກັນ​ສ້າງ​ຕັ້ງ​ສະ​ໂມ​ສອນ​ບັນດາ​ປະ​ເທດ​ ກ່ຽວ​ກັບ​ສົນທິສັນຍາ​ສະຫະ​ປະຊາ​ຊາດ ກ່ຽວກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ ​ ​ປີ ​​1982, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 112 ປະ​ເທດ.

ໃນ​ຖານະ​ເປັນ​ສະມາຊິກ​ບໍ່ຖາວອນ ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ສະ​ໄໝ​ທີ 2 ໄລຍະ 2020-2021, ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ແລະ ​ແທດ​ຈິງ​ໃນ​ບັນດາ​ວຽກ​ງານລວມ​ຂອງ​ສະພາ​ຄວາມ​ໝັ້ນຄົງ, ​ໂດຍ​ສະຫະ​ປະຊາ​ຊາດ, ບັນດາປະ​ເທດ ​ແລະ ຫາງສຽງຂອງປະຊາ​ຄົມ​ສາກົນ​ ​ແລະ ພາຍ​ໃນປະ​ເທດ ​ໄດ້​ຕີ​ລາຄາ​ສູງ.

ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ ເຂົ້າ​ໃນ​ຂະ​ບວນການ​ປຶກສາ​ຫາລື ​ແລະ ຊອກ​ຫາ​ມາດ​ຕະການ​ສະກັດ​ກັ້ນ​ບັນດາ​ການ​ປະ​ທະ​ກັນ, ຮັກສາ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ສາກົນ ບົນ​ພື້ນຖານ​ເຄົາລົບ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ການ​ພົວພັນ​ສາກົນ, ມີ​ລັກສະນະ​ຮອບດ້ານ ​ແລະ ມີຄວາມເປັນ​ມະນຸດສະທຳ, ​ເຊິ່ງ​ໄດ້​ເຮັດ​ໃຫ້​ມີຂີດໝາຍຫຼາຍຢ່າງ​ ກ່ຽວ​ກັບສີສັນ ​ແລະ ສິລະ​ປະ​ການ​ທູດ​ຫຼາຍ​ຝ່າຍ​ຂອງ​ຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.