ການພົວພັນຫວຽດນາມ - ກູບາ ນັບມື້ນັບປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ

06:02 | 04/01/2022

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ກູບາ ຄົບຮອບ 63 ປີ (1-1-1959/ 1-1-2022), ວັນທີ 31 ທັນວາ 2021, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສົ່ງສານອວຍພອນເຖິງທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດ ອຳນາດການປົກຄອງ ປະຊາຊົນ ແຫ່ງ ສາທາລະນະລັດ ກູບາ.

ການພົວພັນຫວຽດນາມ - ລາວ ພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະຮອບດ້ານໃນປີ 2021 ການພົວພັນຫວຽດນາມ - ລາວ ພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະຮອບດ້ານໃນປີ 2021
ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ: ການພົວພັນຫວຽດນາມ - ຈີນ ໄດ້ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນສອງປະເທດ ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ: ການພົວພັນຫວຽດນາມ - ຈີນ ໄດ້ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນສອງປະເທດ
ທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.
ທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນສານອວຍພອນ, ໃນນາມສະພາແຫ່ງຊາດຫວຽດນາມ ແລະໃນນາມສ່ວນຕົວ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສົ່ງພອນໄຊອັນປະເສີດມາຍັງ ປະທານສະພາແຫ່ງຊາດ ກູບາ, ບັນດາສະມາຊິກສະພາແຫ່ງຊາດ ແລະປະຊາຊົນ ກູບາ.

ປະທານສະພາແຫ່ງຊາດຫວຽດນາມ ຮູ້ສຶກປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນຖານສະຫາຍອ້າຍນ້ອງທີ່ຫາຍາກ, ເປັນແບບຢ່າງ, ສັດຊື່ບໍລິສຸດລະຫວ່າງ ຫວຽດນາມ - ກູບາ ນັບມື້ນັບໄດ້ຮັບການປັບປຸງ ແລະພັດທະນາຮອບດ້ານຢ່າງບໍ່ຢຸດຢັ້ງ ໃນສະຖານະການສະພາບສາກົນ ຜັນແປຄາດຄະເນໄດ້ຍາກ ແລະພະຍາດໂຄວິດ-19 ຍັງຜັນແປຢ່າງສັບສົນ.

ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢັ້ງຢືນວ່າ ສະພາແຫ່ງຊາດຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມພູນຄູນສ້າງການພົວພັນພິເສດລະຫວ່າງສອງປະເທດ ເວົ້າລວມ ແລະການພົວພັນຮ່ວມມືທີ່ສະໜິດຕິດພັນລະຫວ່າງອົງການນິຕິບັນຍັດສອງປະເທດ ເວົ້າສະເພາະໃຫ້ນັບມື້ນັບພັດທະນາອັນດີງາມກວ່າອີກ, ເພື່ອຜົນປະໂຫຍດແທດຈິງຂອງປະຊາຊົນສອງປະເທດ.

la.qdnd.vn

ເຫດການ
302 Found

Found

The document has moved here.