ຮັບເອົາວັກຊີນ Sputnik Light ຈຳນວນ 100,000 ໂດສ ທີ່ບໍລິຈາກໂດຍຣັດເຊຍ

10:34 | 29/12/2021

ຍສໝ - ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ມອບ​ໝາຍ​ໃຫ້​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຮັບຜິດຊອບ​ ແລະ ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ ແລະ ຝ່າຍຣັດ​ເຊຍ ເພື່ອປະຕິບັດ​ສຳ​ເລັດ​ບັນ​ດາ​ລະບຽບ​ການ​ຮັບ​ຮອງ ແລະ ຄຸ້ມຄອງຮັກສາ​ວັກ​ຊີ​ນ Sputnik Light 100.000 ໂດສ ໂດຍການຊ່ວຍເຫຼືອຣັດ​ເຊຍ.

ຫວຽດນາມ ​ໄດ້​ຮັບ​ການມອບ​ໂອນ​ເຕັກ​ໂນ​ໂລ​ຊີການ​ຜະລິດ​ວັກ​ຊີນ Sputnik V ຈາກ​ລັດ​ເຊຍ ຫວຽດນາມ ​ໄດ້​ຮັບ​ການມອບ​ໂອນ​ເຕັກ​ໂນ​ໂລ​ຊີການ​ຜະລິດ​ວັກ​ຊີນ Sputnik V ຈາກ​ລັດ​ເຊຍ
ອາກ​ຊັງ​ຕິນ ມອບວັກຊີນ AstraZeneca 500.000 ໂດສ ໃຫ້ຫວຽດນາມ ອາກ​ຊັງ​ຕິນ ມອບວັກຊີນ AstraZeneca 500.000 ໂດສ ໃຫ້ຫວຽດນາມ
ຮັບເອົາວັກຊີນ Sputnik Light ຈຳນວນ 100,000 ໂດສ ທີ່ບໍລິຈາກໂດຍຣັດເຊຍ
ຮັບເອົາວັກຊີນ Sputnik Light ຈຳນວນ 100,000 ໂດສ ທີ່ບໍລິຈາກໂດຍຣັດເຊຍ. (ພາບ: VGP)

ກະຊວງສາທາລະນະສຸກ ເປັນປະທານພິທີຕ້ອນຮັບ; ສົມທົບ​ກັນ​ຊຸກຍູ້​ຝ່າຍ​ຣັດເຊຍ ​ເລັ່ງ​ເພີ່ມ​ເຕີມ ​ແລະ ​ປະຕິບັດສຳ​ເລັດ​ເອກະສານເພື່ອ​ພິຈາລະນາ ​ແລະ ອອກ​ໃບ​ອະນຸຍາດ​ສັກ​ຢາ​ວັກ​ຊີ​ນ Sputnik Light ຕາມ​ລະບຽບ​ການ; ນຳໃຊ້ພຽງແຕ່ເມື່ອໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ມີສິດອຳນາດ.

ກະຊວງການເງິນ ສະໜອງລາຍຈ່າຍໃນການຮັບ ແລະ ຊີ້ນຳກົມໃຫຍ່ພາສີ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ການປະຕິບັດສໍາເລັດລະບຽບການຮັບງວດວັກຊີນດັ່ງກ່າວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.