ເພີ່ມທະວີການຮ່ວມມືລະຫວ່າງ 2 ຄະນະຈັດຕັ້ງສູນກາງພັກຂອງຫວຽດນາມ ແລະ ລາວ

06:07 | 07/01/2022

ຍສໝ - ສອງຝ່າຍໄດ້ເຫັນດີ ແລກປ່ຽນຂໍ້ມູນຂ່າວສານ ແລະ ແລກປ່ຽນບົດຮຽນກ່ຽວກັບການກໍ່ສ້າງພັກ ແລະ ກໍ່ສ້າງລະບົບການເມືອງ ຢ່າງເປັນປົກກະຕິ.

ລາວ: ມີສູນຈໍາກັດບໍລິເວນ ທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 32 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.806 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ ລາວ: ມີສູນຈໍາກັດບໍລິເວນ ທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 32 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.806 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ
ລາວ: ມີຜູ້ຖືກຈຳກັດ ບໍລິເວນຢູ່ສູນ 2.302 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ ລາວ: ມີຜູ້ຖືກຈຳກັດ ບໍລິເວນຢູ່ສູນ 2.302 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ
ເພີ່ມທະວີການຮ່ວມມືລະຫວ່າງ 2 ຄະນະຈັດຕັ້ງສູນກາງພັກຂອງຫວຽດນາມ ແລະ ລາວ
ເພີ່ມທະວີການຮ່ວມມືລະຫວ່າງ 2 ຄະນະຈັດຕັ້ງສູນກາງພັກຂອງຫວຽດນາມ ແລະ ລາວ. ພາບ: TTXVN

ຫວ່າງແລ້ວນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໄດ້ດຳເນີນການເຈລະຈາທາງໄກກັບ ທ່ານນາງ ສີໃສ ລືເດດມູນສອນ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ປະຊາຊົນ ປະຕິວັດລາວ ເພື່ອແລກປ່ຽນບັນດາກຳນົດທິດໃຫຍ່ທີ່ກອງປະຊຸມໃຫຍ່ ຂອງແຕ່ລະພັກ ກ່ຽວກັບວຽກງານ ກໍ່ສ້າງພັກ; ຕີລາຄາໝາກຜົນການຮ່ວມມືລະຫວ່າງຄະນະຈັດຕັ້ງສູນກາງພັກຂອງສອງປະເທດໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ.

ທີ່ການເຈລະຈາ, ທ່ານນາງ ເຈືອງທິມາຍ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ຈະສືບຕໍ່ບັນລຸໄດ້ບັນດາຜົນງານໃໝ່ ແລະ ໃຫຍ່ຫຼວງກ່ວາເກົ່າ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວຢ່າງມີໄຊ, ກໍ່ສ້າງປະເທດລາວສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນຕາມເປົ້າໝາຍສັງຄົມນິຍົມ.

ສອງຝ່າຍໄດ້ເຫັນດີແລກປ່ຽນຂໍ້ມູນຂ່າວສານ ແລະ ແລກປ່ຽນບົດຮຽນກ່ຽວກັບການກໍ່ສ້າງພັກ ແລະ ກໍ່ສ້າງລະບົບການເມືອງ; ເພີ່ມທະວີການຮ່ວມມື, ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນກົມຂອງສອງຄະນະ, ດ້ວຍບັນດາເນື້ອໃນແທດຈິງກ່ຽວກັບວຽກງານກໍ່ສ້າງພັກ; ຍູ້ແຮງການໂຄສະນາເຜີຍແຜ່ກ່ຽວກັບການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃນໝູ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະ; ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ລາວ ໃນປີ 2022.

ໄຊພອນ

ເຫດການ
302 Found

Found

The document has moved here.